ເຣື້ອງທີ່ເກັບບັນທຶກໄວ້
2024-03-05
ສະພາບໂຮງຮຽນປະຖົມດອນຄຳ ແຂວງຊຽງຂວາງເປ່ເພ ອາດອັນຕະລາຍຕໍ່ນັກຮຽນ ໂດຍສະເພາະເວລາຝົນຕົກຟ້າລົມ, ຫ້ອງຮຽນເປິເປື້ອນ, ຫຼັງຄາຮົ່ວ ແລະໂຕະຕັ່ງ ມີສະພາບບໍ່ເໝາະສົມ ກັບເດັກນ້ອຍໄວຮຽນ ຊຶ່ງໂຮງຮຽນແຫ່ງນີ້ ນອກຈາກເປ່ເພແລ້ວ ຍັງບໍ່ມີຝາກັນລົມໜາວ ຫຼືຝົນສາດ.
2024-03-05
ເຫດການ ແມ່ມານ ເຈັບທ້ອງໄປເກີດລູກ ຢູ່ໂຮງໝໍ ເມືອງນໍ້າບາກ ແຂວງຫຼວງພຣະບາງ ແລ້ວເສັຍຊີວິດທັງແມ່ ແລະລູກ ໃນວັນທີ 2 ເດືອນມີນາ ປີ 2024 ນັ້ນ ທາງຄອບຄົວ ຈະບໍ່ໄດ້ຮັບການຢຽວຢາແຕ່ຢ່າງໃດ.
2024-03-04
ເມື່ອຕົ້ນເດືອນມີນາ 2024 ເກີດເຫດການຄົນຈີນລັກພາໂຕເດັກນ້ອຍ 1 ຄົນ, ອາຍຸຕໍ່າກ່ວາ 15 ປີ ຂຶ້ນລົດກະບະ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ເພື່ອຈະພາເຂົ້າໄປເຮັດວຽກ ໃນສວນກ້ວຍຈີນ ທີ່ແຂວງອັດຕະປື ແຕ່ພໍມາໄດ້ເຄິ່ງທາງ ເດັກນ້ອຍໂຕນລົດໜີ.
2024-03-04
ນາງແພ ນາມສົມມຸດ, ອາຍຸ 18 ປີ ຊາວເມືອງໂຂງ ແຂວງຈຳປາສັກ ເຊິ່ງເຮັດວຽກເປັນຜູ້ເບິ່ງແຍງ ຜູ້ສູງອາຍຸ ໄດ້ຕັດສິນໃຈໜີອອກຈາກເຮືອນນາຍຈ້າງ ປີນຮົ້ວໄປຂໍຄວາມຊ່ວຍເຫຼືອ ພາຍຫຼັງຖືກນາຍຈ້າງ ອະນາຈານ, ກັກຂັງ, ຂົ່ມຂູ່, ບໍ່ອະນຸຍາດໃຫ້ລາອອກ, ຍຶດພາສປອດ ແລະໃບອະນຸຍາດເຮັດວຽກ.
2024-02-27
ແມ່ຍິງ-ເດັກນ້ອຍ ຍັງຖືກຜົວ ແລະ ພໍ່ ໃຊ້ຄວາມຮຸນແຮງ ໃນຄອບຄົວ, ສ່ວນໃຫຍ່ ບໍ່ແຈ້ງໄປຍັງທາງການ ຍ້ອນຫລາຍສາເຫດ.
2024-02-27
ເດັກນ້ອຍນັກຮຽນຍິງ ຢູ່ແຂວງຊຽງຂວາງ ຖືກນັກຮຽນຊາຍ 3 ຄົນຂືນໃຈ ຢູ່ຫ້ອງນໍ້າຮ້ານອາຫານແຫ່ງນຶ່ງ ທີ່ເມືອງຄູນ ແລະໃນ 3 ຄົນນັ້ນ ຖືກລະບຸວ່າ ບາງຄົນເປັນນັກຮຽນ ຂອງໂຮງຮຽນ ມັທຍົມສົມບູນຈອມເພັດ ເມືອງຄູນ ເຊິ່ງເຫດການດັ່ງກ່າວນັ້ນ ໄດ້ສ້າງຄວາມຫົດຫູ່ໃຈ ໃຫ້ກັບຜູ້ຮັບຮູ້ ຫຼາຍ.
2024-02-26
ຜູ້ຕາງໜ້າ ໂຮງແຮມວຽງຈັນແມ່ຂອງ ຂອງຈີນ ຖແລງການຂໍໂທສ ຕໍ່ສັງຄົມ ພາຍຫຼັງເກີດເຫດການ ແຂກຊາວຈີນ ໂຍນບ້ວງຄ້ອງຄໍ ພະນັກງານແມ່ຍິງ ຂອງໂຮງແຮມດັ່ງກ່າວ ຈົນເກີດເປັນກະແສ ວິພາກວິຈານ ເຖິງຄວາມບໍ່ເໝາະສົມ, ມິ່ນກຽດສັກສີ ແລະ ຫຼຸດຄວາມເປັນມະນຸສ ຂອງແມ່ຍິງລາວບັນດາເຜົ່າ.
2024-02-22
ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ ຂອງສະຫະປະຊາຊາຕ ເຣີ່ມໂຄງການສົ່ງເສີມສິດທິຄົນງານ ເຄື່ອນຍ້າຍ ຂະນະທີ່ຄົນງານລາວ ຢູ່ປະເທດໄທຍ ຈຳນວນນຶ່ງຍັງປະສົບກັບບັນຫາທີ່ວ່ານີ້ຢູ່.
2024-02-21
ຫ້ອງການສຶກສາທິການ ແລະກິລາເມືອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ອອກແຈ້ງການ ເຕືອນ ໃຫ້ລະວັງ ການລັກພາໂຕເດັກນ້ອຍນັກຮຽນ ເຊິ່ງມີກຸ່ມຄົນຈີນ ຈໍານວນນຶ່ງ ມາຕົວະຍົວະ ແລະພະຍາຍາມ ລັກພາໂຕນັກຮຽນ ຊັ້ນ ປ.4 ຢູ່ໂຮງຮຽນປະຖົມ ປາກຮາວເໜືອ ເຂດທາງ A3 ແຕ່ບໍ່ສໍາເລັດ.
2024-02-20
ຍັງມີ ຂບວນການຄົນຈີນ ເຄື່ອນໄຫວເລາະຊື້ ເດັກຍິງລາວ ໃນບັນດາແຂວງ ທາງພາກເໜືອ ຂອງລາວ ແລະ ບັນຫາດັ່ງກ່າວ ສັງຄົມລາວກໍເປັນຫ່ວງ
2024-02-16
ໃນວັນທີ 13 ກຸມພາ 2024 ມີເດັກນ້ອຍຜູ້ຊາຍ ອາຍຸ 13 ປີ ຢູ່ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຫາຍໂຕອອກຈາກເຮືອນ ແລະກໍບໍ່ໄດ້ບອກພໍ່ແມ່ ວ່າຈະໄປໃສ ແຕ່ໃນທີ່ສຸດ ກໍພົບເຫັນແລ້ວ ແລະລາວ ກໍປອດພັຍດີ.
2024-02-16
ປັດຈຸບັນ ລາວເປັນປະເທດ ທີ່ມີອັດຕຣາໄວຣຸ້ນຖືພາ ກ່ອນອາຍຸ 18 ປີ ເພີ່ມຂຶ້ນສູງທີ່ສຸດ ໃນພາກພື້ນເອເຊັຍຕາເວັນອອກສຽງໃຕ້ ສ່ວນໜຶ່ງເປັນຍ້ອນການຍອມຮັບ ໃຫ້ເດັກຍິງແຕ່ງດອງ ແຕ່ອາຍຸຍັງນ້ອຍ, ການຂາດຄວາມຮູ້ ດ້ານສຸຂອະນາໄມ ທາງເພດ, ຄວາມບໍ່ສະເໝີພາບ ລະຫວ່າງຍິງ-ຊາຍ ເປັນຕົ້ນ.
2024-02-12
ເມືອງປາກງື່ມ ນະຄອນຫຼວງວຽງຈັນ ກວດຮ້ານກິນດື່ມ, ຮ້ານບັນເທີງ, ຮ້ານເກມສ໌ອອນລາຍນ໌ ທັງໝົດ 10 ຮ້ານ ໃນທົ່ວເມືອງ ເປີດກາຍເວລາທີ່ກໍານົດ, ສົ່ງສຽງດັງເນືອງນັນ, ຄ້າປະເວນີ ແອບແຝງ, ທັງນີ້ໄດ້ກວດພົບ ສາວຂາຍບໍຣິການ ທາງເພດ 47 ຄົນ ລວມເດັກແມ່ຍິງ ອາຍຸຕໍ່າກວ່າ 18 ປີ 4 ຄົນ.
2024-01-30
ເດັກນ້ອຍແມ່ຍິງ ອາຍຸ 12 ປີຖືກລັກພາໂຕຂຶ້ນຣົຖ ເມື່ອເມື່ອວັນທີ 27 ມົກກະຣາ 2024, ແລະຫຼ້າສຸດ ທັງ 3 ຄົນ ທີ່ລັກນຳເອົາເດັກນ້ອຍແມ່ຍິງ ຄົນດັ່ງກ່າວໄປນັ້ນ ໄດ້ເອົາກັບຄືນມາສົ່ງ ໃຫ້ຜູ້ປົກຄອງແລ້ວ, ແຕ່ຖືກເຈົ້າໜ້າທີ່ຕັກໂຕ ເພື່ອສອບສວນ.
2024-01-18
ອີງຕາມການຣາຍງານ ຂອງອົງການສາກົລ ແລະ ການປະຕິບັດງານ ຂອງໂຮງໝໍ ພົບວ່າມີໄວຍິງສາວ ຖືພາໂດຍບໍ່ໄດ້ຕັ້ງໃຈ, ພົບບັນຫາການລຸລູກ ແລະ ຕ້ອງການຍົກລູກໃຫ້ຄົນອື່ນ ສາເຫດ ຍ້ອນບໍ່ສາມາດເຂົ້າເຖິງ ການວາງແຜນຄອບຄົວທີ່ດີ ແລະການຄຸມກຳເນີດ.