ຍາດພີ່ນ້ອງ ຕ້ອນຮັບ ທ້າວອາລຸນ ກັບຄືນບ້ານເກີດ ດ້ວຍຄວາມອົບອຸ່ນ
2023.08.25
ທ້າວ ອາລຸນ ຫຼື “ຈ່ອຍ” ພົມມະລາດ ອາຍຸ 24 ປີ, ຊາວບ້ານ ບ້ານດອນສູງ ເມືອງສນາມໄຊ ແຂວງອັດຕະປື ໄປເຮັດວຽກເປັນກັມມະກອນ ໃນສວນຢາງພາຣາ ຢູ່ມາເລເຊັຍ ໄດ້ປະມານ 4 ປີ ລາວຖືກ ເຈົ້າໜ້າທີ່ຕໍາຣວດມາເລເຊັຍຈັບ ແຕ່ວັນທີ 8 ເດືອນ 6 ປີ 2021 ແລະຂາດການຕິດຕໍ່ ກັບຄອບຄົວ ມາໄດ້ 1 ປີປາຍ ຈົນມາຮອດວັນທີ 23 ເດືອນສິງຫາ 2023 ນີ້ ໄດ້ກັບຄືນປະເທດແລ້ວ.
ດັ່ງຜູ້ເປັນອ້າຍ ຂອງທ້າວອາລຸນ ກ່າວດ້ວຍຄວາມດີໃຈ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ສິງຫາ 2023 ວ່າ:
“ໂອ້ ດີມົກດີໃຈຫຼາຍແຫຼະ ນ້ອງເອີ່ຍ ຫາອັນປຽບປາມບໍ່ໄດ້ແຫຼະ ສໍ່າເກີດໃໝ່ແຫຼະດີໃຈ ມື້ຄືນນີ້ກະນອນເກືອບບໍ່ຫຼັບ ຄຶດດີໃຈຫຼາຍ ທີ່ໄດ້ນ້ອງຊາຍກັບມາດີແຫຼະ ບໍ່ຄຶດບໍ່ຝັນແຫຼະ ວ່າຊິໄດ້ກັບມາແບບນີ້ ໄດ້ມາກະດີໃຈຫຼາຍທີ່ສຸດ ຫາອັນປຽບປານບໍ່ໄດ້ແຫຼະ.”
ຂະນະດຽວກັນ ເອື້ອຍຂອງທ້າວ ອາລຸນ ຜູ້ທີ່ນຶ່ງ ກໍກ່າວຄືກັນວ່າ:
“ດີໃຈ ພູມໃຈຫັ້ນແຫຼະ ລະກະມາປັບ ບໍ່ອຶດແຕ່ພີ່ນ້ອງພີ່ນຸ່ງ ເພິ່ນມາເບິ່ງມາຢາມເພິ່ນ ໃຜກະຖາມວ່າຕຸ້ຍ ໃຜກະເຫັນວ່າເພິ່ນຕຸ້ຍ ທັງຕຸ້ຍທັງດໍາ ພີ່ນ້ອງເຕັມເຮືອນເລີຍ ມາລໍຖ້າເພິ່ນ.”
ເອື້ອຍຜູ້ທີ່ສອງ ຂອງທ້າວອາລຸນ ເລົ່າໃຫ້ຟັງ ໃນມື້ໄປຮັບນ້ອງຊາຍ ຢູ່ສນາມບິນນັ້ນວ່າ:
“ຕອນມື້ວັນທີ 23 ຫັັ້ນບໍ ເຫັນຍົນມັນລົງມາ ກະພາກັນ ສອງຄົນເອື້ອຍກັບນ້ອງ ແລ່ນໄປໜ້າປະຕູ ບ່ອນເຂົາຮັບຫັ້ນລະ ມັນເຮັດອິສັງບໍ່ຖືກເລີຍຕອນນັ້ນນ່າ ມັນຕື່ນເຕັ້ນດີໃຈ ອັນມືນັ້ນຖືກ້ອງໄວ້ເລີຍຢູ່ ລໍຖ້າຖ່າຍຮູບນ້ອງຫັ້ນນ່າ ຟ້າວແລ່ນໄປຫາອັນນັ້ນ ເຫັນທາງເຈົ້າໜ້າທີ່ເພິ່ນກະ ຂອບອົກຂອບໃຈເພິ່ນ ດີໃຈແຮງໃດ໋ຕອນນັ້ນ ລະກະພາກັນອອກເມືອເລີຍຕອນນັ້ນຫັ້ນ ເມືອຮອດຄິວຣົຖຄິວຫຍັງ ລະກະຖາມເພິ່ນຣາຍລະອຽດເປັນຈັ່ງໃດຈັ່ງໃດ ມັນເວົ້າສູ່ຟັງຈັ່ງຊັ້ນຈັ່ງຊີ້ນັ້ນລະ ມັນກະເລົ່າສູ່ຟັງນັ້ນລະ ມັນກະພຍາຍາມ ໂທຫາພີ່ຫານ້ອງຢູ່ຕອນຖືກຈັບ ເອື້ອຍນ້ອງທາງນັ້ນບໍ່ຮັບໂທຣະສັບ.”
ຜູ້ເປັນເອື້ອຍຜູ້ນີ້ ຍັງຝາກຄວາມເຖິງ ເຈົ້າໜ້າທີ່ ສະຖານທູດລາວ ປະຈໍາປະເທດມາເລເຊັຍ ນັ້ນວ່າ:
“ຈັ່ງໃດ ກະຂອບອົກຂອບໃຈ ທາງສະຖານທູດ (ທູດລາວ ປະຈໍາມາເລເຊັຍ) ແດ່ເດີ້ ຊ່ວຍເຫຼືອນ້ອງຊາຍ ທ້າວອາລຸນ ຈົນມາຮອດບ້ານຮອດເຮືອນ. ຫາອ້ອມກອດຂອງພໍ່ຂອງແມ່ ຈັ່ງໃດກະຕ້ອງຂໍຂອບໃຈ ທາງສະຖານທູດ ລະທາງນ້ອງຫັ້ນລະ ທີ່ເປັນສື່ສານໃຫ້ເອື້ອຍ ຈົນໄດ້ຮູ້ໄດ້ເຫັນ ຈົນວ່າປະສົບຜົນສໍາເຣັດ ມາຮອດທຸກມື້ນີ້ນິ່ໄດ້ຮູ້ຂ່າວ ຈົນວ່າໄດ້ເອົານ້ອງຊາຍ ມາຮອດບ້ານຈັ່ງຊີ້. ຈັ່ງໃດກະດີອົກດີໃຈ ກະຂອບອົກຂອບໃຈຫຼາຍໆ ນໍານ້ອງທັງສອງ ຂໍໃຫ້ນ້ອງທັງສອງຫັ້ນລະ ທັງ ສະຖານທູດເພິ່ນນໍາ ຂໍໃຫ້ໜ້າທີ່ການງານ ຈະເຣີນຮຸ່ງເຮືອງກ້າວໜ້າ ສູງໆຂຶ້ນໄປຮອດພຽງຟ້າພຸ້ນລະ. ດີອົກດີໃຈຂອບອົກຂອບໃຈນໍາເພິ່ນ ທີ່ເພິ່ນເປັນທຸຣະໃຫ້ນ້ອງຊາຍ ຂອງເອື້ອຍ ຈົນໄດ້ມາຮອດບ້ານຮອດເຮືອນ ບໍ່ມີອີ່ຫຍັງຊິຕອບບຸນແທນຄຸນ ທັງສອງທ່ານຫັ້ນ ກະມີແຕ່ຂອບອົກຂອບໃຈນີ້ລະ.”
ພ້ອມດຽວກັນນີ້ ອ້າຍຂອງທ້າວອາລຸນ ຜູ້ດຽວກັນກັບຂ້າງເທິງ ຝາກຄວາມເຖິງເຈົ້າໜ້າທີ່ ສະຖານທູດລາວ ປະຈໍາປະເທດມາເລເຊັຍ ເຊັ່ນດຽວກັນ ວ່າ:
“ກະຂໍຂອບໃຈ ເຖິງອັນນັ້ນນ່າ ເຈົ້າໜ້າທີ່ສະຖານທູດເພິ່ນເນາະ ທີ່ໄດ້ຊອກຄົ້ນຫາ ນ້ອງຊາຍຂອງຂ້າພະເຈົ້ານີ້ ຈົນໄດ້ພົບໄດ້ພໍ້ ຈົນປະມານຕັ້ງແຕ່ຮູ້ຂ່າວມາ ກະແຕ່ເດືອນ 1 ປີ 2022 ເນາະ ກະໄດ້ມາຮອດມື້ນີ້ ກະເກືອບ 6-7 ເດືອນ ກະຖືວ່າໄວທີ່ສຸດແຫຼະ ດີມົກດີໃຈຫຼາຍ ບໍ່ມີຫຍັງຊິຝາກຊິຝັງ ມີແຕ່ນໍ້າໃຈເນາະ ຂໍຂອບມົກຂອບໃຈນໍາເພິ່ນ ໃນມີອາຍຸໝັ້ນຂວັນຍືນ ລະກະວຽກງານຂອງເພິ່ນ ກະເດີນແມ່ນແລ່ນສະດວກ ກະເປັນສ່ວນຕົວແລະສ່ວນລວມເນາະ.”
ສໍາລັບຄະດີ ຂອງທ້າວອາລຸນ ທີ່ລາວຖືກຈັບນັ້ນ ເຈົ້າໜ້າທີ່ສະຖານທູດລາວ ປະຈໍາປະເທດມາເລເຊັຍ ທ່ານນຶ່ງ ແຈ້ງໃຫ້ຮູ້ວ່າ:
“ຄະດີຂອງອາລຸນ ນີ້ເນາະ ຄ້າຍໆປະມານແມ່ນມີ ສານກ່ຽວກັບສິ່ງເສບຕິດ ປະມານນີ້ແຫຼະ ແຕ່ເຮົາກະບໍ່ຮູ້ວ່າ ຢູ່ນີ້ (ປະເທດມາເລເຊັຍ) ມັນຮ້າຍແຮງຫຼາຍສໍ່າໃດ ສໍາລັບໂຕຄະດີຂອງລາວ ແຕ່ວ່າ ຂອງລາວກະພົ້ນໂທດ ວ່າງປີກາຍນີ້ເນາະ ແຕ່ວ່າລາວຢູ່ມາຕໍ່ນີ້ ປີນຶ່ງ ໄດ້ນິ່. ທີ່ເຮົາຊອກຫາລາວຫັ້ນນ່າ ຕັ້ງແຕ່ລາວ ສິ້ນສຸດຄະດີມານີ້ ກະມານ ປີນຶ່ງລະ.”
ກ່ອນໜ້ານີ້ ວິທຍຸ ເອເຊັຽ ເສຣີ ກໍໄດ້ຣາຍງານກ່ຽວກັບບັນຫາ ຂອງທ້າວອາລຸນ ພົມມະລາດ ມາຕລອດ ເພື່ອຊ່ອຍໃຫ້ລາວ ໄດ້ກັບບ້ານ ດ້ວຍການພົວພັນ ກັບສະຖານທູດລາວ ໃນມາເລເຊັຍ ໃນທີ່ສຸດ ລາວກໍໄດ້ກັບບ້ານ.
ທ້າຍສຸດນີ້ ວິທຍຸເອເຊັຽເສຣີ ຂໍສະແດງຄວາມຂອບໃຈ ຕໍ່ເຈົ້າໜ້າທີ່ ສະຖານທູດລາວ ປະຈໍາປະເທດມາເລເຊັຍ ທີ່ໄດ້ໃຫ້ຄວາມກະຈ່າງແຈ້ງ ຕໍ່ວິທຍຸເອເຊັຽເສຣີ ຕລອດມາ ກ່ຽວກັບການຊ່ອຍເຫຼືອຄົນງານລາວ ໃຫ້ກັບມາສູ່ຄອບຄົວ ດ້ວຍຄວາມປອດໄພ ໃນຄັ້ງນີ້.