ເຣື້ອງທີ່ເກັບບັນທຶກໄວ້
2023-08-28
ກອງປະຊຸມ ສູນປະສານງານໄຕຣພາຄີ ເພື່ອຊ່ອຍເຫຼືອ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ໃນພາກພື້ນທີ່ເມືອງເມັຍວະດີ ສາທາຣະນະຣັຖ ແຫ່ງສະຫະພາບ ມຽນມ້າ, ຈັດຂຶ້ນເປັນເທື່ອທີ 2 ແລ້ວ ໂດຍໃນເທື່ອນີ້ ມີປະເທດລາວ ໄດ້ເຂົ້າຮ່ວມມື ເປັນປະເທດທີ 4.
2023-08-28
ຊາວວຽດນາມ 5 ຄົນ ທີ່ຖືກລັກພາໂຕ ໃນຂະນະທີ່ມາຮອດ ບ້ານຊຽງກົກ ເມືອງລອງ ແຂວງຫລວງນໍ້າທາ ແລະຂໍ້ມູນຫຼ້າສຸດ ລະບຸວ່າ ຕອນນີ້ ໄດ້ຖືກສົ່ງໄປປະເທດພະມ້າ ແລ້ວ ສ່ວນເຈົ້າໜ້າທີ່ ຕໍາຣວດລາວ ຍັງບໍ່ໄດ້ຮັບຣາຍງານເຣື່ອງນີ້.
2023-08-27
ປະເພນີ ອັນສໍາຄັນ ອີກຢ່າງນຶ່ງ ຂອງຊາວໄທດໍານັ້ນ ກໍຄື ພິທີ ເກັບກະດູກ ຜູ້ທີ່ເສັຽຊີວິຕ ໄປແລ້ວ ແລະ ນໍາເອົາຜີຂຶ້ນເຮືອນ.
2023-08-27
ມູລນິທິ ມໍຣະດົກລາວ ໃນຂົງເຂດ ນະຄອນຫລວງ ວໍຊິງຕັນ ດີຊີ ຈັດໂຄງການສອນນາຕສິລ ແລະ ວັທນະທັມ ຣະດູຮ້ອນຂຶ້ນ ແຕ່ວັນທີ່ 29 ກໍຣະກະດາ ຫາ 5 ສິງຫາ.
2023-08-26
ພາບພະຍົນລາວ ເລື່ອງ “The Signal” ພາບພະຍົນເລື່ອງນີ້ ໄດ້ຖືກຄັດເລືອກໃຫ້ເຂົ້າສາຍ ໃນງານ Film Festival in Shanghai China ເມື່ອເດືອນພຶດສະພາ ປີ 2023 ແລະ ຈະເຂົ້າສາຍໃນໂຮງໜັງ ທີ່ປະເທດລາວ ໃນທ້າຍປີນີ້.
2023-08-26
ເຕືອນ ລະວັງຖືກຄ້າມະນຸສ ເຂົ້າເຂດ ສາມຫຼ່ຽມຄຳ, ທະນາຍຄວາມ ດ້ານສິດທິມະນຸສ ຊາວຈີນ ຖືກຈັບ ຢູ່ນະຄອນຫຼວງວຽງຈັນ, ໂຮງໝໍຣັຖ ຫຼາຍແຫ່ງ ຂາດງົບປະມານ ປິ່ນປົວຄົນເຈັບ.
2023-08-25
ທະນາຄານທຸຣະກິຈ ຂອງໄທຍ ໄດ້ປິດ 4 ສາຂາ ທີ່ເປີດບໍຣິການໃນ ສປປ ລາວ ເຊິງປະກອບມີ ທະນາຄານທະຫານໄທຍ ສາຂານະຄອນຫຼວງວຽງຈັນ, ທະນາຄານກຸງສີອະຍຸທະຍາ ສາຂາແຂວງສວັນນະເຂດ, ທະນາຄານຊີໄອເອັມບີ ສາຂາແຂວງວຽງຈັນ ແລະທະນາຄານກຸງເທບ ສາຂານະຄອນປາເຊ ແຂວງຈໍາປາສັກ.
2023-08-25
ກອງທຶນ ປະກັນສຸຂພາບ ແຫ່ງຊາຕຂອງລາວ ໂອນເງິນໃຫ້ໂຮງໝໍແຂວງສາລະວັນ, ໂຮງໝໍແຂວງຄໍາມ່ວນ ແລະ ໂຮງໝໍແຂວງຊຽງຂວາງ ເພື່ອໃຊ້ໜີ້ຄ່າຢາ ຈໍານວນນຶ່ງແລ້ວ, ແຕ່ຍັງຕິດໜີ້ອີກຫລາຍ ເຊິ່ງເງິນຈຳນວນນີ້ ສາມາດຊ່ວຍເຫຼືອ ໃຫ້ຄົນເຈັບ ຈຳນວນນຶ່ງ ບໍ່ໄດ້ຈ່າຍຄ່າຢາເອງ.
2023-08-25
ສະຖານບັນເທີງ ແລະຮ້ານນວດຈໍານວນນຶ່ງ ຢູ່ເຂດເສຖກິຈ ສະເພາະບໍ່ເຕັນແດນງາມ ແຂວງຫລວງນໍ້າທາໃຫ້ບໍຣິການ ທາງເພດ ແກ່ນັກທ່ອງທ່ຽວຈີນ ຂະນະທີ່ເຈົ້າໜ້າທີ່ ປກສ ແຂວງຫຼວງນ້ຳທາ ບໍ່ສາມາດເຂົ້າໄປກວດເຂດດັ່ງກ່າວ ແຕ່ຈະມີຕຳຣວດສະເພາະກິຈ ຮັບຜິດຊອບໃນເຂດນັ້ນ.
2023-08-25
ທ້າວ ອາລຸນ ພົມມະລາດ ອາຍຸ 24 ປີ, ຊາວບ້ານ ບ້ານດອນສູງ ເມືອງສນາມໄຊ ແຂວງອັດຕະປື ຖືກ ຈັບຢູ່ເລເຊັຍ ແຕ່ວັນທີ 8 ເດືອນ 6 ປີ 2021 ແລະປັດຈຸບັນນີ້ ໄດ້ກັບຄືນບ້ານເກີດແລ້ວ ໃນວັນທີ 23 ເດືອນສິງຫາ 2023 ເຊິ່ງຍາຕິພີ່ນ້ອງລ້ວນແຕ່ດີໃຈ.
2023-08-24
ແມ່ນໍ້າເຊນ້ອຍ ຢູ່ແຂວງ ສວັນນະເຂດ ມີສະພາບຂຸ່ນ ສີແດງ ເຊິ່ງ ຫລາຍພາກສ່ວນເຊື່ອວ່າ ເປັນຍ້ອນ ໂຮງງານປຸງແຕ່ງເຫລັກ ປ່ອຍສານເຄມີລົງນໍ້າ ເຮັດໃຫ້ປະຊາຊົນບໍ່ກ້າໃຊ້ນ້ຳ ຫຼືຫາປາໃນແຫຼ່ງນ້ຳດັ່ງກ່າວ ຂະນະທີ່ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ມີການກວດກາເທື່ອ.
2023-08-24
ຊາວບ້ານ ໃນຫລາຍບ້ານ ຢູ່ເມືອງ ອາດສະພອນ ແຂວງສວັນນະເຂດ ສ້ອມແປງຖນົນ, ແຕ່ບໍ່ສາມາດເດີນທາງໄດ້ສະດວກ ພໍເທົ່າໃດ ພາຍຫລັງໄດ້ຮັບຜົລກະທົບ ຢ່າງໜັກຈາກຝົນຕົກ ເຊິ່ງຊາວບ້ານ ໄດ້ຮັບຄວາມເດືອດຮ້ອນຢ່າງໜັກ.
2023-08-24
ໜ່ວຍງານ ບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນໍ້າ ແລະ ສັດປ່າ ແຂວງເຊກອງ, ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ ເມືອງດາກຈຶງ ໄດ້ລົງກວດກາ ການລັກຂາຍສັດປ່າ ໂດຍສະເພາະສັດປ່າ ປະເພດຫວງຫ້າມ ຢູ່ໃນບັນຊີ 1 ແລະ ສັດປ່າປະເພດຄຸ້ມຄອງ ຢູ່ໃນບັນຊີ 2.
2023-08-23
ປະຊາຊົນລາວ ມີຄວາມສ່ຽງເປັນໂຣກຈິດຫລາຍຂຶ້ນ ສາເຫດເປັນຍ້ອນສະພາເສຖກິຈໃນປັດຈຸບັນ ເປນັຕົ້ນເງິນກີບເຟີ້, ຄ່າຄອງຊີບແພງຂຶ້ນ, ຊີວິດການເປັນຢູ່ຫຍຸ້ງຍາກຫຼາຍ, ໂດຍສະເພາະບໍ່ມີສິດໃນການຮຽກຮ້ອງ ຫຼືວິພາກວິຈານ, ຖ້າເວົ້າຕ້ອງຖືກຈັບເຂົ້າຄຸກ ຫຼື ຫາຍສາບສູນ.
2023-08-23
ແຂວງບໍຣິຄຳໄຊ ປ່ອຍນັກໂທດກ່ອນກຳນົດ ຈຳນວນ 11 ຄົນ ຍ້ອນ ປະພືດດີ ຕາມເງື່ອນໄຂ ຂອງຄ້າຍຄຸມຂັງ-ດັດສ້າງ ສ່ວນປະຊາຊົນບາງສ່ວນເຫັນວ່າ ຄວນຈະມີການອົບຮົມ ຢ່າງດີກ່ອນປ່ອຍອອກສູ່ສັງຄົມ ເພາະອາດເປັນບັນຫາ ໃນພາຍຫຼັງໄດ້.