ອາເຊັມຄວນຍົກປະເດັນ ສິທທິມະນຸດ
2012.11.01

ບັນດາຜູ້ນໍາ ຢູໂຮບ ແລະ ຜູ້ນໍາເອເຊັຽ ທີ່ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ເອເຊັຽ-ຢູໂຣບ ຄັ້ງທີ່ 9 ທີ່ນະຄອນຫລວງ ວຽງຈັນ ໃນຕົ້ນເດືອນ ພຶສຈິກາ 2012 ນີ້ ຄວນຍົກເອົາ ບັນຫາທີ່ໜ້າ ເປັນຫ່ວງ ຂື້ນມາຫາຣືກັນ ກ່ຽວກັບຣາຍງານ ການລະເມີດ ສິດທິມະນຸດ ເປັນປະຈໍາ ໃນສປປ ລາວ. ຕາມຖແລງການ ຂອງ ສະຫະພັນ ເພື່ອ ສິດທິມະນຸດ ສາກົນ FIDH ແລະ ຂະບວນການ ລາວ ເພື່ອສິດທິມະນຸດ MLDH ທີ່ເປັນ ສະມາຊິກ ອົງການດັ່ງກ່າວ. ສອງອົງການນີ້ ໄດ້ພິມເອກກະສານ 16 ໜ້າເຈັ້ຽ ຕຽມສົ່ງເຂົ້າ ກອງປະຊຸມ ASEM9. ທ່ານ Shiwei Ye ຜູ້ອໍານວຍການ ສະຫະພັນ ນານາຊາຕ ເພື່ອສິດທິມະນຸດ FIDH ກ່າວກັບນັກຂ່າວ ເອເຊັຽເສຣີ ຈາກຫ້ອງການຂອງທ່ານ ທີ່ບາງກອກ ປະເທດໄທ ຜ່ານທາງ ໂທຣະສັບວ່າ:
“ພວກທ່ານມີບັນຫາ ເປັນຫ່ວງສໍາຄັນ ອັນທີນື່ງແມ່ນ ຄວາມສຸກທຸກ ຂອງ ນັກໂທດການເມືອງ ຈໍານວນ ທີ່ຖືກຈັບເມື່ອ ປີ 1999 ແລະປີ 2009. ພວກທ່ານ ເປັນຫ່ວງວ່າ ຈໍານວນນື່ງ ອາດຫາຍສາບສູນ ໄປແລ້ວ. ອັນທີສອງ ພວກທ່ານ ເປັນຫ່ວງນໍາ ເສຣີພາບ ການເຊື່ອຖື ສາສນາ ຍ້ອນວ່າ ໃນແຕ່ລະປີ ພວກທ່ານ ໄດ້ຮັບຣາຍງານວ່າ ທາງການລາວ ຈໍາກັດ ສາສນາ
ບາງກຸ່ມ ໃນການດໍາເນີນ ກິຈກັມ ທາງສາສນາ ຂອງເຂົາເຈົ້າ“.
ເອກກະສານ ຖແລງວ່າ ສປປ ລາວ ໄດ້ໃຫ້ສັຕຍາບັນ ສົນທິສັນຍາ ສໍາຄັນວ່າດ້ວຍ ສິດທິມະນຸດ ຫລາຍສະບັບ ຮ່ວມທັງ ສົນທິສັນຍາ ວ່າດ້ວຍ ສິດທິພົລເມືອງ ການເມືອງ ແລະ ເສຖກິດ ສິດທິດ້ານສັງຄົມ ແລະ ວັທນະທັມ ແຕ່ວ່າ ໄດ້ລະເມີດ ສິດທິເຫລົ່ານີ້ມາຕລອດ.
ອົງການ FIDH ແລະ MLDH ໄດ້ຊີ້ໃຫ້ເຫັນ ການຣະເມີດ 12 ກໍຣະນີ ກ່ຽວກັບ ສິດເສຣີພາບ ໃນການສະແດງອອກ ການໂຮມຊຸມນຸມ ແລະ ຈັດຕັ້ງ ສະມາຄົມ ເສຣີພາບ ທາງ ສາສນາ ແລະ ສິດທິ ຂອງຊົນເຜົ່າ ກຸ່ມນ້ອຍໃນລາວ.