ຊາວບ້ານ ຢູ່ຊຽງຂວາງ, ຫົວພັນ ປູກກາເຟ ແທນການປູກຝິ່ນ

ພອນ ພູມມີທອນ
2023.02.07
ຊາວບ້ານ ຢູ່ຊຽງຂວາງ, ຫົວພັນ ປູກກາເຟ ແທນການປູກຝິ່ນ ໂຄງການເສີມສ້າງ ຂີດຄວາມສາມາດ ດ້ານການຄ້າ ຂອງຂແນງກາເຟ ຢູ່ພາກເໜືອຂອງລາວ ທີ່ໄດ້ຮັບການສນັບສນູນ ຈາກຝຣັງເສດ. ເດືອນກຸມພາ ປີ 2023.
ຮູບພາບຈາກ: European Union in Laos

ສະຫະພາບຢູໂຣບ ປະຈໍາລາວ ຮ່ວມກັບ ສະຫະກອນ ກາເຟວັນໃໝ່ ໃຫ້ທຶນສົ່ງເສີມ ປະຊາຊົນ ປູກກາເຟປອດສານພິດ ແທນການປູກຝິ່ນ ຢູ່ແຂວງຫົວພັນ ແລະ ແຂວງຊຽງຂວາງ ຂອງອົງການ ສະຫະປະຊາຊາຕ ເພື່ອຕ້ານອາດຊະຍາກັມ ແລະ ຢາເສບຕິດ (UNODC).

ສະເພາະ ເມືອງຊໍາເໜືອ ແຂວງຫົວພັນ ແມ່ນໄດ້ຮັບທຶນຈາກ ສະຫະພາບຢູໂຣບ ຄື ປະເທດເຢັຽຣະມັນ ແລະ ລັກເຊນເບີກ ໃຫ້ທຶນສົ່ງເສີມປູກກາເຟ ແທນການປູກຝິ່ນ, ປັດຈຸບັນ ມີປະຊາຊົນລາວ ບ້ານນ້ໍາອີ ແລະ ບ້ານບອນ 90 ປາຍຄອບຄົວ ທີ່ມີຖານະທຸກຍາກ ປູກກາເຟ ແທນ ການປູກຝິ່ນ 98 ເຮັກຕ້າຣ໌ແລ້ວ ຈາກເດີມ ປູກກາເຟ 60 ປາຍເຮັກຕ້າຣ໌ ເນື່ອງຈາກ ປະຊາຊົນພາຍໃນບ້ານ ເຫັນວ່າ ການປູກກາເຟ ຈະສ້າງລາຍໄດ້ ໃຫ້ຄອບຄົວສູງ ແລະ ຫລຸດພົ້ນຈາກຄວາມທຸກຍາກ.

ເຈົ້າໜ້າທີ່ ປະສານງານ ໂຄງການ “ພັທນາເພື່ອທົດແທນການປູກຝິ່ນ ໃນປະເທດລາວ” ລະຫວ່າງ ສະຫະພາບຢູໂຣບ ປະຈໍາລາວ ກັບ ແຂວງຫົວພັນ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນວັນທີ 7 ກຸມພາ ນີ້ວ່າ:

ມີແຕ່ວ່າ ພຽງແກ້ໄຂຄວາມທຸກຍາກ ມີຜົລສໍາເຣັດເນາະ ຖືວ່າ ແຕ່ລະປີ ກໍໄດ້ຮັບຜົລຜລິດ ອອກມາ ຖືວ່າ ທາງໂຄງການເຂົາ ເຂົາຊົມເຊີຍເນາະ ໄດ້ເມັດພັນທີ່ດີ ແລ້ວກໍປອດສານພິດ ດຽວປະຊາຊົນເຫັນຜົລນ່າ ແລ້ວເຂົາຫັນມາປູກກາເຟ ຫລາຍຂຶ້ນ ຄອບຄົວນຶ່ງ ລາຍຮັບຕ່ໍາສຸດ 15-16 ລ້ານກີບຕໍ່ປີ ສງສຸດກໍ 20-30 ລ້ານກີບຕໍ່ປີ.”

ທ່ານກ່າວຕື່ມວ່າ ສໍາລັບຜົລຜລິດ ຈາກການປູກກາເຟ ແຂວງຫົວພັນປີນີ້ ໄດ້ສົ່ງອອກເມັດກາເຟ ຂົນໂດຍເຮືອລອຍທະເລ ໄປປະເທດຝຣັ່ງເສດໄດ້ 40 ປາຍຕັ່ນ ໂດຍ ສະຫະພາບຢູໂຣບ ໃຫ້ການສນັບສນູນ ເປັນແນວພັນ, ເຕັກນິກວິຊາການ ກ້າເບັ້ຍ, ຖົງຍາງ, ຜ້າກັນແສງ ແລະອື່ນໆ ເພື່ອໃຫ້ປະຊາຊົນ ທີ່ເຂົ້າຮ່ວມໂຄງການ ໄດ້ຜົລຜລິດຢ່າງເຕັມເມັດ ເຕັມໜ່ວຍ ຕາມຕລາດຕ້ອງການ ເຊິ່ງການສນັບສນູນຂອງ ສະຫະພາບຢູໂຣບ ໄດ້ເສີມຂຍາຍການພັທນາ ໂຄງການດັ່ງກ່າວ ໄປຮອດບ້ານນາອໍ້ ແລະ ບ້ານຜາແຫລມ ເມືອງກວັນ ແລະ ກຸ່ມຫົວຊຽງ ໄດ້ແກ່ບ້ານຫ້ວຍສຸມ ແລະ ບ້ານຄາງທີ ເມືອງຊໍາເໜືອ ທີ່ ປັດຈຸບັນ ທາງໂຄງການ ກໍາລັງສອນເຕັກນິກ ການກ້າເບັ້ຍກາເຟ ໃຫ້ປະຊາຊົນແທນ ການປູກຝິ່ນຢູ່.

ໂຄງການພັທນາ ເພື່ອທົດແທນການປູກຝິ່ນ ໃນປະເທດລາວຂອງ UNODC ແລະ ສະຫະພາບຢູໂຣບ ຍັງຊ່ວຍໃຫ້ການຖາງປ່າເຮັດໄຮ່ເຂົ້າ ຢູ່ເທິງພູດອຍຫລຸດໜ້ອຍຖອຍລົງ ເທື່ອລະກ້າວ ເນື່ອງຈາກປະຊາຊົນ ພາກັນປູກກາເຟ ແລະ ປູກກາເຟ ບໍ່ຕ້ອງການຖາງປ່າຫລາຍຄື ປູກເຂົ້າໄຮ່ ແລະ ມີເງິນຈາກການຂາຍເມັດກາເຟ ໄປຊື້ເຂົ້າກິນແລ້ວ.

ດັ່ງ ເຈົ້າໜ້າທີ່ ປະສານງານ ໂຄງການພັທນາ ເພື່ອທົດແທນການປູກຝິ່ນ ໃນປະເທດລາວ ລະຫວ່າງ ສະຫະພາບຢູໂຣບ ປະຈໍາລາວ ກັບແຂວງຫົວພັນ ຜູ້ດຽວກັບຂ້າງເທິງກ່າວຕື່ມວ່າ:

ປູກເຂົ້າໄຮ່ຢ່າງດຽວ ເພາະວ່າ ນາໜ້ອຍເນາະ, ຖາງປ່າຫລາຍ ປູກເຂົ້ານີ້ແຫລະ, ຢຸດການທໍາລາຍປ່າໄມ້ ຫັນມາປູກກາເຟເຈົ້າ ກາເຟ ກໍຖ້າຖາງຢູ່ເຈົ້າ ແຕ່ວ່າ ເປັນບ່ອນຄົງທີ່ເດ້ເນາະ ກໍຖາງ ແຕ່ວ່າ ຖາງໜ້ອຍລົງ ເພາະມີຣາຍຮັບຈາກກາເຟເດ້ ເອົາມາຊື້ເຂົ້າກະໄດ້.”

ປະມານແຕ່ປີ 2010 ເປັນຕົ້ນມາ ທາງການລາວ ໄດ້ອອກກົດໝາຍ ໃຫ້ທົ່ວປະເທດ ຍຸຕິການປູກຝິ່ນ ແລະໃຫ້ແຕ່ງຕັ້ງ ເຈົ້າໜ້າທີ່ກວດກາ ຄວບຄຸມ ແລະ ສະກັດກັ້ນ ການລັກລອບປູກຝິ່ນ ຈຶ່ງເຮັດໃຫ້ ນັບແຕ່ປີ 2010 ເຣີ່ມມີໂຄງການພັທນາ ການປູກພືດແທນການປູກຝິ່ນ ຈາກສະຫະພາບຢູໂຣບ ເຂົ້າມາສນັບສນູນ ໃນລາວ.

ປັດຈຸບັນມີ 6 ບໍຣິສັດ ເອກກະຊົນ ທັງຂອງນັກລົງທຶນລາວ, ຈີນ ແລະ ອາເມຣິກາ ເປັນຕລາດຮັບຊື້ກາເຟ ອາຣາບິກ້າ ຢູ່ເມືອງໜອງແຮດ, ເມືອງຜາໄຊ, ເມືອງຄໍາ, ເມືອງຄູນ ແຂວງຊຽງຂວາງແລ້ວ.

ດັ່ງ ເຈົ້າໜ້າທີ່ ປະສານງານ ໂຄງການ ພັທນາເພື່ອທົດແທນ ການປູກຝິ່ນ ໃນປະເທດລາວ ລະຫວ່າງ ສະຫະພາບຢູໂຣບ ປະຈໍາລາວ ກັບ ແຂວງຊຽງຂວາງ ກ່າວໃນມື້ດຽວກັນນີ້ວ່າ:

ໄທເຮົາໄດ້ 100 ປາຍຕັ່ນ ຕໍ່ໄປນີ້ ບາງບໍຣິສັດ ກໍແປຮູບ ເປັນໝາກຂາວນີ້ ແຕ່ບາງບໍຣິສັດກໍເປັນສໍາເຣັດຮູປເດ້ ກາເຟເມືອງຊຽງນີ້ ແມ່ນ ສາມາດເປັນໂຕບົດ.”

ຢູ່ເມືອງຄໍາ ແຂວງຊຽງຂວາງ ມີ 2 ບ້ານ ຄື ບ້ານນາພັນ ແລະບ້ານສໍາພັນໄຊ ທີ່ຫາກໍປູກກາເຟ ແທນ ການປູກຝິ່ນ ໄດ້ 2-3 ປີ ດ້ວຍການສນັບສນູນຈາກ ສະຫະພາບຢູໂຣບ ແລະ ໄດ້ຜົລຜລິດດີ ມີບໍຣິສັດມາຮັບຊື້ ແຕ່ຊາວສວນປູກກາເຟ ກໍລໍຖ້າຢາກໃຫ້ພາກສ່ວນ ທີ່ກ່ຽວຂ້ອງຊ່ວຍສນັບສນູນ ການພັທນາກາເຟ ໃຫ້ມີການແປຮູບເປັນຜລິດຕະພັນ ເພີ່ມມູລຄ່າໄດ້ຕື່ມ.

ດັ່ງ ຊາວສວນປູກກາເຟ ຢູ່ບ້ານນາພັນ ເມືອງຄຳ ແຂວງ ຊຽງຂວາງ ກ່າວຕໍ່ ໃນມື້ດຽວກັນນີ້ວ່າ:

ຄັນຊິດີແທ້ນີ້ ເຮົາຢາກໃຫ້ມີການ ກ່ຽວກັບແປຮູປອາຫານຫັ້ນນ່າ ໃຫ້ເປັນມູນຄ່າເພີ່ມ ມັນຊິດີກ່ວານີ້ ປູກກະປູກດີແລ້ວ ແຕ່ວ່າ ຢາກໃຫ້ອັນນ່າ ນຶ່ງລະແມ່ນອັນໃຫ້ເປັນໂຕຕົນ ນຶ່ງລະແມ່ນ ການຕລາດ ແລະ ການແປຮູປຫັ້ນເນາະ.”

ຢູ່ເມືອງໜອງແຮດ ມີ 6 ບ້ານ ທີ່ປູກກາເຟ ແທນ ການປູກຝິ່ນ ນັບແຕ່ປີ 2010 ໂດຍໄດ້ຮັບການສນັບສນູນຈາກ ສະຫະພາບຢູໂຣບ  ແລ້ວ ກໍສົ່ງຜົລຜລິດທີ່ໄດ້ ໄປຂາຍ ຢູ່ເຂດເທສບານເມືອງຄູນ ເຊິ່ງການປູກກາເຟ ເຮັດໃຫ້ປະຊາຊົນ ມີຊີວິຕທີ່ດີຂຶ້ນ.

ດັ່ງ ອຳນາດການປົກຄອງ ຢູ່ບ້ານຫ້ວຍນາ ເມືອງໜອງແຮດ ແຂວງຊຽງຂວາງ ກ່າວໃນມື້ດຽວກັນນີ້ວ່າ:

ບ້ານກຽມບອນ, ບ້ານຫ້ວຍລຸ່ມ, ບ້ານຫ້ວຍນາ, ບ້ານເງື່ຍ, ບ້ານປານີ, ບ້ານສອງຫ້ອງ ແຕ່ກີ້ແມ່ານ ປູກຝິ່ນໝົດ ແຖວບ້ານຫັ້ນນ່າ ປູກຝິ່ນ ແລ້ວເຂົາມີຫຍັງທົດແທນ ການປູກ (ຝິ່ນ) ຫັ້ນນ່າ ກໍສັງເກດຢູ່ ກໍພັທນາ ເປັນຢ້າວເປັນເຮືອນບໍ່ ເປັນອັນນ່າ ຣົຖລາງ ພາຫະນະຕ່າງໆ ແຫລະ ຖືວ່າ ເຂົາກະມີອັນດີຂຶ້ນຄືເກົ່າແຫລະ.”

ເມື່ອເວົ້າເຖິງກາເຟທີ່ປູກໃນລາວ ຫລາຍຄົນຈະຄຶດເຖິງກາເຟ ຢູ່ພາກໃຕ້ຂອງລາວ, ແຕ່ຄົນສ່ວນໜ້ອຍ ທີ່ຈະຮູ້ວ່າ ພື້ນທີ່ທາງພາກເໜືອຂອງລາວ ກໍສາມາດປູກກາເຟແຊບໄດ້ເຊັ່ນກັນ ໂດຍໃນປີ 2019 ທົ່ວປະເທດລາວ ມີເນື້ອທີ່ປູກກາເຟເກືອບ 100,000 ເຮັກຕ້າຣ໌ ໃນນັ້ນ ພາກໃຕ້ຂອງລາວ ມີເນື້ອທີ່ປູກກາເຟເກືອບ 90,000 ເຮັກຕ້າຣ໌ ໄດ້ຜົລຜລິດກາເຟ ເກືອບ 160,000 ຕັ່ນ, ພາກເໜືອຂອງລາວ ມີເນື້ອທີ່ປູກກາເຟ 4,700 ເຮັກຕ້າຣ໌ ໄດ້ຜົລຜລິດ 10,000 ປາຍຕັ່ນ ແລະ ພາກກາງຂອງລາວ ເນື້ອທີ່ປູກກາເຟ ປະມານ 800 ເຮັກຕ້າຣ໌ ໄດ້ຜົລຜລິດເກືອບ 1,500 ຕັ່ນ - ອີງຕາມຂໍ້ມູນ ຈາກກົມປູກຝັງ ສຖິຕິ ກະສິກັມ ປີ 2019.

ນອກຈາກນີ້ ສໍານັກງານປ້ອງກັນ ຢາເສບຕິດ ແລະປາບປາມ ອາດຊະຍາກັມ ແຫ່ງ ສະຫະປະຊາດ ຍັງຣາຍງານ ກ່ຽວກັບເຣື່ອງການສໍາຣວດຝິ່ນ ໃນພູມພາກ ເອເຊັຽຕະວັນອອກສ່ຽງໃຕ້ ປະຈໍາປີ 2015 ລະບຸວ່າ ລາວຍັງມີເນື້ອທີ່ປູກຝິ່ນ ທັງໝົດ 5,700 ເຮັກຕ້າຣ໌ ໃນທົ່ວປະເທດ, ໃນນີ້ປະມານ 3,000 ເຮັກຕ້າຣ໌ປູກໃນແຂວງຜົ້ງສາລີ ອິງຕາມຂໍ້ມູນ ຈາກກົມປູກຝັງ ສະຖິຕິກະສິກັມ ປີ 2019.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.