ຄົນລາວ ເຊື້ອສາຍຈີນ, ວຽດນາມ ຈະຈັດງານປີໃໝ່ ໃຫ້ຍິ່ງໃຫຍ່

0:00 / 0:00

ໃນ​ວັນ​ທີ 22 ມົກ​ກະ​ຣາ ທີ່​ຈະ​ມາ​ເຖິງນີ້, ຄົນ​ລາວເຊື້ອ​ສາຍ​ຈີນ ແລະ ເຊື້ອ​ສາຍ​ວຽດ​ນາມ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງຂັ້ນ​ເມືອງ ແລະ ແຂວງ ມີ​ແຜນ​ຈະ​ຈັດງານ​ບຸ​ນ​ປີ​ໃໝ່ ຫຼື ຕ​ຣຸດ​ຈີນ ແລະ ຕ​ຣຸດ​ວຽດ ປະ​ຈຳ​ປີ 2023 ຢ່າງ​ຍິ່ງ​ໃຫຍ່ ຫຼັງ​ຈາກບໍ່​ໄດ້​ຈັດ​ມາ 2 ປີ ຍ້ອນ​ການ​ຣະ​ບາດ​ຂອງ​ໂຄວິດ-19.

ຢູ່​ນະ​ຄອນ​ຫລວງວຽງ​ຈັນ, ​ຈະ​ມີການ​ເຊີດ​ສິງ​ໂຕໄປ​ຕາມ​ແຫຼ່ງ​ຊຸມ​ຊົນ ເພື່ອ​ເປັນ​ສິ​ຣິ​ມຸງ​ຄຸນ ໃນ​ວັນ​ຂຶ້ນ​ປີ​ໃໝ່ຊາວ​ຈີນ ແລະ ຊາວ​ວຽດ ພ້ອມ​ດຽວ​ກັນ​ນັ້ນ ກໍ​ຈະເປີດ​ພື້ນ​ທີ່ ຢູ່​ວັດ​ສະ​ມາ​ຄົມ​ຈີນ ຫຼື ​ວັດ​ຈີນ ຢູ່​ບ້ານ​ດົງ​ປ່າ​ແຫຼບ ເມືອງ​ຈັນ​ທະ​ບູ​ລີ ນະ​ຄອນ​ຫລວງວຽງ​ຈັນ ເພື່ອ​ໃຫ້​ປະ​ຊາ​ຊົນ​ ສາ​ມາດ​ເຂົ້າ​ມາ​ເຮັດ​ບຸນ ໄດ້​ຕາມ​ປົກກະ​ຕິ.

ຊາວ​ນະ​ຄອນ​ຫລວງວຽງ​ຈັນ ທີ່​ເຮັດ​ວຽກ​ນຳ​ມູ​ລ​ນິ​ທິ​ຈີນ ວຽງ​ຈັນ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ ເສ​ຣີ ວ່າ:

" ພວກ ​ເຮົາ​ກໍ​ຈະ​ແຫ່​ເປັນ​ປົກ​ຕິ​ຢູ່​ແລ້ວ ຫັ້ນ​ນ່າ​ເນາະ ຕາມ​ບ້ານ​ເຮືອນ ຜູ້​ທີ່​ເອົາ​ເຊີດ​ເອົາ​ຫຍັງ​ເນາະ ແລ້ວ​ກໍ​ໄຫວ້​ຕາມ​ທີ່​ສັກ​ກາ​ຣະ​ບູ​ຊາ ​ຂອງ​ໄທ​​ເຮົາ ເຄີຍ​ເຮັດ​ມາ​ຫັ້ນ​ນ່າ ມັນ​ກໍ​ຈະ​ຈັດ​ໃຫຍ່ກວ່າ​ປີ ໂຄວິດ-19 ພວກ​ເຮົາ​ຈຳ​ກັດ ຈຳ​ກັດ​ຄົນ​ເນາະ ພື້ນ​ທີ່​ຂອງ​ມູ​ລ​ນິ​ທິ ມັນ​ກໍ​ຈະ​ມີ​ວັດ ມັນ​ກໍ​ຈະ​ໄຫວ້​ເປັນ​ປົກ​ກະຕິ​ຢູ່​ລະ ມີ​ຊາວ​ຈີນ ຊາວ​ລາວ ເຮົາ​ມາ​ຮ່ວມ​ກັນ​ໄຫວ້​ຢູ່ ຢູ່​ວັດ ຢູ່​ມູລນິ​ທິ​ຫັ້ນ​ນ່າ​ເນາະ."

ສ່ວນ​ວ່າ ງານ​ຕ​ຣຸດ​ຈີນ, ຕ​ຣຸດ​ວຽດ ຢູ່​ນະຄອນ​ໄກ​ສອນ ພົມ​ວິ​ຫານ ຢູ່​ແຂວງ​ສວັນ​ນະ​ເຂດ ກໍ​ຈະ​ມີ​ກິ​ຈ​ກັມ ທີ່​ຊື່​ວ່າ​ ສວັນ​ຫັນ​ສາ ຫຼື Savan Fun Fest ແລະ ຄາດ​ວ່າ ຈະ​ມີ​ນັກ​ທ່ອງ​ທ່ຽວ​ໄທ​ຍ​ ເຂົ້າ​ມາທົ່ວ ​ແຂວງ​ສວັນ​ນະ​ເຂດ ເປັນ​ຈຳ​ນວນ​ຫຼາຍ.

ທີມ​ງານ​ເຊີດ​ສິງ​ໂຕ ແຂວງ​ສວັນ​ນະ​ເຂດ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ ​ເສ​ຣີ ວ່່າ:

" ຈັດ ​ໃຫຍ່​ເລີຍ​ປີນີ້ ປີນີ້ ເພິ່ນ​ຊິ​ຈັດ​ໃຫຍ່ ກຸດ​ຈີນ ກຸດ​ວຽດ ແລ້ວ​ກໍ​ຈະ​ຈັດ​ງານ​ຟັນ​ເຟ​ສ ເດ້ ສວັນ​ຫັ​ນ​ສານີ້​ເດ້ ປີນີ້ ເພິ່ນ​ເປີດ​ປະ​ເທດ​ຫຼາຍ ຂ​ນາດ​ຍັງ​ບໍ່​ທັນ​ເປີດ​ງານ​ຫັ້ນ​ນ່າ ມີ​ແຕ່​ເປີດ​ປະ​ເທດ​ຊື່ໆ ຄົນ​ມາ​ທ່ຽວ​ຝັ່ງ​ພີ້​ຫຼາຍ ເພາະ​ວ່າ ມັນ​ເປັນ​ເມືອງ​ເກົ່າ ຂ້ອນ​ຂ້າງ Classic ແດ່ ຄົນ​ໄທ​ຍ​ມາ​ທ່ຽວ​ຫຼາຍ​ໄດ໋ ໂອ້ຍ ຄົນ​ມາ​ແຕ່​ຊົນ​ບູ​ຣີ ກຸງ​ເທບ ມາ​ອຶກ​ກະ​ທຶກ ຄຶກ​ໂຄມ."

ຢູ່​ແຂວງ​ຫລວງ​ພ​ຣະ​ບາງ ກໍ​ຈະ​ມີ​ການ​ສະ​ແດງ​ຟ້ອນ ແລະ ການ​ເຊີດ​ສິງ​ໂຕ ຍ້ອນ​ວ່າ ບໍ່​ໄດ້​ຈັດ​ມາ​ດົນ​. ຊາວ​ຄ້າ-ຂາຍ ທ່ານ​ນຶ່ງ ຢູ່​ແຂວງ​ຫລວງພ​ຣະ​ບາງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ ເສ​ຣີ ວ່າ:

" ຕາມ ​ທີ່​ໄດ້​ຍິນ ພວກ​ທາງ​ສະ​ມາ​ຄົມ​ຈີນ ຂະ​ເຈົ້າ​ຈະ​ເຮັດ​ໃຫຍ່ໜ້ອຍ​ນຶ່ງ ປົກ​ຕິ​ຂະ​ເຈົ້າ ຊິ​ມີ​ກິນ​ລ້ຽງ​ແມ່ນ​ຫຍັງ ມີ​ຮ້ອງ​ເພງ ມີ​ການ​ສ​ແດງການ​ຟ້ອນ ການ​ແມ່ນ​ຫຍັງ ການ​ເຊີດ​ສິງ​ໂຕແມ່ນ​ຫຍັງ ເພາະ​ວ່າ ໂຕ​ນີ້ແຫ່​ສິ່ງ​ໂຕ ເມື່ອ​ປີ​ໃໝ່ ກຸດ​ຈີນ ຂະ​ເຈົ້າ​ຈະ​ແບບ​ກິນ​ເຂົ້າ ສາ​ມັກ​ຄີ​ຫັ້ນ​ນ່າ ຢູ່​ທາງ​ສະ​ມາ​ຄົມ ຈະ​ເຈົ້າ​ກິນ​ເຂົ້າ​ສາ​ມັກ​ຄີ​ຢູ່​ທາງ​ໂຮງ​ຮຽນ ແລະ ຂະ​ເຈົ້າ​ຈະ​ໄດ້​ຈັດ​ງານ​ຟ້ອນ ຮ້ອງ​ເພງ​ແມ່ນ​ຫຍັງ ແລ້ວ​ກໍ​ເຊີດ​ສິງ​ໂຕ​ແມ່ນ​ຫຍັງ​ໄປ​ນຳ."

ກ່ອນ​ໜ້າ ​ທີ່​ຈະ​ມີ​ການ​ແຜ່​ຣະ​ບາດ​ ຂອງ​ໂຄວິດ-19, ຊາວ​ຈີນ ນິ​ຍົມ​ຂີ່​ຣົຖສ່ວນ​ໂຕ ເດີນ​ທາງ​ຈາກ​ປະ​ເທດ​ຈີນ ເຂົ້າ​ມາ​ທ່ຽວ​ລາວ. ປັດ​ຈຸ​ບັນ ​ເຖິງວ່າ ​ທາ​ການ​ຈີນ ມີ​ການ​ປະ​ກາດ​ເປີດ​ປະ​ເທດ ຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 8 ມົກ​ກະ​ຣາ 2023 ທີ່​ຜ່ານ​ມາ, ແຕ່ ກໍ​ຍັງ​ບໍ່ສາ​ມາດ​ຄາດ​ຄະ​ເນ​ໄດ້​ວ່າ ຈະ​ມີ​ຊາວ​ຈີນຫຼາຍ​ປານ​ໃດ ເດີນ​ທາງ​ເຂົ້າ​ມາ​ລາວ ເພື່ອ​ສ​ລອງ​ປີ​ຈີນ​ປີນີ້.

ເຈົ້າ​ໜ້າ​ທີ່ ​ເຮັດ​ວຽກ​ດ້ານ​ການ​ສົ່ງ​ເສີມ ​ການ​ທ່ອງ​ທ່ຽວ ຢູ່ ແຂວງ​ພາກ​ເໜືອ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ວ່າ:

" ສ່ວນ ​ຫຼາຍ​ກໍ​ເປັນ​ຊາວ​ຈີນ ທີ່​ມາ​ຄ້າ​ຂາຍ ຫຼື​ວ່າ ມາ​ລົງ​ທຶນ​ຢູ່​ອຸ​ດົມ​ໄຊ ນີ້ [ສ່ວນ​ງານ​ບຸນ​ປີ​ໃໝ່ວຽດ-ຈີນ] ອັນ​ນີ້ ບໍ່​ຄ່ອຍ​ມີ ເຮົາ​ຢູ່​ອຸ​ດົມ​ໄຊ ສ່ວນ​ຫຼາຍ​ກໍ​ຢູ່​ນະ​ຄອນ​ຫລວງມີ [ເບື້ອງ​ອຸ​ດົມ​ໄຊ] ບໍ່​ມີທັນ​ຫຼາຍ ເພາະ​ວ່າ ຫາກໍ່​ເປີດ​ດ່ານ ວັນ​ທີ 8 ຜ່ານ​ມາ ນີ້ ເນາະ ຍັງ​ບໍ່​ທັນ​ເຫັນ​ເຂົ້າ​ມາ​ຫຼາຍ​ເທື່ອ. ໂອ້ ຍັງ​ບໍ່​ທັນ​ຮູ້ ຄື​ຜ່ານ​ມາ​ເນາະ ຊ້ວງ​ກ່ອນ​ໂຄວິດ ຫັ້ນ​ຫຼາຍໆ ຫຼາຍ​ແທ້ມາ​ທ່ຽວ​ລາວ ທ່ຽວ​ອຸ​ດົມ​ໄຊ​ນີ້​ນ່າ [ແຕ່​ປັດ​ຈຸ​ບັນ​ນີ້] ຄາດ​ຄະ​ເນບໍ່​ໄດ້​ວ່າ ຊິ​ມາ​ຫຼາຍ​ຫຼື​ມາ​ໜ້ອຍ."

ຕາມ​ປົກ​ຕິ​ແລ້ວ ໄລ​ຍະ​ຕ​ຣຸດ​ຈີນ ແລະ ຕຼຸດ​ວຽດ, ສິນ​ຄ້າ​ທີ່​ເປັນ​ເຄື່ອງ​ອຸ​ປະ​ໂພກ ບໍ​ຣິ​ໂພກ ຈ​ະມີ​ລາ​ຄາ​ແພງຂຶ້ນ. ແມ່​ຄ້າ​ຊາວ​ວຽດ​ນາມ ຢູ່​ຕ​ລາດ​ດາວ​ເຮືອງ ນະ​ຄອນ​ປາກ​ເຊ ແຂວງ​ຈຳ​ປາ​ສັກ ໄດ້​ກ່າວ​ວ່າ:

" ບໍ່ ​ແນ່​ໃຈ​ເດີ ເພາະ​ວ່າ ແຕ່​ລະ​ປີ ມັນ​ບ​ຄື​ກັນ​ເດ້ ຫາກໍ່​ແລ້ວໂຄວິດ-19 ເຮົາ​ກໍ​ບໍ່​ຮູ້​ວ່າ ຄົນ​ເຂົາ​ຊິ​ມີ​ເງິນ​ເດ້ ໄດ້​ທ່ຽວ ໄດ້​ຫຼິ້ນບໍ່​ຊິ​ນ່າ ກໍ​ຂຶ້ນ​ຫຼາຍຢູ່ ມັນ​ກໍ​ອາ​ດ​ຊິ​ເປັນ​ທົ່ວ​ໄປ ເລີຍນີ້​ແຫຼະເຄື່ອງ​ກິນບໍ່ ໝາກ​ໄມ້​ບໍ່ ອີ່​ຫຍັງ​ກໍ​ຂຶ້ນ ຂຶ້ນ​ໝົດ​ນ່າ ຊ້ວງ​ກຸດ​ຈີນນີ້​ແຫຼະ."

ເມື່ອບໍ່​ດົນ​ມານີ້, ທ່ານ ສຳ​ເລັດ​ ເພັດ​ພອນ​ສັກ ຫົວ​ໜ້າ​ຂ​ແນງ​ການ​ພາຍ​ໃນ ຜ​ແນກ​ອຸດ​ສາ​ຫະ​ກັມ ແລະ ການ​ຄ້າ ນະ​ຄອນ​ຫລວງວຽງ​ຈັນ ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ລາວ​ວ່າ ໃນ​ໄລ​ຍະ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນ​ຮັບ​ປີ​ໃໝ່ ສາ​ກົນ 2023 ຈົນ​ຮອດໄລ​ຍະ​ຕ​ຣຸດ​ຈີນ ແລະ ຕຣຸດ​ວຽດ ໜ່ວຍ​ງານ​ຂອງ​ທ່ານ ໄດ້​ແຕ່ງ​ຕັ້ງ​ເຈົ້າ​ໜ້າ​ທີ່ກວດ​ກາ​ການ​ຄ້າ ສຳ​ລັບ​ດຳ​ເນີນ​ການ​ ເຄື່ອນ​ໄຫວຕິດ​ຕາມ​ລາ​ຄາ​ສິນ​ຄ້າ ​ໃນ​ຕ​ລາດ ໃນ​ເຂດ​ໂຕ​ເມືອງ​ຂອງ​ນະ​ຄອນ​ຫລວງວຽງ​ຈັນ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຊາວ​ຄ້າ​ຂາຍ ສວຍ​ໂອ​ກາດຂຶ້ນ​ລາ​ຄາ ແລະ ກັກ​ຕຸນ​ສິນ​ຄ້າ.

ທ່ານ ກ່າວ​ຕື່ມ​ວ່າ ໃນ​ໄລ​ຍະ​ການ​ສ​ເລີມ​ສ​ລອງ ບຸນ​ປີ​ໃໝ່​ວຽດ ແລະ ຈີນ ທີ່​ ຜ່ານ​ມາສ່ວນ​ຫຼາຍ​ແມ່ນ​ຊີ້ນ​ໝູ ແລະ ຊີ້ນ​ງົວ ມັກ​ມີ​ລາ​ຄາ​ເໜັງ​ຕີງ ຍ້ອນ​ຄວາມ​ຕ້ອງ​ການ ​ບໍ​ຣິ​ໂພກ​ຫຼາຍ ແຕ່​ຄວາມ​ສາ​ມາດ ​ໃນ​ການ​ຜ​ລິດບໍ່​ພຽງ​ພໍ ເຮັດ​ໃຫ້​ຕ້ອງ​ນຳ​ເຂົ້າ​ໝູ​ ຈາກ​ບ່ອນ​ອື່ນ ຈຶ່ງ​ສົ່ງ​ຜົ​ລ​ໃຫ້​ລາ​ຄາ​ສູງ​ຂຶ້ນ.