ເຣື່ອງເລົ່າສອງສາຍນ້ຳ, ຈິດວິນຍານ ແມ່ນ້ຳຂອງ, ແມ່ນ້ຳມິສຊິສຊິບປີ້

ໄຊຍາ
2023.02.07
ເຣື່ອງເລົ່າສອງສາຍນ້ຳ, ຈິດວິນຍານ ແມ່ນ້ຳຂອງ, ແມ່ນ້ຳມິສຊິສຊິບປີ້ ງານເທດສະການ ແລກປ່ຽນວັທນະທັມແຫ່ງສາຍນ້ຳ ພາຍໃຕ້ຫົວຂໍ້ “A Tale of Two Rivers” ຫຼື “ເຣື່ອງເລົ່າສອງສາຍນ້ຳ” ເພື່ອບອກເລົ່າຕຳນານ ຂອງສາຍນ້ຳ ແລະວັທນະທັມ ຈາກຣຸ້ນນຶ່ງ ສູ່ຄົນອີກຣຸ້ນນຶ່ງ ຜ່ານການເຊື່ອມໂຍງ ລະຫວ່າງຈິດວິນຍານ ແຫ່ງແມ່ນ້ຳຂອງ ແລະ ແມ່ນ້ຳມິສຊິສຊິບປີ້ ໃນວັນທີ 3 ກຸມພາ 2023.
RFA

ໃນວັນທີ 03 ກຸມພາ 2023 ສະຖານທູຕ ສະຫະຣັຖອາເມຣິກາ ປະຈຳປະເທດໄທຍຮ່ວມກັບປະຊາຊົນ ບ້ານສົບສົມ ແລະ ບ້ານຫາດໄຄຣ້ ເມືອງຊຽງຂອງ ແຂວງຊຽງຮາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດເທສການແລກປ່ຽນວັທນາທັມ ແຫ່ງສາຍນໍ້າ ພາຍໃຕ້ຫົວຂໍ້ “A Tale of Two Rivers” ເຣື່ອງເລົ່າສອງສາຍນໍ້າ ເພື່ອບອກເລົ່າຕຳນານ ຂອງສາຍນໍ້າແລະວັທນະທັມຈາກ ຄົ້ນຣຸ້ນນຶ່ງສູ່ຄົນອີກຣຸ້ນນຶ່ງ ຜ່ານການເຊື່ອມໂຍງ ລະຫວ່າງຈິດວິນຍານ ແຫ່ງແມ່ນໍ້າຂອງ ແລະ ແມ່ນໍ້າມິສຊິສຊິບປີ້.

ດັ່ງ ຍານາງ ກວັນ ຄາຣ໌ດໂນ (Gwen Cardno) ທີ່ປຶກສາເອກອັກຄະຣັຖທູຕ ສະຫະຣັຖ ປະຈຳປະເທດໄທຍກ່າວວ່າ:

ປີນີ້ກໍເປັນປີທີ່ຄົບຮອບ 190 ປີ ຂອງຄວາມສັມພັນ ທາງການທູຕ ສະຫະຣັຖ-ໄທຍ ໃນແຕ່ລະເດືອນພວກເຮົາຈະມີຫົວຂໍ້ ໃນການສເລີມສລອງ ເປັນຕົ້ນເດືອນມົກກະຣາ ກໍຈະເປັນເຣື່ອງຄວາມສັມພັນລະຫວ່າງຊາວໄທຍ ແລະ ຊາວອາເມຣິກັນ. ສ່ວນໃນເດືອນກຸມພາ ກໍຈະເປັນເຣື່ອງສິ່ງແວດລ້ອມເພາະສະນັ້ນ ເດືອນນີ້ ເຮົາກໍຈັດງານສະແດງ ທີ່ສາມາດສື່ສານ ປະເດັນເຣື່ອງສິ່ງແວດລ້ອມ ຜ່ານສິລປະການສະແດງ.

ທ່ານ ນິວັດ ຣ້ອຍແກ້ວ ປະທານກຸ່ມຮັກຊຽງຂອງ ເມືອງຊຽງຂອງ ແຂວງຊຽງຮາຍ ກ່າວວ່າ ກິຈກັມສິລປະນີ້ເລົ່າເຖີງຊີວິດຄວາມອຸດົມສົມບູນແລະບັນຫາຂອງແມ່ນໍ້າຂອງແລະແມ່ນໍ້າ ມິສຊິສຊິບປີ້ຜ່ານສິລປະໂດຍກຸ່ມຊາວໜຸ່ມ ຊຽງຂອງ ໄດ້ເຂົ້າຮ່ວມການສະແດງຄັ້ງນີ້ດ້ວຍ.

ດັ່ງທ່ານກ່າວວ່າ:

ງານສິລປະເທື່ອນີ້ Mekong Youth ຫລືກຸ່ມຊາວໜຸ່ມຂອງເຮົາ ກໍໄດ້ເຂົ້າຮ່ວມນຳດ້ວຍ ໃນການນຳສເນີເຣື່ອງຣາວ ຂອງແມນໍ້າຂອງ ຜ່ານງານສິລປະເນາະກັບສິລປິນ.

ການສະແດງນີ້ ຮ່ວມສ້າງສັນ ແລະກຳກັບໂດຍ ຍານາງ ແວວດາວ ສີຣິສຸຂ ສິລປິນຊາວຊຽງຮາຍຜູ້ບຸກເບີກພື້ນທີ່ ຮ່ວມສໄມໃຫ້ກັບປະເພນີ ຟ້ອນລຳພື້ນເມືອງ ລ້ານນາ ໂດຍຮ່ວມກັບຊາວໜຸ່ມ ຊຽງຂອງຮ້ອຍລຽງ ເຣື່ອງຣາວ ຈາກການລ່ອງເຮືອ ໃນແມ່ນໍ້າຂອງ ແລະການໂອ້ລົມ ກັບຜູ້ນຳຊຸມຊົນ ອອກມາເປັນການສະແດງ 9 ບົດ ເພື່ອຖ່າຍທອດ ເຣື່ອງຂອງແມ່ນໍ້າຂອງ ແລະແມ່ນໍ້າມິສຊິສຊິບປີ້.

ດັ່ງຍານາງກ່າວຕໍ່ວິທຍຸ ເອເຊັຽ ເສຣີວ່າ:

ປະເດັນທີ່ສຳຄັນແທ້ຈິງ ທີ່ຢາກຈະເວົ້າເຖິງກໍຄືຣຸ້ນເຮົາ ອາຈຈະຊ້າໄປແດ່ ແລ້ວຣຸ່ນຕໍ່ໄປ ຕ່າງຫາກທີ່ເປັນຄວາມຫວັງ ຂອງແມ່ນໍ້າຂອງເວົ້າງ່າຍໆ ຂອງສິ່ງແວດລ້ອມ ຂອງໂລກນີ້ ຖ້າຣຸ້ນຕໍ່ໄປບໍ່ມີຄວາມສົນໃຈ ໃນສິ່ງເຫລົ່ານີ້ແລ້ວ ມັນກໍຄົງຈະຊ່ອຍບໍ່ໄດ້.

ຍານາງກ່າວຕື່ມວ່າ ການຮ່ວມງານກັບສິລປິນ ຊາວອາເມຣິກັນ ເຮັດໃຫ້ຮັບຮູ້ວ່າ ສະຖານະການແມ່ນໍ້າຂອງ ແລະ ແມ່ນໍ້າ ມິສຊິສຊິບປີ້ ຄືກັນປານໃດ ຍ້ອນມີການກໍ່ສ້າງເຂື່ອນ ໃນແມ່ນໍ້າ ມິສຊິສຊິບປີ້ ຈຳນວນຫລາຍ ແລະມີການປ່ອຍສານເຄມີ ລົງໃນແມ່ນໍ້າ ມິສຊິສຊິບປີ້ເຊັ່ນກັນ.

ທ່ານ ເວລາ ອະມະຕະທັມມະຊາຕ ຜູ້ອຳນວຍການ ໂຄງການແລກປ່ຽນ ວັທນະທັມແຫ່ງສາຍນໍ້າ ແລະ ປະທານມູນລະນິທິ ປະຍູນ ເພື່ອສິລປະ (Prayoon Art Foundation) ກ່າວຕໍ່ວິທຍຸ ເອເຊັຽ ເສຣີວ່າ ທາງມູນລະນິທິຢາກສ້າງເຄືອຂ່າຍ ການສ້າງສັນ ຂອງຊາວລຸ່ມແມ່ນໍ້າຂອງ ບໍ່ແມ່ນແຕ່ໄທຍ, ລາວ ແຕ່ເປັນປະເທດເພື່ອນບ້ານ ທີ່ແມ່ນໍ້າຂອງໄຫລຜ່ານ ເປັນຕົ້ນ ພະມ້າ, ກັມພູຊາ ແລະ ວຽດນາມ ນຳດ້ວຍແຕ່ຄວາມທ້າທາຍຍັງມີຢູ່ 2 ຂໍ້ໃຫຍ່ ຄືເຣື່ອງທຶນ ສນັບສນູນ ແລະ ປະເດັນອ່ອນໄຫວ ທີ່ບໍ່ຄືກັນໃນແຕ່ລະປະເທດ.

ດັ່ງທ່ານກ່າວວ່າ:

ນຶ່ງທຶນສະນັບສນູນ ໃນການສ້າງງານສິລປະ ຮ່ວມສໄມ ຂອງປະເທດ ໃນພູມມິພາກນີ້ ຂ້ອນຂ້າງຈຳກັດຫລາຍ. ຫລາຍຄັ້ງສິລປິນສາຂາສິລປະ ຮ່ວມສໄມເຮົາເຕີບໂຕ ໄດ້ດ້ວຍທຶນຈາກຕ່າງປະເທດ. ສອງຄືມັນປະເດັນທີ່ມີຄວາມອ່ອນໄຫວ ໃນແຕ່ລະປະເທດບໍ່ຄືກັນ ໃນປະເທດ ເພື່ອນບ້ານເຮົາຫລາຍໆປະເທດ ການປິດກັ້ນຂໍ້ມູນ ຂ້ອນຂ້າງຮຸນແຮງ. ເພາະສະນັ້ນ ການລວມໂຕກັນ ຂອງຄົນທີ່ເຮັດວຽກ ສ້າງສັນ ແລະວິພາກປະເດັນ ທີ່ຂ້ອນຂ້າງມີຄວາມອ່ອນໄຫວສູງ ມັນຂ້ອນຂ້າງເຮັດໄດ້ຍາກ.

ຜູ້ປະກອບການ ນາງນຶ່ງຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວກ່າວວ່າ ກໍເຫັນດີຫາກມີງານແນວນີ້ເກີດຂຶ້ນໃນລາວ ຍ້ອນປະເທດລາວກໍມີກິຈກັມ ຫລາຍຢ່າງທີ່ກ່ຽວຂ້ອງ ກັບສິລປະ, ປະເພນີ ຖ້າມີງານສະແດງສິລປະ ວັທນະທັມ ກໍຈະເປັນການດຶງດູດ ນັກທ່ອງທ່ຽວ ແລະເປັນການເຜີຍແຜ່ ວັທນະທັມຂອງປະເທດລາວດ້ວຍ.

ດັ່ງຍານາງກ່າວວ່າ:

ຖ້າມັນມີມັນກໍຈະເປັນງານນຶ່ງ ທີ່ດຶງດູດແຂກທ່ອງທ່ຽວ ຫລືແຂກອີ່ຫຍັງເນາະ ແລ້ວກໍເປັນການເຜີຍແຜ່ ວັທນະທັມຂອງບ້ານເຮົາ ໃຫ້ຄົນອື່ນເຂົາເຈົ້າຮູ້ຈັກ ແລະເຮົາກໍສາມາດຮູ້ຈັກ ວັທນະທັມຂອງບ້ານອື່ນ ຂະເຈົ້າພ້ອມອິຫຍັງຫັ້ນນ່າ.

ສຳລັບງານແລກປ່ຽນ ວັທນະທັມທີ່ຈັດໂດຍສະຖານທູຕ ສະຫະຣັຖ ອາເມຣິກາ ປະຈຳປະເທດລາວນັ້ນ ທ່ານ Greg Aurit, ເຈົ້າໜ້າທີ່ປະຊາສັມພັນ ຂອງສະຖານທູຕ ອາເມຣິກາ ປະຈຳປະເທດລາວ ກ່າວວ່າເມື່ອເດືອນພຶສຈິກາ ປີ 2022 ທາງສະຖານທູຕ ໄດ້ຈັດງານແລກປ່ຽນວັທນະທັມ ໂດຍການສາຍຮູບເງົາເຣື່ອງ Raya and the Last Dragon ໃນຫລາຍແຂວງ ຂອງປະເທດລາວ ແລະນຳທ່ານ ສະຕີຟ ອາຣຸນສັກ ອາຈານຊາວລາວ-ອາເມຣິກັນ, ຫົວໜ້າຄະນະຜູ້ໃຫ້ຄຳປຶກສາ ກັບຮູບເງົາເຣື່ອງດັ່ງກ່າວ ມາສັມມະນາ ຖ່າຍທອດຄວາມຮູ້ ກ່ຽວກັບວັທນະທັມ ຂອງປະເທດໃນອາຊ້ຽນ ລວມເຖິງລາວດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.