ຈ.ມ ຈາກຜູ້ຟັງ 03/05/22

ໄມ​ຊູ​ລີ
2022.03.06
ຈ.ມ ຈາກຜູ້ຟັງ 03/05/22 ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
Photo: RFA

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ປະຊາຊົນ ທີ່ມີດິນ ໃນເຂດສງວນ ສອງຟາກ ທາງ 450 ປີ ບໍ່ສາມາດຊື້-ຂາຍ ຫຼືນໍາໃຊ້ດິນ ໃນເຂດດັ່ງກ່າວ ຖ້າຜູ້ໃດຊື້-ຂາຍ ຫຼື ເຮັດສັນຍາກັນເອງ ຖືວ່າຜິດກົດໝາຍ, ຊາວລາວຫລາຍຄົນ ບໍ່ພໍໃຈ ທີ່ບໍຣິສັດທາງຣົຖໄຟ ລາວ-ຈີນ ຈໍາກັດ ຂາຍປີ້ຣົຖໄຟ ຢູ່ສູນການຄ້າວຽງຈັນເຊັນເຕີ້ຣ໌ ໂດຍເກັບຄ່າທໍານຽມນໍາຕື່ມ 20,000 ກີບຕໍ່ປີ້ຕໍ່ຖ້ຽວ ແລະ ລາວຮຽກຮ້ອງ ແກ້ໄຂຂໍ້ຂັດແຍ່ງ ຣັດເຊັຍ-ຢູເຄຣນ ດ້ວຍການທູດ.

ຄວາມເຫັນບາງຕອນ ຈາກ​ທ່ານຜູ້ຟັງ:

ກ່ຽວກັບຂ່າວ ປະຊາຊົນ ທີ່ມີດິນ ໃນເຂດສງວນ ສອງຟາກ ທາງ 450 ປີ ບໍ່ສາມາດຊື້-ຂາຍ ຫຼືນໍາໃຊ້ດິນ ໃນເຂດດັ່ງກ່າວ ຖ້າຜູ້ໃດຊື້-ຂາຍ ຫຼື ເຮັດສັນຍາກັນເອງ ຖືວ່າຜິດກົດໝາຍ.”

ຂໍຄວາມເຫັນໃຈ ປະຊາຊົນແດ່ ເງີນທີ່ດີນ ທີ່ຖືກໂຄງການລົດໄຟລາວ-ຈີນ ຍັງບໍ່ໄດ້ປານນີ້ ເມືອງຫາດຊາຍຟອງຫັ້ນ ລົງມາເອົາຂໍ້ມູນ ລະໂພສລົງທາງເພສ ໃຫ້ແດ່ ບໍ່ຈ່າຍ ປະຊາຊົນ ຜູ້ຕາຍ ກະຕາຍໄປແລ້ວ ສ່ວນຜູ້ຍັງ ກະລໍຖ້າ ຍັງບໍ່ໄດ້ຮອດ ປານນີ້ ພີ່ນ້ອງ.

ຄືວ່າ ແນວນີ້ເດນໍ ຜູ້ຊື້ກໍຊື້ໄປແລ້ວ ຜູ້ຂາຍກໍຂາຍໄປແລ້ວ ຖອນສີດ ຖອນນຳໃຜ ຖືກໃຜ ກໍບໍ່ດີໃດ ..ດຽວນີ້ ມີຄິວລົດ ມີຕລາດ ມີເຮືອນຫລັງໃຫ່ຍໆ ເປັນຂອງ ພະນັກງານຂອງລັດ.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ຕິດຕາມມາດ້ວຍ ເພງ  “ສົງ​ຄາມ ຈຳ​ພາກ” ຈາກ​ສຽງ​ຂັບ​ຮ້ອງ ຂອງ​ທ່ານ ພົມ​ມະ ພິມ​ມະ​ສອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.