ເຣື້ອງທີ່ເກັບບັນທຶກໄວ້
2022-03-07
ແມ່ຍິງລາວຍັງ ໄດ້ຮັບຄວາມ ບໍ່ເປັນທັມ ຈາກຄວາມບໍ່ສເມີພາບ ກັບຜູ້ຊາຍ, ປະເຊີນກັບ ຄວາມຮຸນແຮງ ແລະ ການຄ້າມະນຸດຢູ່ ເຖິງແມ່ນທາງການລາວ ເວົ້າມາຕລອດ, ຮວມທັງໃນໂອກາດ ວັນແມ່ຍິງສາກົນ, ວ່າ ຈະພະຍາຍາມ ຫລຸດຜ່ອນ ແລະລົບລ້າງບັນຫາ ດັ່ງທີ່ກ່າວມາ ນັ້ນກໍຕາມ.
2022-03-07
ທ່ານຜຸຍ ຊນະນິກອນ ຈໍາເປັນຕ້ອງກັບຈາກ ສະຫະຣັຖ ໂດຍດ່ວນ ເມື່ອຊາບວ່າ ພຼະເຈົ້າແຜ່ນດິນສີສວ່າງວົງ ໄດ້ສເດັດສວັນນະຄົດແລ້ວ, ແລະຕໍ່ມາ ກະສັດອົງໃໝ່ ມີພຼະປະສົງ ທີ່ຈະດັດແປງຣັຖທັມນູນ.
2022-03-06
ທັສນະຂອງບັນດາ ປະເທດສະມາຊິກອາຊຽນ ຕໍ່ສົງຄາມລະຫວ່າງຣັດເຊັຍ ແລະຢູເຄຣນ ແຕກຕ່າງກັນ, ມີປະເທດ ທີ່ປະນາມການຮຸກຮານ ຂອງຣັດເຊັຍ ແລະທວງໃຫ້ຣັດເຊັຍ ຖອນກໍາລັງທະຫານ ອອກຈາກປະເທດນີ້.
2022-03-06
ປະຊາຊົນ ທີ່ມີດິນ ໃນເຂດສງວນ ສອງຟາກ ທາງ 450 ປີ ບໍ່ສາມາດຊື້-ຂາຍ ຫຼືນໍາໃຊ້ດິນ ໃນເຂດດັ່ງກ່າວ, ຫຼາຍຄົນ ບໍ່ພໍໃຈ ການຂາຍປີ້ຣົຖໄຟ ຢູ່ສູນການຄ້າວຽງຈັນເຊັນເຕີ້ຣ໌ ທີ່ເກັບເງິນເພີ່ມ ແລະ ລາວຮຽກຮ້ອງ ແກ້ໄຂຂໍ້ຂັດແຍ່ງ ຣັດເຊັຍ-ຢູເຄຣນ ດ້ວຍການທູດ.
2022-03-04
ວຽກງານ ໃນຂແນງແຮງງານ ແລະ ສວັດດີການສັງຄົມ ໃນຫລາຍແຂວງ ຍັງມີບັນຫາຫລາຍດ້ານ ທີ່ຈະຕ້ອງແກ້ໄຂ ແຕ່ຍັງຂາດງົບປະມານ ຈາກຣັຖບານ ໃນການປະຕິບັດ ວຽກງານດັ່ງກ່າວ ຊຶ່ງການຊ່ອຍເຫຼືອດ້ານ ພັຍພິບັດຕ່າງໆ ຍັງມີຄວາມຊັກຊ້າ.
2022-03-04
ຜູ້ທີ່ໄດ້ຮັບຜົລກະທົບ ເສັຽທີ່ດິນ ໃຫ້ກັບໂຄງການ ໄຟຟ້ານໍ້າຊຳ 1A ຈຳນວນ 3 ບ້ານ ຮວມມີ 116 ຄອບຄົວ ໃນເມືອງຊຳໃຕ້ ແຂວງຫົວພັນ ໄດ້ຮັບເງິນຄ່າຊົດເຊີຍ ໝົດແລ້ວ ຮວມທັງໝົດ 8 ຕື້ປາຍກີບໃນມື້ວັນທີ 1 ມີນາ ປີ 2022 ນີ້.
2022-03-04
ຊາວນາ ທີ່ເຮັດນາປີ ແລະ ເຂົ້າໄຮ່ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຮັບຜົລກະທົບ ຈາກສັດຕູພືດ ແລະ ພັຍທັມຊາດ ເຮັດໃຫ້ນາເຂົ້າເສັຽຫາຍ ທັງໝົດປະມານ 100 ເຮັກຕ້າຣ໌ ຊຶ່ງມາເຖິງ ປັດຈຸບັນ ຊາວນາ ຍັງຕ້ອງການ ຄວາມຊ່ວຍເຫຼືອ.
2022-03-04
ໃນວັນທີ 3 ມີນາ 2022 ສານປະຊາຊົນ ນະຄອນຫລວງວຽງຈັນ ໄດ້ຕັດສິນປະຫານຊີວິດ ທ້າວ ສີສຸກ ດາວເຮືອງ ຈຳເລີຍທີ 1 ອາຍຸ 45 ປີ ໃນສະຖານະຄ້າຢາເສບຕິດ, ຟອກເງິນ ແລະ ຄ້າອາວຸດເສິກຣາຍໃຫຍ່ຂອງລາວ.
2022-03-04
ທາງການລາວ ແລະ ຣັດເຊັຽ ຈະເພີ່ມຄວາມຮ່ວມມື ໃນຂົງເຂດ ວັທນະທັມ, ການທ່ອງທ່ຽວ ແລະ ຂໍ້ມູນຂ່າວສານ ໂດຍໄດ້ປືກສາຫາລືກັນ ກ່ຽວກັບຄວາມເປັນໄປໄດ້ ລະຫວ່າງ ຣັຖມົນຕຣີ ກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ແລະເອກອັກຄະຣັຖທູດ ຣັດເຊັຽ.
2022-03-03
ຊາວບ້ານ 57 ຄອບຄົວ ໃນ 4 ບ້ານ ທີ່ເມືອງຈຳພອນ ແຂວງສວັນນະເຂດ ປະສົບບັນຫາພັຍແຫ້ງແລ້ງທຸກປີ ເຮັດນາບໍ່ກຸ້ມກິນ ແລະ ຍັງບໍ່ມີນໍ້າສະອາດໃຊ້ ຍ້ອນບໍ່ມີລະບົບ ຊົນລະປະທານ ຊຶ່ງເປັນພື້ນຖານການກະເສຕ.
2022-03-03
ຣັຖບານລາວ ໄດ້ອອກແຈ້ງການ ຜ່ອນຜັນຫຼາຍຢ່າງ ແລະ ນຶ່ງໃນນັ້ນ ກໍແມ່ນ ມາຕການຜ່ອນຜັນ ການເຂົ້າ-ອອກ ປະເທດລາວ ຈະເຮັດໄດ້ງ່າຍຂຶ້ນ ຍ້ອນຜູ້ຕິດໂຄວິດ-19 ປະຈຳວັນ ມີທ່າທີ ຫຼຸດລົງຫຼາຍ
2022-03-03
ກັມມະບານລາວ ໃຫ້ຄວາມຮູ້ກ່ຽວກັບ ການເຄື່ອນຍ້າຍ ແຮງງານ ທີ່ປອດພັຍ ໃຫ້ແກ່ປະຊາຊົນ ແຂວງໄຊຍະບູຣີ ເພື່ອບໍ່ໃຫ້ຕົກ ເປັນເຫຍື່ອ ຂອງການຄ້າມະນຸດ.
2022-03-03
ໃນວັນທີ່ 2 ມີນາ ທີ່ຜ່ານມານີ້ ຢູ່ເຂດບ້ານນາໂຮມ ເມືອງນາໝໍ້ ແຂວງອຸດົມໄຊ ໄດ້ເກີດເຫດຄົນຂັບຣົຖ ບັນທຸກຊາວຈີນ ແລະລາວ ຕີກັນ ຢູ່ລະຫວ່າງທາງ ຈາກແຂວງອຸດົມໄຊ ໄປຫາດ່ານສາກົລບໍ່ເຕັນ ມີຜູ້ໄດັຮັບບາດເຈັບ 2 ຄົນ.
2022-03-02
ເຈົ້າໜ້າທີ່ກ່ຽວຂ້ອງ ກຳລັງໄກ່ເກັ່ຽ ເຣື່ອງການຈູດເຮືອນ ແລະ ເອົາດິນນາ ຊາວຄຣິສຕຽນລາວ ຢູ່ບ້ານດົງສວັນ ເມືອງ ພະລານໄຊ ແຂວງ ສວັນນະເຂດ, ແຕ່ ກໍຍັງບໍ່ມີຂໍ້ສລຸບອອກມາ ວ່າຈະແກ້ໄຂແນວໃດ.
2022-03-02
ນາຍົກຣັຖມົນຕຣີລາວ ກ່າວໃນກອງປະຊຸມ ວຽກງານ ໂຍທາທິການ ແລະ ຂົນສົ່ງ ປະຈຳປີ 2022, ເນັ້ນໃຫ້ ກະຊວງໂຍທິການ ແລະ ຂົນສົ່ງ ເພີ່ມທະວີ ການປະຕິບັດ ວຽກງານ ສະກັດກັ້ນ ການສໍ້ຣາດ ບັງຫຼວງ ໃຫ້ຫລຸດໜ້ອຍ ຖອຍລົງ.