ສວນກ້ວຍຈີນ ໃນແຂວງອັດຕະປື ຍັງໃຊ້ແຮງງານເດັກ

ໄຊຍາ
2024.03.04
ສວນກ້ວຍຈີນ ໃນແຂວງອັດຕະປື ຍັງໃຊ້ແຮງງານເດັກ ນີ້ເປັນຮູບປະກອບ ກໍລະນີ ເດັກນ້ອຍຊົນເຜົ່າໃນລາວ ອາຍຸຍັງບໍ່ເຖິງ 15 ປີ ເຮັດວຽກ ເປັນຄົນງານ ແບກກ້ວຍ ຢູ່ສວນກ້ວຍ ຂອງນັກລົງທຶນຈີນ ໃນແຂວງພາກເໜືອ. ເດືອນຕຸລາ 2023.
ນັກຂ່າວ ພົລເມືອງ

ເມື່ອຕົ້ນເດືອນມີນາ 2024 ເກີດເຫດການຄົນຈີນລັກພາໂຕເດັກນ້ອຍ 1 ຄົນ, ອາຍຸຕໍ່າກ່ວາ 15 ປີ ຂຶ້ນລົດກະບະ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ເພື່ອຈະພາເຂົ້າໄປເຮັດວຽກ ໃນສວນກ້ວຍຈີນ ທີ່ແຂວງອັດຕະປື ແຕ່ພໍມາໄດ້ເຄິ່ງທາງ ເດັກນ້ອຍໂຕນລົດໜີ.

ສໍາລັບເລື່ອງນີ້ ວິທະຍຸເອເຊັຍເສຣີ ໄດ້ສອບຖາມໄປຍັງເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນປາກຊ່ອງ ແຂວງຈຳປາສັກທີ່ຂໍສະຫງວນຊື່ ແລະສຽງ ທ່ານໄດ້ກ່າວວ່າເລື່ອງດັ່ງກ່າວນີ້ ບໍ່ແມ່ນຄວາມຈິງ ທີ່ຄົນຈີນໄປລັກພາໂຕເດັກນ້ອຍຄົນດັ່ງກ່າວ. ຈາກການກວດສອບເບື້ອງຕົ້ນ ເດັກນ້ອຍເປັນຄົນເມືອງຫີນເຫີບ ແຂວງວຽງຈັນເຊິ່ງມີພໍ່ແມ່ເຂົາເຈົ້າໄປເຮັດວຽກ ໃນສວນກ້ວຍຈີນກ່ອນ ແລ້ວເຊິ່ງພໍ່ແມ່ຢາກຈະພາເດັກນ້ອຍ ເຂົ້າໄປເຮັດວຽກ ນໍາແຕ່ພໍເດີນທາງມາໄດ້ເຄິ່ງທາງ ໄດ້ໂຕນລົດໜີແລ້ວອ້າງວ່າ ຄົນຈີນລັກພາໂຕ.

ຕາມຄວາມເປັນຈິງ ຜູ້ໃດທີ່ຮັບເດັກນ້ອຍ ອາຍຸຕໍ່າກ່ວາ 18 ປີ ເຮັດວຽກ ຈະມີຄວາມຜິດ ຕາມກົດໝາຍແຮງງານລາວ, ແຕ່ໂດຍທົ່ວໄປຍັງພົບເຫັນວ່າ ບາງບ່ອນ ກໍຍັງມີການຜ່ອນຜັນ ໃຫ້ເດັກນ້ອຍ 15-16 ປີສາມາດເຮັດວຽກໄດ້ ແຕ່ບໍ່ຄວນເປັນໜ້າວຽກ ທີ່ໜັກເກີນໄປເຊັ່ນເຮັດວຽກ ໃນສວນກ້ວຍ ບໍ່ຄວນໃຫ້ເດັກນ້ອຍ ໄປເຮັດເພາະມັນມີການໃຊ້ສານເຄມີ ຫຼື ການແບກຫາບກ້ວຍ ກ່ຽວກັບເລື່ອງດັ່ງກ່າວ ຈົ້າໜ້າທີ່ທີ່ ກ່ຽວຂ້ອງຄວນລົງໄປກວດກາ ໂຕຈິງຕາມສວນກ້ວຍຈີນ.

“ມີພໍ່ແມ່ເຂົາເຈົ້າຫັ້ນໄປເຮັດກ່ອນເນາະ ບາດນີ້ລູກຢູ່ບ້ານທາງພາກເໜືອພຸ້ນ ມານໍາມາຮອດເຄິ່ງທາງແລ້ວກາບໍ່ຢາກໄປ ກາເລີຍໜີອອກຈາກລົດຫັ້ນ ເຈົ້າໜ້າທີ່ເພິ່ນເວົ້າສູ່ຟັງແນວນັ້ນອາຍຸ 16 ປີເບາະ ຫຼື 15 ປີນີ້ແຫຼະ ຄວາມຈິງໃຊ້ແຮງງານ 18 ປີຂຶ້ນເມືອເນາະ ຢູ່ໃນກົດໝາຍມັນກໍຜິດຫັ້ນແຫຼະ ຄັນໃຊ້ແຮງງານໜັກເກີນຄວນໃຊ້ໄປສີດຍຸກ ສີດຢາ ກ້ວຍຫັ້ນກາເບິ່ງສະພາບແວດລ້ອມ ການອອກແຮງງານໂຕຈິງ.”

ທ່ານກ່າວຕື່ມວ່າ ກ່ຽວກັບເລື່ອງນີ້ ຕໍາຫຼວດເພິ່ນກໍາລັງບັນທຶກໄວ້ ຮັບແຈ້ງເຫດການໄວ້ເທົ່ານັ້ນ ບໍ່ໄດ້ເຮັດຫຍັງຕໍ່ທີ່ ຜ່ານມາເຈົ້າໜ້າທີ່ແຮງງານ ລາວກໍຍັງເຂົ້າກວດກາ ບໍ່ໄດ້ທົ່ວເຖິງໃນສວນກ້ວຍຈີນ ສ່ວນໜຶ່ງກໍຂາດເຂີນງົບປະມານ ແລະມີຂໍ້ຈຳກັດຫຼາຍຢ່າງສ່ວນໜຶ່ງ ເຈົ້າໜ້າທີ່ບໍ່ໄດ້ລົງໄປກວດແບບສຸ່ມ ເວລາຈະກວດສວນກ້ວຍຈີນ ຕ້ອງໄດ້ເຮັດໜັງສືແຈ້ງ ວັນເວລາ ເພື່ອຂໍເຂົ້າໄປກວດ ເຊິ່ງສວນກ້ວຍຈີນ ເຂົາເຈົ້າກໍຕ້ອງບໍ່ໃຫ້ເດັກນ້ອຍ ອາຍຸຕໍ່າກ່ວາ 16 ປີ ເຮັດວຽກໃນມື້ນັ້ນ. ພໍເຈົ້າໜ້າທີ່ໄປກໍກັບມາເຮັດວຽກ ຄືເກົ່າ ຈຶ່ງເຮັດໃຫ້ເຈົ້າໜ້າທີ່ ບໍ່ເຫັນໂຕຈິງກາຍເປັນວ່າ ເຮັດຫຍັງບໍ່ໄດ້ສວນກ້ວຍຈິີນ ໃຊ້ແຮງງານເດັກນ້ອຍ ຕໍ່າກ່ວາ 16 ປີ.

“ເຮົາກໍບໍ່ມີງົບປະມານ ຄືຮູ້ນໍາກັນເນາະມັນ ກໍມີຫຼາຍອັນບັນຫາມັນ ເອົາມາແລ້ວມັນກໍເປັນຊ່ອງວ່າງ ມັນຊຸກເຊື່ອງນ່າ. ເວົ້າແລ້ວຈັ່ງວ່າ ເຮົາຈະເຂົ້າໄປກວດບາດນີ້ ມັນໄປບອກຄົນລາວ ເຮົາທີ່ອອກແຮງງານຢູ່ສວນກ້ວຍຫັ້ນເຂົ້າໄປລີ້ກ່ອນເດີ້ ມື້ນີ້ສົມມຸດວ່າບໍ່ຟັງຄວາມD. ມັນຈະໄປຮ້າຍໄປຕີໄປດ່າ ແລ້ວເຂົາເຈົ້າພັດຢ້ານຈັ່ງຊັ້ນ ພວກແຮງງງານທີ່ບໍ່ຖືກຕ້ອງ.”

ທ່ານກ່າວຕື່ມວ່າ ໃນຖານະເປັນເຈົ້າໜ້າທີ່ແຮງງານ ຢາກຮຽກຮ້ອງໃຫ້ຄົນງານລາວ ຕ່າງເມືອງ ຕ່າງແຂວງທີ່ມາອອກແຮງງານ ໃນສວນກ້ວຍຄວນມີເອກະສານ ຍື່ນຜ່ານແຮງງານ ຂອງເມືອງນັ້ນເພື່ອໃຫ້ເຈົ້າໜ້າທີ່ແຮງງານ ຈະໄດ້ກວດສອບຖືກຕ້ອງວ່າ ມີສັນຍາມິເງິນເດືອນ ມີສະຫວັດດີການໃຫ້ຖືກຕ້ອງ ຫຼື ບໍ່ເມື່ອມີບັນຫາມາເຈົ້າໜ້າທີ່ ສາມາດເຂົ້າໄປຊ່ອຍເຫຼືອ ໄດ້ຕາມກົດໝາຍ.

ກົດໝາຍແຮງງານລາວ ກໍມີຊ່ອງຫວ່າງຫຼາຍຢ່າງຖ້າເຈົ້າໜ້າທີ່ກວດພົບວ່າ ສວນກ້ວຍຈີນຈ້າງຄົນງານລາວອາຍຸ ຕໍ່າກ່ວາເກນແຮງງານ ບໍ່ສາມາດປິດສວນກ້ວຍຈີນ ຫຼື ໃຫ້ຢຸດຕິກິດຈະການໄດ້ທັນທີຕ້ອງມີເຈົ້າໜ້າທີ່ຫຼາຍພາກສ່ວນ ກ່ຽວຂ້ອງເຂົ້າມາກວດກາຂໍ້ມູນ ສວນກ້ວຍຈີນ ນັ້ນອີກຫຼາຍຂັ້ນຕອນ ເຊິ່ງກໍເປັນເລື່ອງຍາກຫຼາຍ.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງປາກຊ່ອງກໍກ່າວວ່າ ສໍາລັບເລື່ອງຄົນຈີນລັກພາໂຕ ເດັກນ້ອຍ ໄປເຮັດວຽກໃນສວນກ້ວຍຈີນ ໃນແຂວງອັດຕະປືນີ້ ບໍ່ແມ່ນຄວາມຈິງເບື້ອງຕົ້ນຄົນຈີນ ເຂົາເຈົ້າໄປຮັບໂຕເດັກນ້ອຍມາຈາກເອື້ອຍ ທີ່ຢູ່ໃນຄອບຄົວແຕ່ພໍມາຮອດເຄິ່ງທາງ ບໍ່ຢາກເຮັດວຽກເລີຍລົບໜີ.

ດັ່ງຍານາງກ່າວວ່າ:

“ບໍ່ແມ່ນຄົນຈີນລັກດອກ ເພິ່ນທໍາອິດຈະໄປເຮັດວຽກ ກັບຄົນຈີນຮອດມື້ແຫຼະ ເອົານໍາເອື້ອຍແລ້ວບາດນີ້ມາຮອດເຄິ່ງທາງ ແລ້ວຄືດບໍ່ຢາກໄປຕາມໄດ້ຍິນຄ້າວໆ ວ່າຈັ່ງຊັ້ນຫັ້ນນ່າບໍ່ຢາກໄປກໍເລີຍລັກໜີ.”

ຄົນງານລາວ ທີ່ເຮັດວຽກໃນສວນກ້ວຍແຂວງອັດຕະປື ກ່າວວ່າສໍາລັບເລື່ອງການຮັບເດັກນ້ອຍ ອາຍຸຕໍ່າກ່ວາ 16 ປີ ເຂົ້າເຮັດວຽກ ໃນສວນກ້ວຍຈີນຍັງມີຫຼາຍ ບໍ່ແມ່ນແຕ່ບໍລິສັດຈີນ ບໍລິສັດວຽດກໍມີເຂົາເຈົ້າຮັບໝົດ ບໍ່ໄດ້ຈຳກັດອາຍຸເຊິ່ງເດັກອາຍຸ 14 ປີກໍຫຼາຍໂດຍເຂົາເຈົ້າຈະສະມັກໃຈ ມາເອັງບໍ່ໄດ້ບັງຄັບແລະທາງສວນກ້ວຍ ເຂົາເຈົ້າຈະຈ້າງເດັກຕໍ່າກວ່າ ເປັນແຮງງານລາຍວັນບໍ່ໄດ້ເຮັດສັນຍາ ຫຍັງໄດ້ຄ່າແຮງຫຼາຍມື້ລະປະມານ 170,000 ກີບຈ່າຍທັນທີ ຫຼັງເລີກວຽກສ່ວນໜ້າວຽກ ຕັດໃບກ້ວຍ ແປະສະຕິກເກີ້ ແບກກ້ວຍ ແລະ ອື່ນໆ ນອກຈາກນີ້ເວລາເຈົ້າໜ້າທີ່ ມາກວດສວນກ້ວຍ ເຂົາເຈົ້າກໍໃຫ້ຄົນອາຍຸ ຕໍ່າກ່ວາເກນໄປພັກຜ່ອນ ພໍເຈົ້າໜ້າທີ່ໄປກໍກັບມາເຮັດວຽກ ຄືເກົ່າ.

“ຫຼາຍສວນວຽດກໍມີສວນຈີນ ກໍມີບໍ່ໄດ້ຈໍາກັດອາຍຸເດີ້ແລ້ວ ແຕ່ເຂົາເຈົ້າສະມັກໃຈເຮັດໄດ້ ໝົດວັນໜຶ່ງແສນເຈັດ. ເຂົາຈ່າຍເງິນທຸກມື້ຕິດສະແຕມ ໃສ່ກ້ວຍຫັ້ນແລ້ວ ກໍຍົກຮາກກະທະໂຕເອົາໃສ່ກ້ວຍຫັ້ນ ຊ້ອນແກັດເອົາເຂົ້າໃສ່ກ້ວຍຫັ້ນ ຄັນບໍ່ເຮັດວຽກກໍບໍ່ໄດ້ເງິນແລ້ວ ເຂົາມາກວດແຕ່ຊ່ວງເຂົາມາກວດຫັ້ນ ຄົນທີ່ວ່າອາຍຸຕໍ່າກ່ວາ 18 ຫຼຶວ່່າ 16 ປີຫັ້ນ ກໍບໍ່ຕ້ອງເຮັດເຂົາໃຫ້ພັກເຂົາເມືອແລ້ວ ຈັ່ງອອກມາເຮັດໄດ້ບໍ່ເປັນຫຍັງ.

ຄົນງານລາວອີກຄົນໜຶ່ງ ໃນສວນກ້ວຍແຂວງອັດຕະປື ກ່າວວວ່າ ທາງສວນກ້ວຍທີ່ເພິ່ນເຮັດວຽກ ຢູ່ນີ້ແຕ່ກ່ອນຮັບເດັກອາຍຸ 14 ປີກໍມີ. ປັດຈຸບັນ ບໍ່ຮັບແລ້ວຈະຮັບແຕ່ເດັກນ້ອຍອາຍຸ 16 ປີຂຶ້ນ ໄປເພາະທາງຂັ້ນເທີງຊີ້ ນໍາມາໂດຍມີເອກະສານ ສັນຍາຖືກຕ້ອງຕາມກົດໝາຍ ແຮງງານເພາະເຈົ້າໜ້າທີ່ ທີ່ກ່ຽວຂ້ອງມາກວດເປັນປະຈຳ.

ປັດຈຸບັນກໍເຫັນແຕ່ບໍລິສັດສວນກ້ວຍອື່ນໆ ກໍເຫັນຮັບເດັກນ້ອຍອາຍຸຕໍ່າກ່ວາ 16 ປີ ເຊິ່ງເຮັດແບບລາຍວັນເພາະການເຮັດແບບລາຍວັນ ເຂົາເຈົ້າບໍ່ຕ້ອງມີເອກະສານສັນຍາ. ການເຮັດແບບນີ້ກໍຖືວ່າ ຜິດກົດໝາຍຖ້າເຈົ້າໜ້າທີ່ ຂອງລາວລົງມາກວດພົບຖືວ່າຜິດກົດໝາຍ, ແຕ່ສ່ວນຫຼາຍເວລາລົງມາກວດບໍ່ພົບ ເພາະຖ້າມື້ໃດຈະລົງມາກວດ ຕ້ອງເຮັດເອກະສານມາແຈ້ງ ສວນກ້ວຍກ່ອນ.

“ອາຍຸ 16 ປີຂຶ້ນໄປເນາະເຮົາຈັ່ງຮັບທີ່ວ່າເພິ່ນຊີ້ນໍາມາຫັ້ນນ່າ ຕໍ່າແລ້ວເຮົາຈະບໍ່ຮັບເພາະວ່າຜິດກົດໝາຍບໍລິສັດອື່ນເຂົາຍັງຮັບແບບລາຍວັນຫັ້ນນ່າຄັນຖ້າເບິ່ງກໍໜ້າຈະຫຼາຍເຫັນກໍຈະມີບັນຫາຄືກັນພວກະຊວງແຮງງານເຂົ້າເຈົ້າລົງມາກວດຕະຫຼອດສະເໜີທາງບໍລິສັດນັ້ນກ່ອນ.”

ກ່ອນໜ້ານີ້ ມີເດັກນ້ອຍອາຍຸ 12-15 ປີໄປເຮັດວຽກໃນສວນກ້ວຍຈີນ ຢູ່ເມືອງຮຸນ ແຂວງອຸດົມໄຊ ຈຳນວນຫຼາຍ ສ່ວນໃຫຍ່ຈະເປັນເດັກຊົນເຜົ່າຂະມຸ, ຊົນເຜົ່າອາຂ່າ ເປັນຄົນຕ່າງເມືອງ ຕ່າງແຂວງ ເພາະເຂົາເຈົ້າບໍ່ໄດ້ຮຽນ ຕ້ອງຍ້າຍຕາມພໍ່ແມ່ ໄປອອກແຮງງານ ເພື່ອຈະໄດ້ຊ່ອຍພໍ່ແມ່ເຮັດວຽກ ໃນສວນກ້ວຍຈີນ.

ໜ້າວຽກທີ່ເຮັດໃນສວນກ້ວຍຈີນ ບໍ່ແມ່ນວຽກທີ່ເບົາ ເມື່ອເຂົ້າໄປເຮັດຈະເປັນລ້າງກ້ວຍ, ຕັດກ້ວຍ ເຊິ່ງຕາມກົດໝາຍແຮງງານລາວ ຖືວ່າວຽກໃນສວນກ້ວຍຈີນ ເປັນວຽກທີ່ໜັກສຳລັບເດັກນ້ອຍ ທີ່ຢູ່ໃນໄວຈະຕ້ອງຮຽນ ແລະຍັງສ່ຽງຕໍ່ສານເຄມີເຂົ້າຮ່າງກາຍ ເປັນເລື່ອງທີ່ບໍ່ຖືກຕ້ອງ ເຊິ່ງຍັງເປັນເລື່ອງທີ່ໜ້າເປັນຫ່ວງຫຼາຍ ທີ່ມີເດັກນ້ອຍຕໍ່າກ່ວາ 18 ປີຖືກໃຊ້ແຮງງານ ໃນສວນກ້ວຍຈີນ. ນອກຈາກນີ້ກົດໝາຍລາວ ຍັງເອື້ອອຳນວຍໃຫ້ເດັກນ້ອຍ ອາຍຸ 16 ປີ ສາມາດອອກແຮງງານໄດ້ອີກ ພາຍໃຕ້ເງື່ອນໄຂ ຕ້ອງເປັນວຽກເບົາແຕ່ໜ້າວຽກ ແທ້ຈິງ ເຊັ່ນສວນກ້ວຍບໍ່ແມ່ນວຽກ ທີ່ເບົາສຳລັບເດັກນ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.