ຂະບວນການ ລັກລອບນຳຣົຖເຂົ້າ ສປປ ລາວ ຈາກໄທຍ ແບບໃໝ່
2023.02.03
ອີງຕາມການຣາຍງານ ຂອງດ່ານພາສີ ແຂວງໜອງຄາຍ, ມຸກດາຫານ ແລະແຂວງນະຄອນພະນົມ ວ່າງຫລັງໆມານີ້ວ່າ, ໃນປີ 2022 ມີຂບວນການລັກຣົຖຈາກໄທຍ ໄປລາວໃນລັກສນະໄປທ່ອງທ່ຽວ ຈຳນວນ 306 ຄັນ ແຕ່ຣົຖສ່ວນຫລາຍ ບໍ່ກັບຄືນມາໄທຍ.
ຊຶ່ງຕາມກົດຣະບຽບ ຂອງດ່ານພາສີ ບຸກຄົນໃດຈະນຳຣົຖອອກຈາກປະເທດໄດ້ ຕອ້ງເປັນເຈົ້າຂອງຣົຖເທົ່ານັ້ນ ຈຶ່ງຈະສາມາດຂັບອອກນອກປະເທດໄດ້ ຕາມໄລຍະເວລາທີ່ດ່ານພາສີກຳນົດ ໃຫ້ ແລະເຈົ້າຂອງຣົຖທຸກຄັນ ຕອ້ງມີໜັງສືຖືກຕ້ອງທຸກຢ່າງ ເຈົ້າໜ້າທີ່ດ່ານພາສີ ຈຶ່ງອະນຸຍາດໃຫ້ຜ່ານອອກໄປໄດ້ ຕາມລະບຽບການ.
ດັ່ງເຈົ້າໜ້າທີ່ ດ່ານພາສີ ທີ່ແຂວງໜອງຄາຍ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 25 ມົກຣາຜ່ານມາວ່າ:
“ການທີ່ຈະອອກໄປຕ່າງປະເທດໄດ້ ນຶ່ງຕ້ອງເປັນເຈົ້າຂອງຣົຖ ມີໜງັສືມອບອຳນາດ ຢ່າງຖືກຕ້ອງ ຫລືເຂົາເປັນເຈົ້າຂອງກຳມະສິດເອງ ເຮົາບໍ່ສາມາດທີ່ຈະສກັດກັ້ນໄດ້ ເປັນກຳມະສິດຂອງເຂົາເອົາອອກໄປ ເຂົາເອົາໄປໃນວິທີອັນນີ້ພຽງແຕ່ວ່າ ຣົຖບໍ່ກັບມາ ຖ້າຈະເອົາອອກຳປອີກຄັນໃໝ່ນັ້ນ ແລະເຈົ້າອາດມີບັນຫາຫາ ຄັນເກົ່າໄປໃສ”
ທ່ານກ່າວຕື່ມວ່າ ເປັນການຄາດຄະເນວ່າ ອາດມີການລັກລອບຣົຖໄປຂາຍໃນລາວກໍເປັນໄດ້ ໂດຍໂອນກຳມະສິດເປັນເຈົ້າຂອງຣົຖ ແລະເຮັດໃບອະນຸຍາດຢ່າງຖືກຕ້ອງ ກໍເພື່ອເປັນການຫລີກເວັ້ນພາສີ ຈາກຝັ່ງລາວ ເພາະວ່າ ຖ້າສິນຄ້າຈາກໄທຍໄປລາວຕອ້ງເສັຽພາສີ.
ໃນຈຳນວນຣົຖທີ່ລັກໄປຂາຍໃນລາວ 306 ຄັນວ່າປີຜ່ານມານັ້ນ ສ່ວນຫລາຍຜ່ານດ່ານພາສີ ແຂວງໜອງຄາຍ, ມຸກດາຫານ ແລະນະຄອນພະນົມ ເດືອນລະປະມານ 44 ຄັນ ຣົຖສ່ວນໃຫຍ່ຈະບໍ່ກັບຄືນມາໄທຍ.
“ຖ້າເຮັດໃບຂົນສົ່ງສິນຄ້າ ຖືກຕ້ອງຝັ່ງໄທຍບໍ່ມີພາສີ ແຕ່ຂ້າມໄປຝັ່ງລາວ ເຮັດຖືກຕ້ອງໃບຂັນຖືກຕ້ອງ ເຈົ້າຕ້ອງຍ້າຍພວງມະໄລ ຣົຖຈາກຂົວໃຫ້ໄປຢູ່ຂ້າງຊ້າຍກ່ອນ ມັນກໍຈະມີຄ່າໃຊ້ຈ່າຍບ່ອນນີ້ ໄປໂດຍວີທິນີ້ ບໍ່ຈຳເປັນຕ້ອງມາລັກລອບອອກ ເຂົາບໍ່ຕ້ອງເສັຽພາສີຝັ່ງລາວ.”
ກ່ຽວກັບເຮື່ອງນີ້ ເຈົ້າໜ້າທີ່ກ່ຽວຂອ້ງຢູ່ແຂວງວຽງຈັນທ່ານນຶ່ງ ຜູ້ທີ່ຂໍສງວນຊື່ກ່າວວ່າ ເຫດການດັ່ງກ່າວ ທາງການລາວຍັງບໍ່ທັນພົບພໍ້ເທື່ອ ແຕ່ທີ່ຜ່ານມາເຈົ້າໜ້າທີ່ກໍມີການກວດກາ ແລະຮີບໂຮມຂໍ້ມູນການນຳຣົຖເຂົ້າ-ອອກຢູ່ຕຣອດ ກໍມີຢູ່ຈຳນວນນຶ່ງທີ່ມາຈາກໄທຍ ແລະບໍ່ກັບໄທຍ ຊຶ່ງທ່ານເອງຄາດຄະເນວ່າ ອາດຈະເອົາໄປບ່ອນອື່ນກໍເປັນໄດ້.
ດັ່ັງທ່ານເວົ້າວ່າ:
“ພວກເຮົາກໍມີໂຕເລກ ທີ່ວ່າຄັນໃດມັນບໍ່ອອກບໍ່ຫຍັງຕ່າງໆ ເພາະວ່າເຮົາໄດ້ເກັບກຳໃວ້ຢູ່ ຈຳນວນນຶ່ງ ມັນກໍອາດເຄື່ອນໄຫວບໍ່ຖືກຕ້ອງ ກໍມີ ອາດເອົາໄປບ່ອນອື່ນເນາະ ອາດເປັນໄດ້.”
ທ່ານກ່າວຕື່ມວ່າ ເຈົ້າໜ້າທີ່ດ່ານພາສີຢູ່ລາວເຂັ້ມງວດໃນການນຳຣົຖເຂົ້າ-ອອກປະເທດ ເພື່ອຫລີກລຽງຣົຖເຖື່ອນ ນອກຈາກນັ້ນ ກໍຍັງກວດສິນຄ້າເຖື່ອນ ແລະສິນຄ້າທີ່ຜິດກົດໝາຍນຳອີກ.
ຜູ້ຂາຍຣົຖມືສອງໃນລາວ ທ່ານນຶ່ງເວົ້າວ່າ ຂບວນການນຳຣົຖມາຈາກໄທຍ ແບບຖືກຕ້ອງຕາມກົດໝາຍ ແລ້ວຣົຖບໍ່ຄືນໄທຍນັ້ນ ອາດມີ ເພາະຕ້ອງ ການເອົາຣົຖໄປຂາຍຕໍ່ ຫລັງຈາກນັ້ນ ຜູ້ຊື້ຈະໄປປ່ຽນພວງມະໄລຈາກຂວາ ເປັນຊາຍ ແລ້ວກໍເຮັດເອກສານໃຫ້ຖືກຕ້ອງກໍສາມາດຂີ່ ຫລືຂາຍຕໍ່ເປັນຣົຖມືສອງໄດ້.
“ໄດ້ຫັ້ນແລ້ວ ຄັນວ່າຣົຖຖືກຕາມເອກສານກົດໝາຍ ຄັນວ່າມັນມີຄົນຮັບກໍຂາຍໃຫ້ເຂົາເລີຍ ແລະກໍມີຄັນຂັບຕໍ່ໆ ກັນໄປຫັ້ນແຫລະ ຄັນວ່າເຂົາຈະເຮັດຣົຖມີເອກສານນີ້ ກໍຕ້ອງແບບວ່າ ເອີຍ້າຍພວງມະໄລ ແລ່ນນັ້ນແລ່ນນີ້ ເຮັດເອກສານແມ່ນຫຍັງຫັ້ນແລ້ວ ຄັນວ່າຂີ່ຝັ່ງຂວາເປັນໄທຍເດ.”
ຜູ້ຂາຍຣົຖມືສອງໃນລາວ ອີິກທ່ານນຶ່ງເວົ້າວ່າ ສຳລັບຮ້ານທ່ານເອງ ຖ້າຈະຊື້ຣົຖມືສອງ ກໍຈະຊື້ຣົຖທີ່ມີເອກສານຖືກຕ້ອງ ແລະກວດກາຣົຖເປັນຢ່າງດີ ແຕ່ຈະບໍ່ຮູ້ວ່າຣົຖລັກເຂົ້າມາ ຫລືບໍ່ ເພາະພຽງແຕ່ເບີ່ງເອກສານອ້າງອີງວ່າ ຖືກຕອ້ງເທົ່ານັ້ນ.
“ແມ່ນລະຕ້ອງໄດ້ມາແລ່ນເອກສານ ຢູ່ລາວອີກເທື່ອນຶ່ງ ເຮົາກໍຈະເບີ່ງປີຣົຖ ແລ້ວກໍເບີ່ງວ່າເກັຽຫຍັງ ຣົຖປີໃດເຮົາກໍຕີຣາຄາໃຫ້ຖືກ.”
ດ່ານພາສີ ທີ່ແຂວງໜອງຄາຍ ຣາຍງານຕື່ມວ່າ ແຕ່ເດືອນພຶສພາ ຫາເດືອນທັນວາ ປີ 2022 ມີຣົຖເຂົ້າ-ອອກປະເທດໄທຍ ຜ່ານຂົວມິຕະພາບ ລາວ-ໄທຍ ແຫ່ງທີ່ 1 ໜອງຄາຍ-ວຽງຈັນປະມານ 134,000 ຄັນ ໃນຈຳນວນນັ້ນ 124 ຄັນໄປແລ້ວບໍ່ກັບຄືນເຂົ້າປະເທດໄທຍ ຊຶ່ງເປັນສະຖິຕິ ສຸງທີ່ສຸດ ເມື່ອທຽບໃສ່ດ່ານອື່ນໆ. ໃນນັ້ນ ມີຣົຖຍີ່ຫໍ້ ໂຕໂຍຕ້າ 42 ຄັນ, ອິຊຸຊຸ 20 ຄັນ, ຮອນດ້າ 11 ຄັນ, ຣົຖເບັ້ນຊ໌ 2 ຄັນ, ບີເອັມດັບເບີ້ນຢູ (BMW) 1 ຄັນ ແລະ Vespa 1 ຄັນ ອີງຕາມໜ່ວຍງານ ກວດຍຶດຣົຖຍົນຕາມລຳແມ່ນ້ຳຂອງ ລະຫວ່າງໄທຍກັບລາວ ພົບວ່າ ຣົຖກະບະແລະຣົຖ SUV ເປັນຣົຖທີ່ຂະບວນການ ລັກຣົຖຍົນນິຍົມລັກໄປຂາຍທີ່ຝັ່ງລາວ ຫລາຍກວ່າຣົຖຍີ່ຫໍ້ອື່ນໆ.
ບັນຫາຣົຖເຖື່ອນໃນລາວ ຖືເປັນບັນຫາຊໍ້າເຮື້ອມາຍາວນານ ຫຼາຍປີແລ້ວ ຈົນຫຼ້າສຸດນີ້ ສຳນັກງານນາຍົກຣັຖມົນຕຣີ ຣັຖບານຊຸດເກົ່າ ອອກຄຳສັ່ງສະບັບເລຂທີ 20/ນຍ ລົງວັນທີ 8 ຕຸລາ 2021 ວ່າດ້ວຍການກວດກາ ແລະ ປະຕິບັດມາຕການ ຕໍ່ຜູ້ທີ່ນຳເຂົ້າ ແລະນຳໃຊ້ຍານພາຫະນະ ທຸກປະເພດແບບບໍ່ຖືກຕ້ອງ ເພື່ອໃຫ້ການນຳເຂົ້າ, ການນຳໃຊ້, ແລກປ່ຽນ, ຊື້-ຂາຍ ໃຫ້ຖືກຕ້ອງຕາມລະບຽບກົດໝາຽ.
ໃນຂະນະທີ່ ການແກ້ໄຂຣົຖເຖື່ອນໃນລາວ ຍັງມີຄວາມຫຍຸ້ງຍາກ ເພາະມີພະນັກງານຣັຖ, ທະຫານ, ຕຳຣວດ ມີສ່ວນກ່ຽວຂ້ອງ ໃນການນຳເຂົ້າ ແລະນຳໃຊ້ໂດຍຕຣົງ ຊຶ່ງປະຊາຊົນລາວ ສ່ວນຫຼາຍກໍເຫັນວ່າຣັຖບານລາວ ຄວນຈະຕິດຕາມຮີບດ່ວນ ກວດກາຢ່າງເຂັ້ມງວດ ເພື່ອທັບມ້າງຂະບວນການ ຣົຖເຖື່ອນໃຫ້ໝົດໄປ ຈາກປະເທດ.
ປະຊາຊົນລາວທ່ານນຶ່ງ ຜູ້ທີ່ຮູ້ເຫດການ ກ່າວວ່າແຕ່ອະດີດ ຈົນຮອດປັດຈຸບັນ ກໍເຫັນແຕ່ພນັກງານຣັຖ, ທະຫານ, ຕຳຣວດ ເທົ່ານັ້ນທີ່ເປັນຜູ້ນຳເຂົ້າ ແລະນໍາໃຊ້ຣົຖເຖື່ອນ ເພາະຖ້າເປັນຊາວບ້ານ ຄົນທັມມະດາ ບໍ່ສາມາດເຮັດໄດ້ຢູ່ແລ້ວ ເພາະຕ້ອງດຳເນີນການ ຕິດຕໍ່ກັບຄົນຕ່າງປະເທດ ເພື່ອຂົນສົ່ງຣົຖເຖື່ອນເລົ່ານັ້ນ ເຂົ້າລາວຊຶ່ງເປັນຂັ້ນຕອນ ສະເພາະເຈົ້າໜ້າທີ່ຣັຖເທົ່ານັ້ນທີ່ຮູ້.
ທາງດ້ານເຈົ້າໜ້າທີ່ ຮັບຜິດຊອບວຽກງານຕິດຕາມ ກວດກາຣົຖເຖື່ອນ ໃນລາວກ່າວວ່າໃນໄລຍະຜ່ານມາ ຣັຖບານລາວເຂັ້ມງວດທີ່ສຸດ ໃນການຕິດຕາມກວດກາຣົຖເຖື່ອນ ໂດຍໃຫ້ຜູ້ຄອບຄອງຣົຖເຖື່ອນ ສາມາດນຳຣົຖມາຂຶ້ນທະບຽນ ແລະຈ່າຍພາສີປະຈຳປີ ໃຫ້ຖືກກົດໝາຽໂດຍຈະບໍ່ມີການປັບໃໝ ຫຼືຢຶດເອົາຣົຖຄືນ.
ພາຍຫຼັງທີ່ ສຳນັກງານນາຍົກຣັຖມົນຕຣີ ອອກຄຳສັ່ງສະບັບເລຂທີ 20/ນຍ ມານັ້ນພາກສ່ວນທີ່ກ່ຽວຂ້ອງກໍສາມາດຕິດຕາມ ກວດກາແລະແກ້ໄຂບັນຫາຣົຖເຖື່ອນ ຜິດກົດໝາຽໄດ້ເປັນຈຳນວນຫຼາຍ ໂດຍສະເພາະໃນກຸ່ມຂອງຄົນລາວທົ່ວໄປ ແລະນັບມື້ຈະຫຼຸດລົງເລື້ອຍໆ ຍ້ອນຫຼາຍຄົນກໍມີຄວາມກັງວົນໃຈ ຢ້ານຖືກປັບໃໝໃສ່ໂທດ ສ່ວນການຕິດຕາມກວດກາຣົຖເຖື່ອນ ນຳພນັກງານຣັຖ, ທະຫານ, ຕຳຣວດ ນັ້ນກໍຈະເຂັ້ມງວດຂຶ້ນຕື່ມ.
ທ່ານ ຄຳສອນ ເພັດດາວັນ ປະທານຄະນະສະມາຊິກ ສະພາແຫ່ງຊາຕເຂດເລືອກຕັ້ງທີ 10 ແຂວງວຽງຈັນ ກ່າວໃນໂອກາດປະກອບຄວາມເຫັນ ຢູ່ກອງປະຊຸມ ສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 14 ມິຖຸນາ ປີ2022 ຜ່ານມາວ່າ ເຖິງແມ່ນວ່າຣັຖບານລາວ ຈະແກ້ໄຂບັນຫານີ້ໄດ້ ໂດຍພື້ນຖານ ແຕ່ກໍພົບຄວາມຫຍຸ້ງຍາກ ຫລາຍຢູ່ເນື່ອງຈາກຣົຖ ນຳເຂົ້າບໍ່ຖືກຕ້ອງ ສ່ວນນຶ່ງແມ່ນຣົຖ ພນັກງານ, ທະຫານ, ຕຳຣວດ ແລະ ບາງກໍຣະນີ ເຮັດເປັນຣົຖສ່ວນຮວມ ແຕ່ສພາບຄວາມເປັນຈິງແລ້ວເປັນຂອງສ່ວນບຸກຄົນ. ສບາຍດີ.