ນະຄອນຫຼວງວຽງຈັນ ເລັ່ງດືງດູດ ການລົງທຶນ ໃຫ້ຂຍາຍໂຕຫຼາຍຂຶ້ນ

ສຸພັດຕາ
2023.02.03
ນະຄອນຫຼວງວຽງຈັນ ເລັ່ງດືງດູດ ການລົງທຶນ ໃຫ້ຂຍາຍໂຕຫຼາຍຂຶ້ນ ພຣະທາດຫຼວງວຽງຈັນ, ເດືອນພຶສຈິກາ ປີ 2022.
RFA

ນະຄອນຫຼວງວຽງຈັນ ຈະເລັ່ງແກ້ໄຂບັນຫາອຸປະສັກ ແລະສິ່ງກີດຂວາງ ເພື່ອສ້າງສິ່ງອໍານວຍຄວາມສະດວກ ໃຫ້ແກ່ການລົງທຶນ ໃຫ້ຂຍາຍໂຕເພີ່ມຂຶ້ນ ໃນປີ 2023 ນີ້ ໂດຍຈະເນັ້ນການພັທນາໂຄງການ ໃນຮູບແບບການລົງທຶນ ລະຫວ່າງພາກຣັຖ ແລະພາກເອກຊົນ ຫຼື Public Private Partnership (PPP).

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກແຜນການ ແລະການລົງທຶນ ນະຄອນຫຼວງວຽງຈັນ ກ່າວວ່າ ນະຄອນຫຼວງວຽງຈັນ ເພີ່ມທະວີສົ່ງເສີມໃຫ້ໂຮງງານ ອຸດສາຫະກັມປຸງແຕ່ງ, ຫັດຖະກັມ ແລະການທ່ອງທ່ຽວ ມີການຂຍາຍໂຕຂຶ້ນ ໂດຍສະເພາະ ໃນຂົງເຂດໂຕເມືອງແຫ່ງໃໝ່ ແລະເຂດໂລຈິສຕິກ ແຕ່ການລົງທຶນ ກໍຈະຕ້ອງໄດ້ເບິ່ງ ເຣື່ອງຜົລກະທົບຂອງຊາວບ້ານນໍາດ້ວຍ.

ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ກຸມພາ ນີ້ວ່າ:

“ເຮົາກະເປີດໝົດທຸກປະເທດຫັ້ນແຫຼະ ແຕ່ວ່າຄັນຖືກຜົລກະທົບແນວໃດໆ ມັນກະຍັງໄດ້ເວົ້າກັນຫຼາຍເຕີບຢູ່ ແຕ່ລະຂົງເຂດ ເພາະມັນຊິເຮັດໂຕເມືອງໃໝ່ແນ່ ເຮັດເຂດທ່ອງທ່ຽວແນ່.”

ສໍາລັບແຜນການຈັດຕັ້ງປະຕິບັດໂຕຈິງ ທີ່ຈະດຶງດູດການລົງທຶນ ທັງພາຍໃນແລະຕ່າງເທດ ໂດຍໜ່ວຍງານພາກສ່ວນທີ່ກ່ຽວຂ້ອງ ຕ້ອງສົ່ງເສີມໂຄງການ ທີ່ຕິດພັນກັບຂົງເຂດບໍຣິການ ແລະການສ້າງຣາຍຮັັບ, ການສໍາຣວດທີ່ດິນ ແລະກໍານົດຂອບເຂດ ເພື່ອປ້ອງກັນຂໍ້ຂັດແຍ້ງ, ກໍານົດພື້ນທີ່ໃຫ້ເໝາະສົມໃນແຕ່ລະເຂດ ເປັນຕົ້ນ ເຂດທໍາການກະເສຕ, ເຂດອຸດສາຫະກັມ ແລະເຂດການບໍຣິການ.

ນອກຈາກນີ້ ຕ້ອງເລັ່ງດໍາເນີນການ ກ່ຽວກັບການພັທນາ, ຝຶກອົບຮົມສີມືແຮງງານ ແລະຈັດຫາວຽກເຮັດງານທໍາ ໃຫ້ບັນແຮງງານພາຍໃນປະເທດ ເພື່ອຫຼຸດຜ່ອນອັດຕຣາວ່າງງານ.

ຂະນະທີ່ ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າ ນະຄອນຫຼວງວຽງຈັນ ກ່າວວ່າ ໄລຍະຜ່ານມາ ມີຫຼາຍບໍຣິສດ ທັງຈາກພາຍໃນແລະຕ່າງປະເທດ ສົນໃຈທີ່ຈະເຂົ້າມາລົງທຶນ ຢູ່ນະຄອນຫຼວງວຽງຈັນ ແຕ່ພາຍຫຼັງທີ່ມີການສໍາຣວດ-ສຶກສາ ຄວາມເປັນໄປໄດ້ສໍາເຣັດແລ້ວ ກໍບໍ່ໄດ້ມາສືບຕໍ່ລົງທຶນ ເນື່ອງຈາກພື້ນທີ່ບໍ່ເອື້ອອໍານວຍ ຕໍ່ການເຮັດທຸຣະກິຈ.

ຫາກເປັນໂຮງງານອຸດສາຫະກັມ, ປຸງແຕ່ງ ແລະທຸຣະກິຈອື່ນໆທີ່ມີຂນາດໃຫຍ່ ຫຼືສ່ຽງຕໍ່ການເກີດຜົລກະທົບດ້ານສິ່ງແວດລ້ອມ ແລະສັງຄົມ ກໍຈະຕ້ອງໄປສ້າງຕັ້ງຢູ່ຊານເມືອງ ເພື່ອປ້ອງກັນຜົລກະທົບ ທີ່ອາຈເກີດຂຶ້ນກັບຊາວບ້ານ ຄືໃນໄລຍະຜ່ານມາ ສໍາລັບການລົງທຶນ ຢູ່ນະຄອນຫຼວງວຽງຈັນ ສ່ວນຫຼາຍຈະເປັນນັກລົງທຶນຈາກປະເທດຈີນ ທີ່ເຂົ້າມາລົງທຶນຫຼາຍທີ່ສຸດ ແລະເຮັດທຸຣະກິຈຄອບຄຸມເກືອບທຸກປະເພດ.

ດັ່ງເຈົ້າໜ້າທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເຂດນະຄອນຫຼວງ ແມ່ນມີນິຄົມອຸດສາຫະກັມ ແຖວຫຼັກ 21 ເຂດຄຸ້ມຄອງຂອງນະຄອນຫຼວງ ຄັນເພື່ອຄວາມສະດວກນີ້ ຊອກສະຖານທີ່ຕັ້ງໄວ້ ກະເປັນການດີເນາະ ຕ້ອງເປັນເຂດທີ່ເໝາະສົມໃດ໋ ຄັນເຮົາເຮັດໂຮງງານນ່າ ຕາມທີ່ຮູ້ກະຖືວ່າ ນັກລົງທຶນຈີນກະຫຼາຍ.”

ຂະນະທີ່ ເຈົ້າໜ້າທີ່ດ້ານສິ່ງແວດລ້ອມ ໃນນະຄອນຫຼວງວຽງຈັນ ກ່າວວ່າ ຫາກເປັນໂຄງການລົງທຶນຂນາດໃຫຍ່ ທີ່ຈະຕ້ອງໃຊ້ເນື້ອທີ່ກວ້າງຂວາງ ໃນການສ້າງຕັ້ງໂຮງງານ ປັດຈຸບັນ ຂ້ອນຂ້າງຈະຫາຍາກຫຼາຍ ເນື່ອງຈາກເນື້ອທີ່ສ່ວນໃຫຍ່ ເປັນທີ່ດິນຂອງຊາວບ້ານ ແລະສ່ວນນຶ່ງ ກໍຖືກຈັບຈອງໄປເກືອບໝົດແລ້ວ ຈຶ່ງເຮັດໃຫ້ໂຄງການລົງທຶນຕ່າງໆ ຢູ່ນະຄອນຫຼວງວຽງຈັນ ຂຍາຍໂຕໄດ້ຊັກຊ້າ.

ຫາກຈະເຂົ້າມາລົງທຶນ ຫຼືສຶກສາຄວາມເປັນໄປໄດ້ ກໍຕ້ອງເຂົ້າໄປລົງທຶນ ຢູ່ພາຍໃນເຂດເສຖກິຈພິເສດ ຫຼື Special Economic Zone ທີ່ກະຊວງແຜນການ ແລະການລົງທຶນ ເປັນຜູ້ຄຸ້ມຄອງ ແລະໃຫ້ອະນຸຍາດ ເນື່ອງຈາກເປັນເຂດທີ່ມີພື້ນທີ່ ກໍານົດໄວ້ຢ່າງຈະແຈ້ງ ເປັນຕົ້ນ ເຂດເສຖກິຈພິເສດບຶງທາດຫຼວງ, ເຂດນິຄົມອຸດສາຫະກັມ ແລະການຄ້າ ວຽງຈັນໂນນທອງ ແລະເຂດເສຖກິຈພິເສດ ກວມລວມໄຊເສດຖາ ເນື່ອງຈາກ ເປັນເຂດທີ່ມີພື້ນທີ່ກໍານົດໄວ້ຢ່າງຈະແຈ້ງ.

ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ມັນຈະຍາກ ເວົ້າເຣື່ອງດິນເນາະ ສົມມຸດດ້ານປູກຝັງ ມັນກະຫາຍາກ ດິນດ້ານປຸກສ້າງໂຮງງານມັນກະຢາກຍາກ ເຂົາເຈົ້າຢາກໄດ້ແຖວໆ ໃນເມືອງນີ້ກະບໍ່ມີ ແຖວໆນອກຊານນອກ ກະຄືຈະຫາຍາກ ເຂົ້າເຂດ (ເຂດເສຖກິຈພິເສດ) ຫັ້ນກະບໍ່ມີບັນຫາຫຍັງດອກ ຄັນຢາກລົງທຶນດ້ານໃດ ມັນມີຈັດໃຫ້ຢູ່ດອກເນາະ.”

ທາງດ້ານເຈົ້າໜ້າທີ່ ທະນາຄານພັທນາເອເຊັຽ ຫຼື ADB ປະຈໍາລາວ ກ່າວວ່າ ນະຄອນຫຼວງວຽງຈັນ ຖືເປັນຈຸດສູນກາງ ຂອງປະເທດລາວ ທີ່ມີນັກລົງທຶນ ທັງຈາກພາຍໃນ ແລະຕ່າງປະເທດ ສົນໃຈທີ່ຈະເຂົ້າມາລົງທຶນເປັນຈໍານວນຫຼາຍຢູ່ແລ້ວ.

ແຕ່ໃນຂະນະດຽວກັນ ໜ່ວຍງານພາກຣັຖ ຕ້ອງສ້າງຂີດຄວາມສາມາດ ຂອງໜ່ວຍງານ ແລະເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ທັງໃນເຣື່ອງຂອງແຫຼ່ງຂໍ້ມູນ ໃນການລົງທຶນ, ເຈົ້າໜ້າທີ່ຄວນຈະເປັນຜູ້ມີຄວາມຮູ້ ຄວາມສາມາດໃນການປະຕິບັດໜ້າທີ່ ແລະໃຫ້ຂໍ້ມູນ ແລະທີ່ສໍາຄັນ ຕ້ອງມີຄວາມຍຸຕິທັມ-ໂປ່ງໃສໃນການເຮັດວຽກ ເພື່ອເຮັດໃຫ້ນັກລົງທຶນເຫຼົ່ານັ້ນ ເກີດຄວາມສົນໃຈທີ່ຈະເຂົ້າມາລົງທຶນແທ້ໆ, ດັ່ງທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ແມ່ນ ຕ້ອງໄດ້ສ້າງຂີດຄວາມສາມາດເນາະ ຝຶກອົບຮົບ ເທຣນນີ້ງ ມັນເປັນວຽກແບບວ່າ ການສ້າງຄົນຫັ້ນນ່າ ໂຕນີ້ມັນກະສະທ້ອນ ໃຫ້ເຫັນໂລດ ວ່າ ໂຕນີ້ມັນສະທ້ອນໃຫ້ເຫັນໂລດວ່າ ໃຫ້ເຮັດອິຫຍັງເຂົາກະຮຽກຮ້ອງ ກະຍ້ອນວ່າ ການເຂົ້າຕາມລະບົບມັນຍາກ ການນໍາໃຊ້ເຕັກໂນໂລຢີ ເຂົ້າໃນການເຮັດວຽກຫັ້ນນ່າ ຍັງໜ້ອຍ.”

ກ່ຽວກັບເຣື່ອງນີ້ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ກ່າວຣາຍງານໃນກອງປະຊຸມສໄມສາມັນເທື່ອທີ 4 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ 2 ເມື່ອຕົ້ນປີ 2023 ນີ້ ລະບຸວ່າ ໃນປີ 2022 ທີ່ຜ່ານມາ ເສຖກິຈຂອງນະຄອນຫຼວງວຽງຈັນ ຂຍາຍໂຕໃນລະດັບ 4.83% ຮວມຍອດຜລິຕພັນພາຍໃນ ບັນລຸໄດ້ 62,243 ຕື້ກີບ ແລະໃນປີ 2023 ນີ້ ນະຄອນຫຼວງວຽງຈັນ ຈະສ້າງຜລິຕພັນ ອຸດສາຫະກັມປຸງແຕ່ງຂຍາຍໂຕ ບໍ່ໃຫ້ຫຼຸດ 11.5%, ການຜລິຕຫັດຖະກັມ ບໍ່ໃຫ້ຫຼຸດ 8% ພ້ອມທັງຈະຊຸກຍູ້ ການສ້າງລະບົບຈາຣະຈອນສິນຄ້າ ແລະເຂດໂລຈິສຕິກ ໃຫ້ເກີດຂຶ້ນ ເພື່ອຮອງຮັບການຂົນສົ່ງ ຜ່ານທາງຣົຖໄຟ ລາວ-ຈີນ.

ຂະນະທີ່ ສະພາການຄ້າ ແລະອຸດສາຫະກັມ ເຄີຍສເນີແນວທາງແກ້ໄຂບັນຫາ ເພື່ອໃຫ້ທາງການລາວ ນໍາໄປປະຕິບັດ ຄືເຣື່ອງການສຶກສາ ແລະການຝຶກອົບຮົມ ຂັ້ນຕອນການຂໍອະນຸຍາດດໍາເນີນທຸຣະກິຈ ແບບອັດຕະໂນມັດຜ່ານລະບົບທັນສໄມ ທີ່ປັດຈຸບັນ ແມ່ນຈໍາເປັນຫຼາຍ ເຊິ່ງຈະສາມາດຫຼຸດຜ່ອນ ການຮຽກເກັບເງິນກ້ອງໂຕະ ຫຼືຄ່າໃຊ້ຈ່າຍທີ່ບໍ່ເປັນທາງການ ແລະປັບປຸງສະພາບແວດລ້ອມ ການດໍາເນີນທຸຣະກິຈຄືນໃໝ່ ກໍຈະຊ່ອຍດຶງດູດການລົງທຶນ ທັງພາຍໃນແລະຕ່າງປະເທດ ໃຫ້ເຂົ້າມາລົງທຶນ ໃນ ສປປ ລາວ ໄດ້ເປັນຢ່າງດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.