ເຣື້ອງທີ່ເກັບບັນທຶກໄວ້
2023-01-19
ກອງປະຊຸມສຸດຍອດ ຜູ້ນຳກຸ່ມປະເທດແມ່ນໍ້າຂອງ ຄັ້ງທີ 4 ຈະຈັດຂຶ້ນ ໃນເດືອນເມສາ ທີ່ນະຄອນຫລວງວຽງຈັນ ເຣື່ອງນະວັຕກັມ, ການຮ່ວມມື ສຳລັບຄວາມໝັ້ນຄົງ ແລະ ປອດພັຍ ທາງນໍ້າ ແລະ ແມ່ນໍ້າຂອງທີ່ຍືນຍົງ.
2023-01-19
ຄົນລາວເຊື້ອສາຍຈີນ, ເຊື້ອສາຍວຽດນາມ ຕຣຽມຈັດງານບຸນປີໃໝ່ ຈີນ-ວຽດ ພາຍຫຼັງງົດຈັດງານ ໃນໄລຍະຫຼາຍປີຜ່ານມາ ເນື່ອງຈາກ ການຣະບາດ ຂອງໂຄວິດ-19 ຊຶ່ງປີນີ້ ເປັນປີທີ່ຈີນເປີດປະເທດ ແລະ ທາງການລາວ ຄາດຫວັງວ່າ ນັກທ່ອງທ່ຽວຈີນ ຈະເຂົ້າມາລາວຫຼາຍຂຶ້ນ ເພື່ອຊ່ວຍກະຕຸ້ນເສຖກິຈລາວ.
2023-01-19
ສະຫະພັນກັມມະບານລາວ ແລະອົງການ ອ໋ອກແຟມ (Oxfam) ປະຈໍາປະເທດລາວ ໄດ້ລົງນາມເຊັນບົດບັນທຶກ ຄວາມເຂົ້າໃຈ ກ່ຽວກັບວຽກງານ ການສົ່ງເສີມ ການປົກປ້ອງທາງສັງຄົມ ແລະສິດທິແຮງງານ ຂອງຄົນງານລາວ ໃນພາກການກະເສຕ ແລະອາຫານ ໃນປະເທດລາວ ທີ່ເຮັດວຽກນອກລະບົບ ໃຫ້ເຂົາເຈົ້າມີປະກັນສັງຄົມ ແລະປະກັນດ້ານອື່ນໆນໍາ.
2023-01-19
ທະນາຄານກາງ ສັ່ງຍຸຕິ ການເນີນທຸຣະກິຈ ຮ້ານແລກປ່ຽນເງິນຕຣາ ຕ່າງປະເທດ ຈໍານວນ 113 ຮ້ານ, ເຊິ່ງຊາວລາວ ໂດຍສະເພາະ ຜູ້ທີ່ຕ້ອງການແລກປ່ຽນ ເງິນບາທໄທຍ ເພື່ອໄປຊື້ເຄື່ອງຢູ່ປະເທດໄທຍ ຈະຊອກຫາເງິນບາທຍາກຂຶ້ນ ແລະຕ້ອງໄດ້ແລກປ່ຽນ ໃນລາຄາທີ່ສູງຂຶ້ນນໍາດ້ວຍ.
2023-01-19
ຊາວສວນມັນຕົ້ນ ຮຽກຮ້ອງໃຫ້ທາງການລາວ ອຳນວຍຄວາມສດວກ ໃນການຂາຍມັນຕົ້ນ ເພື່ອແກ້ໄຂບັນຫາ ພໍ່ຄ້າຄົນກາງກົດລາຄາ ຊຶ່ງລາຄາມັນຕົ້ນ ໃນແຕ່ລະແຂວງ ມີຄວາມແຕກຕ່າງກັນ ດ້ວຍເຫດນີ້ ຊາວສວນບາງຄົນ ຕ້ອງຂົນມັນຕົ້ນ ໄປຂາຍຢູ່ບ່ອນທີ່ໃຫ້ລາຄາດີກວ່າ, ແຕ່ຖືກເຈົ້າໜ້າທີ່ ທ້ອງຖິ່ນສັ່ງຫ້າມ.
2023-01-18
ກອງປະຊຸມຄັ້ງທີ 45 ຂອງຄະນະກັມມະການ ຮ່ວມມື 2 ຝ່າຍ ລະຫວ່າງຣັຖບານ ສປປ ລາວ ແລະວຽດນາມ ປະຈໍາປີ 2023 ເພື່ອເຮັດໃຫ້ການພົວພັນ ຮ່ວມມືລະຫວ່າງ 2 ປະເທດຂຍາຍຕົວຂຶ້ນຕື່ມ, ແລະມີຫລາຍບັນຫາ ຈະຕ້ອງໄດ້ຮັບການແກ້ໄຂ ເຊັ່ນບັນຫາຊາຍແດນ, ຄົນວຽດນາມຢູ່ລາວ ແບບຜິດກົດໝາຍຫລາຍຂຶ້ນ.
2023-01-18
ຫົວໜ້າຜແນກ ຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ຍອມຮັບວ່າ ມີບັນຫາກ່ຽວກັບ ຮ້ານບັນເທີງ, ຮ້ານອາຫານ ແລະ ຮ້ານກິນດື່ມ ເປີດໃຫ້ມົ້ວສຸມ ສິ່ງເສບຕິດ, ຄ້າປະເວນີ ແລະ ໄພສັງຄົມອື່ນໆ ຢູ່ຫຼາຍຕົວເມືອງ ໃນນະຄອນຫຼວງວຽງຈັນ.
2023-01-18
ຢາບ້າ ຈຳນວນ 6,000,000 ເມັດ ຖືກເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວຍຶດໄດ້ ພ້ອມຣົຖກະບະ ຣີໂວ້ 1 ຄັນ ສ່ວນຜູ້ກະທໍາຜິດ ໜີໄປໄດ້ ຊຶ່ງຄັ້ງນີ້ ບໍ່ແມ່ນ ກໍຣະນີຍຶດຢາບ້າ ເທື່ອທຳອິດ ເພາະທີ່ຜ່ານມາ ເຈົ້າໜ້າທີ່ ໃນແຂວງບໍ່ແກ້ວ ໄດ້ຍຶດຢາບ້າມາແລ້ວ ຫຼາຍເທື່ອ ພ້ອມຂອງກາງ ຈຳນວນມະຫາສານ.
2023-01-18
ພາຍຫຼັງທີ່ຈີນ ໄດ້ເປີດປະເທດ ຢ່າງເປັນທາງການ ໃນວັນທີ 8 ມົກກະຣາ 2023 ທີ່ຜ່ານມາ ຫຼາຍພາກສ່ວນຂອງລາວ ກໍໄດ້ມີການຕຣຽມຄວາມພ້ອມ ດ້ານຕ່າງໆ ເພື່ອຕ້ອນຮັບ ນັກທ່ອງທ່ຽວຈີນ ທີ່ຈະເຂົ້າມາທ່ຽວໃນປະເທດລາວ ຫຼາຍຂຶ້ນ.
2023-01-17
ຣັຖບານເກົາຫລີໃຕ້ ໄດ້ມອບເຂົ້າສານ ຈໍານວນ 1,314 ຕັນ, ມູລຄ່າ 1.26 ລ້ານໂດລ້າຣ໌ ສະຫະຣັຖ ໃຫ້ແກ່ຣັຖບານລາວ ເພື່ອນໍາໄປຊ່ອຍເຫຼືອ ປະຊາຊົນຜູ້ທຸກຍາກ ແລະຜູ້ທີ່ໄດ້ຮັບຜົລກະທົບ ຈາກພັຍພິບັດທາງທັມມະຊາດ ເມື່ອປີກາຍ ຈໍານວນ 100,000 ຄົນ ໃນຂອບເຂດທົ່ວປະເທດ.
2023-01-17
ນາງ ອຳມາລາ ຜ່ານມີໄຊ ອາຍຸ 33 ປີ ປະທານບໍຣິສັດ ອຳມາລາ ມາຫາອູດ ອະສັງຫາລິມະຊັພ ຈຳກັດຜູ້ດຽວ ໄດ້ຖືກເຈົ້າໜ້າທີ່ຕຳຣວດຈັບ ພາຍຫລັງທີ່ຜູ້ກ່ຽວ ຕົວະເອົາເງິນຄ່າມັດຈຳ ຈາກຄົນງານລາວ ບໍ່ຕໍ່າກ່ວາ 500 ຄົນ ທີ່ສົນໃຈເດີນທາງ ໄປເຮັດວຽກຢູ່ເກົາຫລີໃຕ້ ສ່ວນຜູ້ເສັຽຫາຍ ຍັງບໍ່ທັນໄດ້ເງິນຄືນ.
2023-01-17
ການຂົນສົ່ງສິນຄ້າ ຈາກລາວໄປຈີນ ແລະຈາກຈີນມາລາວ ຍັງນໍາໃຫ້ການຂົນສົ່ງ ດ້ວຍຣົຖບັນທຸກສິນຄ້າຢູ່ ເນື່ອງຈາກການຂົນສົ່ງດ້ວຍ ຣົຖໄຟລາວ-ຈີນ ຍັງບໍ່ທັນມີຄວາມຈະແຈ້ງເຣື່ອງລະບົບຕ່າງໆ ແລະທາງຈີນ ຫາກໍເປີດປະເທດເມື່ອບໍ່ດົນມານີ້.
2023-01-17
ຊາວບ້ານ ບ້ານໂພນສະຫວ່າງ ເມືອງໂພນໂຮງ ແຂວງວຽງຈັນ ປະມານ 10 ຫລັງຄາເຮືອນ ທີ່ຢູ່ໃກ້ກັບໂຮງງານ ປະສົມຊີເມັນ ຂອງ ບໍຣິສັດ ຫົງຄຳ ຄອນກຣີດ ໄດ້ຮັບຜົນກະທົບ ທາງສຽງ, ຂີ້ຝຸ່ນ ແລະ ແຮງສັ່ນສະເທືອນ ຈາກໂຮງງານດັ່ງກ່າວ ແຕ່ເຈົ້າໜ້າທີ່ຂັ້ນບ້ານ ປະຕິເສດ ການແກ້ໄຂບັນຫາ.
2023-01-16
ມີເຫດຜົລຫຍັງແດ່ ທີ່ເຮັດໃຫ້ ນາຍົກ ພັນຄຳ ຕ້ອງລາອອກ ຈາກຕຳແໜ່ງ ກາງເທີມ ທັ້ງໆທີ່ ທ່ານກໍເປັນຜູ້ນຳຄົນນຶ່ງ ທີ່ກ້າຕຳນິ ກ່ຽວກັບ ຄວາມບົກຜ່ອງ ຂອງເຈົ້າໜ້າທີ່ ລະດັບສູງ ແລະ ສະມາຊິກພັກ.
2023-01-16
ການປະກົດໂຕ ຂອງຜູ້ນໍາ ອັນແທ້ຈິງ ຂອງຂບວນການ ແນວລາວຮັກຊາຕ ແລະ ການສະຖາປະນາ ຣາຊອານາຈັກລາວ ເປັນສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ.