ໄຟຟ້າລາວ ຈະປັບຂຶ້ນຄ່າໄຟ ກະທົບຫຼາຍກິຈການ

ໄຊຍາ
2023.02.07
ໄຟຟ້າລາວ ຈະປັບຂຶ້ນຄ່າໄຟ ກະທົບຫຼາຍກິຈການ ອາຄານ ສຳນັກງານ (ຫ້ອງການ) ຣັຖວິສາຫະກິຈ ໄຟຟ້າລາວ, ນະຄອນຫຼວງວຽງຈັນ, ວັນທີ 14 ກໍຣະກະດາ 2022.
ນັກຂ່າວ ພົລເມືອງ

ຣັຖວິສາຫະກິຈໄຟຟ້າລາວ ຫລື EDL ຈະປັບລາຄາຄ່າໄຟຟ້າຂຶ້ນຈຳນວນ 8 ປະເພດກິຈການຈາກທັງໝົດ 9 ປະເພດກິຈການເພື່ອແກ້ໄຂ ບັນຫາໜີ້ສິນທີ່ຣັຖວິສາຫະກິຈ ໄຟຟ້າລາວ ໄດ້ກໍ່ເອົາໄວ້ໃນໄລຍະຜ່ານມາ ແລະ ນຳເອົາເງິນໄປສຳລະຄ່າໃຊ້ອື່ນໆ ທີ່ຈຳເປັນ.

ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈ ໄຟຟ້າລາວ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 07 ກຸມພາ ນີ້ວ່າ:

ແມ່ນແຫລະຄືເຮົາມີ 9 ເບາະແຕ່ວ່າເຮົາຊິປັບແຕ່ 8 ປະເພດກາຄືປະເພດທີ່ຢູ່ອາໄສເຮົາຈະບໍ່ປັບກາອີງໃສ່ກ່ຽວກັບເງິເຟິ້ ເຮົາແນ່ເຮົາສເນີສື່ໆ ແລ້ວແຕ່ທາງສະພາ ຈະອະນຸມັດປັດຈຸບັນນີ້ ຍັງຢູ່ໃນຂັ້ນຕອນການປະຕິຮູບແຫລະ.

ທ່ານກ່າວຕື່ມວ່າ ສຳລັບແຜນການປັບປຸງໂຄງສ້າງ ແລະອັດຕຣາລາຄາໄຟຟ້າໃໝ່ ແມ່ນຈະປັບ 8 ປະເພດກິຈການ ປະກອບມີປະເພດທູດ ແລະ ອົງການຈັດຕັ້ງສາກົນ, ປະເພດທຸຣະກິຈທົ່ວໄປ, ໄຟຟ້າສຳຮອງ, ໄຟຟ້າຊົ່ວຄາວ, ປະເພດທຸຣະກິຈສຶກສາ ແລະກິລາ, ປະເພດທຸຣະກິຈ ບັນເທີງ, ປະເພດສຳນັກງານຣັຖບໍຣິຫານ, ປະເພດກະສິກັມ, ປະເພດອຸດສາຫະກັມ ແລະ ປະເພດທາງຣົຖໄຟ. ສ່ວນປະເພດ ທີ່ຈະໄດ້ຮັບການຍົກເວັ້ນ ຄືປະເພດຜູ້ຊົມໃຊ້ທີ່ຢູ່ອາໄສ.

ສ່ວນອັດຕຣາ ລາຄາໄຟຟ້າໃໝ່ຄາດວ່າ ຈະມີການປັບລາຄາຂຶ້ນປະມານ 1-2% ຈາກອັດຕຣາ ລາຄາໄຟຟ້າ ທີ່ຊົມໃຊ້ໃນປັດຈຸບັນ ຊຶ່ງແຜນການດັ່ງກ່າວ ຣັຖວິສາຫະກິຈໄຟຟ້າລາວ ຈະສເນີໃຫ້ສະພາແຫ່ງຊາຕລາວ ໄດ້ພິຈາຣະນາຮັບຮອງ ຢູ່ກອງປະຊຸມສະພາແຫ່ງຊາຕ ໃນຄັ້ງຕໍ່ໄປຫາກສະພາແຫ່ງຊາຕ ພິຈາຣະນາເຫັນດີ ຈະປັບລາຄາໄຟຟ້າໃໝ່ ພາຍໃນກາງປີ 2023 ເປັນຕົ້ນໄປ.

ກ່ຽວກັບແຜນການດັ່ງກ່າວນີ້ ຊາວລາວຜູ້ປະກອບການທຸຣະກິຈ ຂນາດນ້ອຍຢູ່ໃນແຂວງຈຳປາສັກ ກ່າວວ່າບັນຫາໜີ້ສິນ ຂອງຣັຖວິສາຫະກິຈໄຟຟ້າລາວ ທີ່ກໍຂຶ້ນມາຢ່າງມະຫາສານນັ້ນ ກໍເປັນຍ້ອນການສໍ້ຣາສບັງຫລວງ ຂອງເຈົ້າໜ້າທີ່ພາຍໃນ ແລະ ການກູ້ຢືມເງິນມາລົງທຶນສ້າງ ເຂື່ອນໄຟຟ້າ ແລະແຫລ່ງພລັງງານອື່ນໂດຍບໍ່ຈຳເປັນ.

ບັນຫາທີ່ຣັຖວິສາຫະກິຈ ໄຟຟ້າລາວກໍ່ໜີ້ສິນຂຶ້ນມານັ້ນ ບໍ່ຄວນທີ່ຈະໃຫ້ປະຊາຊົນລາວ ແລະບັນດານັກທຸຣະກິຈຕ່າງໆ ຕ້ອງມາແບກຫາບພາຣະດັ່ງກ່າວນີ້ ແຕ່ຣັຖວິສາຫະກິຈໄຟຟ້າລາວ ຄວນປະຕິຮູບບຸກຄະລາກອນພາຍໃນ ເພື່ອໃຫ້ເກີດຄວາມໂປ່ງໃສ ໃນການເຮັດວຽກ ແລະດຳເນີນທຸິຣະກິຈ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ບາດນີ້ຊິເຮັດຈັ່ງໃດເພາະວ່າ ດຽວນີ້ມີປະຊາຊົນກາຄັນຊິເວົ້າແທ້ ໄລຍະນີ້ຫາເງິນບໍ່ໄດ້ ໃດໃຜກາອືດເຮັດຈັ່ງໃດຊິມີຄວາມເດືອດຮ້ອນ ໃດເຂົາກໍບໍ່ມີເງິນຄືກັນ ແຫລະກາຕົກທຸກໄດ້ຍາກໃດ ກາແຮງຊິບີບເຂົາ.

ຜູ້ປະກອບການຮ້ານອາຫານ ໃນແຂວງສວັນນະເຂດກ່າວວ່າ ພາລະຄ່າໃຊ້ຈ່າຍຕ່າງໆ ໃນແຕ່ລະເດືອນຂອງຜູ້ປະກອບການທຸຣະກິຈ ກໍມີຈຳນວນຫລາຍຢູ່ແລ້ວ ແຕ່ຍັງເອົາພາລະໜີ້ສິນ ຂອງຣັຖວິສາຫະກິຈໄຟຟ້າລາວ ມາໃຫ້ປະຊາຊົນ ແລະບັນດາຜູ້ປະກອບການ ທຸຣະກິຈຕ້ອງແບກຮັບ ພາຣະນຳດ້ວຍ ແທນທີ່ປະຊາຊົນລາວ ແລະບັນດາທຸຣະກິຈຈະໄດ້ຊົມໃຊ້ ໄຟຟ້າໃນລາຄາຖືກ ຍ້ອນປະເທດລາວ ມີແຫລ່ງພະລັງງານໄຟຟ້າ ເປັນຈຳນວນຫລາຍ.

ດັ່ງຜູ້ປະກອບການ ຮ້ານອາຫານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃສມື້ດຽວກັນວ່າ:

ໂອ້ຍ ບໍ່ຂຶ້ນກາແພງແລ້ວຄ່າໄຟຫັ້ນ ດຽວນີ້ສາມສີ່ແສນພຸ້ນຮ້ານເຮົານ້ອຍໆ ນີ້ນ່າບໍ່ປານໃດດຽວນີ້ມັນຫລາຍຮ້ານແລ້ວເດ້ ເຂົາຫາເງິນກາຍາກດຽວນີ້ຫັ້ນ ບໍ່ຄືແຕ່ເກົ່າ.”

ຊາວລາວອີກຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ກໍເຫັນວ່າເຖີງຈະໄດ້ຮັບການຍົກເວັ້ນ ບໍ່ໄດ້ຢູ່ໃນປະເພດທີ່ຈະຖືກປັບລາຄາໄຟຟ້າ ໃໝ່ແຕ່ກໍບໍ່ເຫັນສົມຄວນທີ່ຈະໃຫ້ຜູ້ປະກອບການ ແລະບັນດາທຸຣະກິຈຕ່າງໆ ຕ້ອງເຂົ້າມາແບກຫາບພາລະໜີ້ສິນ ແລະຄ່າໃຊ້ຈ່າຍຕ່າງໆ ຂອງຣັຖວິສາຫະກິຈໄຟຟ້າ ລາວເນື່ອງຈາກປັດຈຸບັນລາຄາ ໄຟຟ້າ ແພງຢູ່ແລ້ວ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນວ່າ:

ໄດ້ຍີນແຕ່ຂະເຈົ້າອອກເຟສ ອອກລາຍນ໌ ໄປຊັ້ນແຫລະກາຈັກວ່າແນວໃດແຫລະ ຄ່າຟືນຄ່າໄຟ ກາແພງຄືຄູ່ມື້ນີ້ໃຊ້ໄຟກາໜ້ອຽດຽວເຮືອນຂ້ອຍຫັ້ນ ຕົກສອງແສນປາຍພຸ້ນ ຈັກເພິ່ນຊິເຮັດແນວໃດ ກາບໍ່ຈັກ.

ປັດຈຸບັນການຈັດຕັ້ງ ປະຕິບັດລາຄາໄຟຟ້າ ປັບປຸງໃໝ່ປີ 2021 ອີງຕາມກະຊວງພລັງງານ ແລະບໍ່ແຮ່ໄດ້ອອກແຈ້ງການໃນວັນທີ 04 ມີນາ 2021 ທີ່ຜ່ານມາຣາຍລະອຽດມີດັ່ງນີ້.

  1. ປະເພດຜູ້ຊົມໃຊ້ທີ່ຢູ່ອາໄສ ລາຄາໄຟຟ້າ ເຣີ່ມຕົ້ນຢູ່ທີ່ 355 ກີບຕໍ່ໜ່ວຽ ແລະ ລາຄາສູງສຸດ ຢູ່ທີ່ 1,019 ກີບຕໍ່ໜ່ວຍ.
  2. ປະເພດທູດ ແລະອົງການຈັດຕັ້ງ ສາກົນ ລາຄາໄຟຟ້າຢູ່ທີ່ 1,448 ກີບຕໍ່ໜ່ວຍ.
  3. ປະເພດທຸຣະກິຈທົ່ວໄປ, ໄຟຟ້າສຳຮອງ, ໄຟຟ້າຊົ່ວຄາວ ລາຄາຢູ່ທີ່ 1,123 ກີບຕໍ່ໜ່ວຍ.
  4. ປະເພດທຸຣະກິຈສຶກສາ ແລະກິລາລາຄາໄຟຟ້າ ຢູ່ທີ່ 882 ກີບຕໍ່ໜ່ວຍ.
  5. ປະເພດທຸຣະກິຈບັນເທີງ ລາຄາໄຟຟ້າຢູ່ທີ່ 1,487 ກີບຕໍ່ໜ່ວຍ.
  6. ປະເພດສຳນັກງານ ຣັຖບໍຣິຫານລາຄາໄຟຟ້າ ຢູ່ທີ່ 882 ກີບຕໍ່ໜ່ວຍ.
  7. ປະເພດກະສິກັມ ລາຄາໄຟຟ້າຢູ່ທີ່ 537 ກີບຕໍ່ໜ່ວຍ.
  8. ປະເພດອຸດສາຫະກັມ ລາຄາໄຟຟ້າ ຢູ່ທີ່ 795 ກີບຕໍ່ໜ່ວຍ.
  9. ປະເພດທາງຣົຖໄຟ ບໍ່ມີການເປີດເຜີຍຂໍ້ມູນ ເນື່ອງຈາກເປັນປະເພດ ທີ່ຈັດຕັ້ງປະຕິບັດຂຶ້ນມາໃໝ່.

ສາເຫດສຳຄັນ ທີ່ຣັຖວາສະກິຈໄຟຟ້າລາວ ແລະຣັຖບານມີຄວາມຈຳເປັນ ທີ່ຈະປັບປຸງໂຄງສ້າງ ແລະອັດຕຣາລາຄາໄຟຟ້າ ກໍເພື່ອໃຫ້ສອດຄ່ອງກັບສະພາບການ ປ່ຽນແປງທາງດ້ານເສຖກິຈ ແລະການເງິນໃນແຕ່ລະໄລຍະ ເພີ່ມກະແສລາຍຮັບໃຫ້ ກັບວິສາຫະກິຈໄຟຟ້າລາວ ຈາກສະພາບທີ່ເງິນກີບ ອ່ອນຄ່າໃຫ້ສາມາດສຳລະຄ່າໄຟຟ້າ ທີ່ຣັຖວິສາຫະກິຈລາວ ຊື້ຈາກຜູ້ຜລິດໄຟຟ້າ ຊຶ່ງເປັນສະກຸນເງິນໂດລ້າຣ໌ສະຫະຣັຖ ເຖິງ 85% ແລະທີ່ສຳຄັນ ເພື່ອໃຫ້ຣັຖວິສາຫະກິຈໄຟຟ້າລາວ ມີກະແສເງິນໃນການສຳລະໜີ້ສິນ ເງິນກູ້ ແລະສຳລະຄ່າໃຊ້ຈ່າຍຕ່າງໆ ພາຍໃນບໍຣິສັດ.

ຣາຍງານ ຂອງທະນາຄານໂລກປີ 2022 ທີ່ຜ່ານມາລະບຸວ່າ ຣັຖວິສາຫະກິຈໄຟຟ້າລາວ ຫລື EDL ໄດ້ສ້າງໜີ້ສິນໃຫ້ປະເທດ ມູນຄ່າ 14 ຕື້ປາຍໂດລ້າຣ໌ສະຫະຣັຖ ໂດຍນັບແຕ່ເຣີ່ມແຕ່ ມີການປະຕິຮູບຣັຖວິສາຫະກິຈ ໄຟຟ້າລາວ ມາທ້າຍປີ 2021 ຈົນມາຮອດຕອນນີ້ ຫລາຍພາກສ່ວນໃນສັງຄົມ ຍັງເຫັນວ່າແຜນການປະຕິຮູບ ໜ່ວຍງານຣັຖວິສາຫະກິຈ ຂອງຣັຖບານລາວນັ້ນ ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ຍ້ອນແນວທາງໃນການປະຕິຮູບ ບໍ່ມີຄວາມຈະແຈ້ງຂາດຮູບປະທັມ ເຖິງຈະປັບປ່ຽນໜ້າທີ່ໃໝ່ ຫລາຍຕຳແໜ່ງແຕ່ລະບົບການເຮັດວຽກ ແລະແນວຄິດພະນັກງານ ກໍຍັງບໍ່ມີການປ່ຽນແປງ ໃຫ້ດີຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.