ເຣື້ອງທີ່ເກັບບັນທຶກໄວ້
2022-02-26
ຄົນງານໃນ ກາສິໂນ NagaWorld ຫຼາຍກວ່າ 100 ຄົນ ຖືກທາງການ ກັມພູຊາຈັບ ຍ້ອນວ່າ ພວກເຂົາເຈົ້າປະທ້ວງ ເພື່ອໃຫ້ຂຶ້ນຄ່າແຮງ ແລະ ປ່ອຍຜູ້ນຳ ສະຫະພາບ ແຮງງານ ທີຖືກຈັບ ພ້ອມຮັບເອົາຄົນງານອີກ 365 ຄົນ ກັບໄປເຮັດວຽກຄືນ.
2022-02-20
ປະຊາຊົນພະມ້າ ປະທ້ວງ ທະຫານພະມ້າ ທີ່ຍິງປືນໃຫຍ່ ໃສ່ບ້ານເຮືອນ ຂອງເຂົາເຈົ້າ ເສັຽຫາຍຫຼາຍກວ່າ 1,000 ຫຼັງ ຍ້ອນມີການ ຕໍ່ສູ້ລະຫວ່າງ ກຸ່ມຊົນເຜົ່າຕ່າງໆ ໃນພະມ້າ ທີ່ຕໍ່ຕ້ານທະຫານ ພະມ້າ.
2022-02-19
ອົງການ ເພື່ອສິດທິມະນຸດ ປະທ້ວງຈີນ ທີ່ຄວບຄຸມໂຕ ແລະບັງຄັບ ສົ່ງຊາວເກົາຫລີເໜືອ ຜູ້ຂໍລີ້ພັຍກັບຄືນປະເທດ ເຖິງແມ່ນວ່າ ພວກເຂົາເຈົ້າ ຈະຕ້ອງປະເຊີນ ກັບການລົງໂທດ ຮຸນແຮງ ຫຼືເຖິງຂັ້ນຕາຍ ໃນໄລຍະ ການແຂ່ງຂັນ ກິລາໂອແລມປິກ ຣະດູໜາວ ຢູ່ກຸງ ປັກກິ່ງ 2022 ນີ້ ກໍຕາມ.
2022-02-13
ນັກລົງທຶນຈີນ ເຂົ້າມາຕັ້ງບໍຣິສັດ ດຳເນີນທຸຣະກິຈ ຣົຖແທັກຊີ້ ໃນເມືອງສີຫານຸກວິວ ທີ່ປະເທດກັມພູຊາ ຈົນເຮັດໃຫ້ຜູ້ປະກອບການຣົຖແທັກຊີ້ ແລະ ຣົຖຕຸ໋ກ-ຕຸ໋ກ ທ້ອງຖິ່ນ ບໍ່ສາມາດແຂ່ງຂັນໄດ້ ແລະ ໄດ້ຮັບຄວາມເດືອດຮ້ອນ ຢ່າງຖ້ວນໜ້າ
2022-02-06
ນັບແຕ່ມີການຕໍ່ສູ້ກັນ ຢູ່ພະມ້າ ຫຼັງຈາກ ຣັຖປະຫານ ມີປະຊາຊົນ ຢູ່ຣັຖກະຢາ ຂອງພະມ້າ ເກືອບ 2 ແສນຄົນ ຕ້ອງອົພຍົບ ຈາກບ້ານເຮືອນ ເພາະທະຫານ ພະມ້າອອກປາບປາມ ຜູ້ທີ່ຕໍ່ຕ້ານ ການຣັຖປະຫານ ໃນຄັ້ງນີ້ ຢ່າງໜັກ.
2022-02-05
ວິກິດດ້ານ ການເມືອງ ໃນພະມ້າ ອາຈບໍ່ສາມາດ ແກ້ໄຂໄດ້ ຖ້າຫາກວ່າ ຜູ້ນໍາທະຫານພະມ້າ ບໍ່ປະຕິບັຕາມ ແຜນສັນຕິພາບ 5 ຂໍ້ ຂອງອ່າຊ້ຽນ ເຖິງແມ່ນວ່າ ມີການຂຍາຍເວລາ ພາວະສຸກເສີນ ປາບປາມປະຊາຊົນ ທີ່ຕໍ່ຕ້ານ ຜະເດັດການ ທະຫານ ອອກໄປອີກ 6 ເດືອນ.