ເຣື້ອງທີ່ເກັບບັນທຶກໄວ້
2024-05-03
ນັກສຶກສາໂຮງຮຽນວິຊາຊີບ ແລະ ໂຮງຮຽນອາຊີວະ ປະລະການຮຽນເກືອບ 3,900 ຄົນ ໃນທົ່ວປະເທດ ຍ້ອນບໍ່ມີເງິນທຶນຮຽນຕໍ່.
2024-05-02
ໂຮງງານເຜົາຖ່ານຂາວ ຂອງນັກລົງທຶນຈີນ ປ່ອຍຄວັນ ສົ່ງກິ່ນຂິວແສບດັງ ແສບຄໍ ເປັນມົນລະພິດ ຕໍ່ລະບົບຫາຍໃຈ ຊາວບ້ານຫຼາຍຄອບຄົວ ຢູ່ບ້ານລະວີຝັ່ງແດງ ເມືອງລະມາມ ແຂວງເຊກອງ ພາກັນຮ້ອງທຸກ ຕໍ່ທາງການ ໃຫ້ລົງມາຊ່ອຍແກ້ໄຂ.
2024-05-02
ບັນຫາ ມົນລະພິດ ທາງອາກາດ ແລະ ສະພາບອາກາດຮ້ອນເອົ້າ ນັບມື້ຈະ ທະວີຮຸນແຮງຂຶ້ນ ເຊິ່ງໄດ້ສົ່ງຜົນກະທົບ ຕໍ່ການຜະລິດ ແລະ ການດໍາລົງຊີວິດ ຂອງປະຊາຊົນລາວ ຢ່າງໜັກ.
2024-05-02
ຊາວອົບພະຍົບລາວ 3 ທ່ານຢູ່ລັດໂອຣິກອນ ສະຫະຣັຖອາເມຣິກາ ຖືກຫວຍ Powerball 1.326 ຕື້ໂດລ້າຣ໌ ທ່ານ ເຊງ ແສພານ ແລະພັນລະຍາຂອງທ່ານ ຍານາງ ເດືອນເພັນ ແສພານ ແລະເພື່ອນຂອງທ່ານ.
2024-05-02
ນັບແຕ່ເດືອນມາສາ ເປັນຕົ້ນມາສະພາບອາກາດເລີ່ມຮ້ອນອົບເອົ້າ ສູງສຸດເຖິງ 40 ປາຍອົງສາເຊວຊຽສ ຢູ່ຫຼາຍແຂວງ ໃນປະເທດລາວ ໃນຂະນະທີ່ ທ່ານ ໝໍ ໄດ້ອອກມາແຈ້ງເຕືອນ ໃຫ້ລະຝັງພະຍາດຖອກທ້ອງ ທີີ່ມາກັບອາກາດຮ້ອນ.
2024-05-02
ຊາວກະສິກອນລາວ ປະເຊີນກັບໄພແລ້ງ ແຫລ່ງນໍ້າທໍາມະຊາດ ຄາດແຄນນໍ້າ ປະຊາຊົນຫຍຸ້ງຍາກ ຊາວກະສິກອນລໍາບາກ ພືດຜົນທາງການກະເສດຕາຍ.
2024-05-01
ມີການສະເຫຼີມສະຫຼອງ ວັນກຳມະກອນສາກົນ ຄົບຮອບ 138 ປີ ໃນປະເທດລາວ, ແຕ່ການພັດທະນາ ຄຸນນະພາບ ສີມືແຮງງານ ແລະ ການສ້າງຕຳແໜ່ງງານ ເພື່ອຮອງຮັບ ຄົນງານລາວ ພາຍໃນປະເທດ ໃນຮອບ 4 ປີມານີ້ ແມ່ນຍັງມີຂໍ້ທ້າທາຍ ຫຼາຍດ້ານ.
2024-05-01
ແຜນພັດທະນາ ພື້ນຖານໂຄງຮ່າງ ດ້ວຍການສ້າງທາງດ່ວນ ເພື່ອພັດທະນາ ລະບົບການຂົນສົ່ງ ແລະການທ່ອງທ່ຽວ ຜ່ານການເຊື່ອມຕໍ່ ແລວເສດຖະກິດເໜືອ-ໃຕ້ ແລະ ແລວເສດຖະກິດຕາເວັນອອກ-ຕາເວັນຕົກ ຈຳນວນ 6 ເສັ້ນ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ຍັງບໍ່ມີຄວາມຄືບໜ້າ.
2024-05-01
ປັດຈຸບັນ ປະເທດລາວ ມີຜູ້ຕິດເຊື້ອ HIV ສະສົມສູງຫລາຍກວ່າ 18,000 ຄົນ ສ່ວນໃຫຍ່ ເປັນກຸ່ມຊາຍຮັກຊາຍ ທີ່ຕິດເຊື້ອ ເພີ່ມຂຶ້ນທຸກປີ.
2024-05-01
ການສໍ້ໂກງຊັບ ທາງສື່ສັງຄົມອອນລາຍ ລະບາດໜັກຢູ່ແຂວງຊຽງຂວາງ ຈົນເຮັດໃຫ້ມີຜູ້ເສຍຫາຍ ຈຳນວນໜຶ່ງ ຍ້ອນຫຼົງເຊື່ອຕໍ່ກົນອຸບາຍ ຂອງກຸ່ມຄົນບໍ່ຫວັງດີ ທີ່ຕົວະຍົວະຫຼອກລວງ ແລະ ຫຼ້າສຸດກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ອອກແຈ້ງເຕືອນປະຊາຊົນແລ້ວ.