ເຣື້ອງທີ່ເກັບບັນທຶກໄວ້
2022-04-26
ຄົນລາວ 117 ຄົນ ຖືກຕຳຣວດໄທຍຈັບໄດ້ ໃນຂະນະທີ່ຖືກນາຍຈ້າງຖິ້ມໄວ້ ເຂດເມືອງປາກຊ່ອງ ແຂວງນະຄອນຣາຊສີມາ, ໃນຈຳນວນ 117 ຄົນນີ້ເປັນເດັກນ້ອຍ 7 ຄົນ ແລະທັງໝົດຖືກສົ່ງກັບປະເທດ ໂດຍບໍ່ມີການລົງໂທດ ເພາະເປັນການຜ່ອນພັນ ຈາກທາງການໄທຍ ເຖິງແມ່ນວ່າ ຄົນລາວທັງໝົດ ຈະມີຄວາມຜິດ ຕາມກົດໝາຍ ຄົນເຂົ້າເມືອງກໍຕາມ.
2022-04-26
ແຂວງຈຳປາສັກ ຈະຂຍາຍເຂດພື້ນທີ່ ການທ່ອງທ່ຽວ ຫວັງນຳຣາຍໄດ້ ຈາກນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາກະຕຸ້ນເສຖກິຈ ໂດຍສະເພາະໂຄງການ ທ່ອງທ່ຽວສີຂຽວ ທີ່ໄດ້ເປີດ ໄລຍະທີ່ 1 ມາແລ້ວ, ແລະປະກົດວ່າ ມີນັກທ່ອງທ່ຽວ ຈາກຕ່າງປະເທດ ຈຳນວນໜ້ອຍ ທີ່ເຂົ້າມາທ່ຽວລາວ ເພາະຄວາມຫຍຸ້ງຍາກ ໃນຂັ້ນຕອນ ການປະກອບເອກະສານ ແລະອື່ນໆ ທີ່ເປັນອຸປະສັກ ຕໍ່ການມາທ່ຽວລາວ.
2022-04-26
ທາງການລາວ ປະກາດໃຫ້ຜູ້ໃຊ້ຣົຖ ທຸກປະເພດໄປເສັຽຄ່າທຳນຽມທາງ ຕາມກຳນົດໄລຍະເວລາ ທີ່ລະບຸໄວ້ ຖ້າບໍ່ດັ່ງນັ້ນ ກໍຈະຖືກປັບໃໝ, ໃນຂະນະທີ່ປະຊາຊົນ ຢາກໃຫ້ທາງການລາວ ເລັ່ງປັບປຸງເສັ້ນທາງ ທີ່ເປ່ເພໃຫ້ຢູ່ສະພາບ ທີ່ສາມາດໃຊ້ງານໄດ້ ຢ່າງປອດພັຍ ເນື່ອງຈາກວ່າ ມີການເກັບເງິນຄ່າທຳນຽມທາງ ໃນແຕ່ລະປີ, ແຕ່ໃນທາງກົງກັນຂ້າມ ຖນົນຫົນທາງ ບໍ່ມີການສ້ອມແປງ ຫຼືຖືກປ່ອຍປະລະເລີຍ ໂດຍສະເພາະແມ່ນ ໂຄງຮ່າງພື້ນຖານ ໃນການສັນຈອນ.
2022-04-26
ຊາວບ້ານຈຳນວນນຶ່ງ ປະກາດຂາຍເຮືອນຈັດສັນ ນາເຕີຍ ຈາກໂຄງການຣົຖໄຟ ລາວ-ຈີນ ຢູ່ແຂວງຫຼວງນໍ້າທາ, ເຖິງແມ່ນວ່າ ການມອບ-ຮັບເຮືອນຈັດສັນ ຍັງບໍ່ຮູ້ວ່າຈະເກີດຂຶ້ນໄດ້ມື້ໃດ, ເຮືອນຈັດສັນດັ່ງກ່າວ ແມ່ນຈະມອບໃຫ້ຜູ້ທີ່ເສັຍດິນ ໃຫ້ກັບໂຄງການທາງຣົຖໄຟ ລາວ-ຈີນ ຕາມການຊົດເຊີຍ ຈາກໂຄງການທາງຣົຖໄຟ ລາວ-ຈີນ, ຊຶ່ງຊາວບ້ານຈຳນວນນຶ່ງ ບໍ່ພໍໃຈກັບກັບເຮືອນທີ່ຈະໄດ້ຮັບ ຈຶ່ງປະກາດຂາຍລ່ວງໜ້າໄວ້.
2022-04-26
ເຂື່ອນພູງອຍ ເປັນອີກນຶ່ງໂຄງການເຂື່ອນ ໃນແມ່ນ້ຳຂອງ ທີ່ຈະສ້າງຢູ່ພາກໃຕ້ຂອງລາວ ຊຶ່ງກໍນຳຄວາມວິຕົກກັງວົນ ມາໃຫ້ພາກປະຊາສັງຄົມ ໂດຍສະເພາະໃນປະເທດໄທຍ ທີ່ອາດໄດ້ຜົລກະທົບ ຂ້າມພົມແດນ ໃນຂະນະທີ່ຜູ້ພັທນາໂຄງການ ເຂື່ອນດັ່ງກ່າວ ກໍໄດ້ເຣີ່ມກະຕຣຽມ ເພື່ອເຂົ້າສູ່ຂະບວນການ ປຶກສາຫາລື ລ່ວງໜ້າ ຕໍ່ຄະນະກັມມາທິການ ແມ່ນ້ຳຂອງສາກົນ ແລະຕຣຽມພ້ອມເພື່ອໃຫ້ ປະເທດຕ່າງໆ ທີ່ມີຄວາມກ່ຽວພັນ ກັບແມ່ນ້ຳຂອງພິຈາຣະນາເຫັນດີ.
2022-04-25
ຊາວບ້ານພໍໃຈ ກັບຄ່າຊົດເຊີຍດິນ ທີ່ນັກລົງທຶນລາວ ເອົາດິນສວນໝາກໄມ້ ໄປເປັນແຫລ່ງທ່ອງທ່ຽວ ຄົບວົງຈອນ ຢູ່ບ້ານຈ່ານໃຕ້ ເມືອງຈອມເພັດ ແຂວງຫລວງພຣະບາງ.
2022-04-25
ມີປະຊາຊົນ ຈຳນວນບໍ່ໜ້ອຍ ໄດ້ຮັບຜົລກະທົບ ຈາກໂຄງການຂຸດຄົ້ນແຮ່ທາດ ຂອງບໍຣິສັດຈີນ ແລະ ວຽດນາມ ໃນແຂວງອັດຕະປື ທີ່ມີໂຄງການ ເຖິງ 61 ໂຄງການ, ເຊິ່ງຜົລກະທົບນັ້ນ ກໍມີທຸກຮູບແບບ ໜັກ-ເບົາ ແຕກຕ່າງກັນໄປ ທີ່ຂຶ້ນກັບແຕ່ລະບໍຣິສັດ ຈະມີມາຕຖານສ່ຳໃດ ໃນການຈັດການ.
2022-04-25
ຊາວບ້ານ ໃນນະຄອນຫຼວງວຽງຈັນ ເດືອດຮ້ອນ ຍ້ອນພາກສ່ວນທີ່ຮັບຜິດຊອບ ບໍ່ມາເກັບຂີ້ເຫຍື້ອ ເປັນເວລາດົນ ຊຶ່ງເປັນໜ້າທີ່ຄວາມຮັບຜິດຊອບ ຂອງ ຫ້ອງການ ຄຸ້ມຄອງ ແລະບໍຣິການຕົວເມືອງວຽງຈັນ, ຖືກແຕ່ປ່ອຍປະລະເລີຍ ເຮັດໃຫ້ຂີ້ເຫຍື້ອສົ່ງກິນເໝັນ ສ້າງຄວາມເດືອດຮ້ອນ ໃຫ້ປະຊາຊົນ ຫຼາຍເມືອງ ໃນນະຄອນຫຼວງວຽງຈັນ, ຍິ່ງໄປກວ່ານັ້ນ ປະຊາຊົນບາງຄົນ ຈຳເປັນຕ້ອງໄດ້ຈ່າຍ ຄ່າບໍຣິການເພີ່ມຕື່ມ ເພື່ອຈະໃຫ້ໜ່ວຍງານຮັບຜິດຊອບ ມ້ຽນຂີ້ເຫຍື້ອ.
2022-04-25
ຈີນກຳລັງເປີດ ຂະບວນຣົຖໄຟ ຂົນສົ່ງສິນຄ້າ ຜ່ານທາງຣົຖໄຟ ລາວ-ຈີນ ອີກຂະບວນນຶ່ງ ຈາກເມືອງເສີນຢາງ ແຂວງຫຼຽວໜີງ ທາງພາກ ຕາເວັນອອກສຽງເໜືອ ຂອງຈີນ, ໃນຂະນະທີ່ສິນຄ້າລາວ ທີ່ຈະສົ່ງໄປປະເທດຈີນ ຍັງເປັນບັນຫາ ເນື່ອງຈາກ ທາງການຈີນ ມີມາຕການຫຼາຍຢ່າງ ທີ່ເປັນອຸປະສັກ ຕໍ່ການຂົນສົ່ງສິນຄ້າ ຂອງລາວ ຜ່ານທາງຣົຖໄຟ ລາວ-ຈີນ.
2022-04-25
ເຖິງແມ່ນວ່າ ທ່ານຜຸຍ ຊນະນິກອນ ຈະບໍ່ມີ ໜ້າທີ່ສໍາຄັນ ໃນດ້ານການເມືອງ ແຕ່ປະກົດວ່າ ຍັງມີຜູ້ປອງຮ້າຍ ເອົາຊີວິຕທ່ານ ຈົນນັກການທູຕຕ່າງປະເທດ ແນະນໍາໃຫ້ທ່ານ ເດີນທາງໄປຕ່າງປະເທດຊົ່ວຄາວ.
2022-04-24
ກອງປະຊຸມ ສຸດຍອດຜູ້ນຳອາຊຽນ ແລະ ສະຫະຣັຖອາເມຣິກາ ຫຼື ກອງປະຊຸມອາຊຽນ-ສະຫະຣັຖ ທີ່ມີກຳນົດຈັດຂຶ້ນໃນວັນທີ 12-13 ພຶສພາ ທີ່ຈະມາເຖິງນີ້ ຈະບໍ່ມີຜູ້ນຳພະມ້າ ແລະ ຜູ້ນຳຟິລິປີນສ໌ ເຂົ້າຮ່ວມ.
2022-04-23
ຂົນສົ່ງເຄື່ອງ ຈາກຈີນ ຫຼ້າຊ້າ ພາກທຸຣະກິຈ ເດືອດຮ້ອນ, ປ່າສງວນ ຢູ່ແຂວງເຊກອງ ຖືກບຸກລຸກເພື່ອ ການຜລິດ ແລະ ຊາວບ້ານ ເມືອງວຽງໄຊ ກັງວົນ ຜົລກະທົບ ຂອງໂຄງການບໍ່ແຮ່.
2022-04-23
ການຈ່າຍຄ່າຊົດເຊີຍ ຜູ້ໄດ້ຮັບຜົລກະທົບ ຈາກໂຄງການຣົຖໄຟ ຊັກຊ້າ ແລະ ຫຍຸ້ງຍາກຫລາຍ ພ້ອມທັງ ການກຳນົດລາຄາ ບໍ່ສົມເຫດສົມຜົລ ແຕ່ປະຊາຊົນ ກໍຈຳໃຈ ຍອມຮັບເອົາ.
2022-04-22
ຜູ້ປະກອບການ ຣົຖເມໂດຍສານ ກຳລັງຕົກຢູ່ໃນ ສະຖານະຫຍຸ້ງຍາກ ເນື່ອງຈາກວ່າ ຜູ້ໃຊ້ບໍຣິການຣົຖເມໜ້ອຍລົງ, ໃນຂະນະທີ່ຄ່າໂດຍສານແພງຂຶ້ນ ຍ້ອນຄາລານ້ຳມັນທີ່ປັບສູງຂຶ້ນ ຢ່າງຕໍ່ເນື່ອງ, ສ່ວນຜູ້ໂດຍສານຣົຖເມ ກໍ່ມີທາງເລືອກອື່ນເຊັ່ນ ໃຊ້ບໍຣິການຣົຖໄຟ ລາວ-ຈີນ ແທນ, ເຖິງແມ່ນວ່າ ປີ້ຣົຖໄຟແພງກວ່າ ກໍຕາມ ແຕ່ກໍໃຊ້ເວລາ ເດີນທາງໄວກວ່າຣົຖເມ ແລະຣົຖໂດຍສານ ປະເພດອື່ນ.
2022-04-22
ນັກລົງທຶນຈີນ ກຳລັງປະກາດຫາ ຄົນງານທີ່ຈະມາເຮັດວຽກ ໃຫ້ບໍຣິສັດຂອງຕົນ ຢູ່ເຂດພັທນາກວມລວມ ໄຊເສດຖາ, ບັນດາໂຮງຈັກ, ໂຮງງານ ແລະຫົວໜ່ວຍທຸຣກິຈຕ່າງໆ ເຣີ່ມເລັ່ງເຄື່ອງ ເຂົ້າມາເປີດກິຈການ ຢູ່ພາຍໃນ ເຂດເສຖກິຈແຫ່ງນີ້ ແລະ ນັກລົງທຶນສ່ວນໃຫຍ່ ແມ່ນມາຈາກຈີນ ໃນຈຳນວນ 52 ບໍຣິສັດ, ດ້ວຍເຫດນີ້ ບັນດາຄົນງານລາວ ທີ່ຈະສມັກເຂົ້າເຮັດວຽກ ກັບບໍຣິສັດຕ່າງໆ ຕ້ອງສາມາດເວົ້າ ແລະເຂົ້າໃຈພາສາຈີນ ເປັນພື້ນຖານ.