ເຣື້ອງທີ່ເກັບບັນທຶກໄວ້
2023-08-30
ສະຖານະການ ການບັງຄັບໃຫ້ຫາຍສາບສູນ ໃນລາວ ຍັງໜ້າເປັນຫ່ວງ ໂດຍສະເພາະ ກໍຣະນີຂອງທ່ານ ສົມບັດ ສົມພອນ ເຊິ່ງຍັງບໍ່ມີຄຳຕອບ ຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ໃນ “ວັນແຫ່ງການລຳຣຶກ ເຖິງຜູ້ຖືກບັງຄັບ ໃຫ້ຫາຍສາບສູນສາກົລ” ນີ້ ຫຼາຍພາກສ່ວນ ບໍ່ມີການຈັດກິຈກັມໃດໆ ໃນການຕໍ່ຕ້ານ ຫຼື ທວງຫາ ຜູ້ຫາຍສາບສູນ ໃນ ສປປ ລາວ.
2023-08-29
ສະຖານທູຕຈີນ ປະຈຳປະເທດລາວ ໄດ້ໃຫ້ທຶນແກ່ນັກສຶກສາລາວ ແລະ ພະນັກງານຣັຖກອນ ໄປຮຽນຢູ່ປະເທດຈີນ ຈຳນວນ 350 ທຶນຕໍ່ປີ ແລະ ໄດ້ມີການລ້ຽງສົ່ງນັກສຶກສາໄປຮຽນຈີນແລ້ວ ເມື່ອວັນທີ 24 ສິງຫາ ທີ່ຜ່ານມາ.
2023-08-23
ແຂວງບໍຣິຄຳໄຊ ປ່ອຍນັກໂທດກ່ອນກຳນົດ ຈຳນວນ 11 ຄົນ ຍ້ອນ ປະພືດດີ ຕາມເງື່ອນໄຂ ຂອງຄ້າຍຄຸມຂັງ-ດັດສ້າງ ສ່ວນປະຊາຊົນບາງສ່ວນເຫັນວ່າ ຄວນຈະມີການອົບຮົມ ຢ່າງດີກ່ອນປ່ອຍອອກສູ່ສັງຄົມ ເພາະອາດເປັນບັນຫາ ໃນພາຍຫຼັງໄດ້.
2023-08-12
ກຸ່ມນັກຊ່ຽວຊານ ດ້ານສິດທິມະນຸສ ຈາກອົງການສະຫະປະຊາຊາຕ ອອກຖແລງການ ຮຽກຮ້ອງໃຫ້ຣັຖບານລາວ ປ່ອຍທ່ານ ລູ໋ ຊີ່ເຫວີຍ ທັນທີ ແລະ ປ້ອງກັນ ຄວາມເປັນໄປໄດ້ ທີ່ຈະມີການສົ່ງໂຕທ່ານ ກັບຄືນປະເທດຈີນ
2023-08-11
ຣັຖບານລັກແຊມເບິກ ສືບຕໍ່ໃຫ້ເງິນຊ່ອຍເຫຼືອ 9 ລ້ານຢູໂຣ ຫຼືປະມານ 190 ຕື້ກີບ ເພື່ອສືບຕໍ່ ປັບປຸງລະບົບກົດໝາຍ ແລະສານຍຸຕິທັມໃນລາວ ຜ່ານໂຄງການ ການປັບປຸງການປົກຄອງ ດ້ວຍກົດໝາຍ, ການເຂົ້າເຖິງກົດໝາຍ ແລະການປົກຄອງທີ່ດີ ໂດຍທຶນຈະຈັດຕັ້ງປະຕິບັດ ເປັນເວລາ 5 ປີ ຕັ້ງແຕ່ປີ 2023-2027.
2023-08-09
ທາງການລາວ ສືບຕໍ່ປາບປາມ ປະຊາຊົນ ທີ່ໃຊ້ສື່ສັງຄົມອອນລາຍນ໌ ທີ່ອອມາເວົ້າຄວາມຈິງ ກ່ຽວກັບເຫດການ ຕ່າງໆທີ່ເກີດຂຶ້ນ, ແຕ່ຖືກທາງການຖືວ່າ ເປັນການຕໍານິຕິຕຽນຣັຖບານ ລວມທັງບຸກຄົນທີ່ສ້າງຂ່າວປັ່ນປ່ວນ.
2023-08-08
ສະຖາບັນຂົງຈື້ ຂອງຈີນຢູ່ທີ່ມະຫາວິທຍາໄລແຫ່ງຊາຕລາວ ຈະເປີດຫລັກສູດປະຣິນຍາໂທ ໃຊ້ພາສາຈີນເປັນສື່ການຮຽນການສອນ, ທາງການລາວ ຕ້ອງການໃຫ້ເນັ້ນໃສ່ການສອນ ເພື່ອໃຫ້ຜູ້ຮຽນຈົບ ສາມາດ ເປັນຄຣູສອນ ພາສາຈີນຢູ່ຕາມແຂວງຕ່າງໆໄດ້.
2023-08-07
ພັນທະມິຕເພື່ອປະຊາທິປະໄຕໃນລາວ ອອກຖແລງການ ເພື່ອປະນາມທາງການ ສປປ ລາວ ທີ່ຈັບກຸມທະນາຍຄວາມດ້ານສິດທິມະນຸສ ຊາວຈີນ ຢູ່ລາວ ໃນມື້ວັນທີ່ 28 ກໍຣະກະດາ ຜ່ານມາ. ຈໍາປາທອງ ມີບົດສັມພາດ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການດັ່ງ ກ່າວ ມາສເນີທ່ານ.
2023-08-02
ກອງບັນຊາການ ຕຳຣວດ ລາດຕະເວນທາງນໍ້າ ແຂວງຢູນນານ ປະເທດຈີນ ໄດ້ມອບຄຸກກັກຂັງນັກໂທດ-ຜູ້ຕ້ອງຫາ ຫລັງໃໝ່ ໃຫ້ແກ່ກອງບັນຊາການ ປ້ອງກັນຄວາມສງົບ ແຂວງຫລວງນໍ້າທາ ເຊິ່ງ ງົບປະມານ ໃນການກໍ່ສ້າງ ມູລຄ່າເກືອບ 2 ຕື້ 800 ລ້ານກີບ.
2023-08-01
ມີຂໍ້ມູນເບື້ອງຕົ້ນວ່າ ສິນຄ້າເກົາຫລີເໜືອ ຮວມທັງຊາສມຸນໄພ ແລະໂສມ ວາງຂາຍຢູ່ ສປປ ລາວ ເຊິ່ງຂັດກັບມະຕິການຄວ້ຳບາດຕໍ່ປະເທດນີ້ ຂອງສະຫະປະຊາຊາຕ, ນອກຈາກສິນຄ້າແລ້ວ ເກົາຫລີເໜືອ ຍັງດຳເນີນກິຈການ ຮ້ານອາຫານ ຢູ່ນະຄອນຫລວງວຽງຈັນ.