ໂຄງການ ພັທນາຕົວເມືອງ ອັດສະຣິຍະ ປະເຊີນບັນຫາ ຫຼາຍດ້ານ
2023.05.03

ໂຄງການພັທນາ ຕົວເມືອງອັດສະຣິຍະ ຢູ່ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຊຶ່ງກຸ່ມບໍຣິສັດ ພົງສະຫວັນຈໍາກັດ ເປັນຜຸ້ສັມປະທານ. ເຈົ້າຂອງໂຄງການ ກວມເອົາເນື້ອທີ່ 300 ເຮັກຕ້າຣ໌. ມີພິທີວາງສີລາຣຶກການກໍ່ສ້າງ ເມື່ອວັນທີ 13 ມົກກະຣາ 2022.
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ ກະຊວງຊັພຍາກອນ ທັມມະຊາຕ ແລະສິ່ງແວດລ້ອມ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 3 ພຶສພານີ້ວ່າ ການປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມແບບລະອຽດ ຊຶ່ງໃນເບື້ອງຕົ້ນ ທາງກະຊວງນີ້ ເຫັນວ່າ ໂຄງການດັ່ງກ່າວ ມີບັນຫາຫລາຍຢ່າງ ທີ່ອາດເກີດຂຶ້ນ ໂດຍສະເພາະ ເຣື່ອງການຊົດເຊີຍ ຄວາມເສັຍຫາຍ ໃຫ້ຊາວບ້ານ.
ດັ່ງທີ່ທ່ານກ່າວວ່າ:
“ໂຕນີ້ມັນກໍມີ (ຜົລກະທົບ) ຫລາຍຢູ່ນໍ ພວກເຮົາກະຊິປະຊຸມກັນຕື່ມ ເພິ່ນຍັງເຄລັຍກັນຢູ່ ເພາະວ່າດິນຕ່າງໆເພິ່ນກະຄືວ່າ ເພິ່ນເອົາໄວ້ພັທນາແບບນັ້ນຫັ້ນແຫລະ ເບື້ອງປະຊາຊົນ ເພິ່ນກໍາລັງເຄລັຍກັນຢູ່ ຫັ້ນນະ ເພາະມັນເປັນເຂດດສຖກິຈ ໝົດແລ້ວດຽວນີ້ນໍ.”
ທ່ານກ່າວຕື່ມວ່າ ໂຄງການພັທນາຕົວເມືອງ ອັດສະຣິຍະ ຍັງຕ້ອງໄດ້ມີການປະເມີນຜົລ ກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມແບບລະອຽດຕື່ມອີກ ໂດຍສະເພາະເຣື່ອງການຊົດເຊີຍ ຄວາມເສັຍຫາຍໃຫ້ຊາວບ້ານ ທີ່ຢູ່ໃນເຂດຂອງໂຄງການ, ການຖົມດິນ, ການຄຸ້ມຄອງແຫລ່ງນໍ້າ ແລະບັນຫາການຄຸ້ມຄອງສິ່ງເສດເຫລືອ ຊຶ່ງບໍຣິສັດຜູ້ພັທນາໂຄງການ ຕ້ອງໄດ້ສຶກສາເພີ່ມຕື່ມຢ່າງລະອຽດ ເພື່ອໃຫ້ທາງການລາວພິຈາລະນາ ໂຄງການຄືນໃໝ່.
ນອກຈາກນັ້ນ ກໍຮຽກຮ້ອງໃຫ້ເຈົ້າຂອງໂຄງການ ຮັບປະກັນບໍ່ໃຫ້ມີຜົລກະທົບ ຕໍ່ສິ່ງແວດລ້ອມ, ສັງຄົມ ແລະທັມມະຊາຕ, ສິ່ງສໍາຄັນແມ່ນ ຕ້ອງປະຕິບັດຕາມມາຕຖານປ້ອງກັນ ແລະຫລຸດຜ່ອນຜົລກະທົບ ທີ່ອາດເກີດຂຶ້ນ ຕາມທີ່ໄດ້ກໍານົດໄວ້.
ໂຄງການດັ່ງກ່າວ ຕັ້ງຢູ່ໃນເຂດບ້ານໂຊກນ້ອຍ, ບ້ານນາໂນ, ບ້ານນາໄຫ, ບ້ານໂພນທອງ ແລະບ້ານນາບຽນ. ມາເຖິງປັດຈຸບັນ ຍັງບໍ່ມີຣາຍງານວ່າ ຈະມີຊາວ ບ້ານສູນເສັຍທີ່ດິນ, ສິ່ງປຸກສ້າງ ແລະຖືກໃຫ້ໂຍກຍ້າຍ ໄປຢູ່ບ່ອນອື່ນຫລາຍໜ້ອຍເທົ່າໃດ.
ແຕ່ປະຊາຊົນ ຢູ່ບ້ານໂຊກນ້ອຍ ເມືອງໄຊເສດຖາ ເວົ້າວ່າ ຍັງບໍ່ໄດ້ຮັບເງິນຄ່າຊົດເຊີຍເທື່ອ ແລະຍັງບໍ່ຮູ້ກ່ຽວກັບຄວາມຄືບໜ້າ ຂອງໂຄງການນີ້ເທື່ອ, ຢາກໄດ້ຄ່າຊົດເຊີຍຢ່າງເໝາະສົມ, ດິນເປັນລາຄາ, ຖ້າບໍ່ໄດ້ຄືດັ່ງວ່າ ກໍຈະບໍ່ຍອມ.
“ຍັງ ຄ່າຊົດເຂດເຊີຍເມືອງໄຊເສດຖາ ໂອ້...ຖືກ (ຜົລກະທົບ) ຫລາຍ ດິນລາຄາອີກທາງນັ້ນນະ ຖືກໂຄງການແທ້ ຢູ່ເຂດເຮົານີ້ກະຍັງໄລ່ນຶ່ງແປດແສນ ໄລ່ລະລ້ານ ຂະເຈົ້າກະຍັງມາຖາມຊື້ຢູ່ ຄັນມາຕີລາຄາໃຫ້ຂະເຈົ້າຕໍ່າ ຂະເຈົ້າກະບໍ່ເອົາແຫລະນໍ.”
ຊາວບ້ານຜູ້ນຶ່ງ ຢູ່ບ້ານນາໄຫ ກໍເວົ້າວ່າ ດຽວນີ້ ຄົນທີ່ມີດິນຢູ່ໃກ້ກັບເຂດຂອງໂຄງການດັ່ງກ່າວ ພາກັນຂາຍດິນຖິ້ມໝົດ ເພາະບໍຕ້ອງການຢູ່ໃກ້ກັບໂຄງການນັ້ນ ຍ້ອນກັງວົນເຣື່ອງສິ່ງແວດລ້ອມ. ສ່ວນວ່າຜູ້ທີ່ມີດິນ ແລະສິ່ງປຸກສ້າງ ຢູ່ໃກ້ກັບຖນົນ 450 ປີ ກໍຈະຖືກຜົລກະທົບໝົດ ເພາະບໍຣິສັດໄດ້ຮັບສັມປະທານພື້ນທີ່ນັ້ນໄປໝົດ.
ດັ່ງທີ່ທ່ານກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້.
“ຂອບເຂດຂອງທີ່ວ່າ ຂະເຈົ້າເຮັດສໍາປະທານນັ້ນ ກະໃກ້ໆຫັ້ນ ປະຊາຊົນກະຢູ່ປົກກະຕິຫັ້ນແຫລະ ສ່ວນຫລາຍແມ່ນອັນໂຊນໆ ແຖວໃກ້ທາງ 450 ຈະຖືກໂຄງການ.”
ປະຊາຊົນອີກຜູ້ນຶ່ງ ຢູ່ບ້ານໂພນທອງ ກໍເວົ້າວ່າ ພາຍຫລັງທີ່ທາງການລາວ ອະນຸມັດໃຫ້ກຸ່ມບໍຣິສັດພົງສະຫວັນ ເຂົ້າມາສັມປະທານ ເອົາດິນທັງໝົດແລ້ວ ກໍສັ່ງຫ້າມປະຊາຊົນ ທີ່ຢູ່ໃນເຂດຂອງໂຄງການ ບໍ່ໃຫ້ຊຶ້-ຂາຍດິນ ໂດຍທີ່ຊາວບ້ານ ບໍ່ສາມາດຄັດຄ້ານໄດ້, ມີແຕ່ຕ້ອງໄດ້ລໍຖ້າຮັບເອົາເງິນ ຄ່າຊົດເຊີຍ ໃນຂະນະທີ່ຊາວບ້ານພາກັນ ກັງວົນຫລາຍ ຍ້ອນຢ້ານວ່າ ຈະບໍ່ໄດ້ຄ່າຊົດເຊີຍ ທີ່ເປັນທັມ ຫລືໄດ້ຮັບຄ່າຊົດເຊີຍໜ້ອຍ ໂດຍບໍ່ອີງໃສ່ສະພາບເສຖກິຈ ແລະອັດຕຣາເງິນກີບເຟີ້ ທີ່ນັບມື້ສູງຂຶ້ນ.
ດັ່ງທີ່ທ່ານກ່າວວ່າ:
“ເອີ ກະຍັງບໍ່ຮູ້ນໍາເພິ່ນ ແຕ່ວ່າເພິ່ນຫ້າມແລ້ວ ວ່າດິນໂຕໃດຖືກໂຄງການ ຫ້າມຂາຍ ເຮົາກະຍັງບໍ່ຮູ້ວ່າມັນຊິອອກມາແບບໃດນາ ເວົ້າເຣື່ຶອງເສຖກິຈ ຄູ່ມື້ນີ້ ອັນໃດມັນກໍແພງເດ ມັນກະຈໍາເປັນໄດ້ຂຶ້ນຕາມລາຄາເງິນຫັ້ນ.”
ໃນຂະນະດຽວກັນ ກຸ່ມເຄືອຂ່າຍທີ່ດິນ (NGO) ຢູ່ນະຄອນຫລວງວຽງຈັນ ກໍຮຽກຮ້ອງໃຫ້ບໍຣິສັດ ຜູ້ພັທນາໂຄງການ ແລະທາງການລາວ ສຶກສາ ແລະປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມຢ່າງລະອຽດ, ຮອບດ້ານ ເພື່ອບໍ່ໃຫ້ເກີດຜົລກະທົບ ຕາມມາທີ່ຫລັງ ແລະທີ່ສໍາຄັນ ຖ້າຫາກມີຊາວບ້ານໄດ້ຮັບຜົລກະທົບ, ສູນເສັຍທີ່ດິນ ແລະຖືກໃຫ້ໂຍກຍ້າຍ ໄປຢູ່ບ່ອນໃໝ່ ຕ້ອງມີການຊົດເຊີຍ ຢ່າງເໝາະສົມ.
ດັ່ງທີ່ແມ່ຍິງ ນາງນຶ່ງເວົ້າວ່າ:
“ຕາມທີ່ເພິ່ນສເນີກະຄືວ່າ ມັນຍັງບໍ່ທັນຮັດກຸມ ຫລືວ່າມັນຍັງມີຂໍ້ມູນທີ່ວ່າ ບໍ່ລະອຽດຫລາຍຢ່າງນໍ ໂດຍສະເພາະເຣື່ອງຂອງມູນຄ່າຕ່າງໆ ມັນຈະສຸູງກວ່າໃນເຂດທີ່ມັນຢູ່ຊົນນະບົດນໍ ສະນັ້ນມັນຂ້ອນຂ້າງຈະມີບັນຫາ ໃນເຣື່ອງຂອງລາຄາ ທີ່ອາດຕໍ່າເກີນໄປ ເປັນບັນຫາຫລັກໆ.”
ໂຄງການ ພັທນາຕົວເມືອງ ອັດສະຣິຍະນີ້ ຖືກປະຕິບັດຕາມບົດບັນທຶກ ຄວາມເຂົ້າໃຈກັນ ລະຫວ່າງນະຄອນຫລວງວຽງຈັນ ແລະກຸ່ມບໍຣິສັດພົງສະຫວັນຈໍາກັດ ທີ່ໄດ້ລົງນາມກັນໃນມື້ວັນທີ 28 ກໍຣະກະດາ 2017. ຈາກການເກັບກຳຂໍ້ມູນການ ສຶກສາອອກແບບ ແລະຄິດໄລ່ງົບປະມານໃນການລົງທຶນ ແມ່ນມີມູນຄ່າການປະມານ 580 ລ້ານໂດລ້າຣ໌ສະຫະຣັຖ.
ຕາມແຜນ ການກໍ່ສ້າງໂຄງການນີ້ ແບ່ງອອກເປັນຫລາຍໄລຍະ ແລະມີ 6 ເຂດ ຄືເຂດທີ່ພັກອາສັຍ ແລະການຄ້າ, ເຂດສາທາຣະນະ ແລະຂົນສົ່ງໂດຍສານ, ເຂດການຄ້າ, ໂຮງແຮມ ແລະບໍຣິການ, ເຂດການຄ້າສາກົລ, ເຂດພື້ນທີ່ສີຂຽວ ແລະເຂດອຸດສາຫະກັມເບົາ.