ພົບວ່າ ປີ 2022 ທົ່ວປະເທດລາວ ຍັງມີການໃຊ້ແຮງງານເດັກ

ໄຊຍາ
2023.02.21
ພົບວ່າ ປີ 2022 ທົ່ວປະເທດລາວ ຍັງມີການໃຊ້ແຮງງານເດັກ ຮູບເດັກນ້ອຍນັກຮຽນ ເມື່ອຫຼາຍປີກ່ອນ ຈາກຄອບຄົວທີ່ທຸກຍາກ ຢູ່ເມືອງປາກຊ່ອງ ຫລັງຈາກເລີກຮຽນ ຈະອອກແຮງງານເກັບກາເຟ ເພື່ອຫາລາຍໄດ້ຊ່ອຍຄອບຄົວ.
RFA

ອີງຕາມການສຳຣວດ ກຳລັງແຮງງານ ຄັ້ງທີ 3 ກ່ຽວກັບການມີວຽກເຮັດ ງານທຳ ແລະການນຳໃຊ້ແຮງງານເດັກນ້ອຍ ໃນປະເທດລາວ ປະຈຳປີ 2022 ລະບຸວ່າ ພົນລະເມືອງລາວ ອາຍຸລະຫວ່າງ 5-17 ປີ ມີທັງຫມົດ 1,724,000 ຄົນ, ໃນນີ້ມີເດັກນ້ອຍ ທີ່ວຽກກິຈກັມທາງເສຖກິຈ ຈຳນວນ 447,000 ຄົນ ກວມເອົາ 25.9% ຂອງຈຳນວນເດັກ ທັງຫມົດ ທີ່ເປັນແຮງງານເດັກ 172,000 ຄົນກວມເອົາ 10% ແລະເດັກ ທີ່ເຮັດວຽກເປັນອັນຕະລາຍ ປະມານ 66,000 ຄົນ ກວມເອົາ 3.8% ຂອງຈຳນວນເດັກ ທັງຫມົດ.

ໃນຈຳນວນເດັກ ທີ່ຖືກນຳໃຊ້ແຮງງານ 172,000 ຄົນນີ້ ສ່ວນຫຼາຍແມ່ນເປັນເດັກ ທີ່ເຮັດວຽກໃນຂແນງການ ດ້ານການກະເສດ ໂດຍສະເພາະການເຂົ້າໄປຊ່ອຍພໍ່-ແມ່ ເຮັດວຽກພາຍໃນສວນກ້ວຍ ຂອງນັກລົງທຶນຊາວຈີນ ຊຶ່ງເປັນການຈ້າງງານຕາມ ຣະດູການແບບເຫມົາຈ່າຍ ຫລືລາຍມື້.

ດັ່ງເຈົ້າຫນ້າທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕຳແຫນ່ງ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 20 ກຸມພາ 2023 ນີ້ວ່າ:

“ສະນັ້ນດ້ານກະສິກັມ ຂອງພວກເຮົາມັນຈະຫລາຍກ່ວາ ຂແນງການອື່ນ ໂຕຢ່າງອຸດສາຫະກັມ ໂຮງຈັກໂຮງງານ ຈະບໍ່ຄ່ອຍມີຫລາຍປານໃດ ມີກໍມີແຕ່ໃນເມືອງໃຫຍ່ເນາະ ແລ້ວກໍຂົງເຂດຊົນນະບົດ ມັນກໍຊິໃຫ້ແຮງງານ ແບບວ່າເປັນແບບຫາເຊົ້າກິນຄໍ່າຊີ້ນ່າ ເປັນທຸຣະກິຈແບບຄອບຄົວ ໂຕນັ້ນມັນມີການລົງທຶນ ຈາກຕ່າງປະເທດ ໂຕຢ່າງຄືຈີນມາລົງທຶນ ສ່ວນຫລາຍຄື ດ້ານກະສິກັມ ຫລາຍແຮງງານ ໂຕນີ້ອາດໄປຊົມໃຊ້ໃນໂຕນີ້ຫລາຍ.”

ທ່ານກ່າວຕື່ມວ່າ ຈຳນວນ 2 ໃນ 3 ຂອງການ ນຳໃຊ້ແຮງງານເດັກ ແມ່ນເກີດຂຶ້ນໃນເຂດນອກ ແລະພື້ນທີ່ຫ່າງໄກສອກຫລີກ ໂດຍສະເພາະເຂດກະສິກັມ ທີ່ມີການນຳໃຊ້ສານເຄມີ ຊະນິດຮຸນແຮງ ປະກອບການເຮັດວຽກ ຕິດຕໍ່ກັນເປັນໄລຍະດົນ ອີກທັງຄົນງານລາວທີ່ເຮັດວຽກ ໃນລັກສະນະດັ່ງກ່າວນີ້ ມັກເດີນທາງໄປເຮັດວຽກນຳຄອບຄົວ ແລະມີເດັກນ້ອຍໄປນຳ ຈຶ່ງເຮັດໃຫ້ເດັກນ້ອຍກຸ່ມດັ່ງກ່າວນີ້ ຈຳເປັນຕ້ອງໄດ້ຊ່ອຍພໍ່ແມ່ເຮັດວຽກ.

ອີງຕາມການສຣຸບ ຂອງການຈັດຕັ້ງບ້ານ ຢູ່ບ້ານນໍ້າໂທມ ເມືອງຫີນເຫີບ ແຂວງວຽງຈັນໃນປີ 2021 ລະບຸວ່າ ມີເດັກອາຍຸຕໍ່າກ່ວາ 18 ປີ ຈໍານວນ 257 ຄົນໃນນີ້ກວມເອົາ 45% ທີ່ເດີນທາງ ໄປເຮັດວຽກຢູ່ສວນກ້ວຍ ແລະໄດ້ຮັບຜົນກະທົບ ຈາກປຸຍເຄມີທີ່ນໍາໃຊ້ຢູ່ພາຍໃນສວນກ້ວຍ ຢ່າງຮຸນແຮງເຮັດໃຫ້ເດັກຈຳນວນນຶ່ງ ໄດ້ຮັບຜົນກະທົບທາງດ້ານການພັທນາ ຂອງຮ່າງກາຍ ແລະສະຫມອງ ຈົນບໍ່ສມາດທີ່ຈະຮັບຮູ້ ຫລືຮຽນຫນັງສືໄດ້.

ຈຳນວນ 1 ໃນ 3 ຂອງການນຳໃຊ້ແຮງງານ ເດັກໂດຍສະເພາະເດັກທີ່ມີອາຍຸ ລະຫວ່າງ 13-17 ປີແມ່ນເກີດຂຶ້ນໃນເຂດໂຕເມືອງ ແລະສະຖານທີ່ທ່ອງທ່ຽວ ສ່ວນຫລາຍແມ່ນເປັນວຽກງານ ອະນາໄມຢູ່ຕາມເຮືອນພັກ, ຮ້ານອາຫານ ແລະ ຂົງເຂດດ້ານການກະເສດ.

ດັ່ງເຈົ້າຫນ້າທີ່ ເຮັດວຽກອົງການຈັດຕັ້ງ ທາງສັງຄົມທ່ານນຶ່ງກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນນີ້່ວ່າ:

“ວຽກບໍຣິການອື່ນໆ ເຊັ່ນວຽກອະນາໄມ ໃນໂຮງແຮມບໍ່ອະນາໄມ ໃນຟາມອີ່ຫຍັງ ກ່ຽວຂ້ອງກັບວຽກໃນໂຮງງານ ວຽກການກະເສດ 13 ຂຶ້ນໄປ ຮ້ານອາຫານ ເພາະສ່ວນໃຫຍ່ຄົນຊົນນະບົດ ພວກຂະເຈົ້າກໍເຂົ້າມາຊອກຫາວຽກເຮັດ ງານທຳ ບາງຄົນຂະເຈົ້າກໍມານຳພໍ່ແມ່ ເຂົາເນາະ ແຕ່ວ່າບາງຄົນກໍມາຊອກເຮັດເອງ.”

ທີ່ຜ່ານມາ ການໃຊ້ແຮງງານເດັກ ພາຍໃນປະເທດລາວ ທີ່ສາມາດພົບເຫັນໄດ້ທົ່ວໄປ ແມ່ນການນຳໃຊ້ແຮງງານເດັກ ໃນສວນກ້ວຍຂອງຈີນ, ການບັງຄັບໃຫ້ເຮັດວຽກ ໃນຂແນງການບໍຣິການ ແລະການທ່ອງທ່ຽວ ແລະການໃຫ້ເດັກເລາະ ຂາຍເຄື່ອງຕາມແຄມທາງ ສ່ວນເຣື່ອງການນຳໃຊ້ ແຮງງານເດັກໃນຂົງເຂດອຸສາຫະກັມ ໂຮງຈັກ-ໂຮງງານ ຍັງບໍ່ທັນມີພໍເທົ່າໃດ.

ດັ່ງຊາວນະຄອນຫລວງວຽງຈັນ ທ່ານນຶ່ງກ່າວວ່າ:

“ໃນການປູກກ່ວຍຂອງຈີນ ມັນຈະມີການໃຊ້ແຮງງານ ທີ່ບໍ່ຖືກຕ້ອງຕາມກົດຫມາຽ ຈະໃຊ້ແຮງງານເດັກອັນທີນຶ່ງອັນທີສອງ ເວົ້າເຣື່ອງຮ້ານອາຫານຕ່າງໆ ທີ່ໃຊ້ແຮງງານເດັກອັນທີສາມ ເວົ້າເຣື່ອງການໃຫ້ເດັກໄປຂາຍເຄື່ອງເລາະ ຕາມແຄມທາງມັນຈະມີແຫລ່ງນາຍທຶນ ທີ່ໃຊ້ແຮງງານເດັກເນາະ ແຕ່ເຮົາກໍບໍ່ສາມາດທີ່ຈະຄວບຄຸມໄດ້ເນາະ ຖ້າວ່າຈັບອີ່ຫຍັງຕ່າງໆ ມັນຈະສືບຫາທາວໂຕການ ກໍຄືແຫລ່ງນາຍທຶນຫັ້ນ.”

ສຳລັບສາເຫດ ທີ່ເຮັດໃຫ້ພາຍໃນປະເທດລາວ ຈຳເປັນຕ້ອງໄດ້ເຮັດວຽກກ່ອນໄວ ອອກແຮງງານສ່ວນນຶ່ງເປັນຍ້ອນ ພວກເຂົາເຈົ້າມີຖານະທຸກຍາກ, ຕ້ອງຊ່ອຍພໍ່-ແມ່ເຮັດໄຮ່ ເຮັດນາ ແລະບໍ່ໄດ້ຮັບການສນັບສນູນ ດ້ານການສຶກສາ ຈາກທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ພໍເທົ່າໃດ ຈົນພວກເຂົາເຈົ້າຕ້ອງຫລຸດ ອອກຈາກລະບົບການສຶກສາ ແລະຕ້ອງໄປເຮັດວຽກ ເປັນແຮງງານທັງພາຍໃນ ປະເທດລາວ ແລະປະເທດໄທຍ ຊຶ່ງຖ້າຫາກເດັກພາຍໃນ ປະເທດລາວ ມີການສຶກສາສູງຂຶ້ນ ກໍຈະເຮັດໃຫ້ພວກເຂົາເຈົ້າມີໂອກາດ ໃນຊີວິດທີ່ດີຂຶ້ນ.

ດັ່ງຣັຖກອນຄຣູ ຢູ່ເມືອງທຸລະຄົມ ແຂວງວຽງຈັນທ່ານນຶ່ງກ່າວວ່າ:

ຢາກໃຫ້ເດັກນ້ອຍລາວ ມີການສຶກສາສູງຂຶ້ນກ່ວາເກົ່າ ແດ່ບາດນີ້ຄືຄຣູລາວ ບໍ່ພໍອັນນັ້ນ 5 ຫ້ອງ, 6 ຫ້ອງ ສອນແຕ່ຄຣູ 2 ຄົນຈັ່ງໃດ ສ່ວນຫລາຍເດັກນ້ອຍ ທີ່ຫລຸດອອກຈາກລະບົບການສຶກສາ ລະແມ່ນເດັກນ້ອຍ ຈາກຄອບຄົວທຸກຍາກຫັ້ນແຫລະ ສ່ວນຫລາຍແມ່ນເຮັດນາ ແລ້ວກໍໄປຝັ່ງໄທຍພຸ້ນ ຄອບຄົວສົ່ງເສີມ ໄປຝັ່ງໄທຍ ຫລຸດອອກຈາກລະບົບການສຶກສາ.

ການສຳຣວດ ກຳລັງແຮງງານ ໃນປະເທດລາວ ຄັ້ງທຳອິດຈັດຕັ້ງປະຕິບັດໃນປີ 2010 ມີເດັກອາຍຸລະຫວ່າງ 5-17 ປີຈຳນວນ 1,767,109 ຄົນກວມເອົາ 30% ຂອງປະຊາກອນ ທັງຫມົດ ໃນນີ້ມີເດັກທີ່ເຮັດວຽກ ກິຈກຳທາງເສຖກິຈ ຈຳຈວນ 266,509 ຄົນ ແລະ ເປັນແຮງງານເດັກ 178,014 ຄົນ ທີ່ເຮັດວຽກເຂົ້າຂ່າຍ ການນຳໃຊ້ແຮງງານເດັກ ປະມານ 90% ແມ່ນເຮັດວຽກເກີນໄລຍະເວລາ ໃນຂແນງກະສິກັມ ສ່ວນການສຳຣວດໃນຄັ້ງທີ 2 ຈັດຕັ້ງປະຕິບັດໃນປີ 2017 ລະບຸວ່າ ມີອັດຕຣາ ການນນຳໃຊ້ແຮງງານເດັກ ແມ່ນກວມເອົາ 42% ຂອງຈຳນວນເດັກທັງຫມົດ.

ກ່ອນຫນ້ານີ້ ໃນປີ 2021 ທ່ານ ພົງໄຊສັກ ອິນຖາລາດ ຫົວຫນ້າກົມຄຸ້ມຄອງແຮງງານໄດ້ ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດປີໃຫມ່ ສາກົນເພື່ອລຶບລ້າງ ການນຳໃຊ້ແຮງງານເດັກ ແລະວັນຕ້ານການໃຊ້ແຮງງານເດັກສາກົນວ່າ ແຮງງານເດັກຢູ່ລາວຫມາຍເຖິງ ຜູ້ມີອາຍຸຕໍ່າກ່ວາ 18 ປີ ໄດ້ເຮັດວຽກໃນຂແນງການເສຖກິຈ, ຫນ້າວຽກ ແລະ ອາຊີບທີ່ກົດຫມາຍ ຫ້າມໄວ້ເຮັດວຽກລ່ວງເວລາກາຍ 8 ຊົ່ວໂມງຕໍ່ວັນ ຜູ້ມີອາຍຸລະຫວ່າງ 12-14 ປີ ເຮັດວຽກເກີນກ່ວາ ລັກສະນະຂອງວຽກ ທີ່ໄດ້ກຳນົດໃນຂໍ້ຕົກລົງ ຂອງຄະນະຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດີການສັງຄົມ ລວມເຖີງຜູ້ທີ່ມີອາຍຸ ບໍ່ຮອດ 12 ປີ ທີ່ໄດ້ເຮັດວຽກ ທີ່ໄດ້ຮັບຄ່າຈ້າງ ແຮງງານເຮັດໃຫ້ບໍ່ໄດ້ເຂົ້າໂຮງຮຽນ ແລະໄປຮຽນບໍ່ປົກກະຕິ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.