ບໍຣິຄຳໄຊ ປ່ອຍນັກໂທດ ກ່ອນກຳນົດ 11 ຄົນ
2023.08.23

ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການປ້ອງກັນຄວາມສງົບ ແຂວງບໍຣິຄໍາໄຊ ປ່ອຍນັກໂທດກ່ອນກໍານົດ ຕໍ່ຜູ້ທີ່ມີມາຕຖານ ເງື່ອນໄຂຄົບຖ້ວນ ຕາມ ລະບຽບຂອງຄ້າຍຄຸມຂັງ-ດັດສ້າງ ຫລື ເປັນນັກໂທດ ທີ່ປະຕິບັດຕົວດີ ຈໍານວນ 11 ຄົນ ໃນນັ້ນມີ ແມ່ຍິງ 1 ຄົນ ໃນມື້ວັນທີ 14 ສິງຫາ 2023 ທີ່ຜ່ານມານີ້.
ດັ່ງ ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍຣິຄໍາໄຊ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 23 ສິງຫາ ນີ້ວ່າ:
“ປ່ອຍຕົວກ່ອນກໍານົດ ບຸກຄົນທີ່ປະຕິບັດໂທດ ໃກ້ຊິໝົດໂທດ ຫລື ມີຜົລງານຊິນ່າ ມີການປ່ຽນແປງດີແລ້ວ ມີການອະໄພ ແລ້ວ ກະຫລຸດຜ່ອນໂທດຊ່ວຍຫັເນນ່າ ເພື່ອເປັນແບບຢ່າງໃຫ້ ຜູ້ທີ່ປະຕິບັດໂທດຢູ່ໃນຫັ້ນ.”
ຈໍານວນນັກໂທດ ທີ່ຖືກປ່ອຍ ກ່ອນກໍານົດ ທັງໝົດ 11 ຄົນ ແມ່ນເປັນບຸກຄົນ ທີ່ມີຄວາມກິນແໜ່ງ ແຄງໃຈ ຕໍ່ການກະທໍາ ຄວາມຜິດຂອງຕົນເອງ, ມີຄວາມບຸກບືນ, ຫ້າວຫັນ ໃນການປັບປຸງປ່ຽນແປງຕົວເອງ ທາງດ້ານແນວຄິດ, ຈິດໃຈ ແລະ ການກະທໍາ ມີຜົລງານທີ່ດີເດັ່ນ ໃນຂະບວນການອອກແຮງງານ ແລະ ຕັ້ງໜ້າປະຕິບັດໂທດ, ກົດຣະບຽບວິນັຍ ຂອງຄ້າຍຄຸມຂັງ-ດັດສ້າງ ຢ່າງເຂັ້ມງວດ ເປັນແບບຢ່າງທີ່ດີ ໃຫ້ນັກໂທດດ້ວຍກັນ ຈຶ່ງໄດ້ຮັບການອະໄພໂທດ, ຫລຸດຜ່ອນໂທດ ແລະ ປ່ອຍຕົວ ຕາມແນວທາງ ນະໂຍບາຍ ຂອງພັກ-ຣັຖຂັ້ນເທິງ ເຊິ່ງກໍານົດໄວ້ 2 ຄັ້ງ ຕໍ່ປີ.
ສໍາລັບນັກໂທດ ທີ່ໄດ້ຮັບການປ່ອຍຕົວ ກ່ອນກໍານົດໃນຄັ້ງນີ້ ສ່ວນໃຫຍ່ເປັນຖືກຄະດີລັກຊັບ ແລະ ຢາເສບຕິດ ບໍ່ແມ່ນຄະດີໃຫຍ່ ແລະ ຄະດີການເມືອງ, ອີກຢ່າງນຶ່ງ ນັກໂທດ ສ່ວນໃຫຍ່ ກໍຍັງເປັນຊາວໝຸ່ມລາວ ທີ່ພ້ອມຈະອອກໄປເຮັດວຽກ ແລະຢູ່ ກັບຄອບຄົວຂອງຕົນ.
ຫາກນັກໂທດ ທີ່ຖືກປ່ອຍກ່ອນກໍານົດ ຫລື ນັກໂທດທີ່ໄດ້ຮັບອະໄພໂທດ ຕາມວາຣະຕ່າງໆ ອອກຈາກຄຸກໄປແລ້ວ ແຕ່ໄປກະທໍາຄວາມຜິດອີກ ຫາກຖືກຈັບໄດ້ ຈະຖືກດໍາເນີນຄະດີຕາມກົດໝາຍ ໃນທັນທີ ໂດຍບໍ່ມີການກ່າວເຕືອນ, ສຶກສາອົບຮົມ ຄືກັບຄັ້ງ ທໍາອິດທີ່ກະທໍາຄວາມຜິດ.
ດັ່ງ ເຈົ້າໜ້າທີ່ ປກສ ແຂວງບໍຣີຄໍາໄຊ ທ່ານດຽວກັນນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
“ຖ້າຫາກວ່າ ເຈົ້າຍັງມີການພົວພັນ ຍັງມີການ ປະຕິບັດ ເທື່ອໜ້າ ຖ້າຫາກມັນຮຸນແຮງແນວໃດຫັ້ນນ່າ ເຈົ້າໜ້າທີ່ສືບຮູ້ ຫລືວ່າ ກັກຕົວໄດ້ ຈະໄດ້ສົ່ງ ໃຫ້ສານຕັດສິນ ຕາມຂບວນຍຸຕິທັມ.”
ຂະນະທີ່ຊາວໜຸ່ມຜູ້ນຶ່ງ ແລະ ຍັງເປັນເຈົ້າໜ້າທີ່ທ້ອງຖິ່ນ ໃນແຂວງບໍຣິຄໍາໄຊ ກ່າວວ່າ ການປ່ອຍຕົວນັກໂທດ ຖືເປັນເຣື່ອງທີ່ດີ ສໍາລັບນັກໂທດ ແລະ ຄອບຄົວຂອງພວກຂະເຈົ້າ ແຕ່ເຈົ້າໜ້າທີ່ຄ້າຍຄຸມຂັງ-ດັດສ້າງ ຕ້ອງໝັ້ນໃຈ ແລະ ຍັ່ງຍືນຢ່າງຄັກແນ່ວ່າ ນັກໂທດທີ່ຮັບການປ່ອຍຕົວມານັ້ນ ຈະບໍ່ທໍາຄວາມຜິດອີກ ເພາະຕາມການສັງເກດ ໃນໄລຍະຜ່ານມາ ສ່ວນໃຫຍ່ ຈະກັບໄປກະທໍາຄວາມຜິດອີກ.
ສາເຫດທີ່ເຮັດໃຫ້ນັກໂທດ ທີ່ໄດ້ຮັບການປ່ອຍອອກມາແລ້ວ ຫລື ນັກໂທດໃໝ່ ຕ້ອງຖືກຈັບເຂົ້າໄປຄ້າຍຄຸມຂັງ-ດັດສ້າງ ແມ່ນມາຈາກການເຂົ້າພົວພັນກັບຢາເສບຕິດ ໂດຍສະເພາະ ໃນປັດຈຸບັນ ມີສິ່ງເສບຕິດຫລາຍຊນິດ ທີ່ສາມາດເຂົ້າເຖິງໄດ້ງ່າຍ ເປັນຕົ້ນ ນ້ໍາກະທ່ອມ, ໃບກະທ່ອມ, ກັນຊາ, ກາເຟມ່ວນ, ຢາສູບໄຟຟ້າ ແລະ ຢາບ້າ.
ທ່ານເອງ ໃນຖານະທີ່ເປັນພໍ່-ແມ່ ຂອງຊາວໝຸ່ມລາວ ພະຍາຍາມກ່າວເຕືອນ ບັນຫາ ແລະ ໄພຂອງຢາເສບຕິດ ແຕ່ຊາວໝຸ່ມລາວໃນປັດຈຸບັນ ກໍບໍ່ຄ່ອຍຮັບຟັງປານໃດ ເພາະເປັນໄວ ທີ່ມີຄວາມຢາກຮູ້ ຢາກລອງ ຢາເສບຕິດຫລາຍຂຶ້ນ ກໍອາຈຖືກຈັບເຂົ້າຄຸກ ກາຍເປັນຄະດີຄວາມ ຄືໃນປັດຈຸບັນນີ້.
ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ເຂົາອອກໄປ ແຮງໜັກກ່ວາເກົ່າ ຄືເວົ້າຫັ້ນແຫລະເນາະ ລູກເຈົ້າຫລານຂ້ອຍ ຄິດຍາກນໍາເຂົາ ລູກຫລານກະ ເວົ້າກະຄືເວົ້າແລ້ວ ບອກເທື່ອນຶ່ງ ເຮົາກະເວົ້າຫລາຍ ພັດເຂົາຊັງເດ້ ເຂົາບໍ່ຟັງຄວາມດອກ ລູກຫລານກະ.”
ຊາວລາວອີກຜູ້ນຶ່ງ ໃນແຂວງຄໍາມ່ວນ ກ່າວວ່າ ນັກໂທດທີ່ຖືກຈັບເຂົ້າຄຸກ ແລະ ຖືກປ່ອຍຕົວອອກມານັ້ນ ສ່ວນໃຫຍ່ ເປັນກຸ່ມຊາວໝຸ່ມລາວ ທີ່ຖືກຄະດີກ່ຽວກັບ ຢາເສບຕິດ ແລະລັກຊັບ ສະນັ້ນແລ້ວ ແນວທາງ ໃນການແກ້ໄຂບັນຫາ ຂອງຣັຖ ຄືຕ້ອງເລັ່ງປາບປາມ ບັນຫາຢາເສບຕິດ ບໍ່ໃຫ້ມີການຣະບາດໄປທົ່ວ.
ປັດຈຸບັນ ມີຊາວໝຸ່ມລາວ ເຂົ້າພົວພັນກັບສິ່ງເສບຕິດກັນ ຫລາຍຂຶ້ນ ໂດຍສະເພາະຕາມຜັບ-ບາຣ໌ ແລະ ຮ້ານກິນດື່ມ ເຊິ່ງ ເປັນແຫລ່ງມົວເມົາ ເຮັດໃຫ້ຊາວໝຸ່ມລາວ ຕົກຢູ່ໃນຄວາມສ່ຽງ ທີ່ຈະກໍ່ອາດຊະຍາກັມ ຫລື ໄປປຸ້ນຈີ້ ລັກຊັບ ຂອງປະຊາຊົນ ຈົນກາຍເປັນຄະດີຄວາມໄດ້.
ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ຖືວ່າເປັນປາດົດການຍໍ້ທໍ້ ອັນນຶ່ງທີ່ມີ ຄວາມສ່ຽງຕໍ່ຫລາຍໆກຸ່ມຄົນ ຕາມ ນະໂຍບາຍຂອງພັກ-ຣັຖບານ ຮອດປັດຈຸບັນນີ້ ຖືວ່າ ຕ້ອງໄດ້ແກ້ໄຂ ຕິດຕາມ ໃນການກວດກາ ບໍ່ໃຫ້ລູກຫລານ ຕົກເຂົ້າຢູ່ໃນຄວາມສ່ຽງ ຢາເສບຕິດ.”
ຊາວລາວອີກຜູ້ນຶ່ງ ໃນແຂວງວຽງຈັນ ກ່າວວ່າ ເຈົ້າໜ້າທີ່ຄ້າຍຄຸມຂັງ-ດັດສ້າງ ທຸກແຫ່ງ ຕ້ອງໄດ້ສືກສາ, ອົບຮົມ ນັກໂທດ ທຸກຄົນ ໃຫ້ມີຄວາມຄິດ, ຈິດໃຈ ທີ່ປ່ຽນແປງຢ່າງຄັກແນ່ ກ່ອນຈະປ່ອຍຕົວອອກມາ ເພາະຫາກປ່ອຍອອກມາແລ້ວ ແຕ່ບໍ່ມີການສຶກສາ, ອົບຮົມ ນັກໂທດເຫລົ່ານັ້ນ ກໍມັກຈະກັບໄປກະທໍາ ຄວາມຜິດອີກ ໂດຍສະເພາະກຸ່ມຊາວໝຸ່ມລາວ ທີ່ເຂົ້າພົວພັນກັບຢາເສບຕິດ.
ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ນັກໂທດປ່ອຍແລ້ວກະຄືເກົ່າ ເວົ້າເຣື້ອງການສຶກສາອົບຮົມ ກ່າວເຕືອນ ມົ່ວສູມຢາເສບຕິດຕ່າງໆ ເພາະວ່າບາງທີກໍຈະແມ່ນເດັກ.”
ໃນມື້ວັນທີ 18 ກໍຣະກະດາ 2023 ທີ່ຜ່ານມາ ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ແຂວງຫົວພັນ ກໍໄດ້ປ່ອຍນັກໂທດກ່ອນກໍານົດ ຈໍານວນ 11 ຄົນ ທີ່ຖືກຄະດີລັກຊັບ, ລັກພາຕົວ ແລະ ຢາເສບຕິດ ເພື່ອໃຫ້ຂະເຈົ້າກັບຄືນສູ່ຄອບຄົວ ໂດຍສາເຫດທີ່ປ່ອຍຕົວນັກໂທດເຫລົ່ານັ້ນ ເຊິ່ງແຕ່ລະຄົນລ້ວນແຕ່ມີ ຄວາມຕື່ນຕົວ ມີຄວາມກ້າວໜ້າ ໃນການຝຶກອົບຣົມ ຈິດໃຈຕົວເອງ ມີຄວາມຮູ້ສຶກ ກິນແໜ່ງແຄງໃຈ ທີ່ເຄີຍໄດ້ກະທໍາຄວາມຜິດມາກ່ອນ ແລະ ປະຕິບັດຕາມຣະບຽບ ຂອງຄ້າຍຄຸມຂັງ-ດັດສ້າງໄດ້ເປັນຢ່າງດີ.
ທ່ານພັນເອກ ໄຊຍະວົງ ແກ້ວສຸລິວົງ ຣອງກົມຕໍາຣວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສງົບ ໄດ້ຣາຍງານ ເມື່ອຕົ້ນປີ 2023 ວ່າ ຕລອດໄລຍະຜ່ານມາ ກົມຄ້າຍຄຸມຂັງ-ດັດສ້າງ ທຸກຂັ້ນ ໄດ້ເອົາໃຈໃສ່ ຢ່າງເຂັ້ມງວດ ໂດຍສະເພາະ ການສຶກສາອົບຣົມການເມືອງ-ແນວຄຶດ ພັທນາພື້ນຖານການຜລິຕ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ນັກໂທດ, ຜູ້ ຕ້ອງຫາ ແລະຜູ້ຖືກຫາດັດສ້າງ ຢູ່ບັນດາ ຄ້າຍຄຸມຂັງປະຈໍາພາກ ໃຫ້ມີຄວາມສງົບ-ປອດໄພໂດຍພື້ນຖານ.
ປັດຈຸບັນ ນັກໂທດຜູ້ຖືກຫາ ແລະ ຜູ້ຖືກດັດສ້າງທົ່ວປະເທດ ລວມມີປະມານ 35,000 ປາຍຄົນ ມີແມ່ຍິງປະມານ 3,400 ປາຍຄົນ ໃນຈໍານວນດັ່ງກ່າວມີ ນັກໂທດຕ່າງປະເທດ ປະມານ 400 ປາຍຄົນ ແລະ ຜູ້ຖືກຫາ 380 ປາຍຄົນ (ຜູ້ຖືກຫາ ໝາຍເຖິງ ບຸກຄົນທີ່ຖືກນໍາມາດໍາເນີນຄະດີ ພາຍຫລັງມີຄໍາສັ່ງເປີດການສຶບສວນ-ສອບສວນ).
ໃນປີ 2022 ທີ່ຜ່ານມາ ທາງການລາວ ໄດ້ມີການປ່ອຍຕົວນັກໂທດກ່ອນກໍານົດ ແລະ ນັກໂທດ ທີ່ໄດ້ຮັບ ອະໄພໂທດ ຕາມວາຣະຕ່າງໆ ລວມທັງໝົດ 1,992 ຄົນ ໃນນັ້ນ ເປັນຄົນຕ່າງປະເທດ 25 ຄົນ.
ປີ 2021 ມີນັກໂທດ ທີ່ໄດ້ຮັບການປ່ອຍຕົວກ່ອນກໍານົດ ແລະ ນັກໂທດທີ່ໄດ້ຮັບ ອະໄພໂທດ ຕາມວາຣະຕ່າງໆ ລວມທັງໝົດ 1,377 ຄົນ ໃນນັ້ນ ກັບຄືນມາກະທໍາຜິດອີກ 38 ຄົນ.