ແຂວງສາລະວັນ ມີນັກຮຽນປະລະການຮຽນເຖິງ 8,000 ກ່ວາຄົນ

ໄຊຍາ
2024.06.28
ແຂວງສາລະວັນ ມີນັກຮຽນປະລະການຮຽນເຖິງ 8,000 ກ່ວາຄົນ ຮູບເດັກນ້ອຍນັກຮຽນ ເມື່ອຫຼາຍປີກ່ອນ ຈາກຄອບຄົວທີ່ທຸກຍາກ ຢູ່ແຂວງພາກໃຕ້ຂອງລາວ ຫລັງຈາກເລີກຮຽນ ຈະອອກໄປເກັບກາເຟ ເພື່ອຫາລາຍໄດ້ ຊ່ອຍຄອບຄົວ.
RFA

ປະຈຸບັນທົ່ວແຂວງສາລະວັນ ມີນັກຮຽນປະລະການຮຽນ ປະມານ 8,000 ກວ່າຄົນ ສາເຫດຕົ້ນຕໍແມ່ນບັນຫາເສດຖະກິດ, ສະຖານການສຶກສາ ບໍ່ມີຄວາມພ້ອມ ໃນການຈັດການຮຽນການສອນ. ຕໍ່ກັບແກ້ໄຂບັນຫານີ້ ລັດຖະບານຄວນຍົກວຽກງານ ດ້ານການສຶກສາເປັນວາລະແຫ່ງຊາດ. ອີງຕາມ ທ່ານ ສີເຮງ ຫອມສົມບັດ, ປະທານສະພາປະຊາຊົນແຂວງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 14 ແຂວ ງສາລະວັນ ກ່າວໃນກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 9 ເມື່ອວັນທີ 19 ມິຖຸນາ 2024 ຜ່ານມາວ່າ:

“ແຂວງສາລະວັນນີ້ເປັນແຂວງນ້ອຍໆ ມີຜູ້ປະລະການສຶກສາເກືອບ 10,000 ຄົນ ປະມານ 8,000 ກ່ວາຄົນຕົ້ນ ຕໍແມ່ນຜົນກະທົບຂອງເສດຖະກິດ ເພາະໂຮງຮຽນຫັ້ນເປັນຫຍັງເຂົານັກຮຽນ ຈຶ່ງຂາດອັນໜຶ່ງແຫຼະບໍ່ມີເງິນຊິໄປໂຮງຮຽນ. ບໍ່ມີເງິນຊື້ເຄື່ອງນຸ່ງຮົ່ມ ບໍ່ມີອາຫານກາງເວັນໃຫ້ເຂົາ. ອັນນີ້ເປັນປັດໄຈຫຼັກ ທີ່ພໍແມ່ຜູ້ປົກຄອງຄູອາຈານ ສະເໜີໂຮງຮຽນບໍ່ມີສະໜາມຫຼິ້ນ ບໍ່ມີອຸປະກອນກິລາ. ໂຮງຮຽນບໍ່ມີພັດລົມ ປີນີ້ຮ້ອນແທ້ຮ້ອນວ່າ ເພາະສະນັ້ນເຂົາກໍ່ໄປຢູ່ຕາມບ່ອນທີ່ມີເງື່ອນໄຂ ໄປຫາກິນໄປຫາເງິນ ໄປນັ້ນໄປນີ້ເຮັດໃຫ້ນັກຮຽນປະລະການຮຽນຫຼາຍ.”

ກ່ຽວກັບການປະລະ ການຮຽນຊາວໜຸ່ມແຂວງສາລະວັນ ທີ່ຈົບພຽງແຕ່ຊັ້ນປະຖົມປີທີ 5 ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ມິຖຸນາ 2024 ວ່າ. ນັກຮຽນຊັ້ນປະຖົມ ແລະ ຊັ້ນມັດທະຍົມທີ່ອາໄສຢູ່ເຂດນອກ ແລະ ຫ່າງໄກສອກຫຼີກ ແຂວງສາລະວັນ ຈຳນວນຫຼາຍອອກຈາກການຮຽນ ຍ້ອນບໍ່ມີເງິນໄປໂຮງຮຽນ. ອີກທັງໂຮງຮຽນຢູ່ໄກ ແລະ ການເດີນທາງມາກໍ່ຫຍຸ້ງຍາກ.

“ໂອ້ ບໍ່ມີໆ ບໍ່ຄ່ອຍໄດ້ໄປດອກ ເພາະວ່າມັນເຂດນອກຫັ້ນນ່າ ແມ່ນເພາະວ່າ ເຮົາຢູ່ເຂດນອກ ເຮົາບໍ່ຄ່ອຍໄດ້ໄປດອກ ເພາະວ່າ ການຮຽນມັນກໍ່ບໍ່ສະດວກ. ໂອ້ ຄັນວ່າຊິເຂົ້າໄປເມືອງ ກໍ່ຍາກແນ່ ແຕ່ວ່າມັນກໍ່ມີຢູ່ໂຮງຮຽນ ແຕ່ວ່າເດັກນ້ອຍ ສ່ວນຫຼາຍສ່ວນໃຫຍ່ເຂົາ ກໍບໍ່ຢາກເຂົ້າເພາະວ່າ ຄັນຊິເວົ້າບາງທີເຂົາກໍ່ວ່າໄປໂຮງຮຽນ ກໍ່ວ່າພໍແຕ່ໄປຫຼິ້ນສື່ໆ ໂອ້ບໍ່ໄດ້ຮຽນຈົບ ປ.5 ແລ້ວ ກໍເຊົາແມ່ນເຮັດວຽກ ເຮັດໄຮ່ ເຮັດນາ ກໍ່ຢູ່ເຮັດໄຮ່ເຮັດນາ ຊ່ອຍພໍ່ແມ່ປະມານ 10 ປາຍປີນີ້ແຫຼະ 11-12 ປີນີ້ ເຂົາກໍ່ເຈົາໄດ້ແລະ.”

ເຈົ້າໜ້າທີ່ ຂະແໜງສາມັນສຶກສາ ແຂວງສາລະວັນກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ມິຖຸນາ 2024 ວ່າ ນັກຮຽນທີ່ອອກຈາກການຮຽນ ແມ່ນເກີດຂຶ້ນໃນຫຼາຍຊັ້ນຮຽນ ທັງນີ້ນັກຮຽນທີ່ຢູ່ໃນເຂດນອກ ແລະຫ່າງໄກສອກຫຼີກມັກ ຈະປະລະການຮຽນຕັ້ງແຕ່ຊັ້ນປະຖົມ ປ.5 ສ່ວນໃນເຂດເທດສະບານ ແລະເຂດຕົວເມືອງມັກປະລະການຮຽນ ໃນລະດັບຊັ້ນ ມ.4 ໂດຍສາເຫດແມ່ນອອກມາຊ່ວຍວຽກຄອບຄົວ.

“ຖ້າວ່າມາທຽບໃສ່ ປະຈຸບັນເນາະຈະມີທຸກໆ ຊັ້ນເລີຍມັນຈະເປັນຈັ່ງຊິນ່າ ຖ້າວ່າປະຖົມເນາະຖ້າວ່າ ເປັນເຂດນອກໆ ຂະເຈົ້າຮຽນຮອດ ປ.5 ຂະເຈົ້າກໍ່ປະລະອອກໄປເນາະ ໄກ້ຕົວເມືອງແນ່ກໍ່ປະມານ ມ.4 ຈັ່ງຊິນ່າ. ອາຍຸຮອດ 15-16 ປີ ພໍຊ່ວຍເຫຼືອຄອບຄົວ ໄດ້ຂະເຈົ້າກໍ່ຕັດສິນໃຈ ປະລະຍ້ອນວ່າຄອບຄົວບໍ່ສະໜັບສະໜູນຈັ່ງຊິນ່າ ແມ່ນ ມ.7 ກໍ່ມີສ່ວນຫຼາຍກໍ່ທາງຄອບຄົວ ບໍ່ສະໜັບສະໜູນຖ້າວ່າບໍ່ມີຂາດແຄນເງິນຄຳຈັ້ງຊິນ່າ ສາລະວັນແທ້ ເຮົາມີ 8 ຕົວເມືອງເນາະ. ແລ້ວເມືອງທີ່ແບບວ່າຫ່າງໄກສອກຫຼີກ ວ່າຊັ້ນສາເຂດພູດອຍມີ 3 ຕົວເມືອງ ມີເມືອງຕຸ້ມລານ, ເມືອງຕະໂອ້ຍ, ສະໝ້ວຍ.”

ລັດຖະກອນຄູ ໂຮງຮຽນປະຖົມສຶກສາ ເມືອງສະໝ້ວຍກ່າວວ່າ ສໍາລັບວຽກຄອບຄົວທີ່ເດັກນ້ອຍ ອອກຈາການຮຽນເພື່ອໄປຊ່ວຍ ສ່ວນຫຼາຍແມ່ນເປັນວຽກງານ ດ້ານການປູກຝັງ, ສ່ວນໜຶ່ງແມ່ນເປັນການເຮັດໄຮ່, ເຮັດນາ ພາຍໃນຄອບຄົວ ແລະ ອີກສ່ວນໜຶ່ງ ແມ່ນອອກໄປຮັບຈ້າງເຮັດສວນ ຢູ່ໃນພື້ນທີ່ຕ່າງເມືອງຫຼືຕ່າງແຂວງ.

“ປ.5 ກໍ່ມັກອອກ. ປ.4 ກໍ່ມັກອອກ ເພາະວ່າເຂົາໄປຮັບຈ້າງບາງຄົນກໍ່ນ້ອຍໆ ເຂົາກໍ່ໄປຫັ້ນນ່າເພາະວ່າເຂົາໄປນໍາພໍ່ແມ່ເດ້. ຊົ່ນເຜົ່າປະໂກະໂດຍປູກກ້ວຍ ແລ້ວກໍ່ຕັດກ້ວຍຢູ່ສວນກ້ວຍ. ບາງເທື່ອກໍໄປລົກມັນອີ່ຫຍັງ. ແມ່ນໆແຖວອັດຕະປືຫັ້ນນ່າ ພວກທີ່ເຂົາຮັບກຳມະກອນ ເຂົາມາຮັບຮອດເຮືອນເລີຍ. ຮອດບ້ານເລີຍແລ້ວກໍ່ໄປນໍາເຂົາຄືເຫັນເສດຖະກິດ ມັນກໍ່ຝຶດບາດນີ້ເງິນ ເຮົາມັນເຟີ້ເຮົາຊື້ເຂົ້າກິນ ຕົວຢ່າງເນາະພວກທີ່ຂາຍຜັກ ຂາຍຫຍັງ ບາດນີ້ສິນຄ້າ ທີ່ນໍາເຂົ້າມາແມ່ນໃຊ້ເງິນ ຂອງປະເທດເຂົາສົມມຸດວ່າ ເຂົາຂາຍຢູ່ພຸ້ນ 7,00,000 ດົງ, ມາຂາຍຢູ່ພີ້ກໍ່ແມ່ນ 700,000 ກີບ ຫຼືວ່າ 800,000 ກີບຈັ່ງຊັ້ນຫັ້ນນ່າ. ບາດນີ້ເຮົາພັດສູ້ບໍ່ໄຫວ.”

ລັດຖະກອນຄູ ໄດ້ກ່າວຕື່ມວ່າ ທີ່ຜ່ານມາຜູ້ປົກຄອງບາງສ່ວນ ແມ່ນສົ່ງລູກໄປໂຮງຮຽນ ຍ້ອນຕ້ອງການໃຫ້ພວກເຂົາເຈົ້າ ມີອາຫານກາງເວັນກິນ ແຕ່ມາຮອດປະຈຸບັນ ສະພາບເງິນເຟີ້ ທີ່ທະວີຄວາມຮຸນແຮງຂຶ້ນ ຈຶ່ງເຮັດໃຫ້ຫຼາຍ ໂຮງຮຽນບໍ່ສາມາດຈັດຫາອາຫານກາງເວັນ ໄດ້ຢ່າງພຽງພໍສົ່ງຜົນ ໃຫ້ນັກຮຽນຈຳນວນໜຶ່ງຈຳເປັນຕ້ອງລາອອກຈາກການຮຽນ.

“ທາງລັດຖະບານເພິ່ນຊ່ວຍ ດຽວນີ້ນີ້ແຫຼະ ມັນມີອາຫານທ່ຽງເດ້ ແຕ່ວ່າເພິ່ນໃຫ້ມື້ລະ 1,000 ເນາະ ຄັນມືີີີ້ລະ 1,000 ໄດ້ໄຂ່ໄກ່ໜ່ວຍໜຶ່ງ ກໍ 3,000-4,000 ແລ້ວຫັ້ນນ່າ ຄັນຄືແຕ່ກ່ອນຫັ້ນ ມັນກໍ່ພໍແຕ່ວ່າດຽວນີ້ກໍ່ໄດ້ກິນຢູ່ ແຕ່ບໍ່ພຽງພໍເຂົາໄປນໍາພໍ່ແມ່ນີ້ ກໍ່ຍ້ອນວ່າລູກຢູ່ເຮືອນ ຈະກິນບໍ່ອີ່ມວ່າຊັ້ນສາ ກ່ຽວໃດເພິ່ນຊ່ອຍນີ້ ກໍ່ບໍ່ຢາກຫ້ເຂົາອອກໂຮງຮຽນນີ້ແຫຼະເນາະ ຄືບາງໂຮງຮຽນຫັ້ນແຕ່ກ່ອນຫັ້ນ ເຂົາບໍ່ມາຮຽນແຕ່ວ່າຕັ່ງແຕ່ມີອາຫານທ່ຽງນີ້ ເຂົາກໍ່ເຂົ້າຮຽນຫຼາຍເພາະວ່າ ບາງຄອບຄົວເຂົາບໍ່ມີເຂົາກໍ່ອາໄສກິນ ແຕ່ອາຫານທ່ຽງຫັ້ນນ່າຖ້າ ຫາກບໍ່ມີອາຫານທ່ຽງ ແຮງອອກຫຼາຍກ່ວານີ້.”

ຄູອາສາທີ່ລາອອກ ໄປເຮັດວຽກອື່ນຢູ່ແຂວງສາລະວັນ ໄດ້ກ່່າວວ່າ ຄາດໝາຍທີ່ຈະບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ວ່າດ້ວຍການສຶກສາຈະບໍ່ສາມາດສຳເລັດ ພາຍໃນປີ 2030 ນີ້ຍ້ອນບັນຫາເສດຖະກິດ-ການເງິນ ຂອງປະເທດສົ່ງຜົນໃຫ້ປະຊາຊົນ ຕ້ອງຊອກວຽກເຮັດຫຼາຍກ່ວາ ສົນໃຈການສຶກສາ.

“ສ່ວນໃຫຍ່ມັນຈະຫຼຸດໜ້ອຍຖອຍລົງແລ້ວ ດຽວນີ້ສະພາບຄືຄູ່ມື້ນີ້ຊິວ່າຈັ່ງໃດ ຂະໜາດຄູນີ້ກໍ່ຍັງຢາກໜ້ອຍທີ່ຊິວ່າ ໄປຮຽນຄູຫັ້ນນ່າ ອອກໄປເບິດບາງຄົນເຂົາກໍ່ເວົ້າງ່າຍໆ ຈັກຊິຮຽນໄປເຮັດຫຍັງ ບາງຄົນເຂົາກໍ່ວ່າແນວນັ້ນ ແຕ່ບາງຄົນເຂົາບໍ່ມີໂອກາດໄດ້ຮຽນ ຂະໜາດເຈົ້າຂອງນີ້ນ່າຄິດວ່າຕັ້ງໃຈ ຈົນຮຽນຈົນສຸດຫັ້ນແຫຼະຈົບອາຊີບຄູ ຈົບລະກາຢ່າມັນກໍ່ບໍ່ເປັນຫຍັງ ກໍ່ດີໃຈຄືກັນທີ່ວ່າ ຈະໄດ້ຮຽນສ່ວນຫຼາຍ ມັນກໍ່ຄືເວົ້າຫັ້ນແຫຼະ. ເອີໄປມາໄຮ່ເດີ້ຄັນເວົ້າແບບຊົນນະບົດ ກໍ່ວັນນີ້ໄປເບິ່ງນ້ອງ ບໍ່ໄປປູກມັນປູກອີ່ສັງຕ່າງໆ ກໍ່ເລີຍວ່າການຮຽນ ນີ້ກໍເດັກນ້ອຍມັນກໍ່ຂີ້ຄ້ານ ແລ້ວນ່າມັນບໍ່ມີການດຶງດູດ ໃຫ້ເດັກນ້ອຍທີ່ວ່າມັກເຂົ້າໂຮງຮຽນ.”

ອີງຕາມການລາຍງານ ຂອງ ທ່ານ ສີທອງ ສີຂາວ, ຮອງຫົວໜ້າກົມແຜນການ ກຊະວງສຶກສາທິການ ແລະ ກິລາ ເມື່ອວັນທີ 24 ສິງຫາ 2023 ໃນກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ປະຈຳສົກປີ 2022-2023 ຊີ້ໃຫ້ເຫັນວ່າ. ອັດຕາປະລະການຮຽນນັກຮຽນຊັ້ນປະຖົມ ປ.1 ບໍ່ໃຫ້ເກີນ 4.4%, ຊັ້ນປະຖົມບໍ່ໃຫ້ເກີນ 4.2%, ຊັ້ນມັດທະຍົມບໍ່ໃຫ້ເກີນ 14%. ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນໃຫ້ໄດ້ບໍາລຸງ ຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບ ໃຫ້ໄດ້ 25,000 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.