ເດັກນ້ອຍຜູ້ຊາຍ ຖືກລັກພາໂຕ ແຕ່ສຸດທ້າຍ ລອດມາໄດ້

ສຸພັດຕາ
2024.02.16
ເດັກນ້ອຍຜູ້ຊາຍ ຖືກລັກພາໂຕ ແຕ່ສຸດທ້າຍ ລອດມາໄດ້ ນີ້ເປັນພຽງຮູບປະກອບ: ເດັກນ້ອຍນັກຮຽນຊາຍ.
ນັກຂ່າວ ພົລເມືອງ

ໃນວັນທີ 13 ກຸມພາ 2024 ມີເດັກນ້ອຍຜູ້ຊາຍ ອາຍຸ 13 ປີ ຢູ່ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຫາຍໂຕອອກຈາກເຮືອນ ແລະກໍບໍ່ໄດ້ບອກພໍ່ແມ່ ວ່າຈະໄປໃສ ໂດຍທີ່ພໍ່ແມ່ຕິດຕໍ່ຫາບໍ່ໄດ້ ຈົນຮອດເວລາ 6 ໂມງແລງ ເຊິ່ງທາງພໍ່ແມ່ ຈຶ່ງໄດ້ໂພສຂໍ້ຄວາມ ຂໍຄວາມຊ່ອຍເຫຼືອ ຜ່ານທາງເຟສບຸກ ແລະກໍໄດ້ສອບຖາມຜູ້ຄົນທີ່ຮູ້ຈັກ ຮູ້ຂໍ້ມູນວ່າ ລູກຊາຍໄປສົ່ງກະເປົາໃຫ້ໝູ່.

ຕໍ່ມາ ຂ້ອນຂ້າງມືດຄໍ່າ ກໍພົບລູຊາຍປອດພັຍດີ ໂດຍແມ່ຂອງລາວ ໄດ້ໂທໄປເບີລູກຊາຍຕໍ່ເນື່ອງຕລອດ ຈົນກະທັ້ງລູກຊາຍກໍຮັບໂທຣະສັບ ແລະມີອາການຮ້ອງໄຫ້, ຕົກໃຈ, ສັ່ນ, ຢ້ານ ບອກພໍ່ແມ່ໄປຮັບ ຢູ່ເຂດບ້ານໂພນສະອາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ຕາມທີ່ໄດ້ສອບຖາມລູກຊາຍ ເບື້ອງຕົ້ນ ລູກຊາຍເວົ້າໃຫ້ຟັງວ່າ ຖືກຜູ້ຊາຍ 3 ຄົນ ມາອຸຸ້ມໄປ ຈັບປິດຕາ, ມັດມື ພາຂຶ້ນຣົຖ ເຊິ່ງຜູ້ຊາຍທັງ 3 ຄົນ ບໍ່ເວົ້າພາສາລາວ ບໍ່ຮູ້ວ່າ ເວົ້າພາສາຫຍັງ ແລ້ວເອົາລູກຊາຍໄປຖິ້ມໄວ້ແຄມຂອງ ແຕ່ໄດ້ມີລຸງຄົນນຶ່ງ ໄດ້ເຂົ້າມາຊ່ອຍເຫຼືອ ໃນລັກສະນະ ຮ້ອງຮ້າຍໃສ່ສຽງດັງ ຜູ້ຊາຍທັງ 3 ຄົນດັ່ງກ່າວ ກໍຫຼົບໜີໄປ ລຸງຄົນດັ່ງກ່າວ ກໍເຂົ້າມາສອບຖາມວ່າ ປອດພັຍດີບໍ່ ແລະກໍໃຫ້ເງິນຕິດໂຕ ພ້ອມໃຫ້ໄຟສາຍໄວ້ ເພາະມັນມືດ.

ກ່ຽວກັບເຫດການນີ້ ທາງຄອບຄົວ ກໍບໍ່ໄດ້ຕິດໃຈເອົາເຣື່ອງ ຫຼືຕ້ອງໄປແຈ້ງຄວາມ ແຈ້ງເຈົ້າໜ້າທີ່ ເພາະລູກປອດພັຍ ກໍຖືວ່າໂຊກດີແລ້ວ ເພາະບໍ່ຢາກໃຫ້ລູກຊາຍ ກະທົບ ກະເທືອນຈິດໃຈ ຍ້ອນລູກຊາຍ ເປັນໂຣກຫົວໃຈ.

ດັ່ງແມ່ ຂອງເດັກນ້ອຍຜູ້ຊາຍຄົນນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ກຸມພາ ນີ້ວ່າ:

ພົບແລ້ວເດີ້ ດຽວນີ້ເພິ່ນຍັງສັ່ນເຊັນໆຢູ່ນ່າ ຖາມເຂົາເຈົ້ານໍາທາງ ວ່າໄປສົ່ງກະເປົາໝູ່ ແລ້ວບໍ່ເຫັນເລີຍ ຂ້ອຍກໍນໍາຊອກລູກຂ້ອຍ ເອົາແທ້ເອົາວ່າ ເພິ່ນເລົ່າເຫດການຕາມເພິ່ນເລົ່າເລີຍ ອັນນີ້ ເຮົາບໍ່ເຫັນກັບຕາ ເອົາລາວໄປຖິ້ມໄວ້ແຄມທາງຂອງ ວ່າຊັ້ນ ຖາມລາວວ່າ ຄົນລາວເບາະ ບໍ່ ລາວວ່າເວົ້າພາສາອື່ນວ່າຊັ້ນ ເຮົາກໍບໍ່ໄດ້ຖາມລູກເຮົາອີກ ເພາະວ່າ ລູກເຮົາເປັນຫົວໃຈ ເຮົາຖາມຫຼາຍບໍ່ໄດ້ ລູກຂ້ອຍປອດພັຍ ແລ້ວກໍຢ່າບໍ່ເປັນຫຍັງແລ້ວລະ ບໍ່ຢາກໃຫ້ກະທົບກະເທືອນຈິດໃຈລາວຫຼາຍ.”

ຜູ້ເປັນແມ່ ກໍໄດ້ກ່າວຕື່ມວ່າ ຄາດວ່າ ເປັນກຸ່ມຄົນລັກເດັກນ້ອຍ ແລະທ່ານກໍຄິດວ່າ ລູກຊາຍຂອງທ່ານ ຈະຕົວະເຮັດຫຍັງ ເພາະທີ່ໄປພົບເຫັນລູກຊາຍ ກໍມີອາການຮ້ອງໄຫ້, ຕື່ນ ແລະຢ້ານຢູ່ແລ້ວ ລາວເມື່ອຍ ຈົນບໍ່ກ້າໄປໂຮງຮຽນ ເຊິ່ງເຫດການທີ່ເກີດຂຶ້ນນີ້ ກໍຢາກໃຫ້ເປັນອຸທາຫອນ ເຕືອນພໍ່ແມ່ຜູ້ປົກຄອງຄົນອື່ນ ໃຫ້ເບິ່ງແຍງລູກ-ຫຼານດີໆ ເພາະຖືວ່າ ລູກຊາຍຂອງທ່ານ ໂຊກດີຫຼາຍ ທີ່ພໍ່ແມ່ຊອກຫາເຫັນ.

ອັນນີ້ກະຢາກຝາກແດ່ ໃຫ້ເຕືອນສະຕິ ຜູ້ປົກຄອງແຕ່ລະຄົນນ່າ ໃຫ້ເບິ່ງລູກຫຼານ ເບິ່ງແຍງເພິ່ນໃຫ້ດີໆ ໃຫ້ເປັນໂຕຢ່າງວ່າຊັ້ນສາ ເປັນເຄສໂຕຢ່າງ ເດັກນ້ອຍມັນເວົ້າຕາມ ຄວາມເປັນຈິງຂອງມັນໃດ໋ອັນນີ້ນ່າ ຄັນວ່າ ແມ່ນແທ້ຫັ້ນຫັ້ນນ່າ ຖືວ່າ ລູກຂ້ອຍໂຊກດີສຸດໆ.”

ຕອນທີ່ພໍ່ແມ່ພົບກັບລູກຊາຍ ກໍໄດ້ຖາມລູກວ່າ ແມ່ນຄວາມຈິງແທ້ບໍ່ ເດັກນ້ອຍຜູ້ຊາຍ ຄົນທີ່ຖືກລັກພາໂຕດັ່ງກ່າວ ລາວກໍຢືນຢັນວ່າ ແມ່ນຄວາມຈິງ ບໍ່ແມ່ນເຣື່ອງຕົວະຫຼອກລວງ ເຊິ່ງເຫດການເກີດ ຢູ່ບໍຣິເວນວັດໂພນສະອາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນລະຫວ່າງ ທີ່ລາວສົ່ງກະເປົາໃຫ້ໝູ່ແລ້ວໆ ແລະຕ້ອງການນັ່ງເຊົາເມື່ອຍ ເພາະລາວເມື່ອຍ ແຕ່ກໍມີຜູ້ຊາຍ 3 ຄົນ ມາອຸ້ມຂຶ້ນຣົຖໄປ ທັງມັດມື, ປິດຕາ ແລ້ວເອົາໄປຖິ້ມໄວ້ແຄມຂອງ ໂຊກດີ ມີລຸງໃຈດີຄົນນຶ່ງ ຊ່ອຍໄວ້.

ດັ່ງເດັກນ້ອຍຜູ້ຊາຍ ຜູ້ເສັຍຫາຍ ເວົ້າວ່າ:

ແຖວວັດໂພນສະອາດ ນັ່ງພັກເຊົາເມື່ອຍແລ້ວ ມີຄົນຂີ່ຣົຖມາ ປະມານ 3 ຄົນ ເຂົາເຈົ້າອູ້ມເຮົາໄປ ແລະປິດຕາເຮົາ ພາເອົາໄປແຄມຂອງ ແລະມີລຸງໃຈດີຮ້າຍໃສ່ເຂົາເຈົ້າ ແລ້ວເຂົາເຈົ້າ ກໍຂີ່ຣົຖໜີໄປເລີຍ.”

ກ່ຽວກັບເຣື່ອງດັ່ງກ່າວນີ້ ຊາວລາວທ່ານນຶ່ງ ກໍຢາກໃຫ້ພໍ່ແມ່ຜູ້ປົກຄອງ ເບິ່ງແຍງລູກຫຼານດີໆ ເຊິ່ງບໍ່ຮູ້ວ່າ ເຣື່ອງຣາວດັ່ງກ່າວນັ້ນ ເປັນຄວາມຈິງຫຼືບໍ່ ແຕ່ທີ່ຜ່ານມາ ກໍໄດ້ຍິນຂ່າວກ່ຽວກັບຂບວນການລັກເດັກນ້ອຍມາດົນແລ້ວ ໂດຍໄດ້ຍິນວ່າ ເຂົາເຈົ້າຈະເອົາໄປ ຕັດແຂນ, ຕັດຂາ ລວມທັງອະວັຍວະອື່ນໆ ເຮັດໃຫ້ເປັນຄົນພິການ ແລະໄປເປັນຂໍທານ ເພື່ອຫາເງິນໃຫ້ເຂົາ.

ດັ່ງທ່ານກ່າວວ່າ:

ເປັນຕາຢ້ານຢູ່ຫັ້ນແຫຼ້ວ ກະຊິມີຢູ່ລະຫວ່າ ຕາມຄວາມເຂົ້າໃຈຂອງຂ້ອຍ ມີແກ້ງເອົາເດັກນ້ອຍ ໄປຕັດອະວັຍວະຕ່າງໆ ຄືວ່າ ເອົາໄປຕັດຕີນ, ຕັດມື ຂໍທານ ໃຫ້ເປັນຄົນພິການ ແລ້ວສົ່ງໃຫ້ໄປເປັນຂໍທານ ຄໍ່າມາແລ້ວເຂົາໄປເອົາເງິນ ຄັນມັນແມ່ນຈັ່ງຊີ້ ໃຫ້ຜູ້ປົກຄອງ ຮັກສາລູກຫຼານໃຜລາວຫັ້ນແລ້ວ ບໍ່ໃຫ້ອອກໄປຜູ້ດຽວ.”

ຂະນະທີ່ ຄຣູ ທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກໍກ່າວວ່າ ກໍເຫັນຫຼາຍຄົນ ເວົ້າເຖິງເຣື່ອງດັ່ງກ່າວນີ້ຢູ່ ເຊິ່ງກໍອາຈເປັນເຣື່ອງຈິງ ແຕ່ທີ່ຜ່ານມາ ຕາມໂຮງຮຽນຕ່າງໆ ບັນດາຄຣູ ກໍມີການເຕືອນ ແລະແຈ້ງໃຫ້ເດັກນ້ອຍນັກຮຽນຮັບຮູ້ຢູ່ວ່າ ໃຫ້ລະມັດລະວັງ ກຸ່ມຄົນລັກເດັກນ້ອຍ ຢ່າໄປຫຼົງເຊື່ອຄົນແປກໜ້າ ທີ່ເອົາເຄື່ອງຂອງມີຄ່າ ມາຫຼອກຕົວະຍົວະ ພາຂຶ້ນຣົຖໄປ.

ມັນໜ້າຈະມີຄວາມຈິງ ເພາະວ່າ ໄດ້ຍິນວ່າ ເຂົາເຈົ້າວ່າ ຢູ່ແຖວຂ້ອຍສອນນີ້ແຫຼະ ກະມີແຕ່ໃຫ້ຄຣູ ສຶກສາອົບຮົມແນວຄິດເຂົາເຈົ້າ ຕອນຂຶ້ນຫ້ອງຫັ້ນນ່າ ເວລາເຮົາສໍາຣວດຫ້ອງ ເດັກນ້ອຍມັນ ຄວາມໝາຍວ່າ ມັນເຫັນເງິນ ມັນກໍຢາໄປຫັ້ນນ່າ ບໍ່ໄດ້ອອກແຮງງານ ແບບເມື່ອຍອີ່ຫຍັງຈັ່ງຊີ້.”

ດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກ່ຽວກັບການປົກປ້ອງເດັກນ້ອຍ ທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກໍກ່າວວ່າ ທີ່ຜ່ານມາ ທາງເຈົ້າໜ້າທີ່ ກໍມີມາຕຖານປ້ອງກັນ ສໍາລັບບໍ່ໃຫ້ເດັກນ້ອຍ ຖືກຄົນແປກໜ້າ ຕົວະໄປຕ່າງໆນາໆຢູ່ ແລະ ກໍມີການລົງໂຄສະນາແຈ້ງເຕືອນຕລອດ ທີ່ຜ່ານມາ ເຣື່ອງດັ່ງກ່າວນີ້ ກໍບໍ່ຄ່ອຍມີແຈ້ງເຂົ້າມາປານໃດ.

ມັນບໍ່ຄ່ອຍມີ ເຂົາເຈົ້າບໍ່ເຫັນວ່າຈັ່ງໃດ ກະມີຄະນະສະ ເພາະກິຈເພິ່ນຮັບຜິດຊອບ ເພິ່ນໃດ໋ ມັນເກີດຂຶ້ນກໍໄດ້ແຈ້ງເດ້ເນາະ ພວກເຮົາກໍລົງໂຄສະນາ ທຸກບ້ານທຸກບ້ານ ພວກເຮົາກໍເວົ້າຢໍ້າຢູ່ຕລອດ.”

ກ່ອນໜ້ານີ້ ເມື່ອວັນທີ 27 ມົກຣາ 2024 ກໍມີກຸ່ມຄົນ ຈໍານວນ 3 ຄົນ ປະກອບດ້ວຍ ແມ່ຍິງ 2 ຄົນ ແລະຄົນຂັບຣົຖຜູ້ຊາຍ 1 ຄົນ ທີ່ລັກພາໂຕເດັກນ້ອຍຜູ້ຍິງ ອາຍຸ 12 ປີ ຢູ່ບ້ານອຸດົມຜົນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຂຶ້ນຣົຖໄປ ໂດຍທີ່ຜູ້ປົກຄອງບໍ່ຮັບຮູ້ ແລະຜູ້ປົກຄອງ ກໍໄດ້ປະກາດຕາມຫາລູກສາວ ຜ່ານສື່ສັງຄົມອ໋ອນລາຍນ໌ ແລະແຈ້ງຄວາມຕໍ່ເຈົ້າໜ້າທີ່ ຂັ້ນບ້ານນັ້ນ.

ຫຼ້າສຸດ ທັງ 3 ຄົນນັ້ນ ກໍໄດ້ນໍາໂຕເດັກນ້ອຍຜູ້ຍິງຄົນດັ່ງກ່າວ ມາສົ່ງໃຫ້ກັບຜູ້ປົກຄອງ ໃນວັນທີ 28 ມົກຣາ ທີ່ີຜ່ານມາ ແລະກໍໄດ້ຖືກເຈົ້າໜ້າທີ່ຕໍາຣວດ ເມືອງໄຊທານີ ກັກໂຕໄວ້ ເພື່ອດໍາເນີນການສືບສວນ-ສອບສວນ ຍ້ອນມີຄວາມຜິດ ກ່ຽວກັບການລັກພາໂຕເດັກນ້ອຍ ແລະກໍອາດເຂົ້າຂ່າຍ ກໍຣະນີການຄ້າມະນຸສ, ອີງຕາມການຣາຍງານ ຂອງໜັງສືພິມ ລາວພັດທະນາ ໃນວັນທີ 29 ມົກຣາ 2024.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 24, 2024 11:33 PM

ຜ່ານມາ ເຄີຍໄດ້ຍິນແຕ່ມີການລັກເອົາເດັກຍິງ ແຕ່ດຽວນີ້ ພວກໂຈນຕ່າງຊາດ ລັກເອົາຮອດ ເດັກນ້ອຍຜູ້ຊາຍ. ດັ່ງນັ້ນ ຈົ່ງໃຫ້ລະວັງແດ່ເດີ ລູກຫລາຍເອີຍ ແລະ ພໍ່ແມ່ ກໍ່ໃຫ້ເອົາໃຈໃສ່ແລະດູແລ ລູກໆຂອງຕົນໃຫ້ດີເດີ້ ເພາະວ່າ ມີພວກຕ່າງຊາດ ໂດຍສະເພາະ ຄົນຈີນ ໄດ້ເຂົ້າມາເລາະ ລັກເອົາເດັກນ້ອຍ ແລະ ໄວລຸ້ນລາວ ຂຶ້ນລົດຕູ້ໄປ. ໄຄແດ່ ແຕ່ສະໄຫມນີ້ ມີເຟດບຸກ ທີ່ຊ່ອຍປະກາດແລະຕິດຕາມຫາ ເດັກນ້ອຍທີ່ຖືກລັກພາຕົວ. ຢາກໃຫ້ ເຈົ້າຫນ້າທີ່ບ້ານເມືອງ ຄວນເອົາໃຈໃສ່ ເບິ່ງແຍງເດັກນ້ອຍເຮົາແດ່ເດີ້.