ເຣື້ອງທີ່ເກັບບັນທຶກໄວ້
2021-11-04
ຄົນຈີນ ທີ່ເຮັດວຽກຢູ່ສວນກ້ວຍຈີນ ພ້ອມອາວຸດຄົບມື ອອກມານາບຂູ່ຄົນລາວ ທີ່ຂາຍເຄື່ອງຢູ່ໜ້າສວນກ້ວຍ ໃນເຂດບ້ານທ່າເຮືອ ແລະບ້ານຫາດຍືນແຂວງບໍຣິຄຳໄຊ ບໍ່ຢາກໃຫ້ຄົນງານ ໃນສວນກ້ວຍ ອອກມາຊື້ເຄື່ອງ ນຳພໍ່ຄ້າ-ແມ່ຄ້າຄົນລາວ.
2021-11-03
ໃກ້ເຖິງກຳໜົດປົດລ໊ອກດາວປະເທດແລ້ວ ແຕ່ທາງການລາວຍັງພົບ ຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນໃນແຕ່ລະມື້ ແລະ ປະຊາຊົນ ເຣິ່ມເບື່ອ ກັບການກັກໂຕແລ້ວ ເພາະມັນເຮັດໃຫ້ການດຳເນີນຊີວິດ ພົບບັນຫາຫຼາຍຢ່າງ.
2021-11-03
ໂຄງການຂຸດຄົ້ນແຮ່ທາດ (ແຮ່ຄຳ) ຂອງນັກລົງທຶນຈີນ ປ່ອຍນ້ຳເປື້ອນ ລົງສູ່ລຳຫ້ວຍ ຢູ່ເມືອງກະລຶມ ແຂວງເຊກອງ ສົ່ງຜົລກະທົບຕໍ່ຊາວບ້ານ ລຳນ້ຳຫ້ວຍ ໃກ້ບ້ານອາແຕັງ, ບ້ານຕະລ່ອງ, ແລະ ບ້ານກະອວງ ບໍ່ສາມາດນຳໃຊ້ ເພື່ອອຸປະໂພຄ ແລະ ບໍຣິໂພຄໄດ້.
2021-11-03
ມາຮອດປັດຈຸບັນ ຄົນງານລາວ ຈໍານວນ 617 ຄົນ ຈຳຕ້ອງໄດ້ຈາກບ້ານເກີດ ເມືອງນອນ ເພື່ອເດີນທາງກັບໄປປະເທດ ມາເລເຊັຽ ຫຼັງຈາກ ກັບຄືນປະເທດລາວ ໃນຊ່ວງເຣີ່ມຕົ້ນການແຜ່ຣະບາດ ຂອງເຊື້ອໂຄວິດ-19 ແລະແມ່ນວ່າ ປັຈຈຸບັນນີ້ເຊື້ອໂຄວິດ-19 ຍັງຣະບາດຢູ່ກໍຕາມ.
2021-11-03
ເຈົ້າໜ້າທີ່ແຂວງຫຼວງພຣະບາງ ຈັບຄົນລັກຕັດໄມ້ຢູ່ເຂດປ່າສງວນ ຮວມທັງເຂດວັດ ຢູ່ເມືອງຈອມເພັດ ຊຶ່ງມີເຈົ້າໜ້າທີ່ຣັຖຮ່ວມນໍາ, ເຖິງແມ່ນວ່າ ຜ່ານມາໄດ້ຫຼາຍປີແລ້ວກໍ່ຕາມ ບັນແບບນີ້ກໍຍັງມີແລະແກ້ໄຂບໍ່ໄດ້.
2021-11-02
ເຖິງແມ່ນວ່າທາງການລາວ ມີມາຕການ ລ໊ອກດາວມາໄດ້ໄລຍະນຶ່ງແລ້ວ ແຕ່ບໍ່ສາມາດຄວບຄຸມການຣະບາດ ໃຫ້ຢູ່ໃນວົງຈຳກັດໄດ້, ເມື່ອປະເທດຕົກຢູ່ໃນສະພາວະຄຸມເຄືອ ເຮັດໃຫ້ປະຊາຊົນຜູ້ຫາເຊົ້າກິນຄ່ຳ ໄດ້ຮັບຄວາມລຳບາກ ດ້ວຍເຫດນີ້ ຈຶ່ງຢາກໃຫ້ ປົດລ໊ອກດາວປະເທດ.
2021-11-02
ປະຊາຊົນຫຼາຍຄອບຄົວ ຢູ່ເມືອງຮ້ຽມ ແຂວງຫົວພັນ ແລະເມືອງຄໍາ ແຂວງຊຽງຂວາງ ເສັຽດິນທໍາກິນໃຫ້ໂຄງການຂຸດຄົ້ນແຮ່ເຫຼັກ ຂອງກຸ່ມບໍຣິສັດນິກສັນ ຊຶ່ງຂະນະນີ້ຢູ່ໃນລະຫວ່າງ ການກໍ່ສ້າງໂຮງງານ, ສ່ວນປະຊາຊົນ ຫວັງໃຫ້ໂຄງການຊົດເຊີຽທີ່ເໝາະສົມ.
2021-11-02
ນາຍົກຣັຖມົນຕຣີລາວ ເວົ້າຢູ່ໃນກອງປະຊຸມສມັຍສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9 ວ່າ ຣັຖບານຈະຊອກຫາເງິນງົບປະມານ ເພື່ອຟື້ນຟູເສຖກິຈ ແລະ ໃຊ້ໜີ້ສາທາລະນະ ເພື່ອໃຫ້ລາວ ຫຼຸດພົ້ນຈາກປະເທດດ້ອຍພັທນາ ຕາມແຜນການ.
2021-11-01
ແຂວງບໍ່ແກ້ວ ຈັບຢາເສບຕິດ ລ໊ອດໃຫຍ່ທີ່ສຸດໃນປວັດສາດ ຂອງອາເຊັຽຕາເວັນອອກສຽງໃຕ້. ໃນນີ້ ເປັນຢາບ້າ 55 ລ້ານປາຍເມັດ, ຢາໄອສ 1.5 ລ້ານຕັ່ນ ພ້ອມທັງ ອຸປະກອນການຜລິຕ.
2021-11-01
ຄົບຮອບ 30 ປີ ຂອງຂໍ້ຕົກລົງສັນຕິພາບປາຣີສ ກ່ຽວກັບບັນຫາ ໃນກັມພູຊາ, ແຕ່ຊາວກັມພູຊາສ່ວນຫຼາຍ ເຫັນວ່າ ຂໍ້ຕົກລົງດັ່ງກ່າວ ບໍ່ໄດ້ຮັບການປະຕິບັດ ຢ່າງຮອບດ້ານ ແລະ ຖືກເມີນເສີຍຈາກຣັຖບານ ທີ່ກຳອຳນາດ ໃນປັດຈຸບັນ
2021-11-01
ທາງການລາວ ອອກແຈ້ງການສືບຕໍ່ປະຕິບັດ ມາຕການປ້ອງກັນໂຄວິດ-19 ຕື່ມອີກ 15 ມື້ ຍ້ອນອັຕຣາ ການຕິດເຊື້ອໂຄວິດ-19 ຍັງບໍ່ຫຼຸດລົງໃນແຕ່ລະມື້, ທີ່ສຳຄັນ ພາກຣັຖຍັງບໍ່ມີມາຕການ ຊ່ອຍເຫຼືອປະຊາຊົນ ຄວບຄູ່ກັບການປິດບ້ານປິດເມືອງ.