ການເກັບກູ້ລະເບີດ ຕົກຄ້າງໃນລາວ

ສປປ ລາວ ຈະບໍ່ສາມາດ ເກັບກູ້ ລະເບີດ ທີ່ບໍ່ທັນແຕກ ໄດ້ຕາມ ກໍານົດ ຂອງ ສົນທິສັນຍາ.
ສົມເນ
2010.11.15
F-meeting-uxo2 ທ່ານທອງລຸນ ສີສຸລິດ (ຊຸດດໍາ) ຮອງນາຍົກ ຣັຖມົນຕຣີ ຣັຖມົນຕຣີ ການຕ່າງປະເທດ ສປປລາວ ຮ່ວມດ້ວຍຜູ້ຕາງໜ້າ ຈາກຕ່າງປະເທດ ຫລາຍໆທ່ານ ໃນກອງປະຊຸມ ຣັຖພາຄີ ກ່ຽວກັບ ລະເບີດລູກຫວ່ານ
PX/RFA

ກົດຟັງສຽງ

ສປປ ລາວ ຊື່ງເປັນ ປະເທດ ທີ່ຖືກຖິ້ມ ລະເບີດໃສ່ ຫລາຍທີ່ສຸດ ໃນປາງສົງຄາມ ວຽດນາມ ຈະບໍ່ສາມາດ ເກັບກູ້ລະເບີດ ໃຫ້ແລ້ວຕາມທີ່ ລະບຸໄວ້ໃນ ສົນທິສັນຍາ
ເຖິງແມ່ນວ່າ ມີຂໍ້ແມະກໍດີ. ສົນທິສັນຍາ ວ່າດ້ວຍການ ຫ້າມໃຊ້ ລະເບີດລູກຫວ່ານ ລະບຸວ່າ ສໍາລັບ ປະເທດທີ່ ໄດ້ຮັບຜົນ ກະທົບ ຈາກລະເບີດ ບໍ່ທັນແຕກນັ້ນ ຕ້ອງເກັບກູ້ ລະເບີດ ໃຫ້ແລ້ວພາຍ ໃນ 10 ປີ. ສໍາລັບ ສປປ ລາວ ນັ້ນມີຂໍ້ແມະ ໂດຍຕໍ່ເວລາ ໃຫ້ຕື່ມ 4 ປີ. ທາງການລາວ ວ່າ ເຖິງແມ່ນຈະ ຕໍ່ເວລາ ໃຫ້ກໍຈະບໍ່ ສາມາດເກັບກູ້ ໄດ້ຕາມ ກໍານົດ ເພາະວ່າ ລະເບີດ ທີ່ຕົກຄ້າງນັ້ນ ຍັງມີຫລາຍ ຂາດງົບປະມານ ແລະ ວິຊາການ, ດັ່ງທ່ານ ສະເຫລີມໃຊ ກົມມາສິດ ຫົວໜ້າກົມ ການຈັດຕັ້ງ ສາກົນ ກະຊວງການ ຕ່າງປະເທດ ສປປ ລາວ ໄດ້ກ່າວ ໃນກອງປະຊຸມ ຣັຖພາຄີ ວ່າດ້ວຍການ ຫ້າມໃຊ້ລະເບີດ ລູກຫ່ວານ ທີ່ຈັດຂື້ນ ໃນນະຄອນ ຫລວງວຽງຈັນ ເມື່ອວັນທີ່ 11 ພຶສຈິກາ ຜ່ານມາ:

"ສໍາລັບໃນ ສົນທິສັນຍາ ສໍາລັບ ປະເທດທີ່ ໄດ້ຮັບຜົນ ກະທົບ ມັນມີຂໍ້ແມ້ ໂດຍທົ່ວໄປ 10 ປີ ຈະຕ້ອງສາມາດ ເກັບກູ້ ໃຫ້ໄດ້ໝົດ ຖ້າບໍ່ແລ້ວ ມັນຕື່ມອີກ 4 ປີ, ແຕ່ວ່າ ສໍາລັບເຮົານີ້ ຈະຕື່ມອີກ 10-20 ປີ ກໍຍັງບໍ່ແລ້ວ ຍ້ອນວ່າມັນຫລາຍ".

ສປປ ລາວ ບໍ່ໄດ້ເປັນ ປະເທດທີ່ ຜລິດລະເບີດ ແລະ ສະສົມ ລະເບີດລູກຫ່ວານ ແຕ່ເປັນ ປະເທດ ທີ່ໄດ້ຮັບ ຜົນກະທົບ ຈາກລູກລະເບີດ ທີ່ບໍ່ທັນແຕກ. ເຣື້ອງທີ່ວ່າໃຫ້ ສປປ ລາວ ເກັບກູ້ລະເບີດ ທີ່ບໍ່ທັນແຕກ ໃຫ້ແລ້ວຕາມ ກໍານົດນັ້ນ ທາງຝ່າຍລາວ ກໍໜັກໃຈ ເຊັ່ນກັນ:

"ສໍາລັບລາວ ເຮົາໃນການ ປະຕິບັດ ພັນທະ ໂຕນີ້ ແນ່ນອນ 10 ປີ ເຮົາປະຕິບັດ ບໍ່ໄດ້ເນື່ອງຈາກວ່າ ເຮົານີ້ ງົບປະມານ ທີ່ຈະມາໃຊ້ ຕ້ອງໃຊ້ຫລາຍ ຕ້ອງມີ ງົບປະມານ ຕ້ອງມີ ວິຊາການ ທາງດ້ານເທັກນິກ ຕ້ອງສູງ ເພາະວ່າ ໄປເຮັດໂລໆເລໆ ມັນກໍແຕກໃສ່ ດັ່ງນັນຈື່ງ ວ່າມີຄວາມ ຈໍາເປັນຕ້ອງ ໄດ້ຣັບການ ຊ່ວຍເຫລືອ".

ນັບແຕ່ ສປປ ລາວ ໄດ້ເລີ້ມເກັບ ກູ້ລະເບີດ ມາໄດ້ 10 ກ່ວາປີມານີ້ ດ້ວຍການຮ່ວມມື ຂອງສາກົນ, ແຕ່ສາມາດ ເກັບກູ້ໄດ້ ພຽງແຕ່ 25,000 ha ໃນຈໍານວນ ພື້ນທີ່ ທີ່ໄດ້ຮັບ ຜົນກະທົບ ທັງໝົດ ປະມານ 87,000 ກິໂລ ແມaດມົນທົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.