ຜົລກະທົບ ຈາກການລົງທຶນຈີນ ຈົນກາຍເປັນເມືອງຈີນ: ປະຊາຊົນ

ອຸ່ນແກ້ວ
2024.01.09
ຜົລກະທົບ ຈາກການລົງທຶນຈີນ ຈົນກາຍເປັນເມືອງຈີນ: ປະຊາຊົນ ໂຕຢ່າງຫ້າງຮ້ານ ນ້ອຍ-ໃຫຍ່ ຂອງຊາວຈີນ ທີ່ມາຄ້າຂາຍ ແລະ ເຮັດທຸຣະກິຈ ໃນຂອບເຂດນະຄອນຫຼວງວຽງຈັນ (TS) ເດືອນກໍຣະກະດາ 2022.
RFA

ຖ້າເບິ່ງໃນທາງການລົງທຶນ ຈີນເຂົ້າມາຖືຮຸ້ນໃນຣັຖວິສາຫະກິຈ ຕ່າງໆ, ເຈົ້າມາສັມປະທານຂຸດຄົ້ນບໍ່ແຮ່, ເຂົ້າມາສ້າງເຂດເສຖກິຈພິເສດ ແລະ ອື່ນໆ ເປັນການສົ່ງເສີມການລົງທຶນ, ແຕ່ ໃນເວລາດຽວກັນ ການລົງທຶນດັ່ງກ່າວ ໄດ້ສົ່ງຜົລກະທົບໃຫ້ແກ່ປະຊາຊົນຢ່າງຫຼີກລ້ຽງບໍ່ໄດ້ ຍ້ອນວ່າ ການປະຕິບັດກົດໝາຍບໍ່ເຂັ້ມງວດ.

ສາເຫດທີ່ຣັຖບານປ່ອຍໃຫ້ຄົນຈີນເຂົ້າມາຫຼາຍ. ເຈົ້າໜ້າທີ່ອົງການຈັດຕັ້ງພາກປະຊາສັງຄົມລາວ ທ່ານນຶ່ງ ໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ສາເຫດກໍງ່າຍໆ ຣັຖບານບໍ່ມີເງິນສົດທີ່ຈະລົງທຶນ ເຂົ້າເຖິງແຫຼ່ງທຶນທີ່ຈະເຮັດໃຫ້ສິ່ງທີ່ຕົນເອງຢາກເຮັດ. ຣັຖບານບໍ່ມີນັກລົງທຶນອື່ນໆ ທີ່ມີຄຸນນະພາບ ສ່ວນຫຼາຍກະມີແຕ່ຈີນ.

ເຈົ້າໜ້າທີ່ ອົງການຈັດຕັ້ງພາກປະຊາສັງຄົມ ທ່ານນີ້ ກ່າວຕື່ມວ່າ:

ຜົລກະທົບຫຼາຍໆຢ່າງສະເພາະຈີນເນາະ ເປັນຫຍັງຈຶ່ງເກີດຜົລກະທົບຫຼາຍຢ່າງ ປັດໄຈພາຍໃນກໍຄື ລະບຽບຢູ່ປະເທດລາວ ມັນບໍ່ເຂັ້ມແຂງ.

ຄົນຈີນຈໍານວນນຶ່ງ ກໍມີພຶດຕິກໍາ ເປັນກຸ່ມເປັນແກ້ງແບບມາເຟັຽ. ປະຊາຊົນລາວ ທ່ານນຶ່ງ ໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ແຕ່ວ່າ ເຫັນມານີ້ກະໂອ້ຍ ນິໄສມາເຟັຽມັນຫັ້ນລະ ອັນມາຢູ່ລາວຫັ້ນ. ຜູ້ຫຼັກຜູ້ໃຫຍ່ ກະອະນຸຍາດໃຫ້ເຂົາຢູ່ຫັ້ນນ່າ ຄັນວ່າ 99 ປີ. ຣັຖບານໃຫ້ອະພິສິດເຂົາເຈົ້າຫັ້ນນ່າ ຂຸດຄົ້ນບໍ່ແຮ່ ເຈົ້າໜ້າທີ່ກະວ່າ ຈີນກະມີສ່ວນຮ່ວມຫັ້ນນ່າ. ໄປແຈໃດ ກະເຕັມແຕ່ຈີນ ກັບວຽດ. ຖ້າຄົນຈີນເຂົ້າມາ ມັນກະຊິເປັນເມືອງຈີນໝົດແລ້ວ.

ທີ່ຜ່ານມາ ກໍເກີດມີການຄາດຕະກັມເກີດຂຶ້ນຫຼາຍກໍຣະນີ. ເມື່ອບໍ່ດົນມານີ້​ ແມ່ຍິງລາວ ອາຍຸ 24 ປີ, ເປັນປະຊາຊົນ ບ້ານໄຜ່ ເມືອງຈໍາພອນ ແຂວງສວັນນະເຂດ ເຮັດວຽກຢູ່ນະຄອນຫລວງວຽງຈັນ ຖືກຊາຍຄົນຈີນ ອູ້ມຂຶ້ນຣົຖສ່ວນຕົວ ຢູ່ຕໍ່ໜ້າຮ້ານບັນເທີງແຫ່ງນຶ່ງ ໃນເຂດເສຖກິຈພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນມື້ວັນທີ 23 ທັນວາ 2023. ຕໍ່ມາຖືກພົບໄຫລຢູ່ກາງແມ່ນໍ້າຂອງ ໃນເຂດເມືອງຕົ້ນເຜິ້ງ ໃນມື້ວັນທີ 28 ທັນວາ.

ທຸລະກິຈຂອງຊາວຈີນ ຢູ່ໃນລາວ ສົ່ງຜົລກະທົບຕໍ່ທຸຣະກິຈ ຢູ່ໃນລາວ. ປະຊາຊົນ ອີກ ທ່ານນຶ່ງ ໄດ້ໃຫ້ສໍາພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ເວົ້າເລື່ອງຜົລປໂຍດນີ້ ບໍ່ມີດອກ ເຂົາຊິມາສ້າງຫຍັງໃຫ້ເຈົ້າ ເຂົາກະຫາຜົລປໂຍດ ໃຫ້ເຂົາ ຂອງເຂົາມາລົງທຶນຢູ່ລາວ ມາທັມທຸຣະກິຈຢູ່ລາວ ເຂົາມາຈົກໜອງປາ ເຂົາກະລ້ຽງປາຂາຍເອົາເງິນເຈົ້າ ເຂົາມາຂຸດຄົ້ນບໍ່ຄໍາບໍ່ເງິນ ເຂົາກະຂາຍເອົາເງິນໃສ່ຖົງເຂົາ. ປູກກ້ວຍ ມັນກະຂາຍເອົາເງິນມັນເມືອບ້ານມັນ.

ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ທາງການລາວ ຍັງກ່າວອ້າງວ່າ ຈີນພັທນາແບບກ້າວກະໂດດ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກຣັຖມົນຕຣີ ໄດ້ກ່າວຕໍ່ສື່ມວນຊົນຈີນ ໃນປີ 2022 ທີີ່ຜ່ານມາ ໂດຍ ທ່ານ ອ້າງ ວ່າ:

ສະເພາະ 10 ຫຼັງມານີ້ ແຫ່ງພັທນາ ອັນສລຸບລວມວ່າ ແມ່ນພັທນາດີປານໃດ ໃຫ້ເບິ່ງພື້ນຖານເສຖກິຈຂອງຈີນ ຈົນກາຍເປັນອັນດັບທີສອງຂອງໂລກ.

ຣັຖບານລາວ ໄດ້ເອົາຮູບແບບການພັທນາປະເທດ ມາຈາກຈີນ ແລະ ມີການດຶງດູດ ການລົງທຶນຈາກຈີນ ເປັນຈໍານວນຫຼາຍ.

ອີງຕາມ ຂໍ້ມູນຈາກກະຊວງແຜນການ ແລະ ການລົງທຶນ, ມູນຄ່າການລົງທຶນ ຂອງຈີນໃນປີ 2019 ປະມານ 1 ຕື້ໂດລ້າຣ໌, ປີ 2020 ມູນຄ່າການລົງທຶນເກືອບ 2.6 ຕື້ໂດລ້າຣ໌, ແລະ ປີ 2021 ມູນຄ່າ 1 ຕື້ໂດລ້າຣ໌.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

John Manivong
Jan 21, 2024 01:47 PM

ຕາມຟັງຂ່າວນີ້ແລ້ວ ມັນໜ້າເສົ້າໃຈ! ຜູ່ນຳທາງຜ່າຍຣັດຖະບານ ມົວແຕ່ຢາກເຫັນຄວາມຈະເຣີນຮຸ່ງເຮືອງຢ່າງມີແສງສີ ບໍ່ໄດ້ຄິດເຫັນຄວາມສຸກທຸກຂອງປະຊາຊົນ. ອີກບໍ່ດົນ ຄົນລາວເຮົາກໍຈະເປັນຄົນຊັ້ນທີ່ສອງ ຫລືວ່າຄົນກຸ່ມນ້ອຍໄປໂດຍບໍ່ຮູ້ໂຕ. ປະເທດທີ່ເຂົາຢາກໃຫ້ປະເທດຈະເຣີນນັ້ນ ເຂົາພັດທະນາໃນຫລາຍດ້ານໄປພ້ອມໆກັນ ແລະສີ່ງສຳຄັນແມ່ນ ຜູ່ທີ່ຈະເປັນຜູ່ນຳພາປະເທດຊາດກ້າວໄປສູ່ຄວາມຈະເຣີນ,ຜູ້ຄົນພວກນັ້ນກໍແມ່ນ ເຍົາວະຊົນຂອງຊາດນັ້ນເອັງ.