ລັດຖະບານ ພະຍາຍາມແກ້ໄຂ ການໃຊ້ຄວາມຮຸນແຮງ ຕໍ່ເດັກນ້ອຍ
2024.05.23

ມາເຖິງປັດຈຸບັນ ການປະຕິບັດກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະຜົນປະໂຫຍດຂອງເດັກ ທີ່ສະພາແຫ່ງຊາດ ສປປລາວ ໄດ້ຮັບຮອງເອົາໃນປີ 2006 ປະກາດໃຊ້ໃນປີ 2007 ແລະໄດ້ມີການປັບປຸງ ແລະປະກາດໃຊ້ໃນປີ2023 ກໍຍັງມີການໃຊ້ຄວາມຮຸນແຮງ ທໍາຮ້າຍຮ່າງກາຍເດັກນ້ອຍຢູ່ຫລາຍ ເຖິງແມ່ນວ່າ ຈະຫລຸດຜ່ອນລົງແດ່ກໍຕາມ.
ອີງຕາມລາຍງານຂອງ ກອງທຶນເພື່ອເດັກ ແຫ່ງສະຫະປະຊາຊາດ ຫລື UNICEF, ໃນການຄຸ້ມຄອງເດັກນ້ອຍຢູ່ປະເທດລາວ ປີ 2023 ພົບວ່າ ຄວາມຮຸນແຮງທໍາຮ້າຍຮ່າງກາຍ ເດັກນ້ອຍ ອາຍຸແຕ່ 1 ປີຫາ 14 ປີ ຫລຸດລົງ 7% ຍັງເຫລືອ 62%.
ມາດຕາ 57 ຂອງກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະຜົນປະໂຫຍດຂອງເດັກ ກໍານົດເອົາໄວ້ວ່າ ຫ້າມພໍ່ ແມ່ ຜູ້ປົກຄອງ ແລະບຸກຄົນອື່ນ ຂັດຂວາງບໍ່ໃຫ້ເດັກໄປປິ່ນປົວ ຮັບວັກຊິນກັນພະຍາດ ສຶກສາຮໍ່າຮຽນ....ຫ້າມທໍາຮ້າຍຮ່າງກາຍ ດ້ວຍການຂ້ຽນຕີ ທຸບຕີ ທໍລະມານ ແລະປ້ອຍດ່າຢ່າງຮຸນແຮງຕໍ່ເດັກ ຫ້າມໃຊ້ຄວາມຮຸນແຮງທຸກຮູບແບບຕໍ່ເດັກ, ປະຈານ ຫລື ປະລະ ປະຖິ້ມເດັກ, ຈັດຫາເດັກ ຫລືຊັກຊວງເດັກ ຂາຍບໍລິການທາງເພດ, ໃຫ້ແຕ່ງດອງ ແລະອື່ນໆອີກຫລາຍຢ່າງ...
ເວົ້າເຖິງການຊ່ວຍເຫລືອເດັກນ້ອຍ ຜູ້ເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 23 ພຶດສະພານີ້ວ່າ ໄດ້ຊ່ວຍເຫລືອທາງດ້ານກົດໝາຍ, ດໍາເນີນການຕາມຂັ້ນຕອນຂອງລະບຽບກົດໝາຍ ແຕ່ສ່ວນຫລາຍຈະບໍ່ໄດ້ເປີດເຜີຍ.
ດັ່ງທີ່ທ່ານກ່າວວ່າ:
“ແມ່ນມີແລ້ວ ເຮົາກໍຊ່ວຍເຫລືອທາງດ້ານກົດໝາຍ ທີ່ວ່າເຮົາວາງໄວ້ຫັ້ນນ່າເນາະ ຜູ້ໃດກະທໍາຜິດກໍໄດ້ດໍາເນີນຄະດີຕາມຂັ້ນຕອນຫັ້ນແຫລະ ຕາມລະບຽບກົດໝາຍ ກະມີຫລາຍກໍລະນີຢູ່ເນາະ ສ່ວນຫລາຍເຮົາຈະບໍ່ຄ່ອຍເປີດເຜີຍໃຫ້ໄດ້ຫັ້ນນ່າ ເປັນຄວາມລັບກໍຄືຄວາມລັບ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ຢູ່ນະຄອນຫລວງວຽງຈັນ ມີສູນໃຫ້ຄໍາປຶກສາ ແລະປົກປ້ອງແມ່ຍິງ ແລະເດັກນ້ອຍ ຊຶ່ງກໍມີຄົນເຂົ້າມາໃຊ້ບໍລິການຢູ່. ແຕ່ເປັນກໍລະນີໃດແດ່ນັ້ນ ທາງການລາວ ຍັງບໍ່ສາມາດເປີດເຜີຍໄດ້.
ໃນຂະນະດຽວກັນ ເຈົ້າໜ້າທີ່ ທີ່ເຮັດວຽກປົກປ້ອງແມ່ຍິງ ແລະເດັກນ້ອຍ ຢູ່ແຂວງສະຫວັນນະເຂດ ນາງນຶ່ງກໍເວົ້າໃນມື້ດຽວກັນນີ້ວ່າ ປັດຈຸບັນ ຖືວ່າ ຄວາມຮຸນແຮງຕໍ່ເດັກນ້ອຍ ຫລຸດລົງຫລາຍແລ້ວ ບໍ່ຄືແຕ່ກ່ອນ ຍ້ອນວ່າ ຢູ່ແຂວງນີ້ ມີສູນໃຫ້ຄໍາປຶກສາ ປົກປ້ອງແມ່ຍິງ ແລະເດັກນ້ອຍ, ບາງກໍລະນີ ກໍເຂົ້າມາຂໍຄໍາປຶກສາ ຮວມທັງບັນຫາທີ່ເກີດຂື້ນໃນຄອບຄົວ.
ດັ່ງທີ່ນາງເວົ້າວ່າ:
“ຜ່ານມາກໍມີຢູ່ ພວກເຮົາມີສູນຊ່ວຍເຫລືອ ສ່ວນຫລາຍບໍ່ໄດ້ຖືກຕີ ເດັກນ້ອຍເຂົ້າມາຫາພວກເຮົານ່າ ບັນຫາອັນອື່ນ ລະຫວ່າງຜົວເມັຽ ແລ້ວກະພໍ່ເຖົ້າແມ່ເຖົ້າ ຢາກໄດ້ຫລານໄປຢູ່ນໍາ ສົມມຸດວ່າແບບນີ້ນ່າ ເຮົາກໍແກ້ໄຂ ລົມ ກໍເຂົ້າອົກເຂົ້າໃຈກັນບາດນີ້ນ່າ.”
ນາງກ່າວຕື່ມວ່າ ສາເຫດທີ່ເຮັດໃຫ້ ການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ ຫລຸດລົງ ຊຶ່ງສ່ວນຫລາຍບໍ່ຄ່ອຍມີນັ້ນ ຍ້ອນເຈົ້າໜ້າທີ່ ໄປເຜີຍແພ່ກົດໝາຍ ໃຫ້ຊາວບ້ານຢູ່ໃນເຂດຊົນນະບົດຮູ້, ໄປໂຄສະນາໃຫ້ຄວາມຮູ້ພວກເຂົາເຈົ້າ ກ່ຽວກັບເລື່ອງດັ່ງກ່າວ.
“ສ່ວນຫລາຍກໍແມ່ນບໍ່ຄ່ອຍມີ ໂຕນີ້ເຂົ້າຮູ້ກົດໝາຍດ້ານການກະທໍາຜິດເດ້ ອັນທີ່ຈິງຫັ້ນພວກເຮົາໄດ້ເອົາໃສ່ແຜນປະຈໍາປີ ຂອງສະຫະພັນແມ່ຍິງຂັ້ນແຂວງ ຂັ້ນເມືອງ ລົງຜັນຂະຫຍາຍຄວາມຮັບຮູ້ທາງດ້ານກົດໝາຍໃຫ້ພໍ່ແມ່ປະຊາຊົນ ຫ່າງໄກສອກຫລີກ ໄດ້ໂຄສະນາຂັ້ນພື້ນຖານບ້ານພຸ້ນແຫລະ.”
ຢູ່ແຂວງຊຽງຂວາງ ກໍມີສູນໃຫ້ຄໍາປຶກສາ ປົກປ້ອງເດັກນ້ອຍ ແລະແມ່ຍິງ. ເຈົ້າໜ້າທີ່ຂັ້ນເມືອງທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ ແລະແມ່ຍິງ ຖືວ່າຍັງມີຢູ່ ແຕ່ໜ້ອຍລົງ, ແຕ່ກໍຍັງບໍ່ຮູ້ຂໍ້ມູນຈະແຈ້ງ. ທີ່ຜ່ານມາ ເຈົ້າໜ້າທີ່ຂັ້ນເມືອງ ແລະແຂວງ ກໍໄດ້ລົງເຜີຍແຜ່ກົດໝາຍ ຄຸ້ມຄອງເດັກນ້ອຍ ແລະແມ່ຍິງຢູ່ ຊຶ່ງຫລາຍບ້ານກໍຮັບຮູ້ແລ້ວ ວ່າເດັກນ້ອຍເຍົາວະຊົນອາຍຸຕໍ່າກວ່າ 18 ປີ ກໍມີກົດໝາຍຄຸ້ມຄອງ.
“ກໍຫາກມີຢູ່ເນາະ ແຕ່ວ່າກໍບໍ່ທັນໄດ້ຂໍ້ມູນຈະແຈ້ງວ່າ ມີຮູບການໃດແດ່ເນາະ ໂຕນີ້ກໍປົກປ້ອງແຕ່ມື້ເກີດ ເນາະ 18 ປີລົງມາເນາະ ຊຽງຂວາງນີ້ທາງແຂວງ ແລະທາງເມືອງພວກເຮົາ ກໍໄດ້ລົງເຜີຍແຜ່ກໍໄດ້ລົງ ແຈ້ງໃຫ້ແຕ່ລະບ້ານແຕ່ລະໜ່ວຍເນາະວ່າ ຊຽງຂວາງກໍມີສູນໃຫ້ຄໍາປຶກສາເນາະ.”
ກ່ຽວກັບການປົກປ້ອງເດັກນ້ອຍ ຈາກການໃຊ້ຄວາມຮຸນແຮງນີ້ ປະຊາຊົນນາງນຶ່ງ ທີ່ເປັນຄົນຊົນເຜົ່າມົ້ງ ຢູ່ແຂວງຫົວພັນ ເວົ້າວ່າ ດຽວນີ້ ກໍຖືວ່າຫລຸດລົງຫລາຍແລ້ວ ເກືອບຈະບໍ່ມີການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ ແລະແມ່ຍິງເລີຍ ເພາະທາງການມີກົດໝາຍຄຸ້ມຄອງ ເຮັດໃຫ້ຫລາຍຄົນຮັບຮູ້ ແລ້ວກໍຮູ້ສຶກຢ້ານຖືກລົງໂທດ ນອກຈາກຄອບຄົວ ທີ່ມີການກິນເຫລົ້າ ເສບຢາເສບຕິດ ຊຶ່ງອາດຈະມີການໃຊ້ຄວາມຮຸນແຮງກັບລູກ ກັບເມຽຢູ່.
“ຖ້າວ່າບໍ່ແມ່ນຄອບຄົວທີ່ວ່າ ເສບຢາເຂົາເຈົ້າກໍບໍ່ເຮັດ ໂຕນີ້ກໍສິບໍ່ສູ້ມີແລ້ວ ໂຕທີ່ວ່າລົງໂທດ ນັກຮຽນເດັກນ້ອຍຫັ້ນນ່າເນາະ ເຂົາເຈົ້າກໍຢ້ານເດ້ ມັນມີລະບຽບເດ້ ຄັນວ່າຄອບຄົວໃດມີຫາງສຽງຂຶ້ນນ່າ ຈະມີເຈົ້າໜ້າທີ່ລະໄປ ຫລືນາຍບ້ານ ກອງຫລອນ ເຂົາເຈົ້າຈະໄປຄຸມ ໄປເບິ່ງຈັ່ງຊີ້ນ່າ ເຂົາກໍຢ້ານ.”
ແລະຊົນເຜົ່າມົ້ງອີກຜູ້ນຶ່ງ ຢູ່ແຂວງຫລວງນໍ້າທາ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ ເຖິງຄົນຊົນເຜົ່າມົ້ງວ່າ ປັດຈຸບັນ 95% ບໍ່ມີການທໍາຮ້າຍຮ່າງກາຍເດັກນ້ອຍ ແລະແມ່ຍິງກັນແລ້ວ ເພາະຫລາຍຄົນ ກໍຮູ້ເລື້ອງກົດໝາຍຄຸ້ມຄອງ, ຈະມີສ່ວນໜ້ອຍ ປະມານ 5-6% ຄືພວກກິນເຫລົ້າ, ເສບຢາເສບຕິດ ທີ່ຍັງທໍາຮ້າຍຮ່າງກາຍ ແລະໃຊ້ຄວາມຮຸນແຮງ ໃນຄອບຄົວ.
“ເຮົາກໍບໍ່ຮູ້ທົ່ວເຖິງເນາະ ເພາະເຮົາກຮູ້ແຕ່ຊົນເຜົ່າເຮົາເນາະ ປັດຈຸບັນນີ້ມັນຈະກ້າວໜ້າຫັ້ນນເນາະ ເຂົາກໍຮູ້ແລ້ວ ເຮົາເຮັດເນາະ ຈະມີກົດໝາຍຄຸ້ມຄອງແລ້ວ ມັນຈະບໍ່ເຮັດແລ້ວ ມັນຈະມີປະມານ 5-6% ຈະແມ່ນພວກທີ່ອັນນ່າ ກິນເຫລົ້າກິນຢາ ໂຕນີ້ຫັ້ນເນາະ.”
ປັດຈຸບັນ ຢູ່ປະເທດລາວ ມີສູນໃຫ້ຄໍາປຶກສາ ແລະປົກປ້ອງແມ່ຍິງ ແລະເດັກ ນ້ອຍ ຢູ່ 4 ແຂວງ ຄື ນະອນຫລວງວຽງຈັນ, ແຂວງຫລວງນໍ້າທາ, ແຂວງຊຽງຂວາງ ແລະແຂວງສະຫວັນນະເຂດ ຊຶ່ງຜູ້ທີ່ມີບັນຫາ ຫລືຮູ້ເຫັນບັນຫາ ກໍເຂົ້າໄປຂໍຄໍາປຶກສາ ຫລືໂທລະສັບໄປຂໍຄໍາປຶກສາ ຈາກສູນນັ້ນໄດ້.
ແຕ່ໃນປັດຈຸບັນ ການໂທລະສັບໄປຂໍຄໍາປຶກສາ ກ່ຽວກັບບັນຫາທີ່ວ່ານັ້ນ ບໍ່ຄ່ອຍມີພະນັກງານຮັບສາຍ ແລະເມື່ອມີການຮັບສາຍ ກໍບໍ່ໃຫ້ຄໍາປຶກສາທາງໂທລະ ສັບ, ໃຫ້ຜູ້ກ່ຽວເຂົ້າໄປຫາຫ້ອງການໂດຍກົງ.