ສະພາບການ ຂາດແຄນນ້ຳມັນ ໃນຕ່າງແຂວງ
2021.11.23

ສະພາບນໍ້າມັນຂາດແຄນ ເປັນຕົ້ນ ນໍ້າມັນແອັດຊັງ ເຣີ່ມປະກົດຂຶ້ນໃນຕ່າງແຂວງ ຂອງປະເທດລາວ ເຊັ່ນ ແຂວງຫົວພັນ ໄດ້ເກີດເຫດການ ມີຊາວບ້ານຢູ່ເມືອງຊໍາໃຕ້ຈໍານວນນຶ່ງ ໄປລໍຖ້າຊື້ ແລະເຕີມນໍ້າມັນໃສ່ຣົດຈັກ ຢູ່ຕາມປັ້ມນໍ້າມັນ ແຫ່ງຕ່າງໆພາຍໃນເມືອງ ເນື່ອງຈາກນໍ້າມັນແອັດຊັງ ຂາດແຄນມາໄດ້ເກືອບ 2 ອາທິດແລ້ວ ຊຶ່ງກະທົບຕໍ່ການດໍາລົງຊີວິດຂອງຊາວບ້ານ ແລະວຽກງານການກະເສດ ທີ່ຕ້ອງການໃຊ້ນໍ້າມັນຊນິດດັ່ງກ່າວ, ດັ່ງຊາວບ້ານຜູ້ນຶ່ງ ຢູ່ເມືອງຊໍາໃຕ້ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 23 ພຶສຈິກາ ນີ້ວ່າ:
“ແມ່ນລະບໍ ນໍ້າມັນຂາດເດ້ ມັນຂະເຈົ້າໄປສົ່ງບໍ່ທັນລະເນາະ ນໍ້າມັນກະຂຶ້ນລາຄາແນ່ ຢູ່ວຽງຈັນນີ້ນ່າເນາະ ລະບາດນີ້ເຂົາລະບໍ່ທັນໄດ້ຂົນສົ່ງເຂົ້າໄປຫັ້ນນ່າ ມັນຂາດ ເຂົາກະຍາດກັນຊື້ ກະຍາກຫັ້ນແຫຼະ.”
ຊາວບ້ານຜູ້ນີ້ ກ່າວຕື່ມວ່າ ບໍ່ເຫັນຣົດຂົນສົ່ງນໍ້າມັນ ທັງຈາກນະຄອນຫຼວງວຽງຈັນ ແລະວຽດນາມ ມາສົ່ງເທື່ອ ແລະກໍບໍ່ຮູ້ສາເຫດທີ່ແທ້ຈິງ ວ່າຍ້ອນຫຍັງ ນໍ້າແອັດຊັງເຖິງຂາດແຄນໜັກໜ່ວງແບບນີ້, ສ່ວນຢູ່ເມືອງອື່ນໆກໍຍັງບໍ່ຮູ້ວ່າ ຂາດນໍ້າມັນຊນິດດັ່ງກ່າວນີ້ຫຼືບໍ່ ເພາະຢູ່ໃນໄລຍະການປະກາດລ໊ອກດາວ ຫ້າມຄົນເດີນທາງໄປເມືອງຕໍ່ເມືອງ ຍ້ອນເຊື້ອໂຄວິດ-19 ຣະບາດ.
ຊາວບ້ານອີກຜູ້ນຶ່ງ ໃນເມືອງຊໍາໃຕ້ ກໍໄດ້ກ່າວວ່າ 2-3 ມື້ມານີ້ ມີຊາວບ້ານແຫ່ກັນໄປຊື້ນໍ້າມັນຕາມປັ້ມຕ່າງໆຢ່າງໜາແໜ້ນ ແຕ່ກໍຊື້ໄດ້ພຽງຄົນລະ 50 ພັນກີບ ຕໍ່ຄົນຕໍ່ມື້ເທົ່ານັ້ນ ແລະບໍ່ມີໃຜສາມາດຊື້ໄປກັກຕຸນໃນປະຣິມານຫຼາຍໄດ້ ເພາະເຈົ້າຂອງປັ້ມນໍ້າມັນ ກໍຢາກໃຫ້ຊາວບ້ານທຸກຄົນ ມີນໍ້າມັນແອັດຊັງໃຊ້ຢ່າງທົ່ວເຖິງ.
ຈາກບັນຫານໍ້າມັນ ແອັດຊັງຂາດແຄນໃນຄັ້ງນີ້ ເຮັດໃຫ້ມີຮ້ານຂາຍເຄື່ອງຍ່ອຍ ບາງແຫ່ງ ທີ່ຮ່າຍນໍ້າມັນໃສ່ແກ້ວ ຫຼືຕຸກຢາງເພື່ອຂາຍນັ້ນ ໄດ້ສວຍໂອກາດ ຂຶ້ນລາຄານໍ້າມັນແພງຫຼາຍ ຄືຂາຍລິດລະ 30-35 ພັນກີບ ຊຶ່ງລາຄາປົກກະຕິແມ່ນ 13-14 ພັນກີບຕໍ່ລິດ ດັ່ງນັ້ນ ຊາວບ້ານຈຶ່ງຢາກໃຫ້ ພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂບັນຫາດັ່ງກ່າວນີ້ໃຫ້ ເພື່ອຫຼຸດຜ່ອນການກະທົບຕໍ່ຊາວບ້ານນໍາດ້ວຍ, ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງຊໍາໃຕ້ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ແມ່ນແຫຼະ ເພາະວ່າ ລໍຖ້າໄດ້ 2 ອາທິດນີ້ແຫຼະ ຄົນແອອັດຫຼາຍ ມັນບໍ່ພໍ ຄົນມັນຫຼາຍແຮງ ໄດ້ຄົນລະໜ້ອຍ ເຂົາປັນໃຫ້ຜູ້ນຶ່ງ 50 ພັນ ແຕ່ມັນບໍ່ພໍ ມີຄົນຊື້ຫຼາຍນ່າ ຢູ່ຕາມປັ້ມ ເຂົາຂາຍຢູ່ລິດນຶ່ງ 35 ພັນກໍມີ 30 ພັນກໍມີ.”
ເຈົ້າຂອງປັ້ມນໍ້າມັນແຫ່ງນຶ່ງ ໃນເມືອງຊໍາໃຕ້ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໄລຍະນີ້ ນໍ້າມັນແອັດຊັງຂາດແຄນແທ້ ແລະຂາດເກືອບທຸກປັ້ມ ໃນແຂວງ ເນື່ອງຈາກນໍ້າມັນ ເຂົ້າມາປະເທດລາວໜ້ອຍຫຼາຍ ສເລັ່ຽປັ້ມນຶ່ງ ໄດ້ນໍ້າມັນຊນິດດັ່ງກ່າວນັ້ນ 4-5 ພັນລິດຕໍ່ປັ້ມເທົ່ານັ້ນ ຈາກແຕ່ກ່ອນ ຈະມີນໍ້າມັນແອັດຊັງ ເຕີມລົງໃນປັ້ມ ປະມານ 10-15 ພັນລິດຕໍ່ປັ້ມ ເຮັດໃຫ້ປັ້ມນໍ້າມັນແຕ່ລະແຫ່ງ ສນອງນໍ້າມັນໄດ້ບໍ່ພຽງພໍ ຕໍ່ຄວາມຕ້ອງການຂອງຊາວບ້ານ, ດັ່ງທ່ານກ່າວວ່າ:
“ອັນແອັດຊັງຫັ້ນຂາດ ແຕ່ວ່ມາຮອດມື້ນີ້ແລ້ວ ຂາດໝົດທົ່ວແຂວງຫົວພັນເຮົານີ້ແຫຼະ ມີບາງປັ້ມຊື່ໆ ເພາະວ່າ ຈຸຂ້ອຍໄປເອົາຫັ້ນແມ່ນຕໍ່ຣົດ 2-3 ຕໍ່ຫັ້ນນ່າ ເພາະວ່າ 2 ອາທິດຈັ່ງໄດ້ມາ ມື້ກ່ອນຫັ້ນ ອາທິດກ່ອນຫັ້ນມາຮອດ 4 ພັນ(ລິດ)ເນາະ ເທລົງປັ້ມ ຂະເຈົ້າກະເອົາຕຸກເອົາຫຍັງມາໃສ່.”
ເຈົ້າຂອງປັ້ມນໍ້າມັນ ໃນເມືອງຊໍາເໜືອ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເກືອບຈະທຸກປັ້ມໃນແຂວງຫົວພັນ ແມ່ນຂາດແຄນນໍ້າມັນແອັດຊັງ ແລະຈໍາເປັນຕ້ອງໄດ້ຈໍາກັດການຂາຍ ເພື່ອໃຫ້ທຸກຄົນໄດ້ໃຊ້ຢ່າງທົ່ວເຖິງ, ດັ່ງທີ່ທ່ານກ່າວວ່າ:
“ຊ້ວງນີ້ມັນຂາດກໍ ຍາກນໍາໂຄວິດຫັ້ນແຫຼະ ກະຈໍາກັດການຂາຍ ຄານໍາໂຄວິດ ຫຼືຄານໍານາຍສາງກະບໍ່ຮູ້ເນາະ ນໍາແມ່ຫັ້ນ ຂຶ້ນກັບສົມບັດຈະເລີນຫັ້ນ ເພິ່ນວ່າສາງກະບໍ່ມີຫັ້ນນ່າ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ພຍາຍາມຕິດຕໍ່ໄປຫາຫ້ອງການ ອຸດສາຫະກັມແລະການຄ້າ ເມືອງຊໍາໃຕ້ ແຕ່ບໍ່ສາມາດຕິດຕໍ່ໄດ້ ຂະນະທີ່ ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າ ແຂວງຫົວພັນ ໃຫ້ຄວາມເຫັນສັ້ນໆວ່າ:
“ຂຶ້ນຢູ່ກັບຜູ້ປະກອບການ ນໍ້າມັນຈະນໍາເຂົ້ານໍ້າມັນ ມາໄດ້ໜ້ອຍຫຼືຫຼາຍຊໍ່າໃດ ທາງຜແນກພຽງແຕ່ ຄວບຄຸມລາຄານໍ້າມັນ ເທົ່ານັ້ນ.”
ສ່ວນຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ສາຂາແຂວງຊຽງຂວາງ ກ່າວວ່າ ແຂວງຫົວພັນ ກໍໄດ້ຮັບນໍ້າມັນຈາກແຂວງຊຽງຂວາງ ແຕ່ປັດຈຸບັນ ທຸກເມືອງໃນແຂວງຊຽງຂວາງ ກໍຂາດແຄນນໍ້າມັນແອັດຊັງເຊັ່ນດຽວກັນ ແຕ່ຍັງທັນບໍ່ໜັກໜ່ວງປານໃດ ສາເຫດເກີດຈາກ ບໍ່ສາມາດນໍາເຂົ້ານໍ້າມັນ ຈາກປະເທດວຽດນາມໄດ້ ເພາະວຽດນາມກໍອ້າງວ່າ ໄລຍະນີ້ ກໍພະເຊີນກັບນໍ້າມັນ ຂາດແຄນເຊັ່ນດຽວກັນ ແລະຕ້ອງໄດ້ລໍຖ້າໃຫ້ປະເທດວຽດນາມ ແຈ້ງມາກ່ອນ ວ່າຈະສາມາດສົ່ງນໍ້າມັນເຂົ້າມາລາວ ໄດ້ເປັນປົກກະຕິມື້ໃດ.
ຊຶ່ງທີ່ຜ່ານມາ ກໍໄດ້ສເນີໃຫ້ຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ຂັ້ນສູນກາງ ສົ່ງນໍ້າມັນໃຫ້ແຂວງຊຽງຂວາງ ແລະແຂວງຫົວພັນແລ້ວ ແຕ່ປັ້ມນໍ້າມັນຢູ່ ນະຄອນຫຼວງວຽງຈັນ ກໍຂາດແຄນນໍ້າມັນແອັດຊັງ ໜັກຄືກັນ, ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຊຽງຂວາງນໍ້າມັນກະຂາດ ຂາດແອັດຊັງ ອັນນໍ້າມັນຫັ້ນຂາດ ຈາກທາງວຽດນາມພຸ້ນນ່າ ເພາະາວ່ານໍ້າມັນເຮົາເອົາເຂົ້າມາທາງວຽດນາມເດ້ເນາະ ແລ້ວວຽດນາມຂະເຈົ້າບໍ່ມີນໍ້າມັນໃຫ້ ເດືອນນີ້ຍັງເຂົ້າບໍ່ໄດ້ເລີຍນ່າ ຍັງນ່າ ຍັງບໍ່ທັນແຈ້ງມາເທື່ອ ວ່າມື້ໃດຊິເຂົ້າໄດ້ ຂະເຈົ້າ ທາງວຽດນາມ ຂະເຈົ້າກະຍັງບໍ່ທັນວ່າແນວໃດ.”
ເມື່ອຕົ້ນເດືອນ ພຶສຈິກາ ທີ່ຜ່ານມາ ຊາວນະຄອນຫຼວງວຽງຈັນ ຈໍານວນນຶ່ງ ກໍເປັນວິຕົກກັງວົນ ພາກັນອອກໄປຊື້ນໍ້າມັນແອັດຊັງມາກັກຕຸນໄວ້ ເຮັດໃຫ້ປັ້ມນໍ້າມັນຫຼາຍແຫ່ງ ທົ່ວນະຄອນຫຼວງວຽງຈັນ ເຣີ່ມຂາດແຄນນໍ້າມັນຊນິດດັ່ງກ່າວ ຈົນມາຮອດປັດຈຸບັນນີ້.
ບັນຫາການຂາດແຄນ ນໍ້າມັນແອັດຊັງໃນປະເທດລາວ ແມ່ນເຣີ່ມເກີດຂຶ້ນ ໃນໄລຍະເດືອນກັນຍາ ທີ່ຜ່ານມາ ຊຶ່ງສົ່ງຜົນໃຫ້ລາຄານໍ້າມັນ ໃນລາວເພີ່ມສູງຂຶ້ນເລື້ອຍໆ ຈາກໄລຍະຕົ້ນປີ 2021 ລາຄາຢູ່ທີ່ 8-9 ພັນກີບຕໍ່ລິດ ປັບລາຄາຂຶ້ນເປັນ 13-14 ພັນກີບຕໍ່ລິດ.
ໂດຍສາເຫດທໍາອິດ ທີ່ເຮັດໃຫ້ລາຄານໍ້າມັນແພງຂຶ້ນນີ້ ແມ່ນຍ້ອນທະນາຄານໃນລາວ ບໍ່ສາມາດສນອງເງິນຕຣາຕ່າງປະເທດ ໃຫ້ກັບບໍຣິສັດນໍາເຂົ້າ ນໍ້າມັນໄດ້ຢ່າງເຕັມອັດຕຣາ ເຮັດໃຫ້ສາມາດນໍ້າເຂົ້ານໍ້າມັນໄດ້ພຽງແຕ່ 50-60% ເທົ່ານັ້ນ, ຮວມທັງອັດຕຣາແລກປ່ຽນເງິນຕຣາ ຕ່າງປະເທດກໍສູງ ແລະການຄິດໄລ່ອາກອນມູນຄ່າເພີ່ມກໍສູງເຊັ່ນກັນ ຊຶ່ງໃນເມື່ອກ່ອນຄິດໄລ່ພຽງແຕ່ 10 ພັນກີບຕໍ່ລິດ ແຕ່ປັດຈຸບັນ ແມ່ນຄິດໄລ່ 26 ພັນກີບຕໍ່ລິດ ແລະບັນຫາການຂົນສົ່ງຈາກຕົ້ນທາງ ເພາະເມື່ອກ່ອນ ການຂົນສົ່ງແມ່ນຂົນສົ່ງເຖິງສາງພັກນໍ້າມັນເລີຍ ແຕ່ປັດຈຸບັນ ແມ່ນຂົນສົ່ງຮອດແຕ່ດ່ານຊາຍແດນເທົ່ານັ້ນ ເຮັດໃຫ້ການນໍ້າເຂົ້ານໍ້າມັນມີການສີ້ນເປືອງຂຶ້ນຕື່ມອີກ ບວກກັບລາຄານໍ້າມັນ ໃນຕລາດໂລກໄດ້ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ເຮັດໃຫ້ຕົ້ນທຶນການນໍາເຂົ້າ ສູງກວ່າຣັຖບານກໍານົດ ໃນໂຄງສ້າງລາຄານໍ້າມັນ.