ລາວເພີ່ມຮັກສາຄວາມສງົບ
2012.10.01
ກ່ຽວກັບເຣື່ອງນີ້ ນັກທຸຣະກິຈ ລາວ ໃນເຂຕທົ່ງມັ່ງ ແລະ ບ້ານເກີນ ນະຄອນຫລວງ ວຽງຈັນ ເວົ້າວ່າ:
“Security ດຽວນີ້ ກໍມີທັງ ທະຫາຣ ທັງຕຳຣວຈ ມາລົງພື້ນທີ່ນີ້ ແປວ່າ ຄັນສິເວົ້າແລ້ວ ຄົນແປກໜ້າ ແປກຕາ ສິເຂົ້າມານີ້ຍາກ ແຫລະ ແປວ່າ ແໜ້ນໜາ ພໍສົມຄວນ ບໍ່ຄື ສມັຍກ່ອນດອກ ແປວ່າ ລົງພື້ນຖານ ເນາະ ທັງອຳນາຈ ກາຣປົກຄອງ ທັງ ປະຊາຊົນ ທັງ ເຈົ້າໜ້າທີ່ມາ ທັງກົມກອງຕ່າງໆ ມາສົມທົບກັນນ໋າ ແປວ່າແຂງແຮງ ແຫລະ ເຣື່ອງນີ້ນ໋າ"
ພ້ອມດຽວກັນນີ້ ທ່ານກໍວ່າ ສຳຫລັບ ກາຣກະຕຣຽມໃສ່ ກາຣປະຊຸມ ຄັ້ງນີ້ ແຕ່ລະບ້ານ ແຕ່ລະເມືອງ ກໍມີກາຣ ທຳຄວາມ ສະອາດ ທັ້ງເຂຕ ນະຄອນຫລວງ ວຽງຈັນ ແລະ ແຫ່ງອື່ນໆ ປະຊາຊົນ ກໍເກັບຂີ້ເຫຍື້ອ ສະເພາະ ຖນົນຫົນທາງ ທາງກະຊວງ ຄົມນາຄົມ ເຂົາເຈົ້າ ກໍໃຫ້ງົບມາ ຕັດຫຍ້າ ຕັດຫຍັງ:
"ກໍດີຢູ່ດອກ ດີຢູ່! ແຕ່ວ່າຍັງ ບໍ່ດີຢູ່ວ່າ ທາງມັນເພ ມັນຫຍັງ ຫວ່າງຝົນຕົກ ມານີ້ ເຂົາເຈົ້າໂລດ ໂຖ..ບໍ່ ຢາກແປງນ໋າ…ເວີ້ຽ!!! ອັນນີ້..ນີ໊…ຢາກຕິແລ້ວ..ອັນນີ້ ນ໋າ!”
ເຖີງຢ່າງໃດ ກໍຕາມ ສຳຫລັບ ສະຖານທີ່ ທີ່ໄດ້ສ້າງ ຂຶ້ນໃໝ່ ເພື່ອຈັດ ກອງປະຊຸມ ຄັ້ງ ປະຫວັຕກາຣ ຄາວນີ້ ແມ່ນຈັດຂຶ້ນ ຢູ່ໃກ້ໆກັບ ອະນຸສາວະຣີ ທ່ານໄກສອນ ພົບວິຫາຣ ໃນເຂຕ “ຫລັກ 6” ນະຄອນຫລວງ ວຽງຈັນ.