ຊາວນາ ເມືອງຫົງສາ ຍັງຕ້ອງການ ຄວາມຊ່ອຍເຫຼືອ ຈາກຣັຖ

ອຸ່ນແກ້ວ
2022.03.04
ຊາວນາ ເມືອງຫົງສາ ຍັງຕ້ອງການ ຄວາມຊ່ອຍເຫຼືອ ຈາກຣັຖ ຊາວນເຂດພາກເໜືອ ກຳລັງເລັ່ງເຮັດນາ
ນັກຂ່າວ ພົລເມືອງ

ໃນ​ປີ 2021 ທີ​ຜ່ານ​ມາ ຊາວ​ນາທີ່ເຮັດ​ນາ​ປີ ແລະ ເຂົ້າ​ໄຮ່ ຢູ່​ເມືອງ​ຫົງ​ສາ ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຮັບ​ຜົ​ລ​ກະ​ທົບຈາກ​ສັດ​ຕູ​ພືດ ແລະ ພັຍ​ທັມ​ຊາດ ເຮັດ​ໃຫ້​ນາ​ເຂົ້າເສັຽ​ຫາຍທັງ​ໝົດປະ​ມານ 100 ເຮັກ​ຕ້າ.

ມາ​ເຖິງ​ປັດ​ຈຸ​ບັນ ຊາວ​ນາ ຍັງ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ ຄື ຕ້ອງ​ການ ໃຫ້​ພາກ​ສ່ວນ​ກ່ຽວ​ຂ້ອງ ຊອ​ກຫາ​ຢາເຄ​ມີ ເພື່ອ​ປ້ອງ​ກັນ​ສັດ​ຕູ​ພືດ ກ່ອນ​ທີ່​​ສັດ​ຕູ​ພືດຈະ​ບຸກ​ທັມ​ລາຍ​ເຂົ້າ​ນາ​ ແລະ ຕ້ອງ​ການ​ໃຫ້​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ຊ່ວຍ​ເຫຼືອ​ຢາ​ເຄ​ມີ ປາບ​ສັດ​ຕູ​ພືດ​ແບບບໍ່​ເສັຍ​ຄ່າໃຫ້​ຊາວ​ນາ​.

ຊາວ​ນາ ຢູ່​ບ້ານ​ວຽງ​ແກ້ວ ເມືອງ​ຫົງ​ສາ ແຂວງ​ໄຊ​ຍະ​ບູ​ລີ ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 4 ມີ​ນາ ​ວ່າ:  

ມັນມີໂຕດ້ວງນ່າ ຢູ່ໃນຂໍ້ຂອງຕົ້ນເຂົ້າ ທີ່ຕ້ອງການຊ່ວຍເຫຼືອ ກໍມີແຕ່ ເອົາຢາປາບສັດຕູພືດໃຫ້ ຮອດຍາມກໍ ເຮັດໃບເນີຫາເພິ່ນ ແຫຼະ ຄັນວ່າ ມັນເກີດຂຶ້ນ ເຮົາກໍເນີ ໄປຫາເພິ່ນ ລົງມາກວດມາກາ.”

ໃນຂະ​ນະ​ທີ່​ ຊາວ​ນາ ຢູ່​ບ້ານ​ແທ່ນ ເມືອງ​ຫົງ​ສາ ຕ້ອງ​ການ​ໃຫ້​ພາກ​ສ່ວນທີ່​ກ່ຽວ​ຂ້ອງ ທົດ​ແທນ​ແນວ​ພັນ ຫຼື ເຂົ້າ​ສານ ຫຼື ເຄື່ອງ​ຂອງ​ອື່ນໆ ແທນ​ຜົ​ລ​ເສັຽ​ຫາຍທີ່​ເສັຽ​ຫາຍໄປ​ຈາກ​ພັຍ​ທັມນ້ຳ​ຖ້ວມ ຢ່າງ​ທົ່ວ​ເຖິງ ບໍ່​ແມ່ນ ແຈກ​ແຕ່ ເຂົ້າ​ສານ 4-5 ໂລໃຫ້ແຕ່​ລະ ​ຄອບ​ຄົວທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ເຊິ່ງ​ເນື້ອ​ທີ່​ນາ​ຢູ່​ບ້ານ​ແທ່ນ​ເອງ ເສັຽ​ຫາຍ​ 60-70 ເປີ​ເຊັນ ຂອງ​ເນື້ອ​ທີ່ນາ​ເຂົ້າ​.

ຊາວ​ບ້ານ​ແທ່ນ ເມືອງ​ຫົງ​ສາ ກ່າວ​ໃນ​ມື້​ດຽວ​ກັນ​ວ່າ:

ເກັບກຳຂໍມູນວ່າ ຖືກເສັຽຫາຍເທົ່າໃດ ແຕ່ວ່າ ການທົດແທນນີ້ ກໍໃຫ້ມັນເຕັມແທ້ ກໍບໍ່ເຕັມແຫຼະ ວ່າ ຈັ່ງຊີ້ສາ ກໍໄດ້ ແຕ່ລະປີ ຫັກບໍ່ຫຼວງບໍ່ຫຼາຍ ເຂົ້າຜູ້ລະ 4-5 ໂລ 9 ໂລ 10 ໂລ ສົມມຸດວ່າ.”

ທ່ານ ກ່າວ​ຕື່ມ​ວ່າ ຢູ່​ບ້ານ​ແທ່ນ ເມືອງ​ຫົງ​ສາ ກໍ​ເກີດ​ນ້ຳ​ຖ້ວມນາ​ເຂົ້າ​ທຸກ​ປີ ສະ​ເລັ໋ຽ 10 ເຮັກ​ຕ້າ​ຕໍ່​ປີ, ໃນ​ປີ 2021 ກໍ​ມີ​ນ້ຳ​ປ່າ​ໄຫຼ​ຊຸ ໃນ​ຂະ​ນະ​ທີ່​ເຂົ້າ​ກຳ​ລັງ​ມານ ກໍ​ໄດ້​ຮັບ​ຄວາມ​ເສັຽ​ຫາຍ​ຈາກ​ນ້ຳ​ຖ້ວມ.

ສຳ​ລັບ​ຊາວ​ນາ ຢູ່ ບ້ານ​ສີ​ບຸນ​ເຮືອງ ເມືອງ​ຫົງ​ສາ ຕ້ອງ​ການ​ໃຫ້​ພາກ​ສ່ວນ​ກ່ຽວ​ຂ້ອງ ທົດ​ແທນ​ເຂົ້າ​ສາ​ອາ​ຫານ​ແຫ້ງ ຫຼື ເຄື່ອງ​ໃຊ້​ອຸ​ປ​ະ​ໂພກ ບໍ​ລິ​ໂພກ ຢ່າງ​ໄວ ເປັນ​ປີ ຕໍ່ ປີ ພາຍ​ຫຼັງ ເຈົ້າ​ໜ້າ​ທີ່ ທີ່​ກ່ຽວ​ຂ້ອງ ລົງ​ມາ​ເກັບ​ກຳ​ຂໍ້​ມູນຄວາມ​ເສັຽ​ພາຍຈາກ​ບ້ານ ແຕ່ບໍ່​ແມ່ນ​ການ​ທົດ​ແທນ​ເຂົ້າ​ສານ​ອາ​ຫານ​ແຫ້ງ ຫຼື ເຄື່ອງ​ອຸ​ປະ​ໂພກ ບໍ​ລິ​ໂພກ ໃນ​ປີ​ຖັດ​ໄປ ມັນ​ເຮັດ​ໃຫ້​ຊາວ​ນາ​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ລໍ​ຖ້າ​ການ​ຊ່ວຍ​ເຫຼືອ​ດົນ. 

ຊາວ​ບ້ານ ສີ​ບຸນ​ເຮືອງ ເມືອງ​ຫົງ​ສາ ໄດ້​ກ່າວ​ໃນ​ມື້​ດຽວ​ກັນ​ວ່າ:

ນັບຈາກຜົກະທົບ ເຊັ່ນວ່າ ຜົກະທົບ ພັຍທັມຊາດ ນ້ຳຖ້ວມບໍ່ ຈັ່ງຊີ້ເນາະ ພັຍແລ້ງ ບໍ່ໄດ້ກັບກ່ຽວບໍ່ ຈັ່ງຊີ້ ເພິ່ນກໍຊ່ວຍ ແຕ່ວ່າ ກະຊັກຊ້າ ເພາະວ່າ ເອົາຂໍ້ມູນປີນີ້ ປີໜ້າ ຈັ່ງມາຊ່ວຍ ເພາະວ່າ ເນີ ຮອດແຂວງ ແຂວງເນີຕໍ່ສູນກາງ.”

ທີ່​ຜ່ານມາ ພາກສ່ວນກ່ຽວຂ້ອງ ໄດ້ຈັດຕັ້ງພະນັກງານໄປປະຈຳຢູ່ຕາມແຕ່ລະບ້ານທີ່ມີເນື້ອທີ່ມີເນື້ອທີ່ນາ ພ້ອມຝຶກອົບຮົມ ໃຫ້ຄວາຮູ້ ກ່ຽວກັບວິທີປ້ອງກັນ ບໍ່ໃຫ້ສັດຕູພືດທຳລາຍເຂົ້ານາ​, ແຕ່ ຕໍ່ມາ ການຝຶກອົບຮົມດັ່ງກ່າວ ກໍໄດ້ຢຸດໄປ.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ແຂວງ​ໄຊ​ຍະ​ບູ​ລີ ໄດ້​ກ່າວ​ວ່າ:

ໄລຍະທີ່ຜ່ານມາ ນີ້ ພວກເຮົາໄດ້ມີໄດ້ຕັ້ງຄົນປ້ອງກັນພືດ ຢູ່ຂັ້ນບ້ານ ຂັ້ນເມືອງ ລົງຕິດຕາມຊຸກຍູ້ ຊ່ວຍເຫຼືອພໍ່ແມ່ປະຊາຊົນ ທາງດ້ານການລິດເປັນປົກຕິ ສະນັ້ນ ມັນຣະບາດມາ ສ່ວນໃດສ່ວນນຶ່ງ ເຂົາເຈົ້າກໍຈະ ຮີບຮ້ອນ ລາຍງານ ຂໍຄວາມຊ່ວຍເຫຼືອ ທາງວິຊາການ ເຂົ້າຊ່ວຍ ການຕອບໂຕ້ດັ່ງກ່າວ ນັ້ນ ມັນກໍຮັບມືທ່ວງທັນ ຕາມໄລຍະເວລາທີ່ມັນຣະບາດຫັ້ນນ່າ.

ທ່ານ ກ່າວ​ຕື່ມ​ວ່າ ປີນີ້ ສຳ​ລັບ​ຄ່າ​ທົດ​ແທນ ເປັນ​ແນວ​ພັນ​ພືດ ເພື່ອ​ທົດ​ແທນ  ຜົ​ລ​ເສັຽ​ຫາຍ ທີ່​ຊາວ​ນາ ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ຈະ​ທົດ​ແທນ​ໃຫ່​ແກ່​ຊາວ​ນາ​ຜູ້​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບກາຍ 60-70 ເປີ​ເຊັນ ຂອງ​ເນື້ອ​ທີ່​ນາ​ທັງ​ໝົດ ຕາມ​ແຜນ​ການ​ບັນ​ເທົາ​ທຸກ​ຂອງ​ແຂວງ, ສ່ວນ​ຊາວ​ນາ ທີ່​ໄດ້​ຮັບ​ຜົ​ລ​ເສັຽ​ຫາຍບໍ່​ຫຼາຍ ກໍ​ຈະ​ໄດ້​ເຂົ້າ​ສານອາ​ຫານ​ແຫ້ງ​ຈຳ​ນວນ​ນຶ່ງ.

ໃນ​ປີນີ້ ເຈົ້າ​ໜ້າ​ທີ່​ພາກ​ສ່ວນ​ກ່ຽວ​ຂ້ອງ ໄດ້​ຮັບ​ຢາ​ປາບ​ສັດ​ຕູ​ພືດ ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ພາກ​ເອກ​ຊົນ ​ເພື່ອ​ໃຫ້​ສ​າ​ມາດ​ຊ່ວຍ​ເຫຼືອ​ຊາວ​ບ້ານ​ທັນ​ເວ​ລາ ຖ້າ​ເກີດ​ສັດ​ຕູ​ພືດ.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ແຂວງ​ໄຊ​ຍະ​ບູ​ລີ ໄດ້​ກ່າວ​ວ່າ:

ໄລຍະຜ່ານມາ ພວກເຮົາ ກໍມີຄັງແຮ ເກັບມ້ຽນສານເຄມີ ນີ້ມ້ຽນໄວ້ ເພື່ອຮັບຮັບສະພາບການຊິເກີດຂັ້ນໃນຕໍ່ນ້າ ເປັນຕົ້ນອຸປະກອນ ບັງສັດ ອີ່ຫຍັງຕ່າງໆ ພວກເຮົາ ກໍເກັບພ້ອມ ລອດເວລາ ຫັ້ນແຫຼະ.”

ທ່ານ ກ່າວ​ຕືມ​ວ່າ ສຳ​ລັບ​ຄວາມ​ລ່າ​ຊ້າ​ໃນ​ການ​ຈັດ​ຫາ​ແນວ​ພັນເຂົ້າທົດ​ແທນ   ຜົ​ລ​ເສັຽ​ຫາຍ​ຈາກ​ພັ​ຍ​ທັມ​ຊາດ ແລະ ສັດ​ຕູພືດນັ້ນ ແມ່ນ​ຊາວ​ນາ​ກໍ​ຕ້ອງ​ໄດ້​ລໍ​ຖ້າ​ການ​ຊ່ວຍ​ເຫຼືອ ເນື່ອງ​ຈາກ​ເປັນ​ໄປ​ຕາມ​ຂັ້ນ​ຕອນ​ຂອງ​ພາກ​ສ່ວນ​ກ່ຽວ​ຂ້ອງ ທີ່​ຈະ​ຕ້ອງ​ຜ່ານ​ຫຼາຍ​ຂ​ແນງ​ການ ແລະ ລໍ​ຖ້າ ກະ​ຊວງ​ກິ​ສິ​ກັມ ແລະ ປ່າ​ໄມ້ ຊອກ​ຫາ​ງົບ​ປະ​ມານ ເພື່ອ​ຊື້​ແນວ​ພັນເຂົ້າ​ມາ​ທົດ​ແທນ​ຊາວ​ນາ​ພາຍ​ໃນ​ແຂວງ​ໄດ້.

ປະ​ຊາ​ຊົນ ເມືອງຫົງ​ສາ ແຂວງ​ໄຊ​ຍະ​ບູ​ລີ ສ່ວນ​ຫຼາຍ​ ເຮັດ​ນາ​ປີ ເປັນ​ອາ​ຊີບ​ຫຼັກ ໃນ​ເນື້ອ​ທີ່​ປະ​ມານ 1,500 ເຮັກ​ຕ້າ ຈາກ​ເນື້ອ​ທີ່​ນາ​ທັງ​ໝົດ 2,600 ເຮັກ​ຕ້າ ອີງ​ຕາມ​ຂໍ້​ມູນຈາກກອງ​ປະ​ຊຸມ​ສ​ລຸບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ປະ​ຈຳ​ປີ 2021 ແລະ ແຜນ​ກາ​ນ​ປີ 2022 ໃນ​ວັນ​ທີ 15 ກຸມ​ພາ ທີ່​ຜ່ານ​ມາ ແລະ ອີງ​ຕາມ​ຂໍ້​ມູນ​ຈາກ​ຫ້ອງ​ການ​ກະ​ສິ​ກັມ ແລະ ປ່າ​ໄມ້​ ເມືອງ ​ຫົງ​ສາ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.