ເຣື້ອງທີ່ເກັບບັນທຶກໄວ້
2023-02-07
ສະຫະພາບຢູໂຣບ ປະຈໍາລາວ ສົ່ງເສີມປະຊາຊົນ ປູກກາເຟປອດສານພິດ ແທນການປູກຝິ່ນ ແລະການຖາງປ່າເຮັດໄຮ່ເລືອນລອຍ ຢູ່ແຂວງພາກເໜືອຂອງລາວ ແຕ່ຊາວບ້ານຍັງຕ້ອງການ ໃຫ້ພາກຣັຖສົ່ງເສີມດ້ານການຕລາດ ແລະຜລິດຕະພັນແປຮູບກາເຟ ເພື່ອເພີ່ມມູນຄ່າ.
2023-02-07
ຜູ້ປະສົບພັຍເຂື່ອນແຕກ ເມືອງສນາມໄຊ ແຂວງອັດຕະປື ກັງວົນໃຈ ເຣື່ອງເຮືອນຖາວອນ ທີ່ທາງການແຂວງ ມອບໃຫ້ຢ່າງເປັນທາງການ ເມື່ອຕົ້ນເດືອນ ທັນວາ 2022 ທີ່ຜ່ານມາ ຍ້ອນເຮືອນທີ່ມອບໃຫ້ນັ້ນ ບໍ່ທັນແລ້ວສົມບູນ 100% ແລະຢ້ານ ບໍຣິສັດກໍໍ່ສ້າງ ບໍ່ມາສ້ອມແປງໃຫ້.
2023-02-07
ຣັຖວິສາຫະກິຈ ໄຟຟ້າລາວ ຫລື EDL ຈະປັບລາຄາຄ່າໄຟຟ້າຂຶ້ນ ຈຳນວນ 8 ປະເພດກິຈການ ຈາກທັງໝົດ 9 ປະເພດກິຈການ ເພື່ອແກ້ໄຂ ບັນຫາໜີ້ສິນ ຂອງຣັຖວິສາຫະກິຈ ໄຟຟ້າລາວ ໃນໄລຍະຜ່ານມາ ແລະ ນຳເອົາເງິນໄປສຳລະ ຄ່າໃຊ້ຈ່າຍອື່ນໆ ທີ່ຈຳເປັນ.
2023-02-07
ສະຖານທູຕ ສະຫະຣັຖອາເມຣິກາ ປະຈຳປະເທດໄທຍ ຮ່ວມກັບປະຊາຊົນ ຊາວເມືອງຊຽງຂອງ ແຂວງຊຽງຮາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດເທສການແລກປ່ຽນວັທນາທັມ ແຫ່ງສາຍນໍ້າ ພາຍໃຕ້ຫົວຂໍ້ “A Tale of Two Rivers” ເຣື່ອງເລົ່າສອງສາຍນໍ້າ.
2023-02-07
ຄຣູສອນສາສນາ ຄຣິສຕຽນ ພ້ອມກັບຊາວຄິຣສຕຽນລາວ ອີກ 15 ຄອບຄົວ ເຊິ່ງເປັນຊາວເຜົ່າອາຄາ ຢູ່ບ້ານໃໝ່ ເມືອງຫລວງນ້ໍາທາ ແຂວງຫລວງນ້ໍາທາ ຖືກເຈົ້າໜ້າທີ່ຂັ້ນບ້ານ ຂັບໄລ່ອອກຈາກບ້ານ ຍ້ອນບໍ່ພໍໃຈ ທີ່ທີ່ເຂົາເຈົ້າ ປ່ຽນໄປນັບຖື ສາສນາຄິຣສຕຽນ.
2023-02-06
ການປະລະ ການຮຽນ ຍ້ອນຂາດຄຣູສອນ ຕາມໂຮງຮຽນຫຼາຍແຫ່ງ ໃນທົ່ວປະເທດລາວ ມີສາເຫດສ່ວນນຶ່ງ ມາຈາກການລາອອກ ຂອງຄຣູອາສາສມັກ ແລະການຢຸດຮຽນດົນ ສົ່ງຜົລກະທົບ ຕໍ່ການພັທນາຊັບພະຍາກອນມະນຸສ ຢູ່ລາວ.
2023-02-06
ຣັຖບານສັ່ງຫ້າມ ໃຫ້ຊາວບ້ານ ຢູ່ບ້ານຂັນລາຍ, ບ້ານກວາງຊີ, ບ້ານແກ້ງເກັ່ຽ ທີ່ຢູ່ໃນຄຸ້ມບ້ານເພຽລາດ ໃນເມືອງບາຈຽງຈະເຣີນສຸກ ແຂວງຈຳປາສັກ ຈຳນວນ 100 ປາຍຄອບຄົວ ຢຸດທຳການຜລິິດ ການກະເສຕໃນປີ 2023 ນີ້ ໃນພື້ນທີ່ຂອງຣັຖ 190 ເຮັກຕ້າຣ໌.
2023-02-06
ໂຮງງານປຸງແຕ່ງ ຢາງພາຣາ ຂອງນັກລົງທຶນວຽດນາມ ແລະໂຮງງານຫລອມໂລຫະ ຂອງນັກລົງທຶນຈີນ ຢູ່ເຂດບ້ານພຣະບາດໂພນສັນ ເມືອງທ່າພຣະບາດ ແຂວງບໍຣິຄຳໄຊ ປ່ອຍນໍ້າເສັຽ ພາຍໃນໂຮງງານ ໄຫລລົງຫ້ວຍ ສົ່ງຜົລໃຫ້ນໍ້າເນົ່າ ເໝັນຢ່າງຮຸນແຮງ ແລະສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ.
2023-02-06
ອົງການຢູນິເຊຟ ສນັບສນຸນ ໂຄງການນ້ໍາ, ສຸຂາພິບານ ແລະ ສຸຂະອະນາໄມ ໃຫ້ຊົນເຜົ່າຢ້າວ ຢູ່ບ້ານພັງຊານ ເມືອງຍອດອູ ແຂວງຜົ້ງສາລີ ພາຍຫລັງ ພວກເຂົາເຈົ້າ ມີນ້ໍາຊົມໃຊ້ ບໍ່ພຽງພໍ ມາດົນຫລາຍປີ ໂດຍໄດ້ຮັບການສນັບສນຸນ ງົບປະມານຈາກ ຄອບຄົວ ຮາກິວາຣະ ຜ່ານອົງການຢູນິເຊຟ ປະຈໍາຍີ່ປຸ່ນ.
2023-02-06
ພະນັກງານຣັຖ ຊັ້ນຜູ້ນ້ອຍ ແລະ ປະຊາຊົນໂດຍທົ່ວໄປ ໄດ້ຮັບຜົລກະທົບຢ່າງໜັກໜ່ວງ ຈາກອັຕຣາເງິນເຟີ້ເພີ່ມສູງຂຶ້ນ ແລະຮຽກຮ້ອງ ໃຫ້ຣັຖບານລາວ ແກ້ໄຂບັນຫາຢ່າງໄວວາ ຊຶ່ງກໍຍັງບໍ່ເຫັນຫົນທາງວ່າ ຣັຖບານ ຈະມີວິທີແກ້ໄຂໄດ້ແນວໃດ ນອກຈາກນັບມື້ຍິ່ງເຟີ້ສູງຂຶ້ນ.
2023-02-05
ຫົວໜ້າສະຫະພັນ ແຮງງານຄົນສຳຄັນ ຂອງກັມພູຊາ ເຂົ້າຮ່ວມກຸ່ມຕໍ່ຕ້ານ ຣັຖບານ ຂອງພັກຝ່າຍຄານ ກັມພູຊາ ເພື່ອຈະໃຫ້ຊະນະ ການເລືອກຕັ້ງ ທີ່ຈະມີຂຶ້ນໃນກາງປີປີນີ້ ຊຶ່ງພັກຣັຖບານ ສ້າງຄວາມແຕກແຍກ ແລະກໍ່ກວນພັກຝ້າຍ ມາໂດຍຕລອດ.
2023-02-05
ຄົນງານລາວ ທີ່ຖືກຈັບຢູ່ ມາເລເຊັຽ ກັບເຖິງບ້ານແລ້ວ, ຊາວບ້ານ ເມືອງອະນຸວົງ ແລະ ລ້ອງແຈ້ງ ບໍ່ເຫັນພ້ອມ ທີ່ຣັຖອະນຸຍາດ ໃຫ້ຈີນ ຂຸດຄົ້ນແຮ່, ຊາວລາວ ເປັນຫ່ວງວ່າ ອິດທິພົລຈີນ ຈະແຜ່ຂຍາຍໄປ ໃນຫລາຍດ້ານ.
2023-02-03
ນະຄອນຫຼວງວຽງຈັນ ຈະເລັ່ງແກ້ໄຂບັນຫາອຸປະສັກ ແລະສິ່ງກີດຂວາງຕ່າງໆ ເພື່ອສ້າງສິ່ງອໍານວຍຄວາມສະດວກ ໃຫ້ແກ່ການລົງທຶນ ເພື່ອໃຫ້ຂຍາຍໂຕເພີ່ມຂຶ້ນ ໃນປີ 2023 ນີ້ ຮວມທັງເຣື່ອງການສຶກສາ ແລະການຝຶກອົບຮົມ ຂັ້ນຕອນ ການຂໍອະນຸຍາດ ດໍາເນີນທຸຣະກິຈ ແບບອັດຕະໂນມັດ.
2023-02-03
ມີຂະບວນການລັກຣົຖ ຈາກໄທຍ ໄປຂາຍໃນລາວແບບໃໝ່ ໂດຍອ້າງກຳມະສິດ ເປັນເຈົ້າຂອງຣົຖ ແລະເຮັດໃບອະນຸຍາດ ອອກນອກປະເທດ ຢ່າງຖືກຕ້ອງຕາມກົດໝາຍ ແຕ່ຣົຖດັ່ງກ່າວ ບໍ່ກັບຄືນມາປະເທດໄທຍ.
2023-02-03
ຣັຖບານລາວໃຫ້ຄວາມສໍາຄັນ ຕໍ່ວຽກງານຂົນສົ່ງສິນຄ້າ ຊຶ່ງສຳຄັນໃນການເປັນທາງຜ່ານ ຂອງສິນຄ້າລະຫວ່າງປະເທດ, ມີທ່າບົກເປັນບ່ອນຮັບ ແລະຂົນຖ່າຍສິນຄ້າ ເຂົ້າສູ່ລະບົບ ການຂົນສົ່ງທາງຖນົນ ແລະທາງຣົຖໄຟ ລາວ-ຈີນ.