36 ຄອບຄົວ ບ້ານໂພນສີນວນ ຂໍຄວາມເປັນທັມ

ນັກຂ່າວ ວິທຍຸເອເຊັຽເສຣີ
2021.11.23
36 ຄອບຄົວ ບ້ານໂພນສີນວນ ຂໍຄວາມເປັນທັມ ຊາວບ້ານຜູ້ໄດ້ຮັບແຈ້ງ ຈາກເຈົ້າໜ້າທີ່ຕຳຣວດ ໃຫ້ໂຍກຍ້າຍອອກຈາກຕອນດິນ ພາກັນຂໍຄວາມເປັນທັມ
ຊາວບ້ານ ບ້ານໂພນສີນວນ

ໃນຕອນເຊົ້າ ຂອງວັນອັງຄານ ວັນທີ 23 ພຶສຈິກາ 2021 ເວລາປະມານ ເກືອບ 10 ໂມງ ຕາມເວລາທ້ອງຖິ່ນໃນລາວ, ໄດ້ເກີດເຫດການ ເຈົ້າໜ້າທີ່ຕຳຣວດ ນຳກຳລັງຕຳຣວດຈຳນວນນຶ່ງ ພ້ອມດ້ວຍອຸປະກອນຕ່າງໆ ໄປແຈ້ງໃຫ້ຊາວບ້ານ ຈຳນວນ 36 ຄອບຄົວ ທີ່ອາສັຍຢູ່ເທິງຕອນດິນ ທີ່ຕັ້ງຢູ່ເຂດບ້ານໂພນສີນວນ, ເມືອງສີສັຕນາຄ ນະຄອນຫຼວງວຽງຈັນ ຫຼືຊາວບ້ານຮູ້ຈັກກັນດີວ່າ ຮ່ອມຕໍ່ໜ້າ ທນາຄານລາວກໍ່ສ້າງ, ເຊິ່ງທາງທີ່ເຈົ້າໜ້າຕຳຣວດ ໄດ້ແຈ້ງວ່າ ຕອນດິນດັ່ງກ່າວ ເປັນຕອນດິນທີ່ຊາວບ້ານ ຕ້ອງຍ້າຍອອກໄປ, ແຕ່ຊາວບ້ານທັງ 36 ຄອບຄົວ ຕ່າງກໍພາກັນຕົກໃຈ ແລະ ພາກັນອອກມາຮ້ອງຂໍ ຄວາມເປັນທັມ ຈົນເກີດມີປາກສຽງກັນຮຸນແຮງໄລຍະນຶ່ງ.

1.jpg

ພາບຖ່າຍດາວທຽມ ຈາກ Google earth: ຕອນດິນ ທີ່ເກີດຂໍ້ຂັດແຍ້ງ ໃນເຂດບ້ານໂພນສີນວນ, ເມືອງສີສັຕນາຄ ນະຄອນຫຼວງວຽງຈັນ

ໃນເບື້ອງຕົ້ນ, ພວກກຸ່ມຊາວບ້ານ ຢາກຂໍຄວາມເປັນທັມ ບໍ່ຢາກໃຫ້ໃຊ້ມາຕການທີ່ເດັດຂາດ ເຖິງຂັ້ນຂົນເຄື່ອງອອກ ແລະ ມ້າງເຮືອນ-ມ້າງຊານ ທັນທີ, ແຕ່ຢາກໃຫ້ມີການໂອ້ລົມກັນດີໆກ່ອນ ເພື່ອໄກ່ເກັ່ຽກັນ ໃຫ້ມີຄວາມເຂົ້າໃຈ ທັງ 2 ກ້ຳ 2 ຝ່າຍກ່ອນ. ຖ້າຫາກຈະໃຫ້ຊາວບ້ານ ໂຍກຍ້າຍແທ້ໆ ຊາວບ້ານກໍບໍ່ຂັດຂ້ອງ, ແຕ່ກໍຢາກໃຫ້ມີການຊົດເຊີຍ ທີ່ສົມເຫດສົມຜົລ ບໍ່ວ່າຈະເປັນການໃຫ້ເງິນຊົດເຊີຍ ກໍຢາກໃຫ້ມີການຊົດເຊີຍເງິນ ທີ່ສົມເຫດສົມຜົລ ຫຼືການໃຫ້ເນື້ອທີ່ດິນທົດແທນ ກໍຢາກໃຫ້ທົດແທນໃນເຂດບ້ານ ທີ່ພໍສາມາດຫາລ້ຽງຊີບໄດ້ ແລະ ບໍ່ຫ່າງຈາກໂຕເມືອງຈົນເກີນໄປ.

ສ່ວນຣາຍລະອຽດຕ່າງໆນັ້ນ, ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ຈະໄດ້ຣາຍງານໃຫ້ທ່ານໄດ້ຮັບຊາບ ຕາມພາຍຫຼັງ.

*ໝາຍເຫດ: ເນື້ອໃນຂ່າວນີ້ ຈະມີການປ່ຽນແປງເປັນແຕ່ລະໄລຍະ ຈົນກວ່າຈະໄດ້ຮັບຂໍ້ມູນທີ່ຄົບຖ້ວນທີ່ສຸດ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.