ເຣື້ອງທີ່ເກັບບັນທຶກໄວ້
2024-06-28
ປະຈຸບັນທົ່ວແຂວງສາລະວັນ ມີນັກຮຽນປະລະການຮຽນ ປະມານ 8,000 ກວ່າຄົນ ສາເຫດຕົ້ນຕໍແມ່ນບັນຫາເສດຖະກິດ, ສະຖານການສຶກສາ ບໍ່ມີຄວາມພ້ອມ ໃນການຈັດການຮຽນການສອນ. ຕໍ່ກັບແກ້ໄຂບັນຫານີ້ ລັດຖະບານຄວນຍົກວຽກງານ ດ້ານການສຶກສາເປັນວາລະແຫ່ງຊາດ.
2024-06-27
ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ຂອງຈີນ ທີ່ຂຸດຄົ້ນບໍ່ເກືອກາລີ ຢູ່ເມືອງທ່າແຂກ ແລະເມືອງໜອງບົກ ແຂວງຄໍາມ່ວນ ໄດ້ຈັດພິທີ ເປີດການຝຶກອົບຮົມພາສາຈີນ ໃຫ້ເດັກນ້ອຍນັກຮຽນ ແລະຊາວໜຸ່ມ ໂດຍມີເປົ້າໝາຍ ຢູ່ 3 ບ້ານ ເພື່ອໃຫ້ພວກເຂົາເຈົ້າຮູ້ພາສາຈີນ, ເຮັດວຽກນໍາບໍລິສັດຈີນ ໃນອະນາຄົດ.
2024-06-18
ສານປະຊາຊົນຂັ້ນຕົ້ນ ແຂວງຊຽງຂວາງ ຕັດຕັດອິດສະຫຼະພາບ ທ້າວ ເຈຍຫຼີ ອາຍຸ 29 ປີ ຢູ່ບ້ານໜອງແຮດໃຕ້ ເມືອງໜອງແຮດ ແຂວງຊຽງຂວາງ ຖານກະທໍາຜິດ ຂົ່ມຂືນກະທໍາຊໍາເລົາ ເດັກນ້ອຍ ທີ່ມີອາຍຸຕໍ່າກວ່າ 15 ປີ ເປັນເວລາ 10 ປີ ພ້ອມກັບ ປັບໃໝ 10 ລ້ານກີບ.
2024-06-13
ມີຂໍ້ມູນລະບຸວ່າ ຄູອາສາສະມັກ ສອນມາ 10 ປີ ບໍ່ໄດ້ໂກຕ້າ ເຊິ່ງບັນຈຸລັດຖະກອນ ໄດ້ຕັດສິນໃຈລາອອກ ເພື່ອເດີນທາງ ເຮັດວຽກເປັນແມ່ບ້ານ ໃນຕ່າງປະເທດ ໂດຍມີຄວາມຫວັງເກັບເງິນ 2 ປີ ເພື່ອຕັ້ງໂຕເລີມຕົ້ນໃໝ່ ແລະຂໍ້ມູນຍັງລະບຸອີກວ່າ ມີຈຳນວນຄູອາສາ ລາອອກເລື້ອຍໆ.
2024-06-12
ປກສ ແຂວງ ຄຳມ່ວນ ສຶກສກອົບຮົມ, ປັບໃໝ ກຽມດຳເນີນຄະດີ ພ້ອມສັ່ງປິດຮ້ານກິນດື່ມ ຂອງຄົນລາວ ທີ່ມາເຊົ່າເຮືອນພັກ ຂອງຄົນຈີນເຮັດເປັນຮ້ານບັນເທີງ ຂາຍບໍລິການທາງເພດ ເດັກແມ່ຍິງ ອາຍຸຕໍ່າກວ່າ 18 ປີແອບແຝງ.
2024-06-11
ນາຍໜ້າຄົນລາວ ຊອກຫາ ແມ່ຍິງລາວ ອາຍຸ 18-35 ປີ ໃຫ້ຄົນຈີນ ຈ້າງອຸ້ມບຸນ ຫລື ຈ້າງໃຫ້ຖືພາແທນ ມູນຄ່າ 100-200 ລ້ານກີບຕໍ່ລູກໜຶ່ງຄົນ ຢູ່ບໍ່ເຕັນ ແຂວງຫລວງນໍ້າທາ.
2024-06-10
ຍັງມີເດັກນ້ອຍຊາວລາວ ຈໍານວນໜຶ່ງ ຖືກທໍາຮ້າຍຮ່າງກາຍ ຍ້ອນບັນຫາຢາເສບຕິດ ແລະບັນຫາ ທາງດ້ານເສດຖະກິດ-ການເງິນ ພາຍໃນຄອບຄົວ ໂດຍສະເພາະ ຄອບຄົວທຸກຍາກ ທັງໃນເຂດໂຕເມືອງ ແລະເຂດຊົນນະບົດ.
2024-06-06
ທາງການເມືອງປາກຊັນ ແຂວງບໍລິຄຳໄຊ ສັ່ງປິດ ຮ້ານບັນເທີງຊົ່ວຄາວ ໃນໄລຍະການສອບເສັງ ຈົບຊັ້ນມັດທະຍົມຕົ້ນ ແລະມັດທະຍົມປາຍ.
2024-06-05
ໃນຮອບສາມປີມານີ້ ໂຮງຮຽນຊັ້ນມັດທະຍົມສຶກສາ ຕອນຕົ້ນ ແລະ ຕອນປາຍ ໃນຂອບທົ່ວປະເທດມີນັກຮຽນສອບເສັງ ໃນລະດັບຊັ້ນ ມ.4 ຫຼຸດລົງປະມານ 7,000 ປາຍຄົນຕໍ່ສົກຮຽນ ສ່ວນຊັ້ນ ມ.7 ຫຼຸດລົງສະເລັ່ຍ 4,000 ປາຍຄົນຕໍ່ສົກຮຽນ ໂດຍມີສາເຫດສຳຄັນ ມາຈາກບັນຫາ ເສດຖະກິດ-ການເງິນ.
2024-06-01
ພາລະບົດບາດ ແລະ ຜົນງານ ຂອງສະມາຄົມ ແມ່ຍິງພິການ ຢູ່ ປະເທດລາວ ມີຫຼາຍສິ່ງຫຼາຍຢ່າງທີ່ໜ້າສົນໃຈ ເຊິ່ງເຮົາຈະໄດ້ຮຽນຮູ້ ຈາກ ທ່ານນາງ ຈັນເພັງ ສີວິລາ ປະທານສະມາຄົມ ດັ່ງກ່າວ.
2024-05-31
ຄລິບວິດີໂອ ເດັກນ້ອຍນັກຮຽນຊາຍ ຊັ້ນປະຖົມຈໍານວນ 5 ຄົນ ຊ່ອຍກັນເຮັດວຽກ ແບກຫາມເປົາຊິມັງ ນໍ້າໜັກ 50 ກິໂລກຣາມ ໄດ້ຖືກເຜີຍແຜ່ຜ່ານເພຈເຟສບຸກ “Time to share Laos” ລົງຜ່ານສື່ສັງຄົມອອນລາຍນ໌ເມື່ອ 28 ພຶດສະພາ 2024 ຜ່ານມາ.
2024-05-30
ຈຳນວນນັກສຶກສາ ເຂົ້າສຶກສາຕໍ່ ທີ່ມະຫາວິທະຍາໄລແຫ່ງຊາດລາວ ຫຼຸດລົງເລື້ອຍໆ ເຊິ່ງໃນສົກປີ 2020-2021 ມີຫລາຍກວ່າ 9,000 ຄົນ ລົງທະບຽນເຂົ້າຮຽນ ທີ່ນະຄອນຫລວງວຽງຈັນ, ແຕ່ໃນປີ 2023 ມີຜູ້ເຂົ້າຮຽນລະດັບ ປະລິນຍາຕີ ພຽງ 6,688 ຄົນ ຄືຫລຸດລົງ 26%.
2024-05-29
ແມ່ຍິງລາວ ຈໍານວນບໍ່ໜ້ອຍ ເຂົ້າໄປເຮັດວຽກ ຂາຍບໍລິການທາງເພດ ຢູ່ເຂດໂຄງການຂຸດຄົ້ນ ບໍ່ເກືອກາລີ ຂອງບໍລິສັດ ຊິໂນ ອາກຣີ ໂປຕາສ ຈຳກັດ ຈາກປະເທດຈີນ, ບ້ານດົງໃຕ້, ເມືອງທ່າແຂກ ແຂວງຄຳມ່ວນ ໂດຍອ້າງອິງຂໍ້ມູນ ຈາກຜູ້ທີ່ຮູ້ກ່ຽວກັບເລື່ອງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ.
2024-05-23
ລາວ ພະຍາຍາມທີ່ຈະກໍາຈັດຜູ້ໃຊ້ຄວາມຮຸນແຮງ ຕໍ່ເດັກນ້ອຍ ແຕ່ກໍຍັງມີການໃຊ້ຄວາມຮຸນແຮງ ທໍາຮ້າຍຮ່າງກາຍຢູ່ຫລາຍ ເຖິງຈະຫລຸດຜ່ອນລົງແດ່. ປີກາຍພົບວ່າ ຄວາມຮຸນແຮງຕໍ່ເດັກນ້ອຍ ອາຍຸແຕ່ 1 ປີຫາ 14 ປີ ຫລຸດລົງ 7% ຍັງເຫລືອ 62%.
2024-05-14
ປະເທດລາວ ຍັງມີການໃຊ້ແຮງງານເດັກນ້ອຍຫຼາຍ ໂດຍສະເພາະການໃຊ້ເດັກນ້ອຍອາຍຸ ຕ່ຳກວ່າ 18 ປີ ເຮັດວຽກ ໃນສວນກ້ວຍຈີນ ຊຶ່ງຖືວ່າຜິດກົດໝາຍ ເພາະເປັນວຽກທີ່ໜັກ ແລະອັນຕະລາຍເກີນໄປ, ອີງຕາມຄຳເວົ້າ ຂອງເຈົ້າໜ້າທີ່ ແລະຄົນງານສວນກ້ວຍ ຫຼາຍໆຄົນ.