ວັນບຸນຂອບຄຸນ ພຣະເຈົ້າ ໃນສະຫະຣັຖ ອະເມຣິກາ

ຈຳປາທອງ
2021.11.25
ວັນບຸນຂອບຄຸນ ພຣະເຈົ້າ ໃນສະຫະຣັຖ ອະເມຣິກາ ຊາວຄາໂຕລິກລາວ, ວັນທີ່ 15 ເດືອນ ກັນຍາ 2018
RFA

ປັດ​ຈຸ​ບັນ​ນີ້ ຢູ່ຂ້ອນຂ້າງໄປທາງ​ພາກ​ເໜືອ​ ຂອງສ​ະ​ຫະ​ຣັຖອາເມຣີກາ ອາ​ກາດ​ເລີ້ມໜາວ ໃບໄມ້ລົ່ນຫລາຍ ແຕ່ກໍຍັງມີຕົ້ນ​ໄມ້ຈໍານວນນຶ່ງ ຮວມທັງຕົ້ນແປກ ຕົ້ນ Christmas ທີ່​ຍັງຄົງຄວາມຂຽວງາມໄວ້. ໃນການ​ຕ້ອນ​ຮັບວັນ Thanksgiving  ຫລື​ມື້​ຂອ​ບ​ຄຸນ​ພຣະ​ເຈົ້າ ຊຶ່ງມີການສລອງ ທີ່ຈັດຂຶ້ນທຸກໆປີໃນມື້ວັນພະຫັດທີສີ່ ຂອງເດືອນພຶສຈິກາ ຊຶ່ງປີ 2021 ນີ້ແມ່ນຕົກຖືກມື້ວັນທີ 25. ເຖິງແມ່ນວ່າເຊື້ອໂຄວິດ-19 ຍັງຣະບາດຢູ່ ແຕ່ຊາວ​ອາ​ເມ​ຣິ​ກັນທັງມວນ ຕ່າງກໍພາກັນຕົບແຕ່ງ ເອ້ຍ້ອງບ້ານເຮືອນ, ຕາມຖະ​ໜົນ​ຫົນ​ທາງ ແລະ​ຮ້ານ​ຄ້າຕ່າ​ງໆ ​ດ້ວຍແສງ​ສີ ແລະ​ເຄື່ອງ​ເອ້ທີ່ຫລາກຫລາຍ​ ຍ້ອນການສລອງບຸນ Thanksgiving ນີ້ ເປັນການສລອງບຸນສໍາຄັນປະຈໍາປີແຫ່ງຊາດ ຊຶ່ງຫລັງຈາກບຸນນີ້ແລ້ວ ກໍຈະມີບຸນຄຣິສມາສ ແລະບຸນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຄືບຸນປີ ໃໝ່ສາກົນມາເຖິງ.

​ກ່ອນໜ້າບຸນ​ຂອ​ບ​ຄຸນ​ພຣະ​ເຈົ້ານີ້ ມີການປ່ອຍໄກ່ງວງ ແລະການປ່ອຍໄກ່ງວງນັ້ນ ເລິ້ມມີພິທີປ່ອຍແບບເປັນປະເພນີຢ່າງເປັນທາງການ ຢູ່ທໍານຽບຂາວ-ທໍານຽບປະທານາທິບໍດີ ທີ່ນະຄອນຫລວງ ວໍຊິງຕັນ ດີຊີ ຊຶ່ງແມ່ນທ່ານ George H.W. Bush ປະທານາທິບໍດີສະຫະຣັຖອາເມຣິກາ ເປັນຜູ້ປ່ອຍຄົນທໍາອິດ ໃນປີ 1989 ແລະໃນປີ 2021 ນີ້ ປະທານາທິບໍດີ Joe Biden ກໍໄດ້ປ່ອຍໄກ່ງວງ 2 ໂຕ ເປັນການປ່ອຍປະຈໍາປີຄັ້ງທີ 74 ໃນມື້ວັນສຸກ ທີ 19 ພຶສຈິການີ້. ໃນ​​ໂອ​ກາ​ດສະ​ຫລອງ​ບຸນ Thanksgiving ຊຶ່ງຖືເປັນວັນບຸນເຕົ້າໂຮມຄອບຄົວ ຊາວອາເມຣິກັນຫ​ລາຍ​ລ້ານ​ຄົນ ​ພາ​ກັນ​ເດີນ​ທາງ​ໄປພົບພໍ້ ​ຢ້​ຽ​ມ​ຢາມ​ຖາມ​ຂ່າວ ຮ່ວມພາເຂົ້າພາປາກັບພໍ່ແມ່​ ຍາດ​ຕິ​ພີ່​ນ້ອງ ຢູ່​ທຸກ​ຫົນ​ແຫ່ງໃນສະຫະຣັຖອາເມຣິກາ. ການ​ສະ​ຫລອງ​ບຸນ Thanksgiving ​ເປັນ​ບຸນປະ​ຈໍາປີ​ສໍາຄັນ ທີ່ຊາວອາ​ເມຣິກັນ ທັງມວນ​ສລອງ​ ເປັນຕົ້ນນັບຕັ້ງແຕ່ປະທານາທິບໍດີຄົນ​ທີ່ 16 ທ່ານ Abraham Lincoln ​ປະກາດ​ເປັນວັນບຸນແຫ່ງຊາດ ຢ່າງເປັນທາງການ​ໃນປີ 1863 ໂດຍຖືເອົາວັນ ແລະເດືອນດັ່ງກ່າວຂອງທຸກປີ ເປັນມື້ສລອງ.

ປີທໍາອິດທີ່ມີການ​ ສລອງວັນຂອບ​ຄຸນ​ພຣະ​ເຈົ້າ ​ແມ່ນໄດ້ເລີ້ມ​ມີຂຶ້ນໃນປີ 1621 ພາຍຫລັງທີ່ນັກສະແຫວງບຸນຊາວ Pilgrims ຈາກປະເທດ​ອັງກິດ 102 ຄົນ ຂີ່ເຮືອ ຊື່ Mayflower ຂ້າມມະຫາສະໝຸດ Atlantic ໂດຍໃຊ້ເວລາເດີນທາງ 66 ມື້ ຜ່ານຮ້ອນຜ່ານໜາວ, ອຶດຫິວ, ອ່ອນເພັຍ,ເຈັບປ່ວຍ ກ່ອນຈະມາເຖິງເມືອງ Plymouth ຣັຖ Massachusetts ພາກຕາເວັນອອກສ່ຽງເໜືອ ຂອງສະຫະຣັຖອາເມຣິກາ ແລະມີຊີວິດໃໝ່ໃນປີ 1620, ຮູ້ຈັກ​ປູກ​ສາລີ, ໂຮ່ເນື້ອ, ຫາປາ ທີ່ຊົ​ນ​ເຜົ່າ​ທ້ອງ​ຖິ່ນ-ຊາວ​ອິນ​ເດັຍ​ແດງສອນໃຫ້ ຊຶ່ງຄວາມເປັນມາຂອງວັນດັ່ງກ່າວ ທ່ານ ຄອນ ພຣົມມະສານ ສິດຍະພິບານ ຫລື Pasteur ຢູ່ໂບດລາວ Mission ທີ່ເມືອງ High Point ຣັຖ North Carolina ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 22 ພຶສຈິການີ້ວ່າ:

ແລະເມື່ອເວົ້າເຖິງການສເລີມສລອງບຸນ Thanksgiving ໃນປີນີ້ ທີ່ເຊື້ອໂຄວິດ-19 ຍັງຣະບາດຢູ່ ທ່ານ ສົມໃຫວ ບົວຫລວງ ວິສາວະກອນໄຟຟ້າ ທີ່ຣັຖ

Minnesota ກໍກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນ 21 ພຶສຈະກາ ຄືກ່ອນມື້ບຸນຂອບຄຸນພຣະເຈົ້າ 4 ມື້ວ່າ ປີນີ້ເຮັດສະເພາະໃນຄອບຄົວ ແລະອ້າຍນ້ອງ ບໍ່ເຮັດໃຫຍ່ຄືທີ່ຜ່ານມາ.

ນັ້ນຄືຄວາມເປັນມາ ແລະການສເລີມສລອງວັນ Thanksgiving ຫລືວັນຂອບ ຄຸນພຣະເຈົ້າຢູ່ສະຫະຣັຖອາເມຣິກາ ປີທີ 74 ວັນພະຫັດ ທີ 25 ພຶສຈິກາ 2021 ນີ້. Happy Thanksgiving - ສຸກສັນວັນຄອບຄຸນພຣະເຈົ້າ. ສະບາຍດີ  

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.