ໄປເກີດລູກ ຢູ່ໂຮງໝໍເມືອງນ້ຳບາກ ແຕ່ເສັຍຊີວິດທັງສອງ
2024.03.05
ໃນວັນທີ 2 ເດືອນມີນາ ປີ 2024 ທີ່ຜ່ານມາ ເກີດເຫດການ ແມ່ມານ ເຈັບທ້ອງໄປເກີດລູກ ຢູ່ໂຮງໝໍ ເມືອງນໍ້າບາກ ແຂວງຫຼວງພຣະບາງ ແລ້ວເສັຍຊີວິດທັງແມ່ ແລະລູກ ເຊິ່ງທາງໂຮງໝໍ ບອກຍາດພີ່ນ້ອງວ່າ ແມ່ເສັຍເລືອດຫຼາຍ ແຕ່ບໍ່ໄດ້ຜ່າຕັດອອກ ເບື້ອງຕົ້ນ ແມ່ມານ ພ້ອມລູກທີ່ເສັຍຊີວິດ ເປັນຄົນບ້ານເມືອງງອຍເກົ່າ, ເມືອງງອຍ ແຂວງຫຼວງພຣະບາງ ໃນມື້ນັ້ນ ໄດ້ໄປເກີດລູກ ຢູ່ໂຮງໝໍເມືອງງອຍກ່ອນ ແລ້ວທາງໂຮງໝໍເມືອງງອຍ ກໍສົ່ງໂຕໄປໃຫ້ໂຮງໝໍເມືອງນໍ້າບາກ ອີກເທື່ອນຶ່ງ.
ທີ່ຜ່ານມາ ຍາດພີ່ນ້ອງເຫັນວ່າ ແມ່ມານພ້ອມລູກ ທີ່ເສັຍຊີວິດ ແຂງແຮງດີມາຕລອດ ເຊິ່ງຄົນໃນຄອບຄົວ ກໍຮູ້ສຶກເສັຍໃຈຫຼາຍ ເພາະວ່າ ເປັນເຣື່ອງທີ່ບໍ່ໜ້າຈະເກີດຂຶ້ນ ເນື່ອງຈາກຮອດມືໝໍແລ້ວ ແລະແມ່ມານ ທີ່ເສັຍຊີວິດກັບລູກ ລາວກໍມີລູກອີກ 1 ຄົນ ຕອນນີ້ ອາຍຸ 4 ປີ ກໍຕ້ອງກໍ່າພ້າແມ່.
ແລະທາງໂຮງໝໍ ກໍຍັງບໍ່ມີການມາພົວພັນຫຍັງ ກັບທາງຄອບຄົວ ເຊິ່ງທາງຄອບຄົວ ກໍບໍ່ຮູ້ວ່າ ຈະຮຽກຮ້ອງ ຫຼືພົວພັນແນວໃດກັບເຣື່ອງນີ້ ທຸກຄົນ ຢູ່ໃນໄລຍະທໍາໃຈ ແລະກໍໄດ້ນໍາສົບຂອງທັງສອງຄົນ ມາເຮັດພິທີທາງສາສນາແລ້ວ ໂດຍການເຜົາ.
ດັ່ງຍາດພີ່ນ້ອງ ຂອງແມ່ມານ ພ້ອມລູກທີ່ເສັຍຊີວິດ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ມີນາ ນີ້ວ່າ:
“ເສັຍຊີວິດທັງສອງ ເປັນຄົນເມືອງງອຍ ເພິ່ນເກີດຢູ່ເມືອງງອຍ ກ່ອນ ແຂງແຮງດີຢູ່ ແລ້ວຈັ່ງສົ່ງໄປນໍ້າບາກ ເພິ່ນບໍ່ໄດ້ແຈ້ງຫຍັງ ມີແຕ່ວ່າ ຕອນເຂົ້າຫ້ອງເກີດ ເພິ່ນກໍບໍ່ບອກວ່າ ແມ່ເສັຍເລືອດ ລູກບໍ່ໄດ້ແລ້ວ ແມ່ເສັຍເລືອດ. ທໍາໃຈຍັງບໍ່ໄດ້ ບໍ່ມີໃຜ ໄດ້ເຂົ້າມາພົວພັນຫຍັງເທື່ອ ທາງເຮົາກໍບໍ່ໄດ້ພົວພັນຫຍັງເທືື່ອ. ພວກເຮົາກໍບໍ່ຮູ້ວ່າ ຕ້ອງດໍາເນີນການແນວໃດ ທາງເພິ່ນ ກໍຍັງບໍ່ໄດ້ມາພົວພົນຫຍັງເທື່ອ ເຜົາໄປແລ້ວລະ.”
ຂະນະທີ່ ເຈົ້າໜ້າທີ່ ສາທາຣະນະສຸຂ ເມືອງນໍ້າບາກ ທ່ານນຶ່ງ ກ່າວວ່າ ກໍໄດ້ຮັບຮູ້ເຣື່ອງດັ່ງກ່າວແລ້ວ ທາງການ ກໍໄດ້ມີການປະຊຸມກັນຢູ່ ເບື້ອງຕົ້ນ ໃນທີ່ປະຊຸມກໍຮູ້ວ່າ ທາງໂຮງໝໍເມືອງນ້ໍາບາກ ຮັບແມ່ມານທີ່ຈະເກີດລູກດັ່ງກ່າວ ມາຈາກໂຮງໝໍເມືອງງອຍ ອີກເທື່ອນຶ່ງ ເພາະຕອນນັ້ນ ເລືອດໄຫຼຫຼາຍແລ້ວ ເຈົ້າໜ້າທີ່ແພດ ແລະໝໍ ກໍຊ່ອຍເຕັມທີ່ ແລະມື້ນັ້ນ ມີຜູ້ມາເກີດລູກ 9 ຄົນ ນໍາດ້ວຍ.
ສາເຫດ ທີ່ີແມ່ມານ ພ້ອມລູກເສັຍຊີວິດ ກໍຍ້ອນວ່າ ແມ່ມານເສັຍເລືອດຫຼາຍ ແລະມີໂຣກປະຈໍາໂຕ ແລ້ວເປັນເລືອດຈາງອີກນໍາດ້ວຍ ເຊິ່ງທ່ານໝໍ ກໍຊ່ອຍສຸດຄວາມສາມາດແລ້ວ ເຣື່ອງນີ້ ທາງໂຮງໝໍ ກໍຈະບໍ່ມີການຢຽວຢາ ເພາະກໍບໍ່ໄດ້ມີເງິນ ແຕ່ກໍຈະມີການພົວພັນ ກັບຍາດພີ່ນ້ອງ ແລະທາງຄອບຄົວເຂົາເຈົ້າ ເພາະໃນເບື້ອງຕົ້ນ ທາງຍາດພີ່ນ້ອງ ກໍຈະບໍ່ພໍໃຈລະດັບນຶ່ງ ເຊິ່ງກໍຈະມີການຊີ້ແຈງ ເພື່ອໃຫ້ທາງຍາດພີ່ນ້ອງເຂົ້າໃຈ.
“ເຮົາກໍາລັງປະຊຸມກັນຢູ່ນີ້ແຫຼະ ເປັນແມ່ສ່ຽງພັຍແດ່ ມີພຍາດປະຈໍາໂຕ ເລືອດຈາງ ຊ່ອຍເຕັມທີ່ ເຮົາຮັບຄົນເຈັບສົ່ງຕໍ່ມາຈາກ ເມືອງງອຍ. ເລືອດໄຫຼຫຼາຍ ແລ້ວເຂົາເຈົ້າ ສົ່ງຕໍ່ມາເມືອງນໍ້າບາກ ມັນບໍ່ແມ່ນວ່າ ເຈດຕະນາຂອງແພດແທ້. ມັນສຸດວິໄສເນາະ ຢຽວຢາ ກໍໍຊິບໍ່ມີແຫຼ້ວ ເພາະວ່າ ເຮົາກໍບໍ່ມີເງິນ ເບື້ອງຕົ້ນເຂົາເຈົ້າກໍບໍ່ພໍໃຈເທື່ອ. ເຂົາເຈົ້າກໍຈະມີບັນຫາ ແຕ່ວ່າ ເຮົາກໍຈະໄດ້ໂອ້ລົມກັບພີ່ນ້ອງເນາະ ຊີ້ແຈງເຫດຜົລ ໃຫ້ຟັງແບບນີ້ແຫຼະ.”
ຫຼ້າສຸດ ໃນວັນທີ 5 ເດືອນມີນາ ປີ 2024 ນີ້ ດຣ. ເນັ່ງຊົ່ງ ເຍັ່ຍຕູ້, ຜູ້ອໍານວຍການໂຮງໝໍ ຊຸມຊົນ ເມືອງນໍ້າບາກ ແຂວງຫຼວງພຣະບາງ ໄດ້ອອກມາຊີ້ແຈງ ວ່າ ໂຮງໝໍເມືອງນໍ້າບາກ ເປັນໂຮງໝໍປາຍທາງ ທີ່ທາງໂຮງໝໍເມືອງງອຍ ສົ່ງແມ່ມານ ແລະລູກທີ່ເສັຍຊີວິດ ມາອີກເທື່ອນຶ່ງ ເຊິ່ງຜູ້ເສັຍຊີວິດ ຊື່ ນາງ ສົມໝາຍ, ອາຍຸ 28 ປີ ອາໄສຢູ່ບ້ານ ເມືອງງອຍເກົ່າ, ເມືອງງອຍ ແຂວງຫຼວງພຣະບາງ ໄດ້ຢູ່ກັບຄອບຄົວ ຝາກທ້ອງ 13 ຄັ້ງ ຢູ່ໂຮງໝໍເມືອງງອຍ.
ເຊິ່ງໃນວັນທີ 1 ເດືອນມີນາ ປີ 2024 ຜູ້ເສັຍຊີວິດ ມີອາການເຈັບທ້ອງ ຕຣຽມເກີດລູກ ແລະໄດ້ເກີດລູກ ຢູ່ໂຮງໝໍເມືອງງອຍ ໄປກ່ອນແລ້ວ ໃນເວລາ 8:40 ນາທີ ຕອນເຊົ້າ ຂອງວັນທີ 2 ເດືອນມີນາ ປີ 2024 ເປັນເດັກນ້ອຍເພດຊາຍ ມີສາຍແຮ່ກ້ຽວຄໍ 1 ຮອບ ເຮັດໃຫ້ເດັກນ້ອຍເສັຍຊີວິດໃນທ້ອງ ສ່ວນຜູ້ເປັນແມ່ ຕອນເກີດລູກ ມີແຮ່ໂຄະອອກມາພ້ອມກັບເດັກນ້ອຍ ມີເລືອດເປັນກ້ອນປະຣິມານຫຼາຍ ໃນຊ່ອງຄອດ ທາງງາມໂຮງໝໍເມືອງງອຍ ໄດ້ເລັ່ງຊ່ອຍຕາມຫຼັການ ຢ່າງສຸດຄວາມສາມາດ ແລ້ວໄດ້ສົ່ງມາຍັງໂຮງໝໍເມືອງນໍ້າບາກ ເວລາ 9 ໂມງ 45 ນາທີ ພໍມາຮອດ ແມ່ມານ ມີຄວາມດັນເລືອດເປັນສູນ, ຫາຍໃຈອ່ອນແລ້ວ, ກັມມະຈອນ ເປັນສູນ ບໍ່ມີທ່າທີ່ຕອບສນອງ ທີມແພດ ແລະໝໍ ຂອງໂຮງໝໍເມືອງນ້ໍາບາກ ກໍໄດ້ຊ່ອຍເຫຼືອເຕັມທີ່ ໃຫ້ເລືອດເພີ່ມ ແຕ່ສຸດທ້າຍ 10 ໂມງ ກໍເສັຍຊີວິດ.
ໃນຂະນະທີ່ ຊາວບ້ານໃນເມືອງງອຍ ທ່ານນຶ່ງ ກໍກ່າວວ່າ ຊາວບ້ານເມືອງງອຍ ທີ່ບ້ານຢູ່ເຂດນອກ ເວລາເຈັບປ່ວຍໜັກ ການເດີນທາງໄປໂຮງໝໍເມືອງ ກໍຍັງຍາກລໍາບາກ ແລະໄກຫຼາຍຢູ່ ແລະຍິ່ງເດີນທາງໄປໂຮງໝໍເມືອງນໍ້າບາກ ກໍໄກເຊັ່ນກັນ ຕ້ອງໃຊ້ເວລາເດີນທາງ ປະມານ 3 ຊົ່ວໂມງ ແລະກໍຣະນີ ແມ່ມານພ້ອມລູກເສັຍຊີວິດນີ້ ຄາດວ່າ ໂຮງໝໍເມືອງງອຍ ບໍ່ມີຜູ້ຊ່ຽວຊານຈະປິ່ນປົວໄດ້ ກໍເລີຍຕ້ອງສົ່ງໄປໂຮງໝໍ ທີ່ມີຜູ້ຊ່ຽວຊານເມືອງອື່ນ ເຊິ່ງໃນຄວາມເປັນຈິງ ຄວນຈະມີແພດ ແລະໝໍ ຊ່ຽວຊານປະຈໍາ.
“ລໍາບາກເສັ້ນທາງນີ້ນ່າ ໄປຮອດເມືອງນໍ້າບາກ ໂອ້ ກະຫຼາຍຫຼັກ ໂຮງໝໍເມືອງງອຍເຮົາຫັ້ນບໍ່ຢາກມີຊ່ຽວຊານປານໃດ. ອຸປະກອນທີ່ຮັບໃຊ້ ບໍ່ທັນສໄມປານໃດ ແລະມັນມີຄວາມສ່ຽງ ແລະຢາກໃຫ້ມີຜູ້ຊ່ຽວຊານມາປະຈໍາ. ພະນັກງານຢູ່ຫັ້ນ ກໍຈະມີບົດຮຽນໄປນໍາຫັ້ນນ່າ.”
ຊາວບ້ານທ່ານນີ້ ກ່າວຕື່ມວ່າ ນອກຈາກນີ້ ເມື່ອມີແມ່ມານ ແລະລູກເສັຍຊີວິດ ໃນໂຮງໝໍແນວນີ້ ທາງການ ກໍຄວນມີກົດໝາຍ ໃນການຢຽວຢາ ໃຫ້ຄອບຄົວເຂົາເຈົ້ານໍາດ້ວຍ ເຂົາເຈົ້າກໍຈະພໍໃຈຫຼາຍ ເພາະຮອດມືໝໍແລ້ວ ຄວນຈະປອດພັຍ.
“ໄປເກີດລູກຢູ່ໂຮງໝໍແລ້ວ ມັນມີການເສັຍຊີວິດເນາະ ກໍເສັຍໄປແລ້ວເສັຍໄປເລີຍຫັ້ນແຫຼະ. ມັນບໍ່ມີຢຽວຢາຄືນ. ຄັນມີກົດໝາຍໂຕນີ້ມາ. ປະຊາຊົນ ກໍຊິພໍໃຈ ວ່າຊັ້ນສານີ້. ຖ້າພາກຣັຖເພິ່ນວ່າແນວໃດ ສູ້ໄປຕາມນັ້ນ ແລ້ວກໍແລ້ວ.”
ດ້ານເຈົ້າໜ້າທີ່ ວິຊາການທີ່ກ່ຽວຂ້ອງ ທ່ານນຶ່ງ ກໍໃຫ້ຄວາມເຫັນ ກັບເຣື່ອງນີ້ ວ່າ ກໍເຫັນຂ່າວທີ່ເກີດຂຶ້ນແລ້ວ ທ່ານກໍຄາດການວ່າ ແມ່ມານ ແລະລູກ ເສັຍຊີວິດນີ້ ບໍ່ແມ່ນເກີດຈາກແພດ ແລະໝໍ ໜ້າຈະເກີດຈາກພຍາດສ່ວນໂຕ ຂອງເຂົາເຈົ້າເອງ ແຕ່ທາງການກໍມີມາຕການປ້ອງກັນນໍາດ້ວຍ ໃນຕໍ່ໜ້າ ບໍ່ຄວນຈະໃຫ້ເກີດຂຶ້ນ ແພດ ແລະໝໍ ຄວນຈະກວດກາ ແມ່ ແລະລູກຢ່າງລະອຽດ ແລະປັບປຸງດ້ານວິຊາການໃຫ້ເຄັ່ງຄັດກວ່ານີ້.
“ຄຶດວ່າ ອາດແມ່ນຍ້ອນພຍາດສ່ວນໂຕ ຂອງຜູ້ກ່ຽວເນາະ. ອາດບໍ່ແມ່ນຍ້ອນແພດໝໍດອກ ມັນເກີດໄດ້ທຸກກໍຣະນີດອກ. ໂຕຈິງທັງໝົດ ຕ້ອງເຣື່ອງວິຊາການຫັ້ນແຫຼະ. ຜູ້ກ່ຽວ ມີພະຍາດສ່ວນໂຕ ຕ້ອງໄດ້ຜ່ານການກວດກາຄັກແນ່, ຕ້ອງໄປປັບປຸງ ດ້ານວິຊາການນີ້ແຫຼະ. ຕ້ອງຄົ້ນຄວ້າເບິ່ງໂຕຈິງ ແມ່ເປັນແນວໃດ ລູກເປັນຈັ່ງໃດ. ທ້ອງເປັນແນວໃດ ຕ້ອງໄດ້ກວດກາລະອຽດແຫຼະ.”
ຕໍ່ກັບເຫດການ ແມ່ມານ ເຈັບທ້ອງໄປເກີດລູກ ຢູ່ໂຮງໝໍເມືອງນໍ້າບາກ ແຂວງຫຼວງພຣະບາງ ແລ້ວເສັຍຊີວິດທັງຄູ່ນີ້ ອີງຕາມເຟສ ບຸກຊື່ Aloun Aloun (ຄົນໃນຄອບຄົວ) ໂພສລົງ ເຟສບຸກສ່ວນໂຕ ໃນວັນທີ 2 ເດືອນມີນາ ປີ 2024 ນີ້ ເຊິ່ງເນື້ອໃນ ໂພສວ່າ "ເຫັນແຕ່ເພິ່ນໂພສຕ໌ ບໍ່ຄິດວ່າ ເຣື່ອງນີ້ຈະເກີດກັບນ້ອງ, ຄົບກຳນົດເກີດ ມາຖ້າເກີດລູກຕາມນັດ ນ້ອງໄປກວດຍາມໃດ ໝໍກະຍືນຢັນວ່າ ລູກແຂງແຮງ ແມ່ແຂງແຮງ ເກີດເອງໄດ້, ເລືອດອອກແລ້ວ ເຈັບໝົດມື້ໝົດຄືນ, ເອື້ອຍຖາມ ຄືບໍ່ໃຫ້ແພດໝໍ ເພິ່ນຂຶ້ນແຜນປາດ ຫຼື ຂຽນນຳສົ່ງ ໄປປາດຢູ່ແຂວງ ນ້ອງຕອບວ່າ ໝໍກວດແລ້ວ ລູກແຂງແຮງ ດີ້ນແຮງ ໝໍວ່າ ບໍ່ເປັນຫຍັງ ເກີດເອງໄດ້ ຈົນວິນາທີສຸດທ້າຍ ແລ້ວຄືເປັນແບບນີ້ ເບິ່ງສະພາບເຈົ້າ ບໍ່ໜ້າຈະເປັນແບບນີ້ ເປັນຫຍັງ ຈຶ່ງມາສູນເສຍເຈົ້າ ທັງໆ ຍືນຢັນວ່າ ເກີດໄດ້ເກີດໄດ້ ຄືອອກມາເປັນແບບນີ້".
ບັນຫາ ແມ່ມານແລະລູກ ເສັຍຊີວິດຢູ່ໂຮງໝໍນີ້ ເກີດຂຶ້ນຢູ່ແຂວງອື່ນນໍາດ້ວຍ ໂດຍກ່ອນໜ້ານີ້ ໃນວັນທີ 31 ເດືອນທັນວາ ປີ 2023 ທີ່ຜ່ານມາ ກໍເກີດເຫດການ ແມ່ມານເຈັບທ້ອງໄປເກີດລູກ ຢູ່ໂຮງໝໍແຂວງໄຊຍະບູຣີ ແຕ່ກໍເສັຍຊີວິດທັງແມ່ ແລະລູກ ເຮັດໃຫ້ຍາດພີ່ນ້ອງບໍ່ພໍໃຈເຊັ່ນກັນ ແລ້ວກໍໂພສຕ໌ລົງສື່ສັງຄົມອ໋ອນລາຍນ໌ ເຖິງບັນຫາ ການລະເລີຍໜ້ານທີ່ ຂອງແພດ ແລະໝໍ ແລະຄອບຄົວ ກໍບໍ່ໄດ້ຮັບການຢຽວຢາ ແຕ່ຢ່າງໃດເຊັ່ນກັນ ໄດ້ຮັບພຽງຄໍາຂໍໂທດ ແລະການຊີ້ແຈງ ວ່າ ບໍ່ໄດ້ລະເລີຍການປະຕິບັດໜ້າທີ່ ເຮັດສຸດຄວາມສມາດ ຂອງທີມແພດ ແລະໝໍ.