ທາງການລາວປ່ອຍນັກໂທດ ປະພຶດດີ
2018.10.12

ທາງການນະຄອນຫຼວງວຽງຈັນ ປ່ອຍຕົວນັກໂທດຈຳນວນ 53 ຄົນກ່ອນກຳໜົດ ໃນວັນທີ 8 ຕຸລາ ຜ່ານມາຍ້ອນປະພຶດດີ ໃນຣະຫວ່າງ ທີ່ຖືກຂັງຄຸກແຕ່ມີເງື່ອນໄຂ ຫາກເຮັດຜິດອີກກໍຈະເພີ້ມໂທດ ທີ່ຍັງເຫຼືອໃສ່ໃນໂທດໃໝ່ ແລະຈະບໍ່ມີການ ຜ່ອນໂທດອີກ. ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ຕຳຣວດ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 11 ຕຸລານີ້ວ່າ:
“ຕຳຣວດກໍ່ຈະໄດ້ຕິດຕາມວ່າ ເອີ່ປ່ອຍໄປແລ້ວ ໄປເຮັດຫັຍງແດ່ບໍ່ໃຫ້ຂະເຈົ້າໄປກະທຳຜິດຕື່ມ ແລະພັທນາຕົນເອງ ແນວໃດ ຄັນອອກມາ ແລ້ວ ຈະປະກອບອາຊີບໄດ້ບໍ່ ອອກມາແລ້ວກະຊິເປັນຄົນດີ ຕຳຫຼວດຈະຕິດຕາມວ່າ ເຂົາຈະເຮັດ ອາຊຍາກັມ ອີກຕື່ມ ບໍ່ຫັ່ນນາ.”
ສຳຫຼັບນັກໂທດ ທີ່ຖືກປ່ອຍຕົວກ່ອນກຳໜົດນັ້ນ ສ່ວນຫຼາຍແມ່ນນັກໂທດ ຄະດີຢາເສພຕິດ 48 ຄົນ, ໂທດຄາຕກັມ 1 ຄົນ, ປຸ້ນຊັພ 1 ຄົນ, ຂົ່ມຂືນ 1 ຄົນ ແລະ ໂທດລັກພາຕົວ 1 ຄົນ, ບໍ່ມີນັກໂທດການເມືອງ.
ຫຼັງຈາກປ່ອຍອອກໄປແລ້ວ ເຈົ້າໜ້າທີ່ຕຳຣວດ ກໍຈະຕິດຕາມເບິ່ງພຶດຕິກັມ ຂອງຜູ້ພົ້ນໂທດ ພ້ອມທັງໃຫ້ອຳນາດ ການປົກຄອງທ້ອງຖິ່ນ ເປັນຕົ້ນ ປກສ ບ້ານ ຊ່ອຍຕິດຕາມ ແລະຣາຍງານພຶຕິກັມ ຂອງພວກກ່ຽວ ຫາກມີການກະທຳຜິດອີກ ກໍຈະຈັບຕົວມາ ລົງໂທດໜັກຂຶ້ນ ກວ່າເກົ່າ.
ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນຈຳນວນນຶ່ງ ຍັງຢ້ານກົວ ວ່າຜູ້ກະທຳຜິດ ຈະອອກມາເຮັດຜິດຄືນອີກ ໂດຍສະເພາະ ນັກໂທດຄາຕກັມ, ປຸ້ນຊັພ ແລະຂົ່ມຂືນລັກພາຕົວ, ດັ່ງປະຊາຊົນ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນ ນັ້ນວ່າ:
“ກໍ່ຢ້ານຢູ່ ຄັນເປັນພວກຄາດຕະກັມ ພວກປຸ້ນຊິງຊັບ ຈັ່ງຊີ້ຫັ້ນນາ ແບບພວກຕິດຢາອີກ ກໍ່ຢ້ານແຫລະເນາະ ຄັນອອກມາແລ້ວ ກໍ່ແບບວ່າ ສິແບບວ່າ ສົມມຸດວ່າ ສັງຄົມບໍ່ໃຫ້ໂອກາດບໍ ຫຼືວ່າຂະເຈົ້າຍັງ ບໍ່ມີໂອກາດ ຈັ່ງຊີ້ຫັ້ນນາ ມັນກໍ່ສິສາມາດກັບໄປ ແລ້ວບາດນີ້ ກໍ່ຢ້ານອາດຊິ ມີມາ ທຳຊໍ້າອີກຫັ້ນນາ ຄັນອອກມາແລ້ວ ພວກປ່ອຍໂຕຫັ້ນກໍ່ໍ່ໄດ້ ແມ່ນໝາຍຄວາມວ່າ ຕ້ອງແມ່ນເຂົາສິໄປເປັນຄົນດີ ຈັ່ງຊີ້ຫັ້ນນາ.”
ປະຊາຊົນທ່ານນີ້ກ່າວຕື່ມວ່າ ຂະເຈົ້າກໍຢາກໃຫ້ໂອກາດ ກັບຜູ້ເຮັດຜິດຍ້ອນທຸກຄົນມີໂອກາດຜິດພາດໄດ້ ແຕ່ວ່າຖ້າຫາກທາງການປ່ອຍໂຕ ນັກໂທດ ອອກມາແລ້ວ ແລະນັກໂທດຜູ້ນັ້ນ ໄປກະທຳຜິດແບບເກົ່າອີກ ຫຼືກໍ່ຄະດີອື່ນໆອີກ ທາງການກໍຕ້ອງ ຮັບຜິດຊອບເຣື່ອງນີ້ນໍາດ້ວຍ.