ແຕ່ປີ 2021 ມາ, ນັກສຶກສາ ປະລະການຮຽນເກືອບ 3,900 ຄົນ
2024.05.03
ນັບແຕ່ ປີ 2021-2024, ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານວ່າ ນັກສຶກສາໂຮງຮຽນວິຊາຊີບ ແລະ ໂຮງຮຽນອາຊີວະ ປະລະການຮຽນເກືອບ 3,900 ຄົນ ໃນທົ່ວປະເທດ ຍ້ອນບໍ່ມີເງິນທຶນຮຽນຕໍ່.
ຂໍ້ມູນກະຊວງສຶກສາທິການ ແລະ ກິລາ ຍັງລະບຸວ່າ:
- 2021-2023, ນັກສຶກສາທົ່ວໄປ ທົ່ວປະເທດ ປະລະການຮຽນ 1,696 ຄົນ.
- 2021-2023, ນັກສຶກສາໂຮງຮຽນວິຊາຊີບ ປະລະການຮຽນ 730 ຄົນ.
- 2022-2023, ນັກສຶກສາໂຮງຮຽນວິຊາຊີບ ປະລະການຮຽນ 563 ຄົນ.
- 2024, ນັກສຶກສາວິຊາຊີບ ອອກກ່ອນກໍານົດ 266 ຄົນ.
ສ່ວນວ່າ ໃນຂະແໜງອາຊີວະ ຫຼື ຂະແໜງການຄູ ມີຈໍານວນ ປະລະການຮຽນດັ່ງນີ້:
- ສົກປີ 2021-2022, ມີນັກສຶກສາອາຊີວະ ປະລະການຮຽນ 278 ຄົນ.
- ສົກປີ 2022-2023, ມີນັກສຶກສາອາຊີວະ ປະລະການຮຽນ 164 ຄົນ.
- ສົກປີ 2024, ມີນັກສຶກສາອາຊີວະ ປະລະການຮຽນ 199 ຄົນ.
ໃນມະຫາວິທະຍາໄລແຫ່ງຊາດລາວ ກໍມີນັກສຶກສາ ອອກກ່ອນ ກໍານົດກັນຫຼາຍເຊັ່ນກັນ ຊຶ່ງເປັນກັນທົ່ວປະເທດລາວ ບາງຫຼັກສູດ ກໍບໍ່ມີນັກສຶກສາໄປຮຽນກັນເລີຍ ສາເຫດຫຼັກ ກໍຍ້ອນ ບໍ່ມີເງິນທຶນໄວ້ໃຊ້ຈ່າຍ ໃນການຮຽນ ເຂົາເຈົ້າຈຶ່ງພາກັນອອກກາງຄັນ ໄປຫາວຽກງານທໍາ ຊຶ່ງຖືວ່າ ຍັງເປັນບັນຫາທີ່ທ້າທາຍຢູ່ສໍາລັບພາກລັດ ແຕ່ ກໍຍັງບໍ່ທັນມີມາດຕະການ ຫຼື ແນວທາງໃໝ່ອອກມາເທື່ອ.
ເຈົ້າໜ້າທີ່ມະຫາວິທະຍາໄລແຫ່ງຊາດ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 3 ພຶດສະພາ ວ່າ:
“ທີ່ວ່າປະລະການຮຽນໄປເລີຍ ທາງ ມຊ ກໍຫຼາຍຢູ່ ມັນມີໂຕເລກທີ່ຫຼຸດລົງຫຼາຍບາງສາຂາ ກໍບໍ່ມີ ນັກສຶກສາ ໄປຮຽນ ທົ່ວປະເທດເລີຍ ທາງຈໍາປາສັກນີ້ແຮ່ງກະທົບໜັກ ພາກເສດຖະກິດຊ້ວງນີ້ ນີ້ແຫຼະມັນຫຍຸ້ງຍາກ ເລື່ອງຄ່າໃຊ້ຈ່າຍ ເອີ້ນວ່າໄປຫາ ເງິນຫັ້ນລະ ແນ່ນອນທາງ ກະຊ້ວງກໍມີແຜນຫັ້ນແຫຼະ ຍັງຄົ້ນຄ້ວາ ກ່ຽວກັບການປະລະຂອງນັກຮຽນ.”
ທ່ານ ກ່າວຕື່ມວ່າ ທີ່ຜ່ານມາ ທາງການ ກໍມີທຶນການສຶກສາ ໃຫ້ຢູ່ສໍາລັບນັກສຶກສາເປັນທຶນສໍາລັບນັກຮຽນດີ ຊຶ່ງເປັນຂອງທາງວິມະຫາວິທະຍາໄລແຫ່ງຊາດ ຫຼື ເປັນທຶນຂອງລັດຖະບານ ແລະ ທຶນຂອງອົງກອນຕ່າງໆ ກໍມີ ແຕ່ຖືວ່າ ໜ້ອຍ ຍັງເຂົ້າບໍ່ທົ່ວເຖິງ ນັກຮຽນທີ່ມີຄວາມເປັນຢູ່ທຸກຍາກ ຊຶ່ງກໍຖືວ່າ ທຶນການສຶກສານີ້ ກໍຍັງຂາດແຄນ,
ນອກຈາກນີ້ ກະຊວງສຶກສາທິການ ແລະ ກິລາ ຍັງລາຍງານ ໃນກອງປະຊຸມຜູ້ບໍລິການການສຶກສາ ກົມສາມັນສຶກສາ ແລະ ກິລາ ສ່ວນວ່າ ທາງແຂວງບໍ່ແກ້ວ ກໍໄດ້ມີລາຍງານເຖິງຈໍານວນເດັກນັກຮຽນ ທີ່ຕ້ອງອອກໂຮງຮຽນເຖິງ 5,000 ຄົນ ໃນປີ 2024.
ບັນຫາທີ່ເກີດຂຶ້ນ ກໍຄື ໃນເວລານັກຮຽນຈົບມາແລ້ວ ກໍບໍ່ມີບ່ອນຮອງເຂົາເຈົ້າເຂົ້າເຮັດວຽກ ແລະ ນັກຮຽນສ່ວນໜຶ່ງ ກໍຕ້ອງມີພາລະຊ່ວຍພໍ່ແມ່ເຮັດວຽກ ເພື່ອຄວາມຢູ່ລອດຂອງຄອບຄົວ.
ຄູຄົນໜຶ່ງ ຢູ່ແຂວງບໍ່ແກ້ວ ໄດ້ກ່າວວ່າ:
“ນັກຮຽນປະລະຫຼາຍ ມັດທະຍົມກໍອອກ ສະເພາະອາຊີວະ ວິຊາຊີບ ນີ້ກໍຫຼາຍ ໂດຍລວມ ມັນກໍອີງຕາມສະພາບຄອບຄົວເພິ່ນລະເນາະ ໂດຍລວມ ກໍເຂົ້າທາງເຂດພິເສດພຸ້ນລະ ເຂົາເຈົ້າກໍຈະຄິດຈົບມາ ເຂົາບໍ່ໄດ້ມີວຽກງານທໍາເນາະ ບ່ອນອັນຮອງຮັບເອົາມັນບໍ່ສູ້ມີເນາະ. ໂຕຢ່າງວ່າ ຮຽນຈົບມາ ມັນເຂົ້າສາຍລັດເຮົາ ລໍຖ້າຢູ່ຫັ້ນນ່າ.”
ໂຮງຮຽນທີ່ຢູ່ເຂດຊາຍແດນ ຕິດກັບປະເທດເພື່ອນບ້ານ ມີການປະລະການຮຽນຫຼາຍ ຍ້ອນເຂົາເຈົ້າຕ້ອງອອກໄປຫາເງິນ ໂດຍ ສະເພາະເດັກນ້ອຍຊົນເຜົ່າ.
ຄູໂຮງຮຽນຊົນເຜົ່າແຫ່ງໜຶ່ງ ຢູ່ແຂວງຫລວງພຣະບາງ ໄດ້ກ່າວວ່າ:
“ແມ່ນແຫຼະສູງພໍສົມຄວນ ໄທເຮົາກໍມີແຕ່ລະດົມ ສຸດແຕ່ລະດົມ ດຽວນີ້ ປະລະນີ້ຖືວ່າໜັກໜ່ວງທົ່ວປະເທດເລີຍ ເດືອນທີ່ແລ້ວ ກໍເວົ້າກັນ ບັນດາແຂວງ ຫຼື ເມືອງທີ່ຢູ່ຊາຍແດນ ຖືວ່າປະລະນີ້ເກືອບຮອດເຄິ່ງ ສາເຫດມັນກະ ຮຽນມາແລ້ວ ຊິເປັນພະນັກງານ ບໍ່ໄດ້ເປັນ ມັນຖືວ່າ ຮຽນໜັງສືນີ້ເສັຍເວລາ ກະປະລະອອກແຮງງານໄປຫາເງິນ.”
ນັກຮຽນພຽງແຕ່ໄດ້ຮັບທຶນການສຶກສາ 2 ແສນ ຕໍ່ເດືອນ. ທ່ານ ເກົ່າຕື່ມວ່າ:
“ເວົ້າເລື່ອງທຶນການສຶກສາ ເລື່ອງການຊຸກຍູ້ ມູນນິທິຕ່າງໆ ນີ້ກະຖືວ່າ ບໍ່ມີແຫຼະ ຫໍພັກນີ້ຖືວ່າ ມັນເກົ່າແກ່ ແລະ ກະມັນຊຸດໂຊມ ຢູ່ໃນໂຮງຮຽນຊົນເຜົ່ານີ ມີແຕ່ໄດ້ຮັບເບັ້ຍລ້ຽງຂອງລັດຖະບານ 2 ແສນ ກິີບຕໍ່ຄົນ ຕໍ່ເດືອນເທົ່ານັ້ນ.”
ນັກຮຽນຫຼາຍຄົນອອກໂຮງຮຽນໄປເຮັດວຽກຢູ່ໄທ ແລ້ວ ກໍໄດ້ເງິນເປັນກ້ອນ ສ່ວນວ່າ ນັກຮຽນບາງຄົນຈົບມາ ກໍບໍ່ໄດ້ບັນຈຸເຂົ້າເປັນພະນັກງານລັດ.
ຜູ້ປົກຄອງນັກຮຽນຄົນໜຶ່ງ ໄດ້ກ່າວວ່າ:
“ກະພະຍາຍາມແຕ່ລະຄົນຫັ້ນນ່າ ຮຽນຈົນຈະຈົບ ກໍອອກກາງຄັນໝົດ ມັນບັນຫາແຕ່ນໍາທຸກຍາກນີ້ແຫຼະ ຄັນເພິ່ນໄປເຮັດຢູ່ໄທ ເພິ່ນກໍໄດ້ເງິນເປັນກ້ອນມາໃຫ້ພໍ່ໃຫ້ແມ່ ໃຜກໍບໍ່ມີກໍາລັງໃຈນ່າ ແບບວ່າ ຢາກອອກວ່າ ຊັ້ນສາ 10 ປີ ກໍຍັງບໍ່ໄດ້ເປັນພະນັກງານຖາວອນ ຖ້າວ່າ ຜູຸ້ເຂົາລວຍນີ້ ເຂົາມີເງິນມີຄໍາເຂົາເຄີຍໄດ້.”
ສາເຫດຫຼັກ ກໍຄື ພໍ່ແມ່ຜູ້ປົກຄອງບາງຄົນບໍ່ມີເງິນສົ່ງລູກຮຽນ ສະນັ້ນ ເຂົາເຈົ້າຈຶ່ງຍອມໃຫ້ລູກຂອງຕົນ ອອກໂຮງຮຽນ. ຜູ້ປົກຄອງອີກຄົນໜຶ່ງ ໄດ້ກ່າວວ່າ:
“ເພາະວ່າ ພໍ່ແມ່ບໍ່ມີເງິນສົ່ງເສີມເຂົາເດ້ ຮຽນບໍ່ຈົບ ເນາະ ກໍໜ້າເສັຍດາຍນໍາຫັ້ນແຫຼະ ມັນກໍມີຫຼາຍໆ ເຫດຜົນ ຫັ້ນແຫຼະ ບາງເທື່ອກໍແມ່ນຄອບຄົວເຂົາເຈົ້າບໍ່ມີແດ່ ເຂົາກໍຕ້ອງອອກໄປຫາເງິນ ບາງເທື່ອເຂົາເຈົ້າກໍຮຽນຈົບວິຊາສະເພາະມາ ແລ້ວມັນກໍບໍ່ໄດ້ເຮັດການ ບາງຄົນກໍເຕະຝຸ່ນຫັ້ນເນາະ.”
ອີງຕາມຂໍ້ມູນຈາກກະຊວງສຶກສາທະການ ແລະ ກິລາ ສົກປີ 2021-2022, ມີນັກຮຽນຊັ້ນມັດທະຍົມຕົ້ນທົ່ວປະເທດ ປະລະການຮຽນໃນອັດຕາສ່ວນ 13.5 ເປີເຊັນ ຂຶ້ນຈາກ 10.3 ເປີເຊັນ ໃນສົກຮຽນປີ 2021-2022.