ເຣື້ອງທີ່ເກັບບັນທຶກໄວ້
2021-11-26
ເກີດເຫດການ ຄົນງານກໍ່ສ້າງ ສະຖານີ ຣົດໄຟລາວ-ຈີນ ປະທະກັບ ກຸ່ມນາຍຈ້າງຄົນຈີນ ແລະ ຖືກຄົນຈີນ ທຳຮ້າຍຮ່າງກາຍ ເປັນເພາະ ຄົນງານລາວ ພາກັນຢຸດວຽກແລ້ວ ໄປທວງເງິນ ນຳນາຍຈ້າງ ຈົນເກີດເຫດ ວິວາດກັນຂຶ້ນ.
2021-11-26
ໃນປັດຈຸບັນ ເຈົ້າໜ້າທີ່ ບໍ່ໄດ້ກວດ ຫາຜູ້ຕິດເຊື້ອ ຈາກກຸ່ມທີ່ສ່ຽງ ໝົດທຸກຄົນ ໃນເຂດບ້ານຕ່າງໆ ຊຶ່ງເປັນສາເຫດນຶ່ງ ທີ່ໂຕເລກ ການຕິ້ດເຊື້ອ ໂຄວິດ-19 ຍັງຄົງເພີ່ມຂຶ້ນ ທຸກມື້.
2021-11-25
ການສລອງບຸນ Thanksgiving ຫລື ບຸນຂອບຄຸນ ພຣະເຈົ້າປີທີ 74 ໃນປີ 2021ມີຂຶ້ນ ໃນມື້ວັນທີ 25 ພຶສຈິກາ ນີ້, ກ່ຽວກັບການ ສລອງວັນດັ່ງກ່າວມີ ຄວາມເປັນມາຄືແນວນັ້ນ.
2021-11-25
ວຽກງານ ພາກກະເສຕ ຫຼືກຸ່ມທີ່ໃຊ້ແຮງງານ ສ່ວນຫຼາຍ ບໍ່ຢູ່ໃນລະບົບ ປະກັນສັງຄົມ, ເປັນຄົນງານ ຣາຍມື້ ບໍ່ມີສວັສດີການສັງຄົມ, ມັກຖືກ ເອົາລັດ ເອົາປຽບ, ນາຍຈ້າງ ມັກໃຊ້ຊ່ອງວ່າງ ທາງກົດໝາຍ ເອົາປຽບລູກຈ້າງ.
2021-11-25
ຊາວບ້ານທີ່ລັກລອບປູກຊາ ຢູ່ເຂດບ້ານອຸດົມໄຊ ເມືອງວຽງທອງ ຈໍານວນເກືອບ 10 ເຮັກຕ້າຣ໌ ໃນມື້ວັນທີ່ 23 ພຶສຈິກາ ທີ່ຜ່ານມາ ຖືວ່າການທໍາລາຍ ສວນກັນຊາ ທີ່ຊາວບ້ານ ລັກລອບປູກ ເທື່ອນີ້ ເປັນເທື່ອທີ່ 2 ຂອງປີ 2021.
2021-11-25
ຫຼາຍແຂວງໃນລາວ ຂາດງົບປະມານ ໃນການຊື້ເຂົ້າ ແລະ ອາຫານ ສໍາລັບ ຜູ້ຕິດເຊື້ອ ໂຄວິດ-19 ທີ່ມາປິ່ນປົວ ໃນໂຮງໝໍສນາມ, ພາລະຈຶ່ງຕົກ ເປັນຂອງ ຜູ້ຕິດເຊື້ອ ທີ່ຕ້ອງຮັບຜິດຊອບ ຄ່າໃຊ້ຈ່າຍ ຕ່າງໆ.
2021-11-24
ຫຼັງຈາກໄທຍ ເປີດປະເທດ ເມື່ອບໍ່ດົນມານີ້ ຄົນລາວ ຈຳນວນນຶ່ງ ໄດ້ລັກລອບ ຂ້າມເຂົ້າໄປ ປະເທດໄທຍ ເພື່ອຊອກ ວຽກເຮັດງານທຳ ໂດຍບໍ່ຜ່ານ ບໍຣິສັດຈັດຫາງານ ເນື່ອງຈາກ ມີຄ່າໃຊ້ຈ່າຍ ເກີນຖານະທີ່ຈະຈ່າຍໄດ້.
2021-11-24
ການສເລີມສລອງ ວັນຂອບຄຸນພຣະເຈົ້າ ຂອງຊາວຄຣິສຕຽນລາວ ໃນທົ່ວປະເທດ ປີນີ້ ຈະຈັດຂື້ນຢ່າງຣຽບງ່າຍ ຍ້ອນ ບໍ່ສາມາດສລອງ ກັນເປັນກຸ່ມໄດ້ ຫລາຍຄົນ.
2021-11-24
ເຣື່ອງການ ຕັດໄມ້ ທໍາລາຍປ່າ ເມືອງທ່າແຕງ ເປັນການ ບຸກລຸກ ພື້ນທີ່ປ່າໄມ້ ຂອງປະຊາຊົນ ເພື່ອທຳການກະເສດ ສ່ວນໄລຍະຜ່ານມາ ອາດມີນາຍທຶນ ຢູ່ເບື້ອງຫຼັງ ການຖາງປ່າ ຂອງຊາວບ້ານ.
2021-11-24
ແຂວງຫຼວງພຣະບາງ ໄດ້ອອກແຈ້ງການ ໃຫ້ຜູ້ຕິດເຊື້ອ ໂຄວິດ-19 ທີ່ໄປຮັບການປິ່ນປົວ ໃນໂຮງໝໍ ພາກສະນາມ ຕ້ອງອອກຄ່າ ໃຊ້ຈ່າຍ ທີ່ຈຳເປັນເອງ ເຊັ່ນຄ່າ ອາຫານ ແລະ ອື່ນໆ ເນື່ອງຈາກ ທາງພາກຣັຖ ຂາດງົບປະມານ ສະນັບສະນູນ.
2021-11-23
ສະພາບນໍ້າມັນ ຂາດແຄນ ເປັນຕົ້ນ ນໍ້າມັນແອັດຊັງ ເຣີ່ມປະກົດຂຶ້ນ ໃນຕ່າງແຂວງ ເຊັ່ນ ຫົວພັນ ແລະຊຽງຂວາງ, ສະເພາະ ເມືອງຊໍາໃຕ້ ແຂວງຫົວພັນ ມີຊາວບ້ານຈໍານວນນຶ່ງ ໄປລໍຖ້າຊື້ ນໍ້າມັນຢູ່ຕາມແຫ່ງຕ່າງໆ ພາຍໃນເມືອງ.
2021-11-23
ປະຊາຊົນລາວ ຍີນດີທີ່ຈະໄດ້ໃຊ້ ຣົດໄຟ ລາວ-ຈີນ, ສ່ວນຜູ້ໄດ້ຮັບ ຜົລກະທົບ ຍັງລໍຖ້າຄ່າຊົດເຊີຽ ແລະ ຫວັງວ່າ ຜູ້ຮັບຜິດຊອບ ຈະສາມາດຈ່າຍ ຄ່າຊົດເຊີຽໃຫ້ໄດ້ ຕາມກຳໜົດການ ທີ່ຕົກລົງໄວ້ ກ່ອນໜ້ານີ້.
2021-11-23
ເກີດເຫດການ ເຈົ້າໜ້າທີ່ຕຳຣວດ ນຳກຳລັງຕຳຣວດຈຳນວນນຶ່ງ ໄປແຈ້ງຊາວບ້ານ ຈຳນວນ 36 ຄອບຄົວ ຢູ່ບ້ານໂພນສີນວນ, ເມືອງສີສັຕນາຄ ນະຄອນຫຼວງ ໃຫ້ຍ້າຍອອກຈາກ ດິນຕອນດັ່ງກ່າວ ເກີດມີການໂຕ້ຖຽງກັນ.
2021-11-23
ປະຊາຊົນ ຈຳນວນນຶ່ງ ທີ່ຢູ່ເຂດຊົນນະບົດ ໃນຫຼາຍແຂວງ ຍັງບໍ່ສາມາດ ເຂົ້າເຖິງການ ສັກວັກຊີນປ້ອງກັນ ໂຄວິດ-19 ໄດ້ຕາມ ຈຸດບໍຣິການ ປະຈຳໂຮງໝໍຕ່າງໆ ເພາະຂາດເຂີນ ແພດ-ໝໍ ອອກໃຫ້ບໍຣິການ.
2021-11-23
ຊາວບ້ານ 36 ຄອບຄົວ ບ້ານໂພນສີນວນ, ເມືອງສີສັຕນາຄ ນະຄອນຫຼວງວຽງຈັນ ຂໍຄວາມເປັນທັມ ເຣື່ອງທີ່ດິນ