ເມືອງຫ້ວຍຊາຍ ອອກໜັງສືແຈ້ງເຕືອນ ໃຫ້ລະວັງ ການລັກພາໂຕ ເດັກນ້ອຍ

ສຸພັດຕາ
2024.02.21
ເມືອງຫ້ວຍຊາຍ ອອກໜັງສືແຈ້ງເຕືອນ ໃຫ້ລະວັງ ການລັກພາໂຕ ເດັກນ້ອຍ ນັກຮຽນ ກຳລັງຮຽນໜັງສື ທີ່ໂຮງຮຽນແຫ່ງນຶ່ງ ຢູ່ແຂວງພາກເໜືອ ຂອງລາວ, ເດືອນກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ວັນທີ 20 ເດືອນກຸມພາ ປີ 2024 ຫ້ອງການສຶກສາທິການ ແລະກິລາເມືອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ອອກແຈ້ງການ ເລຂທີ 32/0/ສກມ ແຈ້ງໃຫ້ຜູ້ອໍານວຍການ ແລະຄຣູ-ອາຈານ ທັງພາກຣັຖ ແລະເອກກະຊົນ ຢູ່ໂຮງຮຽນອະນຸບານ-ປະຖົມ ແລະມັທຍົມຕອນຕົ້ນ ທົ່ວເມືອງຫ້ວຍຊາຍ ໃຫ້ເປັນເຈົ້າການ ໃນການແນະນໍານັກຮຽນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີສະຕິລະວັງໂຕ ເພາະວ່າ ມີກຸ່ມຄົນຈີນຈໍານວນນຶ່ງ ມາຕົວະຍົວະ ແລະພະຍາຍາມລັກພາໂຕເດັກນ້ອຍນັກຮຽນ ເມື່ອວັນທີ 13 ເດືອນກຸມພາ ປີ 2024 ທີ່ຜ່ານມາ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງຫ້ວຍຊາຍ ຜູ້ທີ 1 ກ່າວວ່າ ທາງຄຣູ-ອາຈານ ມີຄວາມກັງວົນໃຈ ຕໍ່ເຫດການ ກຸ່ມຄົນຈີນ ຈະລັກພາໂຕເດັກນ້ອຍນັກຮຽນຕື່ມອີກ ແລະຢ້ານເດັກນ້ອຍນັກຮຽນ ຈະຕົກເປັນເຫຍື່ອຄ້າມະນຸສ ຈຶ່ງໄດ້ອອກແຈ້ງການດັ່ງກ່າວໄປ, ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ກຸມພາ ນີ້ວ່າ:

ກໍ ເຮົາກໍຢ້ານ ມັນຈະເກີດຢູ່ບ່ອນອື່ນຕື່ມ ເພາະວ່າ ເມືອງຫ້ວຍຊາຍນີ້ ມັນມີຫຼາຍໂຮງຮຽນຫັ້ນນ່າ ສັງລວມມັນຢູ່ 100 ປາຍໂຮງຮຽນ ເຮົາກໍຢ້ານເກີດຂຶ້ນ ໄທເຮົາຈຶ່ງແຈ້ງໃຫ້ສະເພາະ ແຕ່ສຶກສາຫັ້ນເນາະ ບ່ອນອື່ນ ເຮົາກໍບໍ່ໄດ້ແຈ້ງດອກ ເພາະວ່າ ຢ້ານແມ່ນການຄ້າມະນຸສຫຼາຍກວ່າກເນາະ ເພາະວ່າ ນັກຮຽນອາຍຸ 10 ປີນີ້ ຖືວ່າ ເປັນສາວນີ້ເນາະ ລັກສະນະວ່າ ເອົາຂຶ້ນຣົຖ ພາໄປທ່ຽວນີ້ ພັດວ່າ ເຂົາເຈົ້າບໍ່ໄປ ແລ້ວຈັບເອົາຫັ້ນນ່າເນາະ ຖືວ່າໂຕນີ້ ຕາມການຣາຍງານຂອງຜູ້ປົກຄອງ.”

ຂະນະທີ່ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງຫ້ວຍຊາຍ ຜູ້ທີ 2 ກ່າວເຖິງເຫດການ ເມື່ອວັນທີ 13 ກຸມພາ 2024 ທີ່ມີກຸ່ມຄົນຈີນ ຈໍານວນ 3 ຄົນ ພະຍາຍາມຕົວະຍົວະ ລັກພາໂຕເດັກນ້ອຍນັກຮຽນປະຖົມສຶກສາ ປີທີ 4 ຢູ່ໂຮງຮຽນປະຖົມ ປາກຮາວເໜືອ ເຂດທາງ A3 ແຕ່ບໍ່ສໍາເຣັດ ວ່າ:

ເຊົ້ານີ້ 7 ໂມງ 30 ນີ້ນ່າ ເດັກນ້ອຍມາໂຮງຮຽນ ແລ້ວມາຮອດບ່ອນ 3 ແຍກໄຟແດງ ທາງເຂົ້າຕລາດສີດອນມີ ນີ້ເນາະ ມີຄົນຈີນຂີ່ຣົຖຕູ້ ມາ ມັນມີ 3 ຄົນເນາະ ຫຼັງຈາກມັນມາຄາໄຟແດງ ແລ້ວຄົນຈີນ ຖ່າຍຮູບເອົາເດັກນ້ອຍຂີ່ຣົຖຖີບ 2 ຄົນຫັ້ນນ່າ ແລ້ວລົງໄປຫາເຂົາເຈົ້າ ເອົາເງິນໃຫ້ເຂົາເຈົ້າ ຂະເຈົ້າກໍບໍ່ເອົາ ເອົາເຂົ້າໜົມໃຫ້ເຂົາເຈົ້າ ເຂົາເຈົ້າກໍບໍ່ກິນເນາະ ແລ້ວຕອບເຂົາເຈົ້າວ່າ ເຂົ້າໜົມ ຢູ່ໃນຣົຖຕູ້ຫັ້ນ ຄັນຢາກໄດ້ ໃຫ້ຂຶ້ນເມືອ ຊິໃຫ້ຫຼາຍນ່າ ເຂົາເຈົ້າກໍບໍ່ຂຶ້ນເນາະ ຫຼັງຈາກນັ້ນ ຊິໄປຫາເຂົາເຈົ້າແຫຼະ ວ່າຊັ້ນສາ ເຂົາເຈົ້າບໍ່ເອົາບໍ່ຢູ່ນ່າ ເຂົາເຈົ້າກໍຫຼົບເວົ້າແນວນັ້ນ ແນວນີ້ແຫຼະ ວ່າຊິຊວນໄປທ່ຽວໄທຍແຫຼະ ແນວນັ້ນ ແນວນີ້ ເຂົາເຈົ້າ ກໍບໍ່ໄປເນາະ ຫຼັງຈາກນັ້ນ ກໍວົນໆວຽນໆຫັ້ນແຫຼະ ຊິເອົາເຂົາເຈົ້າຫັ້ນແຫຼະ ເຂົາເຈົ້າກໍຮູ້ໂຕກ່ອນເນາະ ຫຼັງຈາກນັ້ນ ເຂົາເຈົ້າກໍໄຫ້ແຫຼະ ຫາພໍ່ແມ່ຜູ້ປົກຄອງເຂົາເຈົ້າຂາຍເຄື່ອງ ຢູ່ມໍ່ໆໂຮງຮຽນນີ້ແຫຼະ.”

ມາວັນທີ 14 ກຸມພາ 2024 ເຊິ່ງເປັນມື້ ທີ່ເດັກນ້ອຍນັກຮຽນ ຊັ້ນປະຖົມ ປີທີ 4 ທັງ 2 ຄົນ ຕ້ອງໄປຊີ້ຈຸດເກີດເຫດ ເພື່ອໃຫ້ຕໍາຣວດຕິດຕາມກຸ່ມຄົນຈີນ ເຂົ້າສູ່ຂບວນການທາງກົດໝາຍນັັ້ນ, ທາງພໍ່ແມ່ ຂອງເດັກນ້ອຍນັກຮຽນ ກໍບອກໃຫ້ເດັກນ້ອຍນັກຮຽນ ໄປລໍຖ້າ ຢູ່ໂຮງຮຽນກ່ອນ ແລ້ວທາງຕໍາຣວດ ກັບພໍ່ແມ່ ຈະນໍາໄປ ແຕ່ເມື່ອເດັກນ້ອຍນັກຮຽນ ຮອດຈຸດເກີດເຫດ ກໍຖືກກຸ່ມຄົນຈີນກຸ່ມເກົ່ານັ້ນ ຂີ່ຣົຖຕູ້ ແລະຮົຖຈັກ ຈະລັກພາໂຕອີກ ແຕ່ເດັກນ້ອຍນັກຮຽນ ກໍທັງແລ່ນ ທັງຮ້ອງ ທັງໄຫ້ ຂໍຄວາມຊ່ອຍເຫຼືອ ຈາກປະຊາຊົນເຂດນັ້ນໄດ້ທັນ ກ່ອນຈະຖືກຄົນຈີນລັກພາໂຕ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງຫ້ວຍຊາຍ ຜູ້ທີ 2 ຜູ້ດຽວກັບຂ້າງເທິງ ກ່າວວ່າ:

ແລ້ວໃຫ້ເດັກນ້ອຍມາກ່ອນ ວັນທີ 14 ນ່າ ຕອນ 1 ໂມງ 30 ນີ້ນ່າ ຊິໃຫ້ລູກມາໂຮງຮຽນ ມາຊີ້ ລະໃຫ້ມາໂຮງຮຽນຫັ້ນນ່າ ບັງເອີນເດັກນ້ອຍ 2 ຄົນ ມາກ່ອນ ມາສໍາມາເຫັນຈໍາພວກຄົນຈີນ ທີ່ 3 ຄົນເກົ່າຫັ້ນນ່າ ຣົຖຄັນເກົ່າຫັ້ນນ່າ 2 ຄົນ ຂີ່ຣົຖຕູ້ ຄົນນຶ່ງ ຂີ່ຣົຖຈັກ ຜູ້ຂີ່ຣົຖຈັກຫັ້ນແຫຼະ ໄປກ່ອນນ່າ ຊິໄປຈັບລາວຫັ້ນນ່າ ລາວຫັ້ນຮູ້ກ່ອນ ພໍດີຣົຖຈັກຊິໄປຈັບລາວ ລາວກໍໂທຫາກັນ ຣົຖຕູ້ໄປຈອດ ໄປຮອດມໍ່ກັນຫັ້ນ ວ່າຊັ້ນເຢີແລ້ວລາວກໍຮູ້ກ່ອນ ເຫັນກ່ອນ ລາວນີ້ ກໍທັງຮ້ອງ ທັງໄຫ້ ແລະຂ້າມທາງໄປ ໄປໆແລ້ວ ໄປຂໍຄວາມຊ່ອຍເຫຼືອ ລະແມ່ນຄົນລາວ ແຕ່ວ່າ ຂາຍເຄື່ອງຢູ່ຮ້ານຈີນເນາະ ຢູ່ບ່ອນແປະສາມແຍກຫັ້ນແຫຼະ ເຂົາເຈົ້າ ໄປກອດຜູ້ນັ້ນໂອ້ ທັງແລ່ນ ທັງຮ້ອງ ທັງໄຫ້ ແຫຼະ ຊ່ອຍແດ່ໆ ດຽວນີ້ຄົນຈີນ ອີຈັບຫັ້ນນ່າ.”

ດ້ານຜູ້ປົກຄອງ ຂອງນັກຮຽນ ໃນເຂດທີ່ເກີດເຫດ ຈໍານວນຫຼາຍ ກໍມີຄວາມກັງວົນ ຕໍ່ເຫດການທີ່ເກີດຂຶນ ຈຶ່ງໄດ້ພາກັນ ຝາກລູກ-ຫຼານ ນໍາສາວຄຣູ ໃຫ້ຊ່ອຍເປັນເຈົ້າການ ເບິ່ງແຍງເດັກນ້ອຍນັກຮຽນ ພ້ອມທັງໂຕຜູ້ປົກຄອງເອງ ກໍຈະເປັນເຈົ້າການ ສອນລູກ-ຫຼານ ບໍ່ໃຫ້ຮັບເຄື່ອງຂອງ ຫຼືໄປນໍາຄົນແປກໜ້າ, ດັ່ງຍານາງ ກ່າວໃນມື້ດຽວກັນນີ້ວ່າ:

ກໍຫາເຫັນປີນີ້ແຫຼະ ເປັນຫ່ວງ ເປັນຫ່ວງ ເພາະວ່າ ເດັກນ້ອຍ ກໍຫຼາຍ ແຄມທາງ ນັກຮຽນ ແຕ່ລະບອ່ນ ແຕ່ລະຈຸດ ເຂົາເຈົ້າກໍ ບັນດາພໍ່ແມ່ປະຊາຊົນ ເຂົາກໍອັນ ຕອນໄດ້ຍິນຂ່າວໃໝ່ໆຫັ້ນ ປາດ ແມ່ນລູກ ແມ່ນຫຼານຫັ້ນ ໄດ້ຝາກນໍາສາວຄຣູ ເອົາແທ້ເອົາວ່າໂອ້ ຢ້ານ ເດັກນ້ອຍບໍ່ຮູ້ແຫຼະ ເພາະວ່າ ບາງຄົນ ເຂົາກໍເອົາເງິນ ເອົາຫຍັງໃຫ້ຫັ້ນເນາະ ເອົາເຂົ້າໜົມຫຍັງໃຫ້ ເຂົາກໍໄປ ບາງຄົນກໍບໍ່ໄປ ແບບມັນແປກໜ້າ ບາງຄົນແປກໜ້າ ກໍບໍ່ໄປນໍາ ແຕ່ອັນນີ້ ມັນຂຶ້ນກັບ ພໍ່ແມ່ເຂົາເຈົ້າ ສັ່ງສອນກັນຫັ້ນນ່າ ລູກແຕ່ລະຄົນ ບໍ່ຄືກັນ.”

ສ່ວນເຈົ້າໜ້າທີ່ຕໍາຣວດ ທີ່ກ່ຽວຂ້ອງກັບເຣື່ອງນີ້ ກ່າວວ່າ ຕໍາຣວດ ຍັງຈັບກຸ່ມຄົນຈີນ ບໍ່ໄດ້ ຍ້ອນ ກ້ອງວົງຈອນປິດ ຢູ່ບ່ອນທີ່ເກີດເຫດ ມີການບັນທຶກພາບບໍ່ຊັດເຈນ ຈຶ່ງເຮັດໃຫ້ບໍ່ສາມາດລະບຸຣາຍລະອຽດ ຂອງກຸ່ມຄົນຈີນ ທີ່ພະຍາຍາມລັກພາໂຕ ເດັກນ້ອຍນັກຮຽນໄດ້ຄັກແນ່ ແຕ່ຕໍາຣວດ ກໍຍັງພະຍາຍາມເຮັດວຽກຕາມຈັບ ກຸ່ມຄົນຈີນນັ້ນຢູ່, ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:

ໂອ້ ນີ້ກໍບໍ່ຮູ້ນ່າເນາະ ມັນ ແຕ່ວ່າ ມັນເປັນຍ້ອນມິຫຍັງ ຖາມວ່າ ພໍ່ແມ່ ຕິດໜີ້ ຕິດສິນເຂົາບໍ່ ເຂົາວ່າບໍ່ຕິດ ແລ້ວເຂົາມຸ້ງຫວັງ ເອົາແຕ່ຄົນດຽວຫັ້ນນ່າ ມັນເປັນຈັ່ງໃດເນາະ ກະວ່າຫັ້ນແຫຼະເນາະ ກໍໄດ້ເຕືອນໄປໝົດຫັ້ນແຫຼະເນາະ ກໍຢ້ານວ່າ ເອົາຜູ້ນຶ່ງບໍ່ໄດ້ ກໍຊິເອົາຜູ້ນຶ່ງຫັ້ນນ່າ ຕໍາຣວດ ກໍຍັງພະຍາຍາມຢູ່.”

ປັດຈຸບັນ ພໍ່ແມ່ ຂອງເດັກນ້ອຍນັກຮຽນ ທັງສອງຄົນ ທີ່ຖືກຄົນຈີນ ພະຍາຍາມລັກພາໂຕນັ້ນ ໄດ້ຕັດສິນໃຈ ຂໍອະນຸຍາດຄຣູ-ອາຈານ ໃຫ້ລູກຢຸດໄປໂຮງຮຽນ 1-2 ອາທິດ ພາຍຫຼັງ ເຈິະເຫດການດັ່ງກ່າວ ເພື່ອຂໍໃຫ້ລູກພັກຜ່ອນຢູ່ເຮືອນ ແລະໂຕເອງ ມີເວລາເບິ່ງລູກ ເບິ່ງຫຼານກ່ອນ ສ່ວນນາຍຄຣູ ກໍໄດ້ສົ່ງບົດຮຽນ ໃຫ້ນັກຮຽນເຮັດຢູ່ເຮືອນ ຜ່ານວອດແອ໊ບ ແລະລາຍນ໌, ອີງຕາມຂໍ້ມູນ ຈາກຫ້ອງການສຶກສາທິການ ແລະກິລາ ເມືອງຫ້ວຍຊາຍ.

ເມື່ອບໍ່ດົນມານີ້ ເກີດສຽງວິພາກວິຈານ ເປັນວົງກວ້າງ ໃນສື່ສັງຄົມອອນລາຍນ໌ໃນປະເທດລາວ ຫຼັງຈາກມີຄລິບ ຄົນຈີນ ຂັບຣົຖ ເລາະຊື້ ເດັກນ້ອຍ ແມ່ຍິງລາວ ໃນເຂດພາກເໜືອ ນຶ່ງໃນຄລິບດັ່ງກ່າວ ມີກຸ່ມຄົນຈີນພ້ອມກັບຄົນລາວ ທີ່ເປັນລ່າມ ຂັບຣົຖມາຈອດ ຢູ່ແຄມທາງ ທີ່ມີເດັກນ້ອຍແມ່ຍິງລາວນັ່ງຢູ່ ແລະ ໄດ້ຍື່ນນ້ໍາໃຫ້ເດັກນ້ອຍແມ່ຍິງດື່ມ ກ່ອນຈະພາຂຶ້ນຣົຖກະບະ ໄປພ້ອມກັນ. 

ນອກຈາກຄລິປດັ່ງກ່າວແລ້ວ ຍັງມີອີກສອງຄລິບ ທີ່ປາກົດມີຜູ້ຊາຍ ທີ່ອ້າງວ່າ ອາຍຸ 40 ປີ ນັ່ງຢູ່ກັບແມ່ຍິງລາວ ທີ່ອາດມີອາຍຸຕ່ໍາກວ່າ 18 ປີ ໃນຄລິບນຶ່ງ ອ້າງວ່າ ຈະພາເດັກນ້ອຍແມ່ຍິງ ໄປແຕ່ງງານ ແລະ ອີກຄລິບນຶ່ງ ມີຂໍ້ຄວາມ ຂຽນປະກອບວ່າ ເດັກນ້ອຍແມ່ຍິງ ຖືກຄົນຈີນຖ່າຍທອດສົດ (Live) ໃນລັກສະນະ ອະນາຈານ ລົງແອບຂອງຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.