ທາງການລາວ ປຶກສາຫາລື ລຶບລ້າງການໃຊ້ແຮງງານ ເດັກນ້ອຍ
2023.10.17

ໃນວັນທີ 4-5 ຕຸລາ ຜ່ານມາ ທ່ານ ວຽງປະເສີດ ທິບພະສຸດາ ຜູ້ປະສານງານອົງການ ແຮງງານສາກົລ ປະຈຳປະເທດລາວ ປຶກສາຫາລືຮ່ວມກັບຮອງຫົວໜ້າ ກົມປົກປ້ອງແຮງງານ ສູນກາງ ສະຫະພັນກັມມະບານລາວ ແລະ ຮອງເລຂາທິການ ສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາຕລາວ ທີ່ກ່ຽວກັບແນວທາງ ໃນການປົກປ້ອງ ແລະ ການລຶບລ້າງ ການໃຊ້ແຮງງານເດັກນ້ອຍ ລວມເຖິງການສົ່ງເສີມວຽກທີ່ີິມີຄຸນຄ່າ ໃຫ້ແກ່ຊາວໜຸ່ມລາວ ໃນໄລຍະປີ 2023-2025.
ສໍາລັບ ການນໍາໃຊ້ແຮງງານເດັກນ້ອຍ ພາຍໃນປະເທດລາວ ສ່ວນຫຼາຍແມ່ນອາຍຸ ລະຫວ່າງ 13-15 ປີ ທັງນີ້ຖ້າຫາກເດັກນ້ອຍທີ່ອາໄສ ຢູ່ໃນເຂດໂຕເມືອງ ຈະຖືກນຳໃຊ້ແຮງງານ ໃນຂແນງການທ່ອງທ່ຽວ ແລະ ບໍຣິການ ເປັນຕົ້ນ ພະນັກງານເສີບ ສ່ວນເດັກນ້ອຍທີ່ຢູ່ໃນພື້ນທີ່ ເຂດນອກ ແລະຫ່າງໄກສອກຫຼີກ ມັກຖືກນຳໃຊ້ແຮງງານ ໃນຂແນງກະສິກັມ ເປັນຕົ້ນ ສວນກ້ວຍຂອງນັກລົງທຶນຈີນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 10 ຕຸລາ ນີ້ວ່າ:
“ອໍ້ເຣື່ອງແຮງງານເດັກນີ້ ທີ່ຈິງ ມັນກໍເປັນສ່ວນຫຼາຍ ມັນຈະຢູ່ໃນບ່ອນໃດກໍມີ ແຕ່ວ່າສ່ວນຫຼາຍ ມັນຈະຢູ່ຮ້ານອາຫານ ການເສີບ ມັນຈະບໍ່ແມ່ນວຽກໜັກເນາະ ສ່ວນຫຼາຍຈະເປັນວຽກເບົາ ໂຕຢ່າງເຈົ້າເສີບອາຫານ ຢູ່ຮ້ານອາຫານບໍ່ ຫຼື ເປັນການຊ່ອຍພໍ່ແມ່ຢູ່ ໃນສວນກ້ວຍຈັ່ງຊີ້ບໍ່ ເປັນຫະສິກັມ ໂຕຢ່າງຈັ້ງຊີ້ຫັ້ນນ່າ.”
ທ່ານກ່າວຕື່ມວ່າ ສໍາລັບການນໍາໃຊ້ແຮງງານເດັກນ້ອຍ ສ່ວນຫຼາຍແມ່ນເກີດຂຶ້ນ ໃນເຂດນອກ ແລະ ພື້ນທີ່ຫ່າງໄກ ສອກຫຼີກ ໂດຍສະເພາະຂົງເຂດກະສິກັມ ທີ່ມີການນຳໃຊ້ສານເຄມີ ຊະນິດຮຸນແຮງ ປະກອບກັບການເຮັດວຽກ ຕິດຕໍ່ກັນເປັນໄລຍະເວລາດົນ ອີກທັງຄົນງານລາວ ທີ່ເຮັດວຽກໃນລັກສະນະດັ່ງກ່າວ ມັກເດີນທາງ ໄປເຮັດວຽກນຳຄອບຄົວ ແລະມີເດັກນ້ອຍໄປນຳ ເຮັດໃຫ້ຈຳເປັນຕ້ອງໄດ້ຊ່ອຍພໍ່ແມ່ ເຮັດວຽກ ແລະ ບໍ່ມີໂອກາດໄດ້ຮຽນໜັງສື.
ເນື່ອງຈາກຄອບຄົວທຸກຍາກຫຼາຍ ເດັກນ້ອຍກຸ່ມດັ່ງກ່າວນີ້ ຈຶ່ງຈໍາເປັນຕ້ອງໄດ້ຊ່ອຍພໍ່ແມ່ ເຮັດວຽກເພື່ອຫາລາຍໄດ້ ສຳລັບນຳມາໃຊ້ໃນຊີວິດປະຈຳວັນ ເຊິ່ງເປັນອຸປສັກສຳຄັນ ໃນການປ້ອງກັນ ແລະ ລຶບລ້າງການນຳໃຊ້ແຮງງານເດັກນ້ອຍ ພາຍໃນປະເທດລາວ, ແຕ່ພາກສ່ວນທີ່ກ່ຽວຂ້ອງ ພະຍາຍາມປົກປ້ອງ ບໍ່ໃຫ້ເດັກນ້ອຍ ກຸ່ມດັ່ງກ່າວນີ້ ຕ້ອງເຮັດວຽກໜັກ ຫຼື ວຽກງານອັນຕະຣາຍ.
ດັ່ງເຈົ້າໜ້າທີ່ ໄດ້ກ່າວຕື່ມວ່າ:
“ພາກສ່ວນທີ່ກ່ຽວຂ້ອງ ຂອງພວກເຮົາເນາະ ກໍໄດ້ມີການເຜີຍແຜ່ບາງ ບ່ອນເນາະ ບ່ອນທີ່ພວກເຮົາໄປເຖິງຫັ້ນນ່າ ກໍບໍ່ໃຫ້ເພິ່ນເຮັດວຽກໜັກເກີນໄປ ກໍບໍ່ໃຫ້ເພິ່ນເຮັດວຽກໃນຂົງເຂດ ອຸໂມງບໍ່ ຂົງເຂດທີ່ວ່າມີຜົລກະທົບຮ້າຍແຮງ ໂຕຢ່າງຄືກົລຈັກໜັກບໍ່ ກົລຈັກໜັກ ພວກເຮົາກໍມີການຫ້າມຫັ້ນນ່່າ.”
ເດັກນ້ອຍຈໍານວນຫຼາຍ ທີ່ອາໄສຢູ່ໃນເມືອງ ແລະ ແຂວງ ທາງພາກເໜືອ ຈຳເປັນຕ້ອງໄດ້ຊ່ອຍເຫຼືອຄອບຄົວ ຫາ]າຍໄດ້ໃນໄລຍະປິດພາກຮຽນ. ສຳລັບເດັກນ້ອຍ ອາຍຸຕໍ່າກ່ວາ 12 ປີ ມັກຊ່ອຍພໍ່ແມ່ເຮັດວຽກ ດ້ານການກະເສດ ສ່ວນເດັກນ້ອຍທີ່ມີອາຍຸ 13 ປີຂຶ້ນໄປ ມັກເດີນທາງໄປຊອກວຽກເຮັດ ໄລຍະສັ້ນຢູ່ຮ້ານອາຫານ ໃນເຂດໂຕເມືອງ ໂດຍສະເພາະນະຄອນຫຼວງວຽງຈັນ.
ດັ່ງເຈົ້າໜ້າທີ່ ອົງການຈັດຕັ້ງທາງສັງຄົມ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນວ່າ:
“ຄັນວ່າເບິ່ງສະຖິຕິສ່ວນໃຫຍ່ ມັນກໍຊິເປັນເຣື່ອງການບໍຣິການເນາະ ເປັນເຣື່ອງຢູ່ໃນຮ້ານອາຫານ, ໂຮງງານ ແມ່ນຫຍັງຕ່າງໆ ສ່ວນໃຫຍ່ ກໍຊິເປັນວຽກຮ້ານອາຫານ ແມ່ນໄດ້ຄ່າຈ້າງແຮງງານ ອາດໜ້ອຍບໍ່ ສ່ວນໃນເຂດນອກ ມີແຕ່ວ່າເພິ່ນອາດບໍ່ໄດ້ຖືວ່າ ເປັນການນຳໃຊ້ແຮງງານເດັກ ເພິ່ນອາດຈະໃຊ້ເປັນການຊ່ອຍເຫຼືອຄອບຄົວ ແຕ່ວ່າມີຄືກັນເພາະວ່າ ເດັກສ່ວນໃຫຍ່ແລ້ວຖ້າວ່າ ເປັນຄອບຄົວທີ່ທຸກຍາກເນາະ ຂະເຈົ້າກໍຈະບໍ່ໄດ້ໄປໂຮງຮຽນ ແມ່ນບໍ່ລະ. ຂະເຈົ້າກໍຕ້ອງໄດ້ມາຊ່ອຍວຽກຄອບຄົວກ່ອນ.”
ໃນຮອບປີຜ່ານມາ ເດັກນ້ອຍມັທຍົມຕົ້ນ ແລະ ມັທຍົມປາຍ ປະລະການຮຽນ ເພື່ອອອກມາເຮັດວຽກຫາລາຍໄດ້ຊ່ອຍຄອບຄົວ ເຮັດໃຫ້ອັດຕຣາການນຳໃຊ້ແຮງງານເດັກ ພາຍໃນປະເທດເພີ່ມສູງຂຶ້ນ, ໃນຈຳນວນຂອງເດັກນ້ອຍ ກຸ່ມດັ່ງກ່າວນີ້ ສ່ວນນຶ່ງ ໄດ້ລັກລອບເດີນທາງ ໄປເຮັດວຽກຢູ່ໄທຍ ສົ່ງຜົລໃຫ້ວຽກງານ ໃນການປົກປ້ອງ ແລະ ລຶບລ້າງ ການນຳໃຊ້ແຮງງານເດັກນ້ອຍ ພາຍໃນປະເທດລາວ ປະສົບກັບຄວາມຫຍຸ້ງຍາກ ຫຼາຍຂຶ້ນ.
ດັ່ງຄຣູອາສາ ຢູ່ແຂວງພາກໃຕ້ກ່າວວ່າ:
“ພາກໃຕ້ຫັ້ນຕິບໍ່ ທີ່ເຂົາມັກໄປເຮັດວຽກຢູ່ໄທຍ ຈັ່ງຊີ້ນ່າ ຍິນຂະເຈົ້າເວົ້າຢູ່ ຈັ້ງຊີ້ນ່າ ຢູ່ພາກໃຕ້ນີ້ ຈຸທີ່ວ່າຄັນອອກໂຮງຮຽນແລ້ວ ໄປເຮັດວຽກຢູ່ໄທຍພຸ້ນ ສ່ວນເດັກທີ່ຍັງຮຽນຢູ່ ຊ່ວງທີ່ເຂົາພັກຮຽນແລ້ວ ກໍປິດເທີມແລ້ວກໍ 2-3 ເດືອນ ແລ້ວເຂົາກໍໄປຢູ່ພຸ້ນນະຄອນຫຼວງວຽງຈັນ ພໍເຂົ້າຮຽນເຂົາ ກໍກັບມາຢູ່ໃນເມືອງພຸ້ນຢູ່ກຳແພງວຽງຈັນພຸ້ນ ຮັບຈ້າງຢູ່ເສີບຮ້ານອາຫານບໍ່ ຫຼືວ່າຢູ່ໂຮງງານຕັດຫຍິບ ຫຍັງຫັ້ນແຫຼະ.”
ທີ່ຜ່ານມາທາງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ດໍາເນີນການສໍາຣວດ ກໍາລັງແຮງງານ ໃນປະເທດລາວ 3 ຄັ້ງ ສຳລັບຄັ້ງທຳອິດ ຈັດຕັ້ງປະຕິບັດໃນປີ 2010 ລະບຸວ່າມີເດັກນ້ອຍ ອາຍຸລະຫວ່າງ 5-17 ປີ ໃຊ້ແຮງງານ ຈຳນວນ 178,014 ຄົນ. ໃນນີ້ ປະມານ 90% ແມ່ນເຮັດວຽກ ເກີນໄລຍະເວລາ ໃນຂແນງກະສິກັມ, ການສໍາຣວດຄັ້ງທີ 2 ໃນປີ 2017 ລະບຸວ່າ ມີອັດຕຣາການໃຊ້ແຮງງານເດັກນ້ອຍ ກວມເອົາ 42% ຂອງຈໍານວນເດັກນ້ອຍທັງໝົດ. ສ່ວນຄັ້ງທີ 3 ໃນປີ 2022 ລະບຸວ່າ ມີການໃຊ້ແຮງງານເດັກ 177,200 ຄົນ ແລະ ມີເດັກທີ່ເຮັດວຽກທີ່ເປັນອັນຕະຣາຍ ປະມານ 66,000 ຄົນ.
ກ່ອນໜ້ານີ້ໃນປີ 2021 ທ່ານ ພົງໄຊສັກ ອິຖາລາດ, ຮອງຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ ແຮງງານເດັກນ້ອຍ ຢູ່ລາວ ໝາຍເຖິງຜູ້ທີ່ອາຍຸຕໍ່າກ່ວາ 18 ປີ ໄດ້ເຮັດວຽກໃນຂແນງເສຖກິຈ, ໜ້າວຽກ ແລະ ອາຊີບທີ່ກົດໝາຍຫ້າມໄວ້, ເຮັດວຽກລ່ວງເວລາ, ກາຍ 8 ຊົ່ວໂມງ/ວັນ, ຜູ້ມີອາຍຸ ຢູ່ລະຫວ່າງ 12-14 ປີ ເຮັດວຽກເກີນກ່ວາລັກສະນະ ຂອງວຽກທີ່ໄດ້ກຳນົດໄວ້ ໃນຂໍ້ຕົກລົງ ຂອງຄະນະຣັຖມົນຕຣີ ກະຊວງແຮງງານ ແລະສວັດດີການສັງຄົມ ລວມເຖິງຜູ້ທີ່ອາຍຸບໍ່ຮອດ 12 ປີ ເຮັດໃຫ້ເດັກນ້ອຍເຫຼົ່ານັ້ນ ບໍ່ໄດ້ເຂົ້າໂຮງຮຽນ ຫຼືໄປຮຽນບໍ່ປົກກະຕິ.
ປະເທດລາວ ໄດ້ເຂົ້າຮ່ວມເປັນພາຄີ ຕໍ່ສົນທິສັນຍາ ຂອງອົງການສະຫະປະຊາຊາຕ ດ້ານສິດທິຂອງເດັກໃນປີ 1991 ແລະ ໄດ້ໃຫ້ສັດຕະຍາບັນ ສົນທິສັນຍາ ຂອງອົງການແຮງງານສາກົລ ສະບັບເລຂທີ 138 ວ່າດ້ວຍອາຍຸ ຕໍ່າສຸດຂອງການເຮັດວຽກ ແລະ ສະບັບເລຂທີ 182 ວ່າດ້ວຍການຫ້າມ ແລະ ດຳເນີການລຶບລ້າງ ການນຳໃຊ້ແຮງງານເດັກນ້ອຍ ໃນຮູບບແບບທີ່ຮ້າຍແຮງທີ່ສຸດ ໂດຍທັນທີ ໃນປີ 2005, ຍ້ອນເຫດຜົລດັ່ງກ່າວນີ້ ຈຶ່ງເຮັດໃຫ້ປະເທດລາວ ຈຳເປັນຕ້ອງມີແຜນງານປ້ອງກັນ ແລະ ລຶບລ້າງ ການນຳໃຊ້ແຮງງານເດັກນ້ອຍ.