ວັນສິດທິມະນຸສ ສາກົນ

ເຈົ້າໜ້າທີ່ ສະຫະ ປະຊາຊາດ ກ່າວ ເນື່ອງໃນວັນ ສິດທິມະນຸດ ໂດຍ ປະກາດວ່າ ທຸກຄົນ ມີສິດອອກສຽງ ໂດຍໃຫ້ມີ ການຮັບຮູ້ ແລະ ກໍເພື່ອໃຫ້ ມີການ ຕັດສິນໃຈ ທີ່ສົ່ງຜົນ ສະທ້ອນ ໃສ່ຊີວິດ ການເປັນຢູ່ ແລະ ຊຸມຊົນ ຂອງ ພວກເຂົາເຈົ້າ.
ມະນີຈັນ
2012.12.11
f-human-rights-day ໃນວັນ ສິດທິມະນຸສ ສາກົນ ຜູ້ອໍານວຍການ ສູງສຸດ ດ້ານສິດທິມະນຸສ Navi Pillay, ຕອບຂໍ້ຂ້ອງໃຈ ຈາກທົ່ວໂລກ ຜ່ານທາງ Google+ Hangout ວັນທີ 10 ທັນວາ 2012.
un.org/humanrightsday

ທ່ານ Ban-ki-Moon ເລຂາທິການໃຫຍ່ ສະຫະ ປະຊາຊາດ ຖແລງ ເນື່ອງໃນວັນ ສິດທິມະນຸດ ວັນທີ 10 ທັນວາ ຊຶ່ງມີການ ຈັດຫລາຍໆ ກິຈກັມ ໃນປະເທດຕ່າງໆ ທົ່ວໂລກ ໃນທຸກໆປີ ນັ້ນວ່າ ກົດໝາຍ ຣະຫວ່າງປະເທດ ແມ່ນຈະແຈ້ງ: ບໍ່ວ່າເຈົ້າ ຈະເປັນໃຜ ຫລືວ່າຢູ່ໃສ ສຽງຂອງເຈົ້າ ແມ່ນມີຄວາມໝາຍ.

ຫົວຂໍ້ສໍາລັບ ວັນ ສິດທິມະນຸດ ປີນີ້ ຄືການຮວມຢູ່ນໍາ ແລະ ສິດທິ ໃນການ ມີສ່ວນຮ່ວມ ໃນຊີວິດ ສັງຄົມ. ສະມັດຊາໃຫຍ່ ໄດ້ຮັບຮອງເອົາ ປະກາດ ຖແລງການ ສາກົນ ສິດທິມະນຸດ ເມື່ອວັນທີ 10 ທັນວາ1948 ຊຶ່ງໃນນັ້ນ ຣະບຸເຖິງ ສິດທິພື້ນຖານ ຂອງມະນຸດ ແລະ ສິດອິສຣະພາບ ສໍາລັບ ຜູ້ຊາຍ ແລະແມ່ຍິງ ທຸກຄົນ ໃນທຸກມຸມໂລກ ໂດຍບໍ່ມີການ ຈໍາແນກໃດໆ ແລະ ກໍມີການ ສເລີມສລອງ ວັນ ສິດທິມະນຸດ ສາກົນ ນັບແຕ່ນັ້ນມາ.

ທ່ານ ບານ ກິມູນ ກ່າວເນັ້ນ ໃນສາຣ ຂອງທ່ານວ່າ ມີຄວາມກ້າວໜ້າ ທີ່ປະຕິເສດ ບໍ່ໄດ້ ໃນສັຕວັດ ທີ່ຜ່ານມາ ຕາມເສັ້ນທາງນັ້ນ ແຕ່ເຖິງແນວໃດ ກໍຍັງມີອີກ ຫລາຍໆກຸ່ມຄົນ ແລະ ສ່ວນບຸກຄົນ ທີ່ປະເຊີນກັບ ອຸປສັກຕ່າງໆ ຮວມທັງຜູ້ຍິງ ຊົນເຜົ່າດັ້ງເດີມ ຊຸມຊົນສາສນາ ແລະ ຊົນເຜົ່າສ່ວນນ້ອຍ ຄົນພິການ ຫລືກຸ່ມຄົນ ທີ່ມີຄວາມ ແຕກຕ່າງ ຍ້ອນເພດ ແລະທັສນະ ທາງການເມືອງ ນໍາດ້ວຍ.

ທາງດ້ານ ມາດາມ Michelle Bachelet ຈາກ UN Women ກໍກ່າວໃນສານ ສະບັບນຶ່ງ ເນື່ອງໃນໂອກາດ ດຽວກັນນີ້ວ່າ ສຽງຂອງແມ່ຍິງ ແລະ ເດັກນ້ອຍ ຈໍານວນຫລາຍ ຍັງຖືກກີດກັນ ຍ້ອນການຈໍາແນກ ການຂົ່ມຂູ່ ແລະ ການໃຊ້ ຄວາມຮຸນແຮງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.