4 ທະນາຄານ ທຸຣະກິຈຂອງໄທຍ ປິດສາຂາໃນ ສປປ ລາວ

ສຸພັດຕາ
2023.08.25
4 ທະນາຄານ ທຸຣະກິຈຂອງໄທຍ ປິດສາຂາໃນ ສປປ ລາວ ທະນາຄານກຸງສີ ນຶ່ງໃນບັນດາ ທະນາຄານ ທີ່ປິດສາຂາ ຢູ່ແຂວງສວັນນະເຂດ. ເດືອນສິງຫາ ປີ 2023.
ນັກຂ່າວ ພົລເມືອງ

ສໍານັກງານປົກປ້ອງເງິນຝາກ ຫຼື Deposit Protection Office (DPO) ຂອງທະນາຄານແຫ່ງ ສປປ ລາວ ໄດ້ແຈ້ງການເຖິງຜູ້ຝາກເງິນ ທີ່ຝາກເງິນໄວ້ນໍາທະນາຄານທຸຣະກິຈ ທີ່ເປັນສະມາຊິກຂອງສໍານັກງານປົກປ້ອງເງິນຝາກ ຊາບວ່າ ສາຂາທະນາຄານທຸຣະກິຈ ຕ່າງປະເທດ ຈໍານວນ 4 ສາຂາ ທີ່ໄດ້ຍົກເລີກກິຈການດ້ວຍຄວາມສມັກໃຈ ເນື່ອງຈາກສໍານັກໃຫຍ່ ຂອງບັນດາສາຂາທະນາຄານທຸຣະກິຈດັ່ງກ່າວ ໄດ້ມີການປັບປຸງຍຸທສາດ ໃນການດໍາເນີນທຸຣະກິຈ.

ສໍາລັບ 4 ທະນາຄານຕ່າງປະເທດ ທີ່ປິດກິຈການ ແບບຖາວອນໃນລາວ ປະກອບມີ ທະນາຄານທະຫານໄທຍ ສາຂານະຄອນຫຼວງວຽງຈັນ, ທະນາຄານກຸງສີອະຍຸທະຍາ ສາຂາ ແຂວງສວັນນະເຂດ, ທະນາຄານ ຊີໄອເອັມບີ ສາຂາແຂວງວຽງຈັນ ແລະທະນາຄານກຸງເທບ ສາຂານະຄອນປາເຊ ແຂວງຈໍາປາສັກ ທັງໝົດ ເປັນທະນາຄານທຸຣະກິຈ ຈາກປະເທດໄທຍ.

ດັ່ງເຈົ້າໜ້າທີ່ສໍານັກງານປົກປ້ອງເງິນຝາກ ທະນາຄານແຫ່ງ ສປປ ລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ສິງຫາ ນີ້ວ່າ:

“ທີ່ວ່າເພິ່ນເປີດເນາະ ປີ 2019-2020 ແຕ່ວ່າດໍາເນີນເອກກະສານມາ ຫາກໍສໍາເຣັດເນາະ ອີງໃສ່ລະບຽບໃໝ່ໃນກົດໝາຍ ວ່າດ້ວຍທະນາຄານທຸຣະກິຈ ທີ່ປັບປຸງໃໝ່ ໃນປີ 2018 ຫັ້ນ ທະນາຄານຕ່າງປະເທດນີ້ ຈະຕ້ອງມີການເພີ່ມຈົດທະບຽນ ແຕ່ກ່ອນຫັ້ນ ສາຂານຶ່ງ 100 ຕື້ກີບ ເພີ່ມເປັນ 300 ຕື້ກີບເນາະ ສໍານັກງານໃຫຍ່ ເພິ່ນເຫັນວ່າ ເປັນການເພີ່ມຣາຍຈ່າຍ ກະເລີຍປ່ຽນຍຸທສາດ.”

ທ່ານກ່າວຕື່ມອີກວ່າ ສາເຫດທີ່ສາຂາທະນາຄານຂອງໄທຍ ຍົກເລີກກິຈການແບບຖາວອນ ປັດໄຈມາຈາກ ສາຂາ ທະນາຄານເຫຼົ່ານັ້ນ ມີຄົນມາໃຊ້ບໍຣິການໜ້ອຍ ເຮັດໃຫ້ສາຂາທະນາຄານເຫຼົ່ານັ້ນ ມີເງິນໝູນວຽນໜ້ອຍ ຂະນະທີ່ ຣາຍຈ່າຍຂອງສາຂາທະນາຄານ ຍັງເທົ່າເກົ່າ ຫຼື ສູງຂຶ້ນກວ່າເກົ່າ ເຊັ່ນ ຄ່າເຊົ່າພື້ນທີ່, ຄ່າຈ້າງພະນັກງານ, ຄ່າພາສີ-ອາກອນ ແລະຄ່າໃຊ້ຈ່າຍອື່ນໆ.

ນອກຈາກນີ້ ເມື່ອປີ 2018 ທາງການລາວ ໄດ້ປັບປຸງກົດໝາຍວ່າດ້ວຍ ທະນາຄານທຸຣະກິຈ ສບັບປັບປຸງ ປີ 2018 ໃນມາດຕຣາ 12 ລະບຸວ່າ ການເປີດສາຂາທະນາຄານທຸຣະກິຈ ຕ້ອງມີເງິນທຶນ ຈົດທະບຽນຕໍ່າສຸດ 300 ຕື້ກີບ ເຊິ່ງກົດໝາຍສບັບກ່ອນໜ້ານີ້ ຢູ່ທີ່ 100 ຕື້ກີບເທົ່ານັ້ນ.

ການຣະບາດຂອງໂຄວິດ-19 ທີ່ສົ່ງຜົລກະທົບ ຕໍ່ສະພາບເສຖກິຈ-ການເງິນຂອງປະເທດລາວຢ່າງໜັກ ຍິ່ງຕອກຢໍ້າວ່າ ເສຖກິຈ-ການເງິນໃນລາວຍັງບໍ່ຟື້ນໂຕດີ ຂະນະດຽວກັນ ກໍຕ້ອງພະເຊີນກັບສະພາບເງີນກີບອ່ອນຄ່າລົງ, ເງິນເຟີ້ສູງ ເຮັດໃຫ້ຄ່າຄອງສູງແພງຂຶ້ນຫຼາຍ, ພະນັກງານຣັຖກອນເຮັດວຽກໜັກ ແຕ່ບໍ່ມີິເງິນເກັບອອມ, ຊາວລາວບາງຄົນ ກໍຕົກຢູ່ໃນສະພາບວ່າງງານ ຂາດຣາຍໄດ້, ບາງຄົນ ກໍເດີນທາງໄປເກົາຫຼີໃຕ້ ແລະໄທຍ ເພື່ອຫາວຽກເຮັດງານທໍາ ເຊິ່ງກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນລາວຢ່າງໜັກ.

ເຈົ້າໜ້າທີ່ສຳນັກງານປົກປ້ອງເງິນຝາກ ຂອງທະນາຄານແຫ່ງ ສປປ ລາວ ກ່າວກັບແຫຼ່ງຂ່າວ Laotian Times ວ່າ ກົດໝາຍວ່າດ້ວຍ ທະນາຄານການຄ້າ ສບັບປັບປຸງໃໝ່ ລະບຸວ່າ ທະນາຄານການຄ້າຕ່າງປະເທດ ຕ້ອງມີເງິນທຶນລົງທະບຽນເພີ້ມຂຶ້ນ ຈາກ 100 ຕື້ກີບ (5 ລ້ານໂດລ້າຣ໌) ຂຶ້ນເປັນ 300 ຕື້ກີບ (15 ລ້ານໂດລ້າຣ໌). ໃນຂະນະດຽວກັນ ລູກຄ້າສ່ວນຫຼາຍຂອງທະນາຄານໄທຍເຫຼົ່ານີ້ ທີ່ມາລົງທຶນໃນລາວໃນເມື່ອກ່ອນ ຈະພາກັນປິດກິຈການ ແລະຍົກເລີກໂຄງການ ການລົງທຶນຂອງພວກເຂົາໃນລາວ.

ຂະນະທີ່ ເຈົ້າໜ້າທີ່ທະນາຄານກຸງເທບ ສໍານັກງານໃຫຍ່ ປະຈໍານະຄອນຫຼວງວຽງຈັນ ກ່າວວ່າ ທະນາຄານກຸງເທບ ປະຈໍາລາວ ມີຈໍານວນ 2 ສາຂາ ຄື: ສາຂານະຄອນຫຼວງວຽງຈັນ ແລະສາຂານະຄອນປາກເຊ ແຂວງຈໍາປາສັກ, ແຕ່ສະເພາະ ສາຂານະຄອນປາກເຊ ແມ່ນໄດ້ຍົກເລີກກິຈການແບບຖາວອນ ເມື່ອປີ 2019 ທີ່ຜ່ານມາ ເນື່ອງຈາກ ຄົນມາໃຊ້ບໍຣິການໜ້ອຍ ບໍ່ກຸ້ມຄ່າກັບຣາຍຈ່າຍໃນແຕ່ລະເດືອນ ທີ່ຈະຕ້ອງຈ່າຍ ເຊິ່ງມີທັງຄ່າເຊົ່າພື້ນທີ່, ຄ່າຈ້າງພະນັກງານ ແລະຄ່າພາສີ-ອາກອນ.

ພາຍຫຼັງທີ່ຍົກເລີກສາຂາ ນະຄອນປາກເຊແລ້ວ ທະນາຄານກຸງເທບ ກໍໄດ້ແຈ້ງໄປຍັງລູກຄ້າທຸກຄົນ ໃຫ້ມາຖອນເງິນອອກໄປ ຫຼືວ່າ ຫາກໃຜບໍ່ຖອນອອກໄປ ທະນາຄານກຸງເທບ ກໍຈະໂອນຍ້າຍເງິນທັງໝົດ ໄປຢູ່ໃນສາຂານະຄອນຫຼວງວຽງຈັນແທນ ເຊິ່ງເງິນທັງໝົດ ຈະບໍ່ໄດ້ເຮັ່ຍ-ຫາຍໄປບ່ອນໃດ ແລະຍັງເບີກ-ຖອນເງິນ ໄດ້ຕາມປົກກະຕິ.

ປັດຈຸບັນ ທະນາຄານກຸງເທບ ຍັງເປີດໃຫ້ບໍຣິການ ພຽງສາຂາດຽວ ຄື: ສາຂາ ນະຄອນຫຼວງວຽງຈັນ ແລະທາງທະນາຄານກຸງເທບ ປະຈໍາລາວ ກໍຍືນຢັນວ່າ ບໍ່ມີນະໂຍບາຍ ທີ່ຈະປິດ ສາຂານະຄອນຫຼວງວຽງຈັນ ເພາະຍັງມີຄົນມາໃຊ້ບໍຣິການເປັນຈໍານວນຫຼາຍ.

ດັ່ງເຈົ້າໜ້າທີ່ທະນາຄານກຸງເທບ ສາຂານະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ສາຂາວຽງຈັນຂອງເຮົາ ຍັງບໍ່ໄດ້ປີດເດີ້ ມີແຕ່ເຮົາປິດຂອງສາຂາປາກເຊ ແລ້ວບັນຊີທີ່ມີສາຂາຢູ່ປາກເຊນ່າ ຈະໂອນມາຢູ່ໃນສາຂາວຽງຈັນໝົດ ທັງໝົດເລີຍ ເພາະວ່າໄປປິດຢູ່ພຸ້ນແລ້ວ (ປາກເຊ) ຈະລູກຄ້າບໍ່ຫຼາຍ ບໍ່ແມ່ນວ່າ ປິດໂຕລົງ 2-3 ເດືອນຫຼັງນີ້ ບໍ່ແມ່ນ ໃນການປິດ ຂອງທະນາຄານອື່ນ ຂະເຈົ້າໜ້າຈະມີເຫດຜົນ ຂອງຂະເຈົ້າ.”

ກ່ຽວກັບເຣື່ອງນີ້ ຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ທ່ານເອງ ບໍ່ໄດ້ເປີດບັນຊີ ທະນາຄານຂອງໄທຍໄວ້ ເພາະບໍ່ມີຄວາມຈໍາເປັນ ທີ່ຈະຕ້ອງເປີດ ສ່ວນຄົນທີ່ເປີດບັນຊີໄທຍ ສ່ວນໃຫຍ່ຈະເປັນນັກທຸຣະກິຈ, ບໍຣິສັດນໍາເຂົ້າ-ສົ່ງອອກສິນຄ້າ, ບໍຣິສັດໄທຍ ທີ່ເຂົ້າມາເປີດກິຈການໃນລາວ ແລະຄົນຮັ່ງມີ.

ສ່ວນແຈ້ງການ ເຣື່ອງການປິດສາຂາ ທະນາຄານທຸຣະກິຈໄທຍ ຈໍານວນ 4 ສາຂາ ໃນລາວນັ້ນ ບໍ່ແປກໃຈປານໃດ ເພາະຫຼັງຈາກການຣະບາດຂອງໂຄວິດ-19 ເປັນຕົ້ນມາ ປະຊາຊົນລາວສ່ວນໃຫຍ່ ຕ້ອງພະເຊີນກັບສະພາບເສຖກິຈ-ການເງິນທີ່ຕົກຕໍ່າ ຫຼາຍຄົນບໍ່ມີຣາຍໄດ້ ເມື່ອບໍ່ມີຣາຍໄດ້ພຽງພໍ ກໍບໍ່ມີເງິນໄປຝາກທະນາຄານ ເຊິ່ງບໍ່ພຽງແຕ່ທະນາຄານຂອງໄທຍເທົ່ານັ້ນ ແມ້ແຕ້ທະນາຄານທຸຣະກິຈຂອງລາວ ກໍຍັງບໍ່ມີເງິນໄປຝາກຄືກັນ.

ດັ່ງຊາວລາວຜູູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ກະມີແຕ່ພວກມີເງິນຫັ້ນແຫຼະ ພວກເຮັດທຸຣະກິຈ ສ່ວນຫຼາຍແມ່ນການນໍາເຂົ້າ ປະເພດສິນຄ້າ ຄືບາດນີ້ ສະພາບເສຖກິຈຄືແນວນີ້ ເງິນມັນບໍ່ຄ່ອງໂຕ ກະຈໍາເປັນໄດ້ຍຸຕິ ມາເບິ່ງການຫາເງິນກະຍາກ ແນ່ນອນແຫຼະ ມັນກະມີຜົລກະທົບໄປໝົດ ສູ່ອັນຫັ້ນແຫຼະ.”

ຊາວລາວອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ການປິດສາຂາທະນາຄານທຸຣະກິຈໄທຍ ອາຈສົ່ງຜົລກະທົບ ຕໍ່ກຸ່ມຄົນ ທີ່ເຮັດທຸຣະກິຈຊື້-ຂາຍສິນຄ້າກັບໄທຍ ທີ່ຕ້ອງຮັບ-ໂອນເປັນເງິນບາທໂດຍຕຣົງ ແຕ່ຊາວລາວທົ່ວໄປສ່ວນໃຫຍ່ ຈະບໍ່ໄດ້ເປີດບັນຊີ ທະນາຄານໄທຍຢູ່ແລ້ວ ເພາະບໍ່ມີເງິນພຽງພໍ ທີ່ຈະນໍາໄປຝາກ.

ສະພາບເສຖກິຈ-ການເງິນໃນລາວຕອນນີ້ ມີແຕ່ຄົນຫາເຊົ້າ-ກິນຄໍ່າ ແມ້ແຕ່ພະນັກງານຣັຖກອນ ທີ່ມີເງິນເດືອນ ຫຼືນັກທຸຣະກິຈຣາຍຍ່ອຍ ຫາກບໍ່ມີຖານະໝັ້ນຄົ້ງແທ້ໆ ກໍໃຊ້ຊີວິດລໍາບາກຫຼາຍ, ສະນັ້ນແລ້ວ ຈຶ່ງບໍ່ແປກໃຈ ທີ່ທະນາຄານທຸຣະກິຈໄທຍ ຈະປິດສາຂາແບບຖາວອນ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຄັນບໍ່ມີຄົນໄປຝາກແລ້ວ ຂະເຈົ້າກະປິດ ໂອ້ຍ.... ມັນຊິຕາຍແລ້ວເງິນດຽວນີ້ນ່າ ຢູ່ບ້ານເຮົາຈະຫາຫຍັງ ເງິນເດືອນຕໍາຣວດຊື່ໆ ກະຍັງມີແຕ່ 1,800,000 (ກີບ), ທຸຣະກິຈ ກະຍັງຕາຍ ຜູ້ລົງທຶນເຮັດຂາຍເຄື່ອງກະດາຍ.”

ອີງຕາມແຈ້ງການດັ່ງກ່າວ ຍັງລະບຸອີກວ່າ ບັນຊີເງິນຝາກທີ່ບໍ່ມີການເຄື່ອນໄຫວ ເກີນ 6 ປີຂຶ້ນໄປ ໄດ້ໂອນໃຫ້ທະນາຄານແຫ່ງ ສປປ ລາວ ສືບຕໍ່ຄຸ້ມຄອງ ຕາມລະບຽບການ.

ສໍານັກງານປົກປ້ອງເງິນຝາກ ໃນນາມຜູ້ປົກປ້ອງສິດ ແລະຜົນປໂຍດອັນຊອບທໍາຂອງຜູ້ຝາກເງິນ ຈຶ່ງຂໍແຈ້ງມາຍັງຜູ້ຝາກເງິນ ນໍາສາຂາທະນາຄານທຸຣະກິຈໄທຍ ທັງ 4 ສາຂາ ຊາບວ່າ ເງິນຝາກຂອງທ່ານ ທີ່ໄດ້ໂອນໃຫ້ທະນາຄານອື່ນສືບຕໍ່ຄຸ້ມຄອງ ຍັງໄດ້ຮັບການປົກປ້ອງ ຈາກສໍານັກງານປົກປ້ອງເງິນຝາກຕາມລະບຽບການ ເຊິ່ງທ່ານສາມາດ ເຂົ້າໄປພົວພັນ ກັບທະນາຄານທຸຣະກິຈ ທີ່ຮັບການຄຸ້ມຄອງບັນຊີເງິນຝາກຂອງທ່ານໄດ້ ໃນເວລາເປີດໃຫ້ບໍຣິການລູກຄ້າ ເພື່ອຂໍຮັບເງິນຝາກຂອງຕົນຄືນ ຫຼືສາມາດສືບຕໍ່ໃຫ້ບໍຣິການ ຝາກເງິນກັບທະນາຄານເຫຼົ່ານັ້ນ ຕາມຄວາມສມັກໃຈ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.