ເຣື້ອງທີ່ເກັບບັນທຶກໄວ້
2024-07-02
ໂຄງການພັດທະນາ ເຂດເສດຖະກິດໃໝ່ສີທັນດອນ ຢູ່ເມືອງໂຂງ ຄວາມຊັກຊ້າ ແລະ ການກໍ່ສ້າງສ່ວນຫຼາຍໄດ້ຢຸດຊະງັກ.
2024-07-02
ໃນປີ 2023 ທີ່ຜ່ານມາ, ການລະດົມໃຫ້ຊາວລາວບັນດາເຜົ່າ ບໍລິຈາກເລືອດ ບໍ່ໄດ້ຕາມຄາດໝາຍ, ເຊິ່ງຜູ້ບໍລິຈາກເລືອດ ສ່ວນໃຫຍ່ ຍັງເປັນກຸ່ມຍາດພີ່ນ້ອງ ບໍລິຈາກຊ່ອຍກັນເອງ ຂະນະທີ່ປີ 2024 ນີ້ ອົງການກາແດງ ແຫ່ງຊາດລາວ ກໍວາງຄາດໝາຍວ່າ ຈະຮັບບໍລິຈາກເລືອດ ໃຫ້ໄດ້ 73,000 ຖົງ ໃນທົ່ວປະເທດ ຕາມທີ່ອົງການອະນາໄມໂລກ ກຳນົດໄວ້.
2024-07-02
ກອງທຶນເງິນສາກົນ ຫຼື IMF ຄາດຄະເນວ່າ ເສດຖະກິດຂອງ ສປປ ລາວ ຈະເຕີບໂຕຂຶ້ນ ຍ້ອນຂະແໜງການທ່ອງທ່ຽວ ແລະຊັບພະຍາກອນທໍາມະຊາດ, ແຕ່ສະພາບເສດຖະກິດໂດຍລວມ ຍັງມີອຸປະສັກຫລາຍດ້ານ ເຊັ່ນລະດັບໜີ້ສິນສາທາລະນະ, ອັດຕາເງິນເຟີ້ ທີ່ຍັງຢູ່ໃນລະດັບສູງ, ບັນຫາເງິນກີບອ່ອນຄ່າ ແລະການຄຸ້ມຄອງເງິນຕາ.
2024-07-02
ເຈົ້າໜ້າທີ່ຕຳຫຼວດລາວ ແລະ ຈີນ ຈັບສະມາຊິກ ກຸ່ມຕົ້ມຕຸ໋ນທາງອອນລາຍນ໌ ຊາວຈີນ 280 ຄົນ ຢູ່ໃນເຂດເສດຖະກິດ 3 ຫຼ່ຽມຄຳ ໃນເດືອນມິຖຸນາ 2024 ຂໍ້ຫາສໍ້ໂກງຊັບ ພົນລະເມືອງຈີນ ນຳກັນເອງ, ແລ້ວໄດ້ສົ່ງກັບຄືນຈີນ ໃນເດືອນດຽວກັນ ເພື່ອດຳເນີນຄະດີຕໍ່ໄປ.
2024-07-02
ກອງປະຊຸມ ສະພາແຫ່ງຊາດ ສິ້ນສຸດລົງ ໂດຍໄດ້ຮັບຮອງເອົາເອກກະສານ 19 ສະບັບ ແລະ ໄດ້ປະກາດ ການຍົກຍ້າຍ ດຣ. ບຸນເຫຼືອ ສິນໄຊວໍລະວົງ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄປຮັບໜ້າທີ່ໃໝ່ ຢູ່ແຂວງຫຼວງພະບາງ ແລະການແຕ່ງຕັ້ງ ຍານາງ ວັດທະນາ ດາລາລອຍ ທີ່ເປັນຜູ້ຮອງ ຂຶ້ນຮັບໜ້າທີ່ຮັກສາການ.
2024-07-01
ທາງການລາວ ເລີ່ມຫ້າມນຳເອົາສິນຄ້າ ດ້ານການກະເສດ ເຂົ້າມາຈຳໜ່າຍ ຢູ່ຕະຫຼາດພາຍໃນປະເທດ ຖ້າຫາກສິນຄ້ານັ້ນ ຢູ່ໃນລາຍຊື່ສິນຄ້າ ທີ່ສາມາດຜະລິດໄດ້ເອງ ໂດຍເລີ່ມຫ້າມ ຈາກດ່ານທ້ອງຖິ່ນ ແລະ ດ່ານປະເພນີໄປ, ແຕ່ກໍຍັງສາມາດ ເອົາສິນຄ້າບາງປະເພດ ເຂົ້າມາໄດ້ ຖ້າເອົາມາຜ່ານດ່ານສາກົນ ແລະ ເສຍພາສີ ຜ່ານລະບົບທະນາຄານຄັກແນ່.
2024-07-01
ການສັກວັກຊິນ ປ້ອງກັນພະຍາດໝາກແດງ ໃຫ້ກຸ່ມເດັກນ້ອຍ ອາຍຸຕັ້ງແຕ່ 9-59 ເດືອນ ໄດ້ບໍ່ເຖິງ 95% ເຊິ່ງຕໍ່າກວ່າຄາດໝາຍ ທີ່ອົງການອະນາໄມໂລກແນະນໍາ ໃນການປ້ອງກັນ ການລະບາດຂອງພະຍາດນີ້.
2024-07-01
ບໍລິສັດ ອາຟ່າ ສໍາຫຼວດແຮ່ ແລະ ກະສິກໍາການຄ້າ ຂາອອກ-ຂາເຂົ້າ ຈໍາກັດ ຂອງນັກລົງທຶນຈີນ ໄດ້ຄືນພື້ນທີ່ຂຸດຄົ້ນຄໍາຕົກຂ້ອນ ໃນຮູບແບບທົດລອງ ເນື້ອທີ່ທັງໝົດ 14.5 ເຮັກຕ້າຣ໌ ໃຫ້ກັບປະຊາຊົນຈຳນວນ 17 ຄອບຄົວ ຢູ່ບ້ານຍາມຈະເລີນໄຊ ເມືອງທ່າໂທມ ແຂວງໄຊສົມບູນ.
2024-07-01
ລົດເຖື່ອນເຂົ້າມາ ໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ ແຂວງບໍ່ແກ້ວ ຈໍານວນຫລາຍພັນຄັນ ທີ່ເຮັດໃຫ້ມີຜົນກະທົບຕໍ່ການເກັບລາຍຮັບ ເຂົ້າງົບປະມານຂອງລັດ, ເຮັດໃຫ້ການນໍາລົດເຂົ້າເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຖືກກົດໝາຍ ແລະບໍ່ໄດ້ເສຍພາສີ.
2024-07-01
ການປະເມີນຄວາມໝັ້ນຄົງ ທາງດ້ານສະບຽງອາຫານ ແລະໂພຊະນາການ ໃນອະນາຄົດ ຂອງທະນາຄານພັດທະນາເອເຊັຍ ລະບຸວ່າ ປະເທດລາວກໍາລັງປະເຊີນ ກັບຄວາມທ້າທາຍ ທາງເສດຖະກິດ ເນື່ອງມາຈາກໜີ້ສິນ ທີ່ບໍ່ໝັ້ນຄົງ ຈົນສົ່ງຜົນກະທົບຕໍ່ ຄວາມໝັ້ນຄົງ ຂອງສະບຽງອາຫານ ແລະ ໂພຊະນາການ.