ສຳນັກຂ່າວ BenarNewsໄດ້ຣາຍງານ ວ່າ ໃນກອງປະຊຸມສຸດຍອດຜູ້ນຳ ອາຊຽນ-ສະຫະຣັຖ ທີ່ມີກຳນົດຈັດຂຶ້ນໃນວັນທີ 12-13 ພຶສພາ ຢູ່ວໍຊິງຕັນ ດີຊີ ສະຫະຣັຖອາເມຣິກາ ຈະບໍ່ເຊີນເອົາ ພົນເອກ ມິນອອງລາຍ ຜູ້ນຳທະຫານພະມ້າ ເຂົ້າມາຮ່ວມ.
ນອກຈາກນີ້ ມີຄາດການວ່າ ປະທານາທິບໍດີ Rodrigo Duterte ຂອງຟິລິປິນສ ທີ່ມີກຳນົດໝົດວາລະການດຳລົງຕຳແໜ່ງ ໃນເດຶອນມິຖຸນາທີ່ຈະມາເຖິງນີ້ ກໍຈະບໍ່ປະກົດຢູ່ໃນທີ່ປະຊຸມເຊັ່ນດຽວກັນ.
ຂ່າວຍັງຣາຍງານວ່າ ນັບແຕ່ໄດ້ດຳລົງດຳແໜ່ງເປັນເວລາ 6 ປີ ປະທານາທິບໍດີ Duterte ບໍ່ເຄີຍມາຢ້ຽມຢາມ ວໍຊິງຕັ້ນດີຊີ ຍ້ອນວ່າ ບັນຄວາມສຳພັນກັບ ສະຫະຣັຖ ອາເມຣິກາ.
ການປະຊຸມທີ່ຈະມີຂຶ້ນ ໃນວັນທີ 12-13 ພຶສພາ ລະຫວ່າງ ຜູ້ນຳອາຊຽນ ແລະ ຜູ້ນຳສະຫະຣັຖ ນັ້ນ ເປັນໂອກາດ ທີ່ຈະໄດ້ເພີ່ມທະວີ ການເປັນຄູ່ພາຄີກັນ ແລະ ທັງເປັນການສກັດກັ້ນອິດທິພົນຂອງຈີນ ທີ່ເຂົ້າມາຢູ່ໃນຂົງເຂດອາຊຽນ.
ຫ້ອງການປະທານາທິບໍດີ ສະຫະຣັຖ ຫຼື The White House ໄດ້ຕັ້ງວິໄສທັດຂອງກອງປະຊຸມນີ້ວ່າ “Free and Open” ທີ່ມີຄວາມໝາຍວ່າ ເສຣີ ແລະ ເປີດກວ້າງ ໃນເຂດອິນໂດ-ປາຊິຟິກ.
ທ່ານ Joe Biden ປະທານາທິບໍດີ ສະຫະຣັຖອາເມຣິກາ ໄດ້ເຄີຍກ່າວປາໄສ ໃນກອງປະຊຸມສຸດຍອດຜູ້ນຳອາຊຽນ-ສະຫະຣັຖ ໂດຍ ຜ່ານລະບົບວີດີໂອ ໃນວັນທີ 26 ຕຸລາ 2021 ຕອນນຶ່ງວ່າ: ການເປັນຄູ່ຮ່ວມງານກັບຂອງພວກເຮົາ ມີຄວາມສຳຄັນ ໃນການຮັກສາ ໃຫ້ເຂດ Indo-Pacific ມີຄວາມເປັນເສຣີ ແລະ ເປີດກວ້າງ ເຊິ່ງໄດ້ກາຍເປັນພື້ນຖານຄວາມໝັ້ນຄົງຮ່ວມກັນ ແລະ ຄວາມຈະເຣີນຮຸ່ງເຮືອງຂອງພວກເຮົາ ເປັນເວລາຫຼາຍທົສວັດ. ແລະ ສະຫະຣັຖອາເມຣິກາ ສນັບສນູນ ທັສນະຂອງອາຊຽນ ແລະ Indo-Pacific ແລະ ກ່ຽວກັບ Indo-Pacific ແລະ ຣະບຽບຂອງຂົງເຂດບົດພື້ນຖານຫຼັກການ ຢ່າງເຕັມທີ່.
ການປະຊຸມດັ່ງກ່າວ ເປັນການສລອງຄວາມສັມພັນ ສະຫະຣັຖ-ອາຊຽນ ທີ່ມີມາແຕ່ 1977 ແລະ ຈະເປັນກອງປະຊຸມສຸດຍອດຜູ້ນຳ ອາຊຽນ-ສະຫະຣັຖ ຄັ້ງທີ 2 ທີ່ສະຫະ ຣັຖອາເມຣິກາ ໄດ້ເປັນເຈົ້າພາບ ຫຼັັງຈາກກອງຊຸມສຸດຍອດຜູ້ນຳອາຊຽນ-ສະຫະຣັຖ ຄັ້ງທີ 1 ໄດ້ຈັດຂຶ້ນຢູ່ຣັຖແຄລິຟໍເນັຽ ສະຫະຣັຖອາເມຣິກາ ໃນປີ 2016 ສໄມຣັຖບານ ປະທານາທິບໍດີ Barack Obama ແລະ ໃນເວລານັ້ນ ປະເທດລາວກໍເປັນປະທານວຽກອາຊຽນ.
ສ່ວນວ່າ ນາຍຍົກຣັຖມົນຕຣີ ຮຸນເຊນ ຜູ້ນຳກັມພູຊາ ທີ່ຖືກ ສະຫະຣັຖຄວ້ຳບາດ ຍ້ອນບັນຫາການບໍ່ເຄົາຣົບປະຊາທິປະໄຕ ກໍຈະເຂົ້າຮ່ວມກອງປະຊຸມດັ່ງກ່າວ ໃນຖານະປະທານວຽນອາຊຽນ.
ທ່ານ Chum Sounry ໂຄສົກກະຊວງການຕ່າງປະເທດ ຂອງກັມພູຊາ ໄດ້ກ່າວຕໍ່ ວິທະຍຸເອເຊັຽເສຣີ ຜແນກພາສາກັມພູຊາ ວ່າ: ແນ່ນອນວ່າ ສົມເດັດ ຮຸນເຊນ ນາຍົກຣັຖມົນຕຣີ ໃນຖານະປະທານວຽນອາຊຽນ ຈະເປັນປະທານກອງປະຊຸມຮ່ວມກັບ ປະທານາທິບໍດີ ສະຫະຣັຖ.
ໂຄສົກກະຊວງການຕ່າງປະເທດກັມພູຊາ ຍັງໃຊ້ຄຳເວົ້າຍົກຍ້ອງຜູ້ນຳຕົນເອງ ທີ່ເປັນຜູ້ນຳກັມພູຊາມາ 37 ປີ ວ່າ ເປັນ “ນາຍົກຮຸງເຮືອງທີ່ສຸດ, ພ້ອມທັງເປັນຜູ້ບັນຊາການ ທີ່ເຣືອງອຳນາດ” ແຕ່ວ່າ ເຈົ້າໜ້າທີ່ແຈ້ງໃຫ້ຮູ້ວ່າ ພົນເອກ Min Aung Hlaing ທີ່ສະຖາປະນາຕົນເອງ ເປັນຜູ້ນຳພະມ້າ ນັ້ນ ບໍ່ຖືກເຊີນໃຫ້ມາຮ່ວມກອງປະຊຸມອາຊຽນ-ສະຫະຣັຖ.
ໂຄສົກກະຊວງການຕ່າງປະເທດ ອິນໂດເນເຊັຽ ກ່າວວ່າ ຂໍ້ຕົກລົງຂອງອາຊຽນ ກໍຄື ຄວນຈະເຊີນເອົາໂຕແທນຈາກພະມ້າທີ່ບໍ່ໄດ້ມາຈາກຝ່າຍການເມືອງ ແລະ ທ່ານກ່າວ ໃນວັນອັງຄານວ່າ ປະທານາບໍດີ ອິນໂດເນເຊັຽ ທ່ານ Joko Windodo ມີແຜນເຂົ້າມາຮ່ວມກອງປະຊຸມດັ່ງກ່າວ.
ສ່ວນວ່າ ຣັຖມົນຕຣີຕ່າງປະເທດມາເລເຊັຽ ທ່ານ Saifuddin Abdullah ກໍຢືນຢັນວ່າ ນາຍົກຣັຖມົນຕຣີ ມາເລເຊັຽ ທ່ານ Ismail Sabri ຈະເຂົ້າຮ່ວມກອງປະຊຸມຄັ້ງນີ້. ຣັຖມົນຕຣີ ຕ່າງປະເທດມາເລເຊັຽ ຍັງໄດ້ກ່າວວ່າ: ທ່ານ ບໍ່ຄິດວ່າ ພະມ້າຈະມີໂຕແທນມາຮ່ວມ ແລະ ບໍ່ແນ່ໃຈວ່າ ຣັຖບານສະຫະຣັຖ ຈະເຊີນພະມ້າ ເຂົ້າຮ່ວມ. ເຖິງຢ່າງໃດກໍຕາມ, ກະຊວງການຕ່າງປະເທດຂອງໄທຍ ໄດ້ກ່າວວ່າ ພົນເອກ Prayuth Chan-o-cha ນາຍົກຣັຖມົນຕຣີຂອງໄທຍ ກຳລັງພິຈາຣະນາການເດີນທາງມາຮ່ວມ.
ຢູ່ວໍຊິງຕັດ ດີຊີ, ໃນວັນພຸດ ທີ່ຜ່ານມາ ໂຄສົກກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ໄດ້ກ່າວວ່າ ປະທານາທິບໍດີ Joe Biden ລໍຖ້າຕ້ອນຮັບ ຜູ້ນຳອາຊຽນ ໃນກອງປະຊຸມຄັ້ງນີ້.
ໂຄສົກກະຊວງການຕ່າງປະເທດສະຫະຣັຖ ໄດ້ກ່າວວ່າ: ສະຫະຣັຖອາເມຣິກາ ສນັບສນູນ ຂໍ້ຕົກລົງອາຊຽນ ທີ່ຈະເຊີນເອົາ ຜູ້ເຂົ້າຮ່ວມຈາກພະມ້າ ທີ່ບໍ່ແມ່ນໂຕແທນຈາກຝ່າຍການເມືອງ ໃຫ້ມາຮ່ວມກອງປະຊຸມດັ່ງກ່າວ. ສືບເນື່ອງມາຈາກ ຝ່າຍທະຫານພະມ້າ ບໍ່ປະຕິຕັດ ຂໍ້ສເນີ 5 ຂໍ້ ຂອງອາຊຽນ ໃນການແກ້ໄຂບັນຫາໃນປະເທດພະມ້າ.
ປະເທດອາຊຽນ ກັງວົນກັບບັນຫາວິກິຈການທີ່ເກີດຂຶ້ນຢູ່ພະມ້າ ມາໄດ້ 14 ເດືອນ ເຊິ່ງທະຫານພະມ້າ ໄດ້ຣະເບີດ ແລະ ເຜົາເຮືອນຂອງປະຊາຊົນພະມ້າ ແລະ ໄດ້ຢຶດອຳນາດຈາກຣັຖບານທີ່ມາຈາກການເລືອກຕັ້ງໃນປີ 2021.
ໃນເດືອນມານາ ທີ່ຜ່ານມາ, ທະຫານພະມ້າ ໄດ້ກີດກັນ ບໍ່ໃຫ້ ທ່ານ Prak Sokhonn ຣັຖມົນຕຣີຕ່າງປະເທດກັມພູຊາ ແລະ ທັງເປັນທູດພິເສດຂອງອາຊຽນ ເຂົ້າພົບ ຜູ້ນຳຣັຖບານຝ່ານພົລເຮືອນ ເຊິ່ງເປັນຄວາມພະຍາຍາມທີ່ຈະແກ້ໄຂບັນຫາ ທາງການເມືອງໃນພະມ້າ ແລະ ຕິດຕາມ ພັນທະສັນຍາ ທີ່ຝ່າຍທະຫານພະມ້າ ໄດ້ມີຕໍ່ອາຊຽນ ເພື່ອໃຫ້ສາມາດເຂົ້າຫາທຸກຝ່າຍທີ່ກ່ຽວຂ້ອງໃຫ້ພະມ້າ.
ພັນທະສັນຍາດັ່ງກ່າວ ກໍແມ່ນ ຂໍ້ສເນີ 5 ຂໍ້ຂອງອາຊຽນ ແລະ ຝ່າຍທະຫານພະມ້າ ຕົກລົງທີ່ຈະປະຕິບັດ ໃນກອງປະຊຸມສຸກເສີນ ຢູ່ Jakarta ອິນໂດເນເຊັຽ ໃນເດືອນເມສາ 2021 ທີ່ຜ່ານມາ ທີ່ມີການຫາລືເຣື່ອງວິກິຈການຫຼັງຈາກ ຣັຖປະຫານຢູ່ພະມ້າ. ຫຼັງຈາກນັ້ນ ອາຊຽນ ກໍບໍ່ເຊີນເອົາຜູ້ນຳທະຫານ ພະມ້າມາຮ່ວມກອງປະຊຸມອາຊຽນ ໃນທ້າຍປີ 2021 ຍ້ອນວ່າ ທະຫານພ້ະມ້າ ບໍ່ປຕິບັດຕາມຂໍ້ສເນີຂອງອາຊຽນ ໃນການແກ້ໄຂບັນຫາ ໃນປະເທດຂອງຕົນ.
ໃນວັນອັງຄານທີ່ຜ່ານມາ, ໂຄສົກຂອງສະພາທະຫານພະມ້າ ທ່ານ Zaw Min Tun ໄດ້ກ່າວວ່າ ຝ່າຍທະຫານພະມ້າ ບໍ່ຖືກເຊີນມາ ຮ່ວມປະຊຸມສຸດຍອດອາຊຽນ ຢູ່ ວໍຊິງຕັນ ດີຊີ ແລະ ເຂົາເຈົ້າຈະເຂົ້າຮ່ວມ ຖ້າວ່າ ເຂົາເຈົ້າມີສະຖານເປັນໂຕແທນທີ່ເທົ່າທຽມກັບຄົນອື່ນ.
ທ່ານ Zaw Min Tun ຍັງກ່າວຕື່ມວ່າ ຄືທີ່ຜ່ານມາ ພວກເຮົາສາມາດເຂົ້າຮ່ວມ ກັບບາງຄົນທີ່ບໍ່ມີຕຳແໜ່ງທາງການເມືອງ ພວກເຮົາກໍຈະບໍ່ເຂົ້າຮ່ວມກອງປະຊຸມໃດໆ ທັງໝົດ. ພວກເຮົາຈະເຂົ້າຮ່ວມກັບ ຜູ້ທີ່ມີຕຳແໜ່ງເທົ່າທຽມກັນເທົ່ານັ້ນ.
ພະມ້າຖືກ ຖືກສະຫະຣັຖຄວ້ຳບາດ ແລະ ມີການອາຍັດຊັບສິນ ນັບແຕ່ມີການຣັຖປະຫານ ລວມທັງມີການຍົກລະດັບການຈຳກັດ ເພື່ອຕໍ່ຕ້ານ ພົນເອກ ມິນອອງລາຍ ຜູ້ນຳທະຫານພະມ້າ. ແຕ່ ບໍ່ມີການຈຳກັດທ່ານ Duterte ປະທານາທິບໍດີ ຟິລິປີນສ໌ ທີ່ເປັນພັນທະມິດ ຂອງສະຫະຣັຖ ໝາຍເຖິງ ທັງສອງປະເທດໄດ້ມີພັນທະສັນຍາຕໍ່ກັນ ທາງດ້ານການທະຫານ ຖ້າວ່າ ມີປະເທດໃດນຶ່ງຖືກໂຈມຕີ ແລະ ປະເທດໄທຍ ກໍເຊັ່ນດຽວກັນ.
ອີກເຫດຜົລນຶ່ງ ກໍຄື ຜູ້ນຳຟິລິປິນສ໌ ຕ້ອງງົດການເດີນທາງ ມາຮ່ວມກອງປະຊຸມອາຊຽນ-ສະຫະຣັຖ ກໍຄື ການປະຊຸມ ວັນທີ 12-13 ພຶສພາ ຢູ່ໃນຊ້ວງເວລາການເລືອກຕັ້ງ ຂອງຟິລິປິນສ໌ ໃນວັນທີ 9 ພຶສພາ 2022 ທີ່ຈະມາເຖິງນີ້ ເຊິ່ງມັນເປັນເວລາທີ່ໃກ້ຄຽງກັນ ເພາະວ່າ ຕາມຫຼັກປະຕິບັດຂອງຜູ້ນຳຟິລິປິນສ໌ ທຸກຄົນ ຈະຕ້ອງຫຼີກລ້ຽງການເດີນທາງ ໄປຕ່າງປະເທດ ໃນຊ້ວງໄລຍະການເລືອກຕັ້ງ ໂດຍສະເພາະເລືອກຕັ້ງປະທານາທິບໍດີ ຂອງປະເທດ ແລະ ປະທານາທິບໍດີ ຄົນປັດຈຸບັນຂອງຟິລິປິນສ໌ ກຳລັງຈະໝົດວາລະໄປ.
ແຕ່ໃນສ່ວນຂອງປະເທດລາວ, ຍັງບໍ່ມີແຈ້ງການຢ່າງເປັນທາງການ ໃນການເຂົ້າມາຮ່ວມກອງປະຊຸມສຸດຍອດຜູ້ນຳອາຊຽນ-ສະຫະຣັຖ ໃນຄັ້ງນີ້ ແລະ ຍັງບໍ່ມີຖແລງການວ່າ ບຸກຄົນທີ່ຈະເຂົ້າຮ່ວມນີ້ ຈະເປັນປະທານປະເທດ ຫຼື ນາຍົກຣັຖມົນຕຣີ. ແຕ່ເຈົ້າໜ້າທີ່ທາງການລາວ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ຕາມປົກກະຕິແລ້ວ ຖ້າໃນນາມກອງປະຊຸມອາຊຽນ ກໍຕ້ອງແມ່ນ ນາຍົກຣັຖມົນຕຣີເຂົ້າຮ່ວມ ນອກຈາກວ່າ (ປະເທດ) ລາວຈະເປັນເຈົ້າພາບ ຫຼື ເຈົ້າພາບຮ່ວມ ປະທານປະເທດລາວ ກໍຈະມາຮ່ວມເປີດ. ເຖິງຢ່າງໃດກໍຕາມ, ກໍຍັງບໍ່ທັນມີການຕອບຮັບ ຢ່າງເປັນທາງການວ່າ ໂຕແທນຂອງລາວ ທີ່ຈະເຂົ້າມາຮ່ວມຄັ້ງນີ້ ຈະເປັນບຸກຄົນລະດັບໃດ.
ໃນກອງປະຊຸມສຸດຍອດຜູ້ນຳອາຊຽນ-ສະຫະຣັຖ ທີ່ຈັດຂຶ້ນຢູ່ ຣັຖແຄລິຟໍເນັຽ ສະຫະຣັຖອາເມຣິກາ ໃນປີ 2016, ທ່ານ ຈູມມາລີ ໄຊຍະສອນ ອະດີດປະທານປະເທດລາວ ຕາງໜ້າໃຫ້ປະເທດລາວ ໃນຖານະປະທານວຽນອາຊຽນ ໄດ້ມາເປັນປະທານກອງປະຊຸມຮ່ວມກັບ ທ່ານ Barack Obama ອະດີດປະທານາທິບໍດີ ສະຫະຣັຖອາເມຣິກາ.