ຊາວບ້ານ ໃນ 4 ບ້ານ ອັນປະກອບດ້ວຍ ບ້ານປ່າກ້ວຍ, ບ້ານຄຳຕ໋ອງລ໋ອງ, ບ້ານກະຫລ່າງໃຕ້ ແລະ ບ້ານກະຫລ່າງເໜືອ ໄດ້ຮັບຜົນກະທົບ ຈາກພັຍແຫ້ງແລ້ງທຸກປີ ເຮັດໃຫ້ບໍ່ມີນໍ້າ ເພື່ອເຮັດນາ ຫລື ປູກຝັງ ທີ່ພໍຈະກຸ້ມຕົນເອງໄດ້ ແລະ ຍັງບໍ່ມີລະບົບນໍ້າສະອາດ ໄວ້ໃຊ້ນຳດ້ວຍ. ຍ້ອນເຂດດັ່ງກ່າວ ບໍ່ມີ ລະບົບຊົລປະທານເຂົ້າເຖິງ ເຊຶ່ງໃນໄລຍະທາງ ຈາກສາຍນໍ້າເຊຈຳພອນ ກໍໄກຫລາຍ ປະມານ 20 ປາຍ ກິໂລແມັດ. ປັດຈຸບັນ ຊາວບ້ານກໍຍັງໃຊ້ນໍ້າ ຕາມຫ້ວຍ ແລະ ໜອງສະ ເປັນແຫລ່ງນໍ້າຫລັກ. ສ່ວນຜູ້ມີເງິນ ຫລື ຜູ້ມີເງືອນໄຂ ກໍຈະໃຊ້ລະບົບນໍ້າບາດານ ແລະ ເປັນແບບນີ້ທຸກປີ ມາຫລາຍກວ່າ 20 ປີແລ້ວ.
ດັ່ງ ຊາວບ້ານ ບ້ານກະຫລ່າງເໜືອ ກ່າວຕໍ່ ວິທະຍຸ ເອເຊັຽເສຣີ ໃນ ວັນທີ່ 4 ກຸມພາ ທີ່ ຜ່ານມາ ນີ້ວ່າ:
“ໂອແຫ້ງແລ້ງຫລາຍໄດ໋ ເພາະວ່າ ມັນເຮັດນາ ໄດ້ລະບົບດຽວ ທຸກປີໄດ໋ ຝົນບໍ່ຕົກຫັ້ນ ຫານໍ້າຊິໃຫ້ສັດກິນ ກະຍັງທັງຍາກ ມັນບໍ່ມີຊົລປະທານຫັ້ນນ່າເນາະ. ນໍ້າບໍ່ເຖິງ ກໍຖືວ່າຜລິດເຂົ້າກໍບໍ່ໄດ້. ຄອບຄົວໃດ ທີ່ວ່າອຸດົມສົມບູນແດ່ ເຂົາເຈົ້າ ກະເຈາະທາງນໍ້າບາດານເນາະ ຄອບຄົວໃດ ບໍ່ມີ ຂາດເຂີນນ່າ ເຂົາເຈົ້າ ກະຕັກນໍ້າຫ້ວຍ ນໍ້າໜອງສະ ທີ່ເຂົາເຈົ້າຈົກ ພໍເລັກໆນ້ອຍໆຫັ້ນນ່າ ຕັກໂຕນັ້ນແຫລະມາໃຊ້ ກະຍັງບໍ່ທັນໄດ້ກິນນໍ້າປະປາ ນໍ້າດືມອານາມັຍ”
ທ່ານ ກ່າວຕື່ມວ່າ: ໃນໄລຍະເວລາ ເຂົ້າຣະດູຮ້ອນນີ້ ແຫ້ງແລ້ງຫລາຍ ແລະ ຊາວບ້ານຫລາຍຄົນ ກໍຕ້ອງໄປຫາຮັບຈ້າງທົ່ວໄປ ຫລື ໄປຫາຂອງປ່າຂອງດົງ ມາຂາຍ ຫລື ນຳມາໄວ້ກິນ ພໍປະທັງຊີວິດໄປ ເພາະສ່ວນໃຫຍ່ ມີແຕ່ຄົນທຸກຍາກ.
ຊາວບ້ານ ບ້ານປ່າກ້ວຍ ອີກທ່ານນຶ່ງ ກໍກ່າວວ່າ ບັນຫາພັຍແຫ້ງແລ້ງນີ້ ຊາວບ້ານປະສົບຜົລກະທົບ ທຸກປີ ເຮັດນາບໍ່ໄດ້ພຽງພໍຕາມຕ້ອງການ ເພາະບໍ່ມີນໍ້າ ບໍ່ມີຊົລປະທານ ທີ່ຈະເຂົ້າເຖິງ ພໍໃຫ້ຊາວບ້ານເຮັດການປູກຝັງ ເຊິ່ງກໍຢາກໃຫ້ທາງການ ຊ່ອຍລະບົບຊົລປະທານ ຫລືຝາຍກັ້ນນໍ້າ ໃຫ້ຊາວບ້ານ ເພື່ອຈະໄດ້ກັກເກັບນໍ້າ ໄວ້ໃຊ້ ໃນຍາມແຫ້ງແລ້ງ.
“ກະແຫ້ງແລ້ງຫລາຍຢູ່ ແຫ້ງແລ້ງນີ້ຍ້ອນ ນໍ້າບໍ່ອຳນວຍໃຫ້ ຫັ້ນນ່າ. ຝົນບໍ່ຕົກ ມັນຂາດເຂີນຫລາຍຫັ້ນນ່າ. ນໍ້າປະປາໃຊ້ຫັ້ນບໍ່ມີແລ້ວ ຊິຂໍໃຫ້ທາງຂັ້ນເທິງຫັ້ນຊ່ອຍ ປ້ານນໍ້າຝາຍ ນິີ້ແລ້ວ.”
ທ່ານ ກ່າວຕື່ມວ່າ ໃນໄລຍະບໍ່ດົນມານີ້ ທາງການຂັ້ນເມືອງ ກໍໄດ້ນຳເຂົ້າສານຈຳນວນນຶ່ງ ເຂົ້າມາແຈກ ໃຫ້ຊາວບ້ານ ທີ່ ໄດ້ຮັບຜົລກະທົບ ກ່ຽວກັບພັຍແຫ້ງແລ້ງຢູ່ ແຕ່ກໍບໍ່ໄດ້ທົ່ວເຖິງເທົ່າທີ່ຄວນ.
ຊາວບ້ານ ບ້ານ ຄຳຕ໋ອງລ໋ອງ ອີກທ່ານນຶ່ງ ກໍກ່າວວ່າ ບັນຫາດັ່ງກ່າວເປັນທຸກປີ ຖ້າຈະແກ້ໄຂໄດ້ ແມ່ນຕ້ອງມີ ລະບົບຊົລປະທານເທົ່ານັ້ນ ເພາະ ຖ້າບໍ່ມີນໍ້າ ທີ່ເປັນປັດໃຈຫລັກ ໃນການດຳລົງຊີວິດ ແລະ ພວກຊາວບ້ານ ກໍຈະເຮັດການປູກຝັງບໍ່ໄດ້.
“ບໍ່ຢາກມີນໍ້າ ນໍ້າບາດານເຂົາເຈົ້ານີ້ ກໍບໍ່ຍາກສະດວກປານໃດ. ຕົກກ້າພັດໄດ້ ພັດໄລຍະດຳມັນບໍ່ໄດ້ ບາດນີ້ ມັນບໍ່ເຕັມເມັດເຕັມໝ່ວຍ. ຖ້າວ່າຝົນປະໄປ ຖືວ່າຂາດແລ້ງໄປເລີຍ ຄັນເວົ້າວ່າແລ້ວ ຢາກໃຫ້ຊ່ວຍລະບົບນໍ້າຊົລປະທານ ວ່າ ຊັ້ນສາ.”
ຂະນະທີ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕຳແໜ່ງ ຂັ້ນເມືອງກ່າວວ່າ ໃນ 4 ບ້ານກ່າວ ມີຈຳນວນ 57 ຄອບຄົວ ເກືອບ 300 ຄົນ ທີ່ປະສົບບັນຫາ ດັ່ງກ່າວ ຍ້ອນເນື້ອທີ່ດິນໃນເຂດກຸ່ມບ້ານນີ້ ມີຄວາມແຫ້ງແລ້ງຫລາຍ ເປັນດິນໂຄກ ເຮັດນາບໍ່ກຸ້ມກິນ. ຖ້າຝົນບໍ່ຕົກ ກໍເກືອບບໍ່ມີນໍ້າໄວ້ໃຊ້ ໄວ້ກິນ ເຮັດໃຫ້ເຂົາເຈົ້າຂາດເຂີນເຂົ້າ ແລະ ອາຫານການກິນ ເພາະສ່ວນໃຫຍ່ ກໍມີຄວາມເປັນຢູ່ ທີ່ທຸກຍາກກັນຫລາຍຢູ່ແລ້ວ.
“4 ບ້ານ ມີປ່າກ້ວຍ, ຄຳຕ໋ອງລ໋ອງ, ກະຫລ່າງໃຕ້, ກະຫລ່າງເໜຶອ. ຢູ່ຫັ້ນນ່າ ມັນຈະມີຈຳນວນ ຂາດເຂີນກິນນັ້ນ 57 ຄອບຄົວ ມີຈຳນວນຄົນ 297 ຍິງ 142. ເຮົາຄັດເອົາອະຫລີອະຫລໍ ເປັນດິນແຫ້ງອີຫລີ ແຖວນັ້ນຫັ້ນ ຂອງຢູ່ຂອງກິນ ກະອຶດ ແລະ ເຂົາເຈົ້າກໍຂາດເຂົ້າກິນ ຕັ້ງແຕ່ພີ້ ເປັນຕົ້ນໄປຫັ້ນນ່າ.”
ທ່ານ ກ່າວຕື່ມວ່າ ສ່ວນໃຫຍ່ ຊາວບ້ານແຖວນີ້ຈະຫາຂອງດົງ-ຂອງປ່າ ເພື່ອເອົາໄປຂາຍ ເຊັ່ນ ເຜົາຖ່ານຂາຍ ແລະ ກໍໄປຫາຮັບຈ້າງ ເປັນກັມມະກອນກໍສ້າງ ເພື່ອ ພໍມີເງິນຊື້ອາຫານການກິນ ຈຸນເຈືອຄອບຄົວ ໄປວັນໆ.
ເຈົ້າໜ້າທີ່ ທີ່ ກ່ຽວຂ້ອງຂັ້ນເມືອງ ອີກທ່ານນຶ່ງ ທີ່ຂໍສຫງວນຊື່ ແລະ ຕຳແໜ່ງ ເຊັ່ນກັນ ກໍກ່າວວ່າ ທາງຂັ້ນເມືອງ ຮັບຮູ້ແລ້ວ ໃນເຂດ 4 ບ້ານດັ່ງກ່າວນັ້ນ ບໍ່ມີ ລະບົບຊົລປະທານ ແລະ ບໍ່ມີນໍ້າໃຊ້ໃນຍາມແຫ້ງແລ້ງ. ເບື້ອງຕົ້ນ ທາງຂັ້ນເມືອງ ກໍລົງໄປສຳຣວດແລ້ວ ແລະ ມີແຜນການ ຈະສ້າງຝາຍກັ້ນນໍ້າ ໃຫ້ປະຊາຊົນ ເພື່ອຈະໄດ້ມີນໍ້າໃຊ້ ໃນການປູກຝັງ ແຕ່ກໍຍັງບໍ່ຮູ້ວ່າໄລຍະໃດ ຈຶ່ງຈະໄດ້ລົງມືສ້າງ.
“ມັນເປັນແຕ່ 4 ບ້ານຫັ້ນ ບໍ່ມີຊົລປະທານ ມັນເປັນໂຄກ ແຫ້ງແລ້ງເລີຍນ່າ ຍາມນີ້ນ່າ. ກະທ່ານເຈົ້າເມືອງ ເພິ່ນລົງໄປມື້ນັ້ນ ເພິ່ນກະກວດເບິ່ງແລ້ວ ເພິ່ນມີແຜນຊິເຮັດຢູ່ ບ່ອນເພິ່ນຊິເຮັດຝາຍຕັນນໍ້າ ໄປໃຫ້ປະຊາຊົນມາປູກ.”
ສ່ວນເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂັ້ນເມືອງ ອີກທ່ານນຶ່ງ ທີ່ຂໍສຫງວນຊື່ ແລະ ຕຳແໜ່ງ ກໍກ່າວວ່າ: ໄລຍະຜ່ານມາ ພາກສ່ວນກ່ຽວຂ້ອງ ກໍລົງໄປສຳຣວດ ແຕ່ຍັງບໍ່ມີງົບປະມານ ທີ່ຈະສ້າງ ຊົລປະທານ ເພາະ ພື້ນທີ່ດັ່ງກ່າວນັ້ນ ເປັນໂຄກ ຫ່າງກັນຈາກລຳນໍ້າເຊຈຳພອນ ເປັນໄລຍະທາງຫລາຍກິໂລແມັດ. ແຕ່ ຫລ້າສຸດນີ້ ທາງຂັ້ນເມືອງ ກໍຕຽມຈະສ້າງຝາຍກັ້ນນໍ້າໃຫ້ຊາວບ້ານ ໃນເຂດດັ່ງກ່າວຢູ່.
“ປະຊາຊົນ ເພິ່ນກະຕ້ອງການນໍ້າ ເປັນຊົລປະທານ. ທາງພາກຣັຖເຮົາ ພັດເວົ້າງ່າຍໆວ່າ ມັນກໍບໍ່ມີທຶນຮອນ ຫັ້ນແລ້ວ ເພຶ່ອຊິເຮັດ. ທຶນພັກຣັຖເຮົາ ມັນກໍບໍ່ພຽງພໍຫັ້ນນ່າ.”
ອີງຕາມຣາຍງານ ຂອງສຳນັກງານທ້ອງຖິ່ນໃນລາວ ຣາຍງານໃນວັນທີ 1 ກຸມພາ 2022 ທີ່ຜ່ານມາວ່າ ເຈົ້າໜ້າທີ່ຂັ້ນເມືອງ ແລະ ຂັ້ນປົກຄອງບ້ານ ກໍໄດ້ມອບເຂົ້າສານ ເພື່ອຊ່ວຍເຫລືອຄອບຄົວ ຜູ້ທີ່ໄດ້ຮັບຜົລກະທົບຈາກບັນຫາພັຍແຫ້ງແລ້ງ ໃນຈຳນວນ 4 ບ້ານດັ່ງກ່າວ ໂດຍມີ ເຂົ້າສານນໍ້າໜັກ 50 ກິໂລກຼາມ ແບ່ງໃຫ້ບ້ານປ່າກ້ວຍ 24 ຄອບຄົວ ຈຳນວນ 22 ເປົາ ໃຫ້ບ້ານຄຳຕ໋ອງລ໋ອງ 17 ຄອບຄົວ ຈຳນວນ 14 ເປົາ ໃຫ້ບ້ານກະຫລ່າງໃຕ້ 4 ຄອບຄົວ ຈຳນວນ 4 ເປົາ ແລະໃຫ້ບ້ານກະຫລ່າງເໜືອ 12 ຄອບຄົວ ຈຳນວນ 12 ເປົາ.
ເບື້ອງຕົ້ນ ທ່ານເຈົ້າເມືອງ ເມືອງຈຳພອນ ແຂວງສວັນນະເຂດ ກໍໄດ້ລົງໄປສຳຣວດພື້ນທີ່ແລ້ວ ແລະ ມີແຜນການ ຈະດຸດໜອງສະ ໃຫ້ປະຊາຊົນ ໃນບ້ານປ່າກ້ວຍ 78 ແມັດ ຈະຂຫຍາຍຕື່ມໄປອີກ 63 ແມັດ ໂດຍມີຄວາມກ້ວາງ 3 ແມັດ ຄວາມເລິກ 3 ແມັດ. ຈາກນັ້ນ ຈະມີການບຸກເບີກເນື້ອທີ່ດິນອີກ 2,442 ແມັດ ແຕ່ເບື້ອງຕົ້ນ ຍັງບໍ່ຮູ້ວ່າ ຈະເລີ່ມປະຕິບັດໃນໄລຍະໃດ.
ເຖິງຢ່າງໃດກໍຕາມ ການຊ່ອຍເຫລືອເຂົ້າສານ ຂອງທາງຂັ້ນເມືອງ ໃຫ້ຊາວບ້ານ ໃນ 4 ບ້ານດັ່ງກ່າວ ຊາວບ້ານເວົ້າວ່າ ກໍຍັງບໍ່ໄດ້ທົ່ວເຖິງເທົ່າທີ່ຄວນ. ບັນຫາດັ່ງກ່າວນີ້ ຈະແກ້ໄຂໄດ້ຢ່າງຢືນຍົງ ແມ່ນຕ້ອງມີຣະບົບຊົລປະທານເທົ່ານັ້ນ ທີ່ຈະເຮັດໃຫ້ປະຊາຊົນ ໃນເຂດບ້ານດັ່ງກ່າວ ສາມາດມີນໍ້າໃຊ້ ໃນການປູກຝັງ ລ້ຽງສັດ ທີ່ຈະສາມາດສ້າງອາຊີບ ລ້ຽງຄອບຄົວ ແລະ ກຸ້ມຕົນເອງໄດ້.