ລາວ ຈະເຂົ້າຮ່ວມກັບອີກ 3 ປະເທດ ເພື່ອຊ່ວຍເຫຼືອເຫຍື່ອ ການຄ້າມະນຸສ

ໄຊຍາ
2023.08.28
ລາວ ຈະເຂົ້າຮ່ວມກັບອີກ 3 ປະເທດ ເພື່ອຊ່ວຍເຫຼືອເຫຍື່ອ ການຄ້າມະນຸສ ເອກະສານ ທີ່ທາງການໄທຍເຜີຍແຜ່ ທັງພາສາລາວ, ພາສາໄທຍ ແລະ ພາສາອັງກິດ ເພື່ອໃຫ້ປະຊາຊົນ ເຂົ້າໃຈ ແລະ ລະຫວັງ ຖືກຄ້າມະນຸສ. ທີ່ດ່ານຊາຍແດນ ລະຫວ່າງແຂວງບໍ່ແກ້ວ ສປປ ລາວ ແລະ ແຂວງຊຽງຮາຍ ຂອງໄທຍ. ວັນທີ 10 ກໍຣະກະດາ 2023.
RFA

ວັນທີ 16 ສິງຫາ 2023 ທີ່ຜ່ານມາ ທ່ານ ພົນຕຳຣວດເອກ ສຸລະເຊດ ຫັກພານ ຮອງຜູ້ບັນຊາການ ຕຳຣວດແຫ່ງຊາຕ ກ່າວຕໍ່ກອງປະຊຸມ ສູນປະສານງານໄຕຣພາຄີ ເພື່ອຊ່ອຍເຫຼືອ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ໃນພາກພື້ນທີ່ເມືອງເມັຍວະດີ ສາທາຣະນະຣັຖແຫ່ງ ສະຫະພາບມຽນມ້າ ວ່າການຈັດຕັ້ງ ສູນສະເພາະກິຈ ເພື່ອຊ່ອຍເຫຼືອ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸສ ເປັນຄວາມຮ່ວມມື ລະຫວ່າງໜ່ວຍງານ ບັງຄັບໃຊ້ກົດໝາຍທັງ 3 ປະເທດຄື ໄທຍ ຈີນ ແລະ ພະມ້າ ເພື່ອປາບປາມອາຊະຍາກັມ ຂ້າມຊາຕໂດຍສະເພາະ ການຕົວະຍົວະເອົາຄົນໄປເຮັດວຽກ ຕອບແຊັດ ຫຼືແກ້ງຄອລເຊັນເຕີຣ໌ ເຊິ່ງກອງປະຊຸມ ນີ້ຈັດຂຶ້ນເປັນເທື່ອທີ 2 ແລ້ວໂດຍໃນເທື່ອນີ້ ມີປະເທດລາວ ເຫັນເຖິງຄວາມສຳຄັນ ແລະ ໄດ້ເຂົ້າຮ່ວມມື ເປັນປະເທດທີ 4.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກະຊວງປ້ອງກັນຄວາມສງົບ ທີ່ບໍ່ປະສົງອອກຊື່ ແລະຕໍາແໜ່ງກ່າວວ່າ ກະຊວງປ້ອງກັນຄວາມສງົບ ມີແຜນຈະເຂົ້າຮ່ວມຈັດຕັ້ງ ສູນສະເພາະກິຈເພື່ອຊ່ອຍເຫຼືອ ປະຊາຊົນລາວ ຜູ້ເຊິ່ງຖືກເຄາະຮ້າຍ ຈາກການຄ້າມະນຸສ ຢູ່ເມືອງເມັຍວະດີ ປະເທດພະມ້າ ແລະ ແຜນດັ່ງກ່າວຍັງຢູ່ໃນຂັ້ນຕອນ ການພິຈາຣະນາ ເພື່ອອະນຸມັດແຜນຈາກຂັ້ນເທິງ.

ດັ່ງທ່ານໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 28 ສິງຫາ ນີ້ວ່າ:

ອັນນີ້ຍັງຢູ່ໃນຂັ້ນຕອນ ການພິຈາຣະນາຂອງຝ່າຍລາວ ຢູ່ເພາະວ່າມັນຢູ່ຂັ້ນຕອນພາຍໃນພິຈາຣະນາ ຂັ້ນຕອນພາຍໃນຕາມອັນນ່າຂັ້ນຕອນ ພາຍໃນຂອງ ສປປ ລາວ ຕາມຫຼັກ ການຂອງພາຍໃນຂອງເຮົາ ຢູ່ເພາະວ່າເຮົາມີແຜນແລ້ວແຕ່ວ່າ ຖ້າອະນຸມັດແຜນຢູ່ມີຄວາມຄືບໜ້າ ແນວໃດ ແລ້ວພວກເຮົາຈັ່ງຊິແຈ້ງ ເປັນທາງການໃຫ້ທາງແຕ່ລະປະເທດ ແລ້ວຊິ  ຖແລງຂ່່າວ ແລ້ວກໍມີແຕ່ລໍຖ້າເບິ່ງຜົລການພິຈາຣະນາ ພຸ້ນແຫຼະ.

ເຈົ້າໜ້າທີ່ສະຖານທູດ ພະມ້າປະຈໍາປະເທດລາວກ່າວວ່າ ກະຊວງປ້ອງກັນຄວາມສງົບ ຂອງລາວ ກັບ ກະຊວງປ້ອງກັນ ຄວາມສງົບ ແຫ່ງຊາຕພະມ້າ ໄດ້ມີການປະສານງານເພື່ອແກ້ໄຂ ບັນຫາປະຊາຊົນລາວ ຜູ້ເຄາະຮ້າຍ ຈາກການຄ້າມະນຸສ ຢູ່ເມືອງເມັຍວະດີ ຢູ່ຕລອດ ແລະຕ້ອງໃຊ້ເວລາ ໃນການຕິດຕາມ ແລະ ຊ່ອຍເຫຼືອ ເນື່ອງຈາກເປັນເຣື່ອງລະອຽດອ່ອນ ແຕ່ກໍຫວັງວ່າພໍ່ແມ່ຜູ້ປົກຄອງ ຂອງຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ຈະໄດ້ຮັບຂ່າວດີ.

ດັ່ງທ່ານກ່າວວ່າ:

ເຂົາເຈົ້າກໍປະຕິບັດຢູ່ຕລອດເດ້ລະ ໂດຍການປະສານງານກັນ, ໂດຍລະຫວ່າງຣັຖບານຫັ້ນນ່າ ກະຊວງປ້ອງກັນຄວາມສງົບບ້ານເຂົາ ເຖິງກະຊວງປ້ອງກັນຄວາມສງົບບ້ານເຮົາ. ທັງນີ້ ທັງນັ້ນ ກໍຕ້ອງຂຶ້ນກັບການແຈ້ງມາ ຂອງສະຖານທູດລາວ ປະຈຳຢູ່ມຽນມ້າພຸ້ນ ເປັນຈັ່ງໃດ ຄວາມຄືບໜ້າຫັ້ນນ່າ ເພາະວ່າພວກເຮົາ ຢູ່ລາວພີ້ ບໍ່ສາມາດຊິຕິດຕາມໄດ້ ໃກ້ຊິດປານນັ້ນ ມັນຕ້ອງໃຊ້ເວລາແດ່ຫັ້ນແຫຼະ. ຄັນຊິເວົ້າໃນແງ່ຄວາມລະດຽດອ່ອນ ຫຼາຍຈຸດຫັ້ນເນາະ ແຕ່ເຮົາກໍຫວັງວ່າ ຄືຊິໄດ້ຮັບຂ່າວດີ ຢູ່ດອກ.

ເຈົ້າໜ້າທີ່ ກອງບັນຊາການຕຳຣວດ ແຫ່ງຊາຕ ປະຈຳປະເທດໄທຍ ກ່າວວ່າ ກອງປະຊຸມສູນປະສານງານ ໄຕຣພາຄີ ເພື່ອຊ່ອຍເຫຼືອ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ໃນພື້ນທີ່ເມືອງເມັຍວະດີ ສາທາຣະນະຣັຖ ແຫ່ງສະຫະພາບ ມຽນມ້າ ນັ້ນຈະມີຄັ້ງຕໍ່ໄປເລື້ອຍໆ ເພື່ອຊ່ອຍເຫຼືອ ຜູ້ຕົກເປັນເຫຍື່ອຄ້າມະນຸສ ຢູ່ເມັຍວະດີ ປະເທດພະມ້າ.

ດັ່ງຍານາງກ່າວວ່າ:

ຊ່ອຍເຫຼືອຜູ້ຕົກເປັນເຫຍື່ອ ຄ້າມະນຸສແຖວເມັຍວະດີ ຂອງພະມ້າຄັ້ງນີ້ ເຮົາບໍ່ໄດ້ປະຊຸມເປັນຄັ້ງທຳອິດ ເຮົາປະຊຸມເປັນຄັ້ງທີສອງ ແລ້ວຈະຕ້ອງມີການປະຊຸມ ຄັ້ງຕໍ່ໆໄປ.”

ດ້ານພໍ່ແມ່ຜູ້ປົກຄອງ ຂອງເຫຍື່ອຄ້າມະນຸສ ຢູ່ກາສິໂນໂກໄຊ ໃນເມືອງເມັຍວະດີ ປະເທດພະມ້າກ່າວວ່າ ຮູ້ສຶກດີໃຈຫຼາຍ ພາຍຫຼັງທີ່ຮັບຮູ້ຂ່າວວ່າ ປະເທດລາວເຂົ້າຮ່ວມຈັດຕັ້ງ ສູນປະສານງານ ຊ່ອຍເຫຼືອຜູ້ເສັຍຫາຍ ຈາກການຄ້າມະນຸສ ໃນເມືອງເມັຍວະດີ ຍ້ອນລໍຖ້າການຊ່ອຍເຫຼືອ ຈາກທາງການລາວ ມາເປັນປີແລ້ວ ລູກໂຕເອງກໍຄິດຮອດເຮືອນ ຢາກກັບເຮືອນທີ່ສຸດແລ້ວ. ຫຼ້າສຸດວັນທີ 27 ກໍຣະກະດາ 2023 ທີ່ຜ່ານມາລູກຫຼານລາວ ທີ່ເຮັດວຽກເປັນພະນັກງານ ຕອບແຊັດຢູ່ກາສິໂນໂກໄຊ ກໍຖືກໄຟຟ້າຊັອດ ຍ້ອນເຮັດວຽກໂທ ຫຼືແຊັດຕົວະເອົາເງິນ ຜູ້ອື່ນບໍ່ໄດ້ ແລະລັກລົມນໍາພໍ່ແມ່ ຜູ້ປົກຄອງ.

ດັ່ງທ່ານກ່າວວ່າ:

“ຄັນພາກຣັຖເຮົາຊ່ອຍເຫຼືອ ມີແຜນມີແຜນການໃຫ້ຊ່ອຍເຫຼືອ ປະຊາຊົນຄືແນວນັ້ນຫັ້ນນ່າ ກໍດີໃຈຫຼາຍລໍຖ້າຢູ່ ຈັກມາເປັນປີແລ້ວ ເຂົາກໍຢາກມາສຸດແລ້ວຄິດຮອດພໍ່ແມ່ ຢາກັກບບ້ານກັບເຮືອນສຸດແລ້ວ ຄີດຮອດພໍ່ແມ່ ຢາກກັບບ້ານກັບເຮືອນສຸດແລ້ວ ແຕ່ບໍ່ຮູ້ຊິເຮັດແນວໃດຕາຍບໍ່ໄດ້ ມີເຮົາຢູ່ ວັນທີ 27 ເດືອນ 7 ນີ້ ເຂົາຈັບໄດ້ໃສ່ລະບຽບໄຟຊັອດ ຈຸເດັກນ້ອຍເຂົາເຮັດວຽກບໍ່ໄດ້ແດ່ ແລ້ວກໍເຂົາລັກເຂົ້າເຟສ ເຂົ້າມືຖືແຊັດຫາພໍ່ແມ່ ຊັອດໝົດທຸກຄົນ ບາງຄົນກໍເກືອບຕາຍຫັ້ນແຫຼະ ກໍຊ່ວງນີ້ເຂົາກໍຈັບໄດ້ບໍ່ຮູ້ຫຼີ້ນ ບໍ່ໄດ້ແຊັດ ບໍ່ໄດ້ໂທ ບໍ່ຮູ້ຂ່າວຫຍັງເລີຍນ່າ ຊ່ວງນີ້ນ່າ.”

ດ້ານພໍ່ແມ່ຜູ້ປົກຄອງ ຂອງເຫຍື່ອຄ້າມະນຸສ ຢູ່ຄາສິໂນ ໂກໄຊ ເມືອງເມັຍວະດີ ປະເທດພະມ້າ ອີກທ່ານໜຶ່ງກ່າວວ່າໂຕເອງຮູ້ສຶກດີໃຈ ນຳປະເທດລາວເຂົ້າຮ່ວມມື ກັບຫຼາຍປະເທດເພື່ອຊ່ອຍເຫຼືອ ຄ້າມະນຸສ ຈາກເມືອງເມັຍວະດີ ຍ້ອນລູກຊາຍໂຕເອງ ກໍຍັງຕົກເປັນເຫຍື່ອ ທີ່ລໍຖ້າການຊ່ອຍເຫຼືອ ຢູ່ອີກທັງປັດຈຸບັນໂຕເອງຕິດຕໍ່ ຫາລູກຊາຍບໍ່ໄດ້ເປັນເວລາ 2-3 ເດືອນແລ້ວ ຍ້ອນຫົວໜ້າ ສັ່ງໃຫ້ລູກຢຸດການສື່ສານ ກັບພໍ່ແມ່ຜູ້ປົກຄອງ.

ຖ້າວ່າມີການເຄື່ອນໄຫວແນວນັ້ນ ເຮົາກໍດີໃຈນຳແຫຼະຜູ້ບໍ່ໄດ້ມາຫັ້ນນ່າ ເຮົາກໍເປັນຫ່ວງຢູ່ເນາະບໍ່ໄດ້ຕິດຕໍ່ລູກຫັ້ນລະ ແມ່ນ 2-3 ເດືອນແລ້ວ ເພາະວ່າເຂົາບໍ່ໄດ້ໃຊ້ໂທລະສັບ ມີແຕ່ອັນຢ້ານແຕ່ອັນເຂົາຫຼອກລວງເນາະ ບໍ່ໃຫ້ເດັກນ້ອຍຫັ້ນເວົ້າຫັ້ນນ່າ ເຂົາກໍວ່າ ເອີບໍ່ເປັນຫຍັງ ເປັນຫຍັງແຕ່ຄວາມຈິງຫັ້ນເຈົາເຮັດແນວໃດ ເຮົາກໍບໍ່ຮູ້ເນາະ.

ທ່ານ ເສີນ ໄຫ່ ເອກອັກຄະຣາຊທູດຈີນ ປະຈຳພະມ້າອອກຖແລງການ ຮ່ວມເມື່ອວັນທີ 22 ສິງຫາ 2023 ຮ່ວມກັບທູດໄທຍ ແລະ ລາວ ຈະພະຍາຍາມເຮັດທຸກທາງ ໃນການປະສານງານກັບພະມ້າ ເພື່ອດຳເນີນການຊອກຫາ ຊ່ອຍເຫຼືອ ປາບປາມການຫຼອກລວງ ແລະ ແກ້ໄຂອາຊຍາກັມ ທີ່ເກີດຂຶ້ນໂດຍສະ ເພາະການພະນັນ ແລະ ການສໍ້ໂກງອອນລາຍນ໌ ທີ່ແຜ່ຫຼາຍໃນພະມ້າ ກຳລັງເປັນອັນຕະຣາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຢ່າງຫຼວງຫຼາຍ.

ສໍາລັບກອງປະຊຸມດັ່ງກ່າວ ໃນເທື່ອທີ 2 ນີ້ໄດ້ມີການຫາລື ກ່ຽວກັບສະຖານທີ່ຕັ້ງ ສູນປະສານ ງານເຊິ່ງຄາດວ່າ ຈະຕັ້ງສູນໃນພື້ນທີ່ ແຂວງຊຽງໃໝ່ ປະເທດໄທຍ ລວມທັງມີການຈັດທຳແຜນປະຕິບັດການ ຮ່ວມເພື່ອແຕ່ງຕັ້ງເຈົ້າໜ້າທີ່ ປະສານງານແຕ່ລະປະເທດທັງຍັງມີແຜນທີ່ຈະຂຍາຍ ຄວາມຮ່ວມມືເພີ່ມໄປອີກ 2 ປະເທດຄື ກັມພູຊາ ແລະ ວຽດນາມ ລວມໄປເຖິງຕຳຣວດສາກົລ ແລະ UN ຈະຮ່ວມສັງເກດການ ສູນດັ່ງກ່າວດ້ວຍ. ນອກນັ້ນ ຈະມີການຜັກດັນ ໃຫ້ມີການປະຕິບັດການ ຮ່ວມກັນໃນການປາບປາມ ແກ້ງຄອລເຊັນເຕີ້ຣ໌ ໂດຍທາງການຈີນ ຈະມີການສນັບສນູນ ໃນການຝຶກອົບຮົມ ເຈົ້າໜ້າທີ່ລວມໄປເຖິງງົບປະມານ ແລະ ເທັກໂນໂລຈີ ການປະຕິບັດການຕ່າງໆ ນຳດ້ວຍ.

ນອກຈາກນີ້ ວິທຍຸເອເຊັຽ ເສຣີ ໄດ້ຕິດຕໍ່ຫາ ພົລຕໍາຣວດເອກ ສຸລະເຊດ ຫັກພານ, ກະຊວງ ການຕ່າງປະເທດ ກົມກົງສູນ ປະຈຳລາວ, ສະຖານທູດລາວ ປະຈຳພະມ້າ, ສະຖານທູດໄທຍ ປະຈຳພະມ້າ ແລະ ສະຖານທູດຈີນ ປະຈຳພະມ້າ ແຕ່ບໍ່ໄດ້ຮັບການຕິດຕໍ່ກັບ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.