ປະຊາຊົນລາວ ໄດ້ຮັບປໂຍດໜ້ອຍ ຈາກໂຄງການລົງທຶນຂອງຈີນ
2023.11.29

ມາຮອດປັດຈຸບັນ ກຸ່ມນັກລົງທຶນຈີນ ໄດ້ເຂົ້າມາລົງທຶນໃນລາວ ເປັນອັນດັບ 1 ໂດຍມີໂຄງການລົງທຶນໄປແລ້ວ ຈໍານວນ 933 ໂຄງການ ດ້ວຍມູນຄ່າການລົງທຶນ ສູງເຖິງ 13 ຕື້ໂດລ້າຣ໌ສະຫະຣັຖ ຮອງລົງມາ ຄື ໄທຍ ແລະວຽດນາມ ຕາມລໍາດັບ.
ສໍາລັບໂຄງການຂນາດໃຫຍ່ ທີ່ນັກລົງທຶນຈີນ ເຂົ້າມາລົງທຶນໃນລາວ ເຊັ່ນ ໂຄງການເຂື່ອນໄຟຟ້າ, ໂຄງການທາງດ່ວນ, ໂຄງການຣົຖໄຟ ລາວ-ຈີນ ແລະເຂດເສຖກິຈພິເສດຕ່າງໆ ເຊິ່ງໂຄງການລົງທຶນເຫຼົ່ານັ້ນ ສົ່ງຜົລໃຫ້ເສຖກິຈ ມະຫາພາກ ຂອງປະເທດລາວ ມີການຂຍາຍໂຕຂຶ້ນຢ່າງໄວວາ ແລະຊ່ອຍໃຫ້ປະຊາຊົນລາວ ມີວຽກເຮັດງານທໍາ.
ດັ່ງເຈົ້າໜ້າທີ່ ຜແນກແຜນການ ແລະການລົງທຶນ ແຂວງຫຼວງນໍ້າທາ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ພຶສຈິກາ ນີ້ວ່າ:
“ຄືທາງຣົຖໄຟນີ້ ກະຫຼັງຈາກຂະເຈົ້າກໍ່ສ້າງສໍາເຣັດແລ້ວ ຂະເຈົ້າກໍໄດ້ຮັບຜົລປໂຍດໄດ້ ກ່ຽວກັບຮັບພະນັກງານລາວນີ້ແຫຼະ ຂະເຈົ້າກໍຮັບໄປເຮັດວຽກຢູ່ ຊ່ວງນີ້ຫັ້ນກໍ ແຮງງານຢູ່ຫຼວງນ້ໍາທາ ພວກເຮົານີ້ ຫຼັ່ງໄຫຼກັນໄປເຮັດວຽກ ຢູ່ເຂດເສຖກິຈຕົ້ນເຜິ້ງຫັ້ນແຫຼະ.”
ທາງດ້ານເຈົ້າໜ້າທີ່ ຜແນກແຜນການ ແລະການລົງທຶນ ແຂວງສວັນນະເຂດ ກ່າວວ່າ ປັດຈຸບັນ ມີນັກລົງທຶນຈີນ ເຂົ້າມາລົງທຶນເພີ່ມຂຶ້ນ ຢູ່ແຂວງສວັນນະເຂດ ເຊັ່ນ ໂຄງການຮັບເໝົາກໍ່ສ້າງ ເຂື່ອນໄຟຟ້າ, ໂຄງການຂຸດຄົ້ນແຮ່ທາດ, ໂຄງການປູກມັນຕົ້ນ, ໂຮງງານຜລິດເຈັ້ຍ ແລະໂຄງການທີ່ຢູ່ລະຫວ່າງ ການສໍາຣວດ ສຶກສາຄວາມເປັນໄປໄດ້ ອີກຫຼາຍໂຄງການ ເຊິ່ງສ່ວນໃຫຍ່ ເປັນການລົງທຶນດ້ານພະລັງງານໄຟຟ້າ ສ່ວນການລົງທຶນ ໃນທຸຣະກິຈຂນາດນ້ອຍ ຖືວ່າມີໜ້ອຍຫຼາຍ.
ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຂາຍຍົກຂາຍຍ່ອຍ ມັນພັດມີຂອບເຂດເນາະ ບໍ່ແມ່ນຊິໃຫ້ເຂົ້າມາ (ລາວ) ຕາມລໍາພັງຫັ້ນນ່າ ສ່ວນຫຼາຍກະ ມີແຕ່ພະນັກງານໄຟຟ້າ ໂຄງການເສັ້ນທາງນີ້ນ່າ ບໍຣິສັດໃຫຍ່ໆ ແບບວ່າ ເຂົາເຂົ້າມາຮັບເໝົາເນາະ ສ່ວນຫຼາຍມັນມີແບບນັ້ນ.”

ດັ່ງຊາວລາວຜູ້ນຶ່ງ ໃນແຂວງຈໍາປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ບໍຣິສັດຕ່າງປະເທດ ມາໃນລາວ ແທນທີ່ ຊິມາຊ່ວຍເຫຼືອພັທນາ ມັນບໍ່ແມ່ນແນວນັ້ນດອກ ຕໍ່ໄປມື້ໜ້ານີ້ ຈັກຊິເປັນຈ່ັງໃດດອກ. ເຮົາກະບໍ່ຮູ້ ຈີນ ມາຫຼາຍໆນີ້ ພໍດີໄທເຮົາບໍ່ມີບ່ອນຢູ່ແລ້ວ ມີແຕ່ດິນຈີນແຫຼະ.”
ສ່ວນຊາວລາວອີກຜູ້ນຶ່ງ ໃນແຂວງໄຊຍະບູຣີ ເຫັນວ່າ ປະເທດລາວ ມີຂນາດເສຖກິຈທີ່ນ້ອຍ ແລະຣັຖບານລາວ ກໍພຍາຍາມທີ່ຈະສ້າງເສຖກິຈໃຫ້ ຂຍາຍໂຕຂຶ້ນ ເຊິ່ງນັກລົງທຶນຈີນ ແມ່ນເປັນທາງເລືອກທີ່ດີທີ່ສຸດ ທີ່ຈະເຂົ້າມາຊ່ອຍເຮັດໃຫ້ ສະພາບເສຖກິຈ-ການເງິນ ຂອງປະເທດລາວ ເກີດການຂຍາຍໂຕຂຶ້ນ ໂດຍປັດຈຸບັນ ກໍຈະເຫັນໄດ້ຈາກຫຼາຍໆໂຄງການ ເຊັ່ນ ໂຄງການພັທນາທາງດ່ວນ, ໂຄງການພັທນາເສັ້ນທາງຣົຖໄຟ ແລະເຂດເສຖກິຈພິເສດ ອີກຫຼາຍແຫ່ງໃນລາວ.
ດັ່ງຊາວລາວ ຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມັນເປັນຄວາມຈໍາເປັນ ທີ່ພາກຣັຖ ທີ່ບໍ່ມີທາງເລືອກ ຈໍາເປັນຕ້ອງໄດ້ນໍາໃຊ້ຂອງຈີນ ເຣື່ອງເສັ້ນທາງຄົມມະນາຄົມ ຫຼືວ່າ ອາດເວົ້າບ່ອນວ່າ ເຣື່ອງການເຂົ້າເຖິງຕລາດ ເສັ້ນທາງໄຟຟ້າ ກະຫຼາຍອັນຫຼາຍແນວ ກະດີຂຶ້ນມາໃດ໋.”
ຂະນະທີ່ ສຽງສະທ້ອນຂອງສັງຄົມລາວ ເຫັນວ່າ ໂຄງການລົງທຶນຂອງຈີນ ຄວນຈະສົ່ງເສີມໃຫ້ຊາວລາວ ໄດ້ມີສ່ວນຮ່ວມກັບໂຄງການຕ່າງໆ ເພື່ອຊ່ອຍໃຫ້ຊາວລາວ ມີອາຊີບ ແລະລາຍຮັບຢ່າງໝັ້ນຄົງ ເພື່ອເຮັດໃຫ້ຊາວລາວ ຫຼຸດພົ້ນຈາກຄວາມທຸກຍາກ ຢ່າງມີປະສິດທິພາບ ແລະປະສິດທິຜົລ ຕາມແນວທາງຂອງຣັຖບານລາວ ສິ່ງສໍາຄັນ ຕ້ອງເຄົາຣົບກົດລະບຽບ ຂອງປະເທດລາວ ແລະມີຈັນຍາບັນທີ່ດີ ໃນການດໍາເນີນທຸຣະກິຈ.

ອາຈານ ທ່ານນຶ່ງ ທີ່ສອນຢູ່ມະຫາວິທຍາໄລແຫ່ງຊາຕ ກ່າວວ່າ ນັກລົງທຶນຈີນ ບໍ່ໄດ້ເຂົ້າມາລົງທຶນ ສະເພາະແຕ່ໃນລາວເທົ່ານັ້ນ ແຕ່ນັກລົງທຶນຈີນ ຍັງເຂົ້າໄປລົງທຶນໃນປະເທດ ສມາຊິກລຸ່ມແມ່ນໍ້າຂອງ ເຊັ່ນ ໄທຍ, ກັມພູຊາ ແລະອີກຫຼາຍປະເທດ ໃນພາກພື້ນ ໂດຍທຸຣະກິຈຂອງຄົນຈີນ ຊ່ອຍໃຫ້ເກີດການຄ້າ, ການຂາຍ ແລະສ້າງວຽກເຮັດງານທໍາ ເປັນຈໍານວນຫຼາຍ.
ດັ່ງອາດານທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ປະເທດລຸ່ມແມ່ນໍ້າຂອງເຮົາເນາະ ເຮັດການຄ້າ ລະຫວ່າງ ຈີນ-ໄທຍ, ຈີນ-ລາວ, ລາວ-ໄທຍ ຈັ່ງຊີ້ນ່າ ເຂົ້າມາຫຼາຍ. ທຸກພາກ ທຸກປະເທດ ເລີຍນ່າ ຂ້ອນຂ້າງຈະມີວຽກເຮັດ 100% ເລີຍຊັ້ນດອກ.”
ປັດຈຸບັນ ຣັຖບານລາວ ມີຄວາມພະຍາຍາມສູງ ທີ່ຈະດືງດູດນັກລົງທຶນຈີນ ໃຫ້ເຂົ້າມາລົງທຶນໃໝ່ ເພື່ອປະກອບສ່ວນ ເຂົ້າໃນການພັທນາເສຖກິຈ ຂອງປະເທດລາວ, ສະເພາະໃນ ປີ 2022 ມີນັກລົງທຶນຈີນ ໄດ້ເຂົ້າມາລົງທຶນໃນລາວ ທັງໝົດ 30 ບໍຣິສັດ ຮວມມູນຄ່າການລົງທຶນ 339 ລ້ານໂດລ້າຣ໌ສະຫະຣັຖ ໃນນັ້ນ ລົງທຶນໃນຂແນງການບໍ່ແຮ່ ມີ 18 ໂຄງການ, ພະລັງງານ 1 ໂຄງການ, ຂແນງການທີ່ປຶກສາ 3 ໂຄງການ, ອຸດສາຫະກັມ ແລະຫັດຖະກັມ 6 ໂຄງການ, ສາທາຣະນະສຸຂ 1 ໂຄງການ ແລະຂແນງການອື່ນໆ 2 ໂຄງການ.