ເຣື້ອງທີ່ເກັບບັນທຶກໄວ້
2023-05-03
ໂຄງການ ພັທນາຕົວເມືອງ ອັດສະຣິຍະ ຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຂອງກຸ່ມ ບໍຣິສັດພົງສະຫວັນ ຈໍາກັດ ທີ່ກວມເອົາເນື້ອທີ່ 300 ເຮັກຕ້າຣ໌ ແລະ ການລົງທຶນ 580 ລ້ານໂດລ້າຣ໌ ປະສົບກັບຫຼາຍບັນຫາ ຂະນະທີ່ປະຊາຊົນ ຢາກໄດ້ຄ່າຊົດເຊີຍ ທີ່ເປັນທັມ ຕາມລາຄາທີ່ດິນ ໂຕຈິງ.
2023-05-02
ພາຍຫລັງ ປະທານ ປະເທດ ວຽດນາມ ມາຢ້ຽມຢາມ ສປປ ລາວ ບໍ່ເຖິງອາທິດ, ຮອງນາຍົກ ຣັຖມົນຕຣີ ສປປ ລາວ ກໍໄປຈີນ ເຮັດໃຫ້ມີຂ່າວວ່າ ເປັນໄປໄດ້ ທີ່ການໄປນັ້ນ ເປັນການຣາຍງານ ຜົລການຢ້ຽມຢາມ ສປປ ລາວ ຂອງຜູ້ນໍາວຽດນາມ ໃຫ້ທາງການຈີນຮູ້.
2023-05-02
ຣັຖບານລາວ ພະຍາຍາມພັທນາ ຫລາຍບ້ານ ແລະ ຫລາຍເມືອງ ໃນທົ່ວປະເທດ ໃຫ້ຫລຸດພົ້ນ ຈາກຄວາມທຸກຍາກ ແຕ່ຍັງມີ ຂໍ້ຫຍຸ້ງຍາກ ຫລາຍຢ່າງ ພາໃຫ້ຊັກຊ້າ ເປັນຕົ້ນປະຊາຊົນ ທີ່ຢູ່ເຂດຫ່າງໄກ ສອກຫຼີກ ຍາກຕໍ່ການເຂົ້າເຖິງ ແລະ ການບໍ່ຮູ້ໜັງສື ກໍເປັນອຸປະສັກ ອີກຢ່າງນຶ່ງ.
2023-05-02
ເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສງົບ ຂອງລາວ ແລະ ເຈົ້າໜ້າທີ່ ຈາກກະຊວງປ້ອງກັນ ຄວາມສງົບ ຂອງວຽດນາມ ໄດ້ຫາລືກັນ ເພື່ອສືບຕໍ່ໂຄງການ ກໍ່ສ້າງຖານຂໍ້ມູນ ພົລເມືອງແຫ່ງຊາຕ ໃນນັ້ນລວມທັງທະບຽນ ສຳມະໂນຄົວຄົນລາວ ແລະ ອອກບັດປະຕຳໂຕ ທັນສໄມໃຫ້ແກ່ຄົນລາວ.
2023-05-02
ວັນເສຣີພາບ ສື່ມວນຊົນ ໄດ້ເຕືອນວ່າ ຍັງມີສື່ມວນຊົນ ຈຳນວນນຶ່ງ ທີ່ຖືກຈຳກັດສິດ ຫຼື ຈັບຂັງຄຸກ ຊຶ່ງການປະກາດຮັບຮອງ ວັນເສຣີພາບ ສື່ມວນຊົນ ສາກົລ ຂອງອົງການສະຫະປະຊາຊາຕ ນັ້ນ ວິທຍຸ ເອເຊັຽ ເສຣີ ເອງກໍໄດ້ເນັ້ນຢ້ຳເຖິງ ນັກຂ່າວ ແລະ ບລອກເກີ ທີ່ຖືກຈັບ ຢູ່ໃນຫຼາຍປະເທດ ຍ້ອນການຈຳກັດສິດເສຣີພາບຂອງສື່ມວນຊົນ ຂອງບັນດາປະເທດເຫຼົ່ານັ້ນ.
2023-05-01
ຊາວບ້ານໄດ້ພົບ ພຣະພຸທທະຮູບ ເກົ່າແກ່ຈຳນວນ 13 ອົງ, ພຣະຂີ້ຄັ່ງ 1 ອົງ, ຄ້ອງ 1 ໜ່ວຍ ແລະ ດາບອີກ 29 ດວງ, ໃນນີ້ເປັນດວງດີ 22 ດວງ ຈາກນັ້ນໄດ້ແຈ້ງໃຫ້ແກ່ ອຳນາດການປົກຄອງ ຂັ້ນບ້ານ ແລະ ເມືອງ.
2023-05-01
ໃນວັນກັມມະກອນສາກົລ ວັນທີ 1 ພຶສພາ ປີ 2023 ຄົນງານລາວຈຳນວນຫລາຍ ຍັງຖຶກຂູດຮີດຄ່າຈ້າງ, ບໍ່ໄດ້ຮັບສວັດດີການ ແລະ ບໍ່ສາມາດຮຽກຮ້ອງສິດທິຂອງໂຕເອງໄດ້ໃນລາວ
2023-05-01
ຕໍາຣວດ ແຂວງບໍຣິຄໍາໄຊ ຍຶດຢາບ້າໄດ້ 4 ລ້ານປາຍເມັດ ຢູ່ບ້ານປາກທວາຍ ເມືອງທ່າພຣະບາດ ແຂວງບໍຣິຄໍາໄຊ ແຕ່ຜູ້ຕ້ອງສົງສັຍ ຫລົບໜີໄປໄດ້ ຂະນະທີ່ປະຊາຊົນ ຍັງໄດ້ຮັບຄວາມເດືອດຮ້ອນ ຈາກການຣະບາດ ຂອງຢາເສບຕິດໃນເຂດຊຸມຊົນ.
2023-05-01
ທ່ານ ສາຍສະໝອນ ໄຊຍະສອນ ປະທານສະຫະພັນມວຍລາວ ແຫ່ງຊາຕ ໄດ້ອອກມາຂໍໂທດ ຫຼາຍພາກສ່ວນຜ່ານ ສື່ສັງຄົມອ໋ອນລາຍນ໌ ພາຍຫຼັງທີ່ທ່ານເຄີຍໄດ້ວິພາກ-ວິຈານ ສະຫະພັນມວຍໄທຍ ນາໆຊາຕແບບເສັຽໆຫາຍໆ.
2023-05-01
ຣັຖວິສາຫະກິຈ ໄຟຟ້າລາວ ສ້າງໜີ້ໃຫ້ຣັຖບານ 30% ຂອງ GDP, ທຸກຂແນງການຮຽກ ຮ້ອງໃຫ້ຣັຖບານ ປັບປຸງໂຄງສ້າງ ບໍຣິສັດໃຫ້ມີກໍາໄຣ ແລະປົດໜີ້ ແຕ່ກໍຍັງບໍ່ມີຄວາມຄືບໜ້າ ເທົ່າທີ່ຄວນ ຂະນະທີ່ປະຊາຊົນ ມີຄຳເຫັນວ່າ ຜູ້ບໍຣິຫານ ບໍ່ມີຄວາມຈິງໃຈ ໃນການປະຕິຮູບ.
2023-05-01
ບໍຣິສັດ ຄູນ ທະວີຊັບ ຮ່ວມມື ພັທນາ ຄົບວົງຈອນ ຂອງ ນັກລົງທຶນຈີນ ເຂົ້າສຶກສາ ຄວາມເປັນໄປໄດ້ ໂຄງການ ປູກກ້ວຍ, ຖົ່ວລຽນ ແລະ ມັນຕົ້ນ, ຄົນຈີນ ເຂົ້າມາຕັ້ງ ຖິ່ນຖານ ຢູ່ ສປປ ລາວ ຫຼາຍຂຶ້ນ ແລະ ເຮັດທຸຣະກິຈ ແຂ່ງກັບຄົນລາວ ແລະ ແອນນາ ສຸລິຍະ ອອກມາແກ້ຂ່າວ ຫຼັງຈາກຖືກຕຳຣວດ ສອບສວນ.