ວົງການປົກຄອງໃນລາວ ພະນັກງານເລີ່ມຈັບກຸ່ມ
2012.12.03

ຄົນລາວ ທ່ານນຶ່ງ ເວົ້າວ່າ ຄວາມຂັດແຍ່ງ ພາຍໃນ ຂອງ ເຈົ້າໜ້າທີ່ຣັດ ຣະຫວ່າງ ຂັ້ນລຸ່ມ ແລະຂັ້ນເທີງ ຢູ່ ສປປລາວ ປັດຈຸບັນ ອາດສົ່ງຜົນກະທົບ ຕໍ່ຄວາມສງົບ ທາງການເມືອງ ໃນອະນາຄົດໄດ້ ຍ້ອນທຸກມື້ນີ້ ເຈົ້າໜ້າທີ່ ຂັ້ນລຸ່ມ ເມີນເສີຍຕໍ່ ຄໍາສັ່ງ ຈາກຂັ້ນເທິງ ຫລື ຈາກສູນກາງ ເພາະໃນບາງຄັ້ງ ພວກເຂົາເຈົ້າ ບໍ່ເຫັນດີນໍາ ຄໍາສັ່ງ ແລະ ບໍ່ປະຕິບັດ ຕາມ. ບັນຫານີ້ ເລີ່ມມີຫາງສຽງ ຢູ່ໃນສັງຄົມ ລາວແລ້ວ. ທ່ານວ່າ:
"ສ່ວນຕົວ ກໍເຣື່ອງນີ້ແຫລະ ຣະບົບການ ເຮັດວຽກຢູ່ ສປປລາວ ຖືວ່າອໍານາດ ຂອງ ແຕ່ລະຂັ້ນ ສ່ວນຫຼາຍ ຈະບໍ່ຟັງກັນ ແບບວ່າຂັ້ນເທິງ ສັ່ງແນວນຶ່ງ ແຕ່ຂັ້ນລຸ່ມ ເຮັດອີກແນວນຶ່ງ ແບບວ່າ ບໍ່ເຮັດໄປຕາມ ຣະບົບກົດໝາຍ ກົດໝາຍ ເຮົາຂຽນມາ ເອົາອອກມາແລ້ວ ບໍ່ມີຜູ້ ປະຕິບັດ ກໍຄືເກົ່າ".
ທ່ານເວົ້າ ຕໍ່ໄປວ່າ ເມືອງລາວ ທຸກມື້ນີ້ ເຈົ້າໜ້າທີ່ ຂັ້ນລຸ່ມ ຈະບໍ່ຄ່ອຍຟັງຄວາມ ແລະ ບໍ່ປະຕິບັດ ຕາມຂັ້ນເທິງ ປານໃດ. ຄິດວ່າ ແຕ່ລະຄົນ ບໍ່ວ່າຂັ້ນລຸ່ມ ຫລື ຂັ້ນເທິງ ມີຄວາມສາມາດ ບໍ່ແຕກຕ່າງກັນ ມີພຽງແຕ່ວ່າ ຜູ້ໃດມີ ໂອກາດ ເທົ່ານັ້ນ ແລະ ຜູ້ມີໂອກາດ ໄດ້ຢູ່ຂັ້ນເທິງ ກໍບໍ່ຄ່ອຍມັກ ລົງໄປກວດກາ ການປະຕິບັດງານ ຂອງເຈົ້າໜ້າທີ່ ຢູ່ນອກຕົວເມືອງ ແລະ ບາງຄັ້ງ ກໍສ້າງຜົນ ກະທົບ ຕໍ່ປະຊາຊົນ ຕື່ມອີກ. ທ່ານວ່າ ສິ່ງດັ່ງກ່າວ ບາງຄັ້ງ ຈະເຮັດໃຫ້ ເກີດຄວາມ ຂັດແຍ່ງກັນ ພາຍໃນ ອັນຈະເຮັດໃຫ້ ສັງຄົມ ບໍ່ມີຄວາມສງົບ:
"ກໍບໍ່ເຮັດໃຫ້ ສັງຄົມ ບໍ່ມີຄວາມ ສງົບຄັນສິເວົ້າ ຖ້າຂັ້ນລຸມ ບໍ່ຟັງຂັ້ນເທີງ ຂັ້ນເທິງກໍວ່າດີໆ ແຕ່ວ່າ ຂັ້ນລຸ່ມຂຸ່ນ ຂ້າງໜ້າມັນ ຈະໃສ ແຕ່ວ່າ ທາງພື້ນມັນ ກໍຈະມີ ແຕ່ຂີ້ຕົມ".
ທ່ານເວົ້າມ້ວນທ້າຍວ່າ ການເມືອງ ໃນລາວ ທຸກມື້ນີ້ ມັນເປັນກຸ່ມກັນ ຜູ້ນ້ອຍ ກໍຈະມີ ຜູ້ໃຫຍ່ ຫລື ຜູ້ມີອິດທິພົນ ຄອຍໃຫ້ການ ສນັບສນູນ ຫາກບໍ່ມີຜູ້ໃຫຍ່ ສນັບສນູນ ກໍບໍ່ກ້າ ຂັດຄໍາສັ່ງ ຫລືເຮັດຕ່າງ ຄໍາສັ່ງ ຂັ້ນເທິງໄດ້.