ລັກແຊມເບິກ ໃຫ້ເງິນຊ່ອຍເຫຼືອລາວ ປັບປຸງລະບົບກົດໝາຍ
2023.08.11

ຣັຖບານລັກແຊມເບິກ ສືບຕໍ່ໃຫ້ເງິນຊ່ອຍເຫຼືອ 9 ລ້ານຢູໂຣ ຫຼືປະມານ 190 ຕື້ກີບ ເພື່ອປັບປຸງລະບົບກົດໝາຍ ແລະສານຍຸຕິທັມໃນລາວ ຜ່ານໂຄງການ ການປັບປຸງການປົກຄອງ ດ້ວຍກົດໝາຍ ການເຂົ້າເຖິງກົດໝາຍ ແລະການປົກຄອງທີ່ດີ ໂດຍທຶນຈະຈັດຕັ້ງ ປະຕິບັດເປັນເວລາ 5 ປີ ຕັ້ງແຕ່ປີ 2023-2027. ກ່ຽວກັບເຣື່ອງນີ້ ປະຊາຊົນລາວທ່ານນຶ່ງ ຢູ່ພາຍໃນປະເທດ ຜູ້ຂໍສງວນຊື່ ແລະສຽງ ກ່າວວ່າ ການເຂົ້າມາຊ່ອຍປັບປຸງ ລະບົບກົດໝາຍຢູ່ລາວ ຖືວ່າເປັນເຣື່ອງດີ ແຕ່ອາຈບໍ່ສາມາດຊ່ອຍໄດ້ໃນໄລຍະຍາວ ຍ້ອນຍັງບໍ່ເຫັນຄວາມຕັ້ງໃຈ ໃນການປັບປຸງບັງຄັບໃຊ້ກົດໝາຍ ຈາກຣັຖບານ ແລະພາກສ່ວນທີ່ກ່ຽວຂ້ອງເທື່ອ.
ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 8 ສິງຫາ ນີ້ວ່າ:
“ກໍແມ່ນຢູ່ດອກ ຄົນຕ່າງຊາຕມາສນັບສນຸນການເງິນໃຫ້ເຂົ້າເຖິງ (ກົດໝາຍ) ເຮັດຫຍັງບໍ່ໄດ້ ເປັນປະເທດຄອມມູນິດຢູ່ແລ້ວ ມັນກໍບໍ່ໄດ້ເຂັ້ມງວດ ຕ່າງປະເທດໃຫ້ເງິນກໍແລ້ວແຕ່ຫັ້ນນ່າ ສຸດທ້າຍກໍຄຸ້ມຄອງບໍ່ໄດ້ ມັນຂຶ້ນຢູ່ກັບຣັຖບານ ຣັຖບານໄດ້ແຕ່ຖ່າຍຮູບ ໄດ້ແຕ່ເວົ້າ ແຕ່ການກະທໍາມັນໃສ່ແບບນັ້ນ ການກະທໍາອີກຢ່າງ ຄໍາເວົ້າອີກຢ່າງ.”
ປັດຈຸບັນ ການບັງຄັບໃຊ້ກົດໝາຍຢູ່ລາວ ຍັງບໍ່ສັກສິດ ຍ້ອນການບັງຄັບໃຊ້ກົດໝາຍ ຍັງມີການເລືອກປະຕິບັດ ເອື້ອປໂຍດ ໃຫ້ແກ່ກຸ່ມຊົນຊັ້ນນໍາແລະຄອບຄົວ.
ດັ່ງປະຊາຊົນ ຜູ້ຂໍສງວນຊື່ ແລະສຽງ ຜູ້ດຽວກັນ ກ່າວຕື່ມວ່າ:
“ກົດໝາຍຂອງລາວ ບໍ່ວ່າຈະເປັນກົດໝາຍປ່າໄມ້ ຫຼືກົດໝາຍຊໍ້ຣາສບັງຫຼວງ ກົດໝາຍການທຸດຈະຣິດ ກົດໝາຍ ທ້ອງຖນົນ ຫຼືວ່າ ອີ່ຫຍັງຕ່າງໆ ແມ່ນວ່າທຸກກົດໝາຍເລີຍ ແມ່ນວ່າຍັງບໍ່ທັນສັກສິດເທື່ອ ກົດໝາຍທຸກໆກົດໝາຍ ມີຢູ່ແລ້ວ ແຕ່ວ່າກົດໝາຍເຮັດຫຍັງບໍ່ໄດ້ ຄືເວົ້າງ່າຍໆແຫຼະ ລູກເຈົ້າຫຼານເທີ.”
ຍ້ອນປະເທດລາວ ປົກຄອງດ້ວຍລະບົບພັກດຽວ ການເຮັດວຽກຂອງຕໍາຣວດ ແລະສານ ກໍຍັງບໍ່ມີຄວາມຍຸຕິທັມ ຄົນມີເງິນມີອໍານາດ ສາມາດປ່ຽນຜິດເປັນຖືກ ໃນຂະບວນການຍຸຕິທັມໄດ້ ສ່ວນປະຊາຊົນທົ່ວໄປ ກໍຍັງບໍ່ມີສິດມີສຽງ.
ດັ່ງປະຊາຊົນລາວ ອີກຄົນນຶ່ງ ຜູ້ຂໍສງວນຊື່ແລະສຽງ ກ່າວວ່າ:
“ຄວາມຍຸຕິທັມ ກໍຄືຮູ້ຫັ້ນແຫຼະ ເພາະວ່າມັນພັກດຽວ ອໍານາດຢູ່ນໍາຄົນມີອໍານາດ ຄົນມີເງິນເນາະ ຄົນທັມມະດາ ກໍເວົ້າຫຍັງບໍ່ໄດ້ ຄັນເວົ້າເຣື່ອງຄົນທັມມະດາ ກໍບໍ່ຄ່ອຍຈະມີ (ຄວາມຍຸຕິທັມ) ຫັ້ນແຫຼະ ຖ້າເວົ້າເຣື່ອງຄົນມີເສັ້ນມີສາຍບໍ ມີອໍານາດ ມີເງິນບໍ ຜິດມັນກໍເປັນຖືກຫັ້ນແຫຼະ ເຣື່ອງກົດໝາຍຕ່າງໆ ມັນກໍມີ ແຕ່ຜູ້ນໍາໃຊ້ບໍ່ໄປຕາມ ແລ້ວກໍໃຫ້ປະຊາຊົນ ມີສິດເວົ້າຫຍັງໄດ້ຫັ້ນນ່າ.”
ປະຊາຊົນທ່ານນີ້ ຍົກໂຕຢ່າງ ກໍຣະນີຊາວບ້ານຮຽກຮ້ອງຄ່າຊົດເຊີຍທີ່ດິນ ທີ່ບໍ່ເປັນທັມໃນຫຼາຍເມືອງ ຫຼາຍແຂວງ ວ່າ ກໍຣະນີລັກສະນະນີ້ ຫຼາຍເທື່ອ ກໍມີຄໍາສັ່ງຂັ້ນເທິງ ຫຼືຄໍາຕັດສິນສານອອກມາແລ້ວ ປະຊາຊົນທີ່ໄດ້ຮັບຜົລກະທົບ ກໍບໍ່ສາມາດເຮັດຫຍັງໄດ້ ສ່ວນຄ່າຊົດເຊີຍນັ້ນ ກໍເປັນຄ່າຊົດເຊີຍທີ່ບໍ່ຄຸ້ມຄ່າປານໃດ.
ສໍາລັບປະຊາຊົນທ່ານນີ້ ການຈະປົກຄອງດ້ວຍລະບົບກົດໝາຍນັ້ນ ເປັນເຣື່ອງຍາກ ແມ້ວ່າ ຈະມີໜ່ວຍງານສາກົລມາຊ່ອຍເຫຼືອກໍຕາມ ຈໍາເປັນຕ້ອງມີຄົນໃນພັກ-ຣັຖເອງ ທີ່ຕ້ອງການຢາກຈະແກ້ໄຂບັນຫານີ້ ຍ້ອນເປັນໜ່ວຍງານທີ່ປົກຄອງປະເທດ ແລະອອກກົດໝາຍອອກມາ.
ເຖິງແມ່ນວ່າ ໃນປັດຈຸບັນ ຈະມີການໃຫ້ຄໍາປຶກສາ ດ້ານກົດໝາຍຟຣີ ຈາກທະນາຍຫຼາຍຄົນ ແຕ່ປະຊາຊົນຫຼາຍຄົນ ກໍຍັງບໍ່ສມາດດໍາເນີນຄະດີໄດ້ ຫາກມີຂໍ້ຂັດແຍ່ງ ຍ້ອນສ່ວນຫຼາຍຍັງທຸກຍາກ ບໍ່ມີເງິນ.
ດັ່ງທະນາຍຄວາມຜູ້ນຶ່ງ ກ່າວວ່າ:
“ຄວາມຊ່ອຍເຫຼືອຟຣີນັ້ນ ສ່ວນຫຼາຍຂະເຈົ້າຈະໃຫ້ແຕ່ ຄໍາປຶກສາຄະດີ ການໃຊ້ຈ່າຍເຣື່ອງໃຊ້ງົປມານຕ່າງໆຫັ້ນ ຜູ້ກ່ຽວບໍ່ມີເງິນ ໃຫ້ທະນາຍເຂົ້າໄປເດ້ ທະນາຍກໍ ຈະຂໍເງິນນໍາຣັຖຍາກ.”
ສໍາລັບລະບົບຍຸຕິທັມ ແລະການພິຈາຣະນາຄະດີຢູ່ລາວນັ້ນ ກໍຍັງມີຂໍ້ທ້າທາຍຢູ່ຫຼາຍ ບໍ່ວ່າຈະເປັນການປະຕິບັດໂຕຈິງ ທີ່ຍັງມີຄວາມຫຍຸ້ງຍາກແລະຊັກຊ້າ.
ດັ່ງທີ່ຜູ້ໃຫ້ຄໍາປຶກສາເຣື່ອງກົດໝາຍ ຊາວລາວຜູ້ນຶ່ງ ກ່າວວ່າ:
“ເຣື່ອງກົດໝາຍຫັ້ນນ່າ ມັນກໍເປັນລະບົບ ແຕ່ວ່າບາງອັນ ໃນການຈັດຕັ້ງປະຕິບັດໂຕຈິງ ບາງຄັ້ງມັນກໍມີຄວາມຄວາມຫຍຸ້ງຍາກເນາະ ຫຍຸ້ງຍາກກໍຫຼາຍສາເຫດ ບາງເທື່ອກໍຊັກຊ້າບໍ ຫຼືວ່າ ຊອກຄູ່ກໍຣະນີບໍ່ເຫັນບໍ ເປັນເຣື່ອງການສືບສວນບໍ ຊັກຊ້າຢູ່ຢ່າງຫັ້ນກໍມີ ສາເຫດກໍຍ້ອນ ບາງອັນ ເຮົາກໍນໍາໂຕຜູ້ກະທໍາຜິດມາດໍາເນີນຫັ້ນບໍ່ໄດ້ ບາງເທື່ອຫັ້ນນ່າ.”
ອີກນຶ່ງຂໍ້ທ້າທາຍ ທີ່ເຮັດໃຫ້ຂະບວນການຍຸຕິທັມ ແລະສືບສວນຄະດີຢູ່ລາວ ຍັງຫຼ້າຊ້າຢູ່ ກໍຍ້ອນພາກສ່ວນທີ່ກ່ຽວຂ້ອງ ຍັງຂາດເຂີນດ້ານເຕັກນິກ ແລະອຸປະກອນທີ່ໃຊ້ໃນການສືບຄະດີ ນອກຈາກນີ້ ເຈົ້າໜ້າທີ່ຍັງບໍ່ທັນມີຄວາມຊ່ຽວຊານ ກັບເຄື່ອງມືເຫຼົ່ານີ້ເທື່ອ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກດ້ານກົດໝາຍ ທ່ານນຶ່ງກ່າວວ່າ:
“ຫຼັກໆ ຍັງຂາດເຣື່ອງເຕັກນິກທີ່ທັນສມັຍ ຫຼືອຸປະກອນທີ່ຊ່ອຍໃນການສືບສວນ-ສອບສວນເນາະ ບໍ່ວ່າຈະເປັນເຣື່ອງເຄື່ອງມື ວິທະຍາສາດຕ່າງໆເນາະ ໃນການສັນນະສູດ ສັນນະສູດຣາຍມືບໍ ການສັນນະສູດ ເຣື່ອງ DNA ບໍ ເປັນຫຼັກຖານເຣື່ອງນິຕິວິດທະຍາອັນນີ້.”
ສໍາລັບວຽກງານການໂຄສະນາ ເຜີຍແຜ່ກົດໝາຍ ໄປຍັງຂັ້ນເມືອງ ແລະຂັ້ນບ້ານ ເພື່ອໃຫ້ປະຊາຊົນຮັບຮູ້ ແລະເຂົ້າເຖິງກົດໝາຍໃຫ້ຫຼາຍຂຶ້ນນັ້ນ ກໍຍັງປະສົບບັນຫາ ຂາດເຂີນງົປມານນໍາ.
ດັ່ງເຈົ້າໜ້າທີ່ຜແນກຍຸຕິທັມ ຜູ້ຂໍສງວນຊື່ແລະຕໍາແໜ່ງ ນາງນຶ່ງ ກ່າວວ່າ:
“ສົມມຸດວ່າ ກົດໝາຍອອກມາ ມັນຊິລົງໄປນໍາ ນໍາເອົາໄປທາບທາມຢູ່ບັນດາເມືອງເນາະ ແລ້ວກໍບ້ານ ກັບປະຊາຊົນ ສ່ວນຫຼາຍມັນຈະບໍ່ມີງົປມານ ສິ່ງທ້າທາຍຫັ້ນ ຖ້າມີງົປມານອີ່ຫຍັງກໍໄປໄດ້ຫັ້ນນ່າເນາະ ມີງົປມານ ພາຫະນະເຮົາກໍໄປໄດ້ ທັງອັດຕຣາຢູ່ອັດຕຣາກິນຂອງພະນັກງານ ລົງໄປທາບທາມຫັ້ນ ທັງກ໋ອບປີ້ອີ່ຫຍັງຕ່າງໆ ມັນກໍສະດວກ ຖ້າມັນບໍ່ມີງົປມານສະເພາະ ສ່ວນຫຼາຍກະນໍາໃຊ້ງົປມານຂອງຂົງເຂດ ຂອງໃຜຂອງລາວເນາະ.”
ໃນກອງປະຊຸມສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ທ່ານ ສົມໄຊ ສີຫາຈັກ ສະມາຊິກສະພາແຫ່ງຊາຕ ເຂດ 15 ແຂວງຈຳປາສັກ ກໍກ່າວຕໍ່ກອງປະຊຸມ ໃນວັນທີ 4 ກໍຣະກະດາ 2023 ທີ່ຜ່ານມາວ່າ ປັດຈຸບັນ ລາວມີກົດໝາຍຫຼາຍສບັບ ແຕ່ຫຼາຍກົດໝາຍບໍ່ສອດຄ່ອງກັນ ເຮັດໃຫ້ການພິຈາຣະນາຄະດີ ຍັງບໍ່ຍຸຕິທັມແລະຊັກຊ້າ ໂດຍບາງຄະດີ ໃຊ້ເວລາກວ່າ 5 ປີ ຫາ 15 ປີ ໃນການພິຈາຣະນາຄະດີ.
ນອກຈາກນີ້ ຍັງມີການພົບເຫັນຜູ້ພິພາກສາ ແລະເຈົ້າໜ້າທີ່ສານຈໍານວນນຶ່ງ ມີການລະເມີດຈັນຍາບັນ ແລະບາງຄໍາຕັດສິນ ຂອງສານ ກໍບໍ່ຖືກຕ້ອງຕາມກົດໝາຍ ແລະບໍ່ຕຣົງກັບຄວາມເປັນຈິງ ອີງຕາມຄໍາເວົ້າຂອງຍານາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ແລະທ່ານ ຄໍາແພງ ວິລະພັນ ປະທານກັມມາທິການຍຸຕິທັມ ຕາງໜ້າຄະນະປະຈໍາສະພາແຫ່ງຊາຕ ໃນກອງປະຊຸມສມັຍສາມັນເທື່ອທີ4 ຂອງສະພາແຫ່ງຊາຕຊຸດທີ 9 ໃນເດືອນທັນວາ ປີ 2022.
ນອກຈາກຣັຖບານລັກແຊມເບິກແລ້ວ ທີ່ຜ່ານມາ ອົງການ JICA ຂອງປະເທດຍີ່ປຸ່ນ ປະຈໍາປະເທດລາວ ກໍໃຫ້ທຶນຊ່ອຍເຫຼືອເພື່ອພັທນາ ແລະສ້າງຄວາມເຂັ້ມແຂງ ຂອງກົດໝາຍຢູ່ລາວ ຜ່ານຄວາມຮ່ວມມື ກັບສະຖາບັນກົດໝາຍຫຼັກ ບໍ່ວ່າຈະເປັນກະຊວງຍຸຕິທັມ, ສານ, ອັຍການ ຮວມເຖິງຄະນະນິຕິສາດ ຂອງມະຫາວິທຍາລັຍແຫ່ງຊາຕລາວ ໂດຍໃນວັນທີ 30 ມິຖຸນາ ທີ່ຜ່ານມາ ກໍມີການໃຫ້ທຶນສືບຕໍ່ໂຄງການເປັນໄລຍະທີ່ 2 ຫຼັງຈາກທີ່ໂຄງການໄລຍະທໍາອິດ ສໍາເຣັດໄປຕັ້ງແຕ່ວັນທີ 10 ກໍຣະກະດາ 2023 ທີ່ຜ່ານມາ.